ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1973)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ
1) ສິ້ນສຸຣິຍັນ ຕະວັນອຳລານະພາໝົ່ນ
ໝູ່ນົກວົກວຽນວົນ ຄືນກັບຮັງນອນ
ດວງຈັນກໍໝຸນມາໃໝ່ ຢູ່ໃສເພື່ອນເຄີຍຮ່ວມໝອນ
ຈາກຈອນ ແລ້ວບໍ່ກັບມາ
2) ເຊັ່ນສຸຣິຍັນ ຜ່ານຢ້ຽມຂອບຟ້າທິວາກະຈ່າງ
ຄໍ່າແລງແສງເລືອນລາງ ຄ່ອຍຈືດຈາງລາ
ດວງໃຈເຂົາກໍເໝືອນກັນ ສົງສານຊົ່ວພຽງເວລາ
ຜ່ານມາ ແລ້ວກໍຜ່ານໄປ
• ໂອ່ໂອ້ສຸຣີ ແມ່ນຈຳຕ້ອງລາ
ຍັງກັບມາ ເມື່ອອະຣຸນໃໝ່
ແລ້ວຮັກ ທີ່ຈອນຈາກໄປ
ເມື່ອໃດ ໜໍຈະກັບມາ
3) ສິ້ນຄວາມສົງສານ ໝົດຄວາມປຣານີແລ້ວຫຼືໃດ
ຈຶ່ງຮ້າງເຫີນຫ່າງໄປ ເໝືອນເຊັ່ນທາຣາ
ລືມຄຳທີ່ເຄີຍພໍ່າພອດ ຖອດຄືນຊຶ່ງຄວາມສເນຫາ
ຈາກລາ ແລ້ວລືມສິ້ນກັນ…
