ເພງ “ຫຼວງພຣະບາງເມືອງງາມ” (ຊາຍ)

ເນື້ອຮ້ອງ & ທຳນອງ : ບຸນທັມ ສຼີພຣົຫ໌ມໄຊຍ໌ (1968)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ຫຼວງພຣະບາງເມືອງງາມ”

1) ໂອ້ດິນແດນ ແຄວ້ນແຫ່ງຄວາມຝັນ
ສວຍງາມຕຣະການ ດັ່ງນຶ່ງເທວັນສັນສ້າງ
ສົມຄຳເລົ່າລື ເມືອງຫຼວງພຣະບາງ
ປຣາສາດວຽງວັງ ແວວວາວສະດຸດຕາ

2) ຍອດພູສີ ສູງເດັ່ນງາມລໍ້າ
ວັດວາອາຣາມ ເປັນມິ່ງຂວັນເມືອງສງ່າ
ຜອງຊົນທົ່ວໄປ ໃຈລ້ວນເມຕຕາ
ພຸທສາສນາ ນຳພາສຸກສັນ

• ດິນແດນ ແຫ່ງຄວາມວິໄລ
ຫຼຽວແລແຫ່ງໃດ ຊວນຈິດໃຈເບີກບານ
ເພີນ…ທ່ຽວຊົມ ພິຣົມສຳຣານ
ພົບເຫັນແຕ່ຮອຍຍິ້ມນັ້ນ ພາຝັນຊຶ້ງຕຣຶງໃຈ

3) ຖິ່ນແດນໃດ ໃສຈະປຽບເໝືອນ
ຝັງໃຈຕິດເຕືອນ ບໍ່ອາດຫຼົງເລືອນລືມໄດ້
ຍິ້ມນັ້ນແນບຕຣຶງ ຊາບຊຶ້ງຣຶທັຍ
ມີຄ່າຄວາມໝາຍ ໄມຕຣີຕໍ່ກັນ…

ໂນຕເພງ “ຫຼວງພຣະບາງເມືອງງາມ” (ຊາຍ)
ວິດີໂອໂນຕບັນເລງເພງ “ຫຼວງພຣະບາງເມືອງງາມ”

ເພງ “ຄົນທີ່ເຂົາລືມ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ບຸນທົງ ວົງສາລີ

ວິດີໂອດົນຕຣີບັນເລງເພງ “ຄົນທີ່ເຂົາລືມ”

1) ອ້າຍຈົນລະຕິ ນ້ອງຈຶ່ງເມີນ
ອ້າຍຂາດອ້າຍເຂີນ ເງິນທອງຂອງໃຊ້
ອ້າຍຂາດທຸກຢ່າງ ຈະຄອຍເອົາໃຈ
ນ້ອງຈຶ່ງປ່ຽນໃຈ ຫັນໄປເປັນຂອງຄົນອື່ນ…

2) ອ້າຍບຸນບໍ່ເຖິງ ດ້ອຍກວ່ານາງ
ນ້ອງຈຶ່ງເມີນໝາງ ເຫີນທາງຫວານຊື່ນ
ໄດ້ໃໝ່ຊັ້ນເບາະ ເກາະຜິດຄິດຝືນ
ຫາວ່າມຶນທຶນ ລ່ວງເກີນຜິດຜີຂໍນຳ…

• ເຂົາຄົງລໍ່າລວຍ ມັ່ງຄັ່ງເສດຖີ
ມາຫຼົງເຈົ້ານີ້ ເທວີຄົນງາມ
ອ້າຍຕໍ່າທັງສັກ ຊັບສິນເງິນຄຳ
ຕ້ອງທົນຣະກັມ ເໝືອນຄົນສິ້ນຫວັງ…

3) ນ້ອງລືມລະຕິ ຄືນສຸກສັນ
ຕົ້ນຂາມຄືນນັ້ນ ແສງຈັນກຣະຈ່າງ
ໃຜກອດໃຜຈູບ ລູບໄລ້ນວນນາງ
ໃຜຄໍ່າຄວນຄາງ ບໍ່ລືມບໍ່ເລືອນສັນຍາ…

ອ້າຍຈົນນ້ອງຈຶ່ງລືມ… ນ້ອງລືມເພາະອ້າຍຈົນ…
ອ້າຍຈົນນ້ອງຈຶ່ງລືມ… ນ້ອງລືມເພາະອ້າຍຈົນ…

ໂນຕເພງ “ຄົນທີ່ເຂົາລືມ”
ວິດີໂອໂນຕບັນເລງເພງ “ຄົນທີ່ເຂົາລືມ”

ເພງ “ຍັງຮັກນ້ອງຢູ່”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1963)
ນັກຮ້ອງຕົ້ນສະບັບ : ບຸນທົງ ວົງສາລີ

ວິດີໂອດົນຕຣີບັນເລງເພງ “ຍັງຮັກນ້ອງຢູ່”

1) ບໍ່ເຄີຍບໍ່ເຄີຍ ຮັກໃຜເທົ່ານາງ
ບໍ່ເຄີຍຫາທາງ ເມີນໝາງເຈົ້າເລີຍ
ອ້າຍຍັງຮັກດຽວ ໃຈດຽວເໝືອນເຄີຍ
ຢ່າຟັງຄົນເຢີ້ຍ ເອີ່ຍສິນນິນທາ

2) ບໍ່ເຄີຍບໍ່ເຄີຍ ຄິດລວງລໍ້ກັນ
ບໍ່ເຄີຍເຫຫັນ ສາບານສັນຍາ
ອ້າຍພຽນໄຫວ້ວອນ ຢູ່ທຸກເວລາ
ຢາກໃຫ້ດິນຟ້າ ຊ່ວຍເປັນພະຍານ

• ຍັງຮັກຍັງຮັກ ຍັງຮັກນ້ອງຢູ່
ຄິດເຖິງຍອດຊູ້ ຢູ່ທຸກຄືນວັນ
ຢາກໃຫ້ເປັນຈິງ ເໝືອນດັ່ງຄວາມຝັນ
ຢາກໃຫ້ວິມານ ໂຫຣານສົມປອງ

3) ບໍ່ເຄີຍບໍ່ເຄີຍ ຫຼົງຕົວຫຼົງໃຈ
ບໍ່ເຄີຍຄິດໄປ ໜີໄກເນື້ອທອງ
ອ້າຍຍັງຊື່ຕຣົງ ບໍ່ຫຼົງລືມນ້ອງ
ຢາກເປັນເຈົ້າຂອງ ຢາກຄອງຄູ່ນອນ…

ວິດີໂອໂນຕບັນເລງເພງ “ຍັງຮັກນ້ອງຢູ່”

ເພງ “ໜາວໝອກ”

ເນື້ອຮ້ອງ & ທຳນອງ : ສນອງ ອຸ່ນວົງ & ສ. ບົວລະພັນ (1968)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ໜາວໝອກ”

1) ໜາວໝອກເມືອງເໜືອ ເພື່ອສາວເມືອງໃຕ້
ວັງວຽງສຳຣານເລີງໃຈ ໜາວໃນຊື່ນໄປທຸກແຫ່ງ
ມີສາຍນໍ້າຊອງ ໄຫຼລ່ອງຜ່ານເນີນຫິນແກ່ງ
ໜາວໝອກຊ່າງມາຮ້າຍແຮງ ແຂງໃຈຂາດຄູ່ແອບອິງ

2) ໜາວໝອກປານໃດ ອ້າຍຍັງຄິດວ່າ
ເປັນແດນສຸກສົມອຸຣາ ພະນາແຫ່ງນັ້ນງາມຍິ່ງ
ນົກນ້ອຍງອຍຄຽງ ສົ່ງສຽງອອດອ້ອນສຸກຈິງ
ໜາວໝອກຂາດຄົນແອບອິງ ຂາດຍິງຍິ່ງໜາວຣະທົມ

• ພາບພຶກສາ ມາລາຫຼາກສີ
ເໝືອນແດນສຸຂາວະດີ ຊ່າງງາມເຫຼືອທີ່ຊວນຊົມ
ຊວນໃຈຂ້າ ຝັນຫາໃຝ່ໃຈນິຍົມ
ທັມມະຊາດງາມສົມ ສຸດແສນຊື່ນຊົມປານແດນສວັນ

3) ໜາວໝອກອ້າຍທົນ ບົນເຂົາຢູ່ເຈີ້ຍ
ອາສັຍຖິ່ນພັກຊິດເຊີຍ ບໍ່ເຄີຍຫວັ່ນໄຫວໜາວນັ້ນ
ເພາະຂ້າຍັງມີ ພາຣະໜ້າທີ່ສຳຄັນ
ໜາວໝອກຫຼືຈະມາກັ້ນ ຊີວິດທະຫານຕ້ອງທົນ…

ວິດີໂອໂນຕບັນເລງເພງ “ໜາວໝອກ”

ເພງ “ບຸບຜາລາກ່ອນ”

ເນື້ອຮ້ອງ & ທຳນອງ : ຈອມຄຳ (1970)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ບຸບຜາລາກ່ອນ”

1) ທັ້ງໆທີ່ໃຈ ນ້ອງກໍວ່າຮັກ
ຮັບສມັກຮ່ວມຮັກ ມອບໃຈເປັນທັມ
ແຕ່ດ້ວຍເຫດໃດ ຂວັນໃຈຈຶ່ງມາສ້າງກັມ
ປ່ອຍໃຫ້ອ້າຍຊອກຊໍ້າ ຣະກັມຂື່ນຂົມດວງໃຈ

2) ອ້າຍກໍຍັງເຄີຍ ໄດ້ເອີ່ຍວາຈາ
ວ່າຈະມາ ບູຊາສູ່ຂໍນ້ອງໄປ
ນ້ອງຍິ້ມຈຸມຈີ ຍິນດີຕອບອ້າຍພໍໃຈ
ວັນນຶ່ງອ້າຍຈຳໄດ້ ສັນໃດໜໍລືມອ້າຍລົງ

• ມີອຸປສັກສິ່ງໃດ ໃຜເດສ້າງມາ
ຫຼືຜູ່ໃຫຍ່ຫາ ເຣື່ອງມາແຍກທາງຮັກລົງ
ນ້ອງຄົນດີ ບໍ່ປຣານີອ້າຍກໍຄົງ
ຄວນຄິດພະວົງ ທີ່ໄດ້ຫຼົງສ້າງຮັກຂຶ້ນມາ

3) ບຸບຜາຈອມໃຈ ນ້ອງຊ່າງເສີຍເມີຍ
ບໍ່ນຶກເລີຍກ່ອນເຄີຍ ຮ່ວມຮັກສັນຍາ
ຫຼືວ່າໃຈນ້ອງ ໝາຍປອງລວງໃຫ້ໂສກາ
ບໍ່ນຶກກະຣຸນາ ຈຳລາບຸບຜາຈອມໃຈ…

ວິດີໂອໂນຕບັນເລງເພງ “ບຸບຜາລາກ່ອນ”

ເພງ “ຢ່າຫ່ວງ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ໄຊຊະນະ ທານະດາບຸດ

ວິດີໂອດົນຕຣີບັນເລງເພງ “ຢ່າຫ່ວງ”

1) ຢ່າຫ່ວງຢ່າຫວງ ອ້າຍເລີຍທູນໃຈ
ອ້າຍຕາຍໄປຈາກ ດວງໃຈແລ້ວນີ້
ຈະມາສົນໃຈ ຫ່ວງໃຍອ້າຍຫຍັງເທວີ
ອ້າຍເລວສິ້ນດີ ນ້ອງເຄີຍປຣະນາມ

2) ຢ່າຫ່ວງຢ່າຫວງ ອ້າຍເລີຍດີກວ່າ
ອ້າຍເລວອ້າຍຊົ່ວ ຢ່າມົວຫຼົງຕາມ
ອາດມີມົນທິນ ເກາະກິນນ້ອງເສັຽຄວາມງາມ
ເສັຽຄຸນນະທັມ ຄວາມງາມແຫ່ງໃຈ

• ເຖິງອ້າຍຈະສຸກ ທຸກຄືນຊື່ນຊົມ
ຫຼືຈະຂື່ນຂົມ ເຈັບຊໍ້າເທົ່າໃດ
ຂໍນ້ອງຢ່າຫ່ວງ ອ້າຍເລີຍຈອມໃຈ
ຈົ່ງປ່ອຍອ້າຍໄປ ເມື່ອໃຈບໍ່ປຣາຖນາ

3) ຢ່າຫ່ວງຢ່າຫວງ ອ້າຍເລີຍນາງແກ້ວ
ຂໍເຮົາຈົ່ງແລ້ວ ດັ່ງເຄີຍແລ້ວມາ
ຫາກຈະຟື້ນຄືນ ອາດຈະສູນເສັຽເວລາ
ອ້າຍມັນໄຮ້ຄ່າ ຂໍຢ່າຫ່ວງໃຍ…

ໂນຕເພງ “ຢ່າຫ່ວງ”
ວິດີໂອໂນຕບັນເລງເພງ “ຢ່າຫ່ວງ”

ເພງ “ສິ້ນສຸດກັນທີ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ

ວິດີໂອດົນຕຣີບັນເລງເພງ “ສິ້ນສຸດກັນທີ”

1) ອ້າຍບໍ່ນຶກຝັນ ວ່າຈອມຂວັນ
ຈະແປຜັນ ຄວງຊາຍໃໝ່
ສຸດທີ່ຮັກ ອ້າຍເສົ້າໃຈ
ອ້າຍນ້ອຍໃຈ ສຸດຂື່ນຂົມ

2) ນ້ອງຊ່າງໃຈດຳ ບໍ່ໜ້າທຳ
ໃຫ້ອ້າຍຊໍ້າ ທຸກຣະທົມ
ສຸດທີ່ຮັກ ອ້າຍຕອມຕຣົມ
ສຸດຂື່ນຂົມ ເສົ້າອຸຣາ


3) ອ້າຍບໍ່ນຶກຝັນ ວ່າຈອມຂວັນ
ຈະແປຜັນ ລືມສັນຍາ
ຖ້າບໍ່ຮັກ ບໍ່ເມດຕາ
ບອກອ້າຍມາ ຈະຫຼີກທາງ

4) ສິ້ນສຸດກັນທີ ຕໍ່ແຕ່ນີ້
ຈະຫຼີກໜີ ໃຫ້ໄກຫ່າງ
ຈະບໍ່ຄຶດ ໃຫ້ອຸກອັ່ງ
ຈະຫຼີກທາງ ໃຫ້ດວງໃຈ…

ໂນຕເພງ “ສິ້ນສຸດກັນທີ”
ວິດີໂອໂນຕບັນເລງເພງ “ສິ້ນສຸດກັນທີ”

ເພງ “ໜາວ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ & ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ໜາວ”

(ສອຍຮ່ວມ)
ໜາວ ໜາວ ໜາວ ໜາວລົມຈະຕ້ອງຫົ່ມຜ້າ
ຜູ່ໃດໜາວຟ້າ ໜາວຟ້າຈະຕ້ອງຝີງໄຟ
ໜຸ່ມສາວໜາວໃຈ ເຮັດຈັ່ງໃດຈິເຊົາໜາວເອີຍ

(ຊາຍ)
ສວັສດີນ້ອງສາວ ນ້ອງໜາວໜາວໃຈມາຈັກປີ
ຢ່າອາຍໜ່າຍໜີ ໂປຣດຟັງວະຈີວິທີແກ້ໜາວເອີຍ
ຫາຄູ່ຊູເຊີຍ ແນບຂເນີຍຈະເຫີຍໜາວພລັນ

(ສອຍ)

(ຍິງ)
ສວັສດີອ້າຍເອີຍ ຂໍເຜີຍໜາວມາຕັ້ງເຈັດປີ
ນ້ອງບໍ່ເຄີຍມີ ຜູ່ຫວັງໄມຕຣີຈັກທີກັບນ້ອງເລີຍ
ໃຜຂາດຄູ່ເຊີຍ ຮີບຈອງເລີຍຢ່າປ່ອຍໃຫ້ໜາວຕາຍ

(ສອຍ)

(ຮ່ວມ)
ໜຸ່ມສາວທັງຫຼາຍ ໝັ້ນໝາຍໄວ້ນັ້ນຈົ່ງແຕ່ງງານ
ຢ່າມົວໜາວກັນ ກອດໝອນເພີ້ຝັນເຖິງກັນຫວານຊື່ນເຊີຍ
ຫາຄູ່ເຖີດເອີຍ ຢ່ານອນເສີຍເພື່ອນເອີຍຈະໜາວຕາຍ

(ຮ່ວມ)
ໜາວ ໜາວ ໜາວ ໜາວລົມຈະຕ້ອງຫົ່ມຜ້າ
ຜູ່ໃດໜາວຟ້າ ໜາວຟ້າຈະຕ້ອງຝີງໄຟ
ໜຸ່ມສາວໜາວໃຈ ມີຄູ່ໄວ້ຈິເຊົາໜາວເອີຍ…

ໂນຕເພງ “ໜາວ”
ວິດີໂອໂນຕບັນເລງເພງ “ໜາວ”

ເພງ “ຂາດນາງ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ວົງເດືອນ ວົງພະຈັນ

ວິດີໂອດົນຕຣີບັນເລງເພງ “ຂາດນາງ”

1) ບໍ່ຢາກໄດ້ເງິນ ບໍ່ຢາກໄດ້ທອງ
ແຕ່ຢາກໄດ້ນ້ອງ ມານອນແນບຂ້າງ
ຈະຕີງໄປໃສ ບໍ່ໃຫ້ເຫີນຫ່າງ
ມີອ້າຍມີນາງ ຕລອດເວລາ

2) ຢູ່ດຽວປ່ຽວໃຈ ຜູ່ໃດບໍ່ເຫັນ
ຄໍ່າຄືນເຊົ້າເຢັນ ເໝືອນເປັນຄົນບ້າ
ຂາດຄູ່ຄຽງໝອນ ຍາມນອນນິທຣາ
ຢາກໄດ້ແກ້ວຕາ ມາເປັນເພື່ອນໃຈ

• ຍາມນອນ ກໍນອນບໍ່ຫຼັບ
ຫົວໃຈແລະຕັບ ມັນສັ່ນມັນສາຍ
ຢ້ານໂຊຢ້ານເຈັບ ຢ້ານຕາຍ
ຍ້ອນຢ້ານບໍ່ໄດ້ ສາຍໃຈມາກອດນອນ

3) ບໍ່ຢາກມີເງິນ ບໍ່ຢາກມີຄຳ
ຢາກມີງາມຂຳ ທຸກຍາມເຂົ້າບ່ອນ
ບໍ່ມີເຂົ້າກິນ ບໍ່ເຫັນອາທອນ
ບໍ່ເຄີຍເດືອດຮ້ອນ ເທົ່ານອນຂາດນາງ

ຂາດນາງ…ຂາດນາງ ຂາດນາງ…ຂາດນາງ
ຂາດນາງ…ຂາດນາງ

ໂນຕເພງ “ຂາດນາງ”
ວິດີໂອໂນຕບັນເລງເພງ “ຂາດນາງ”

ເພງ “ຫວນຄິດເຖິງຍາມເຮົາຮັກກັນ”

ເນື້ອຮ້ອງ & ທຳນອງ : ວິລລ້ຽມ ດິດທະວົງສ໌ (1970)
ນັກຮ້ອງຕົ້ນສະບັບ : ວິລລ້ຽມ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ຫວນຄິດເຖິງຍາມເຮົາຮັກກັນ”

1) ມອງ… ມອງນະພາຍາມຟ້າຄໍ່າຄວນ
ຫວນ… ຫວນຄິດເຖິງຍາມເຮົາຮັກກັນ

2) ນ້ອງ… ແນບເອິກອ້າຍເພາະເກງຟ້າລັ່ນ
ຝົນ… ຕົກລົງພໍ່າທຳໃຫ້ສຸກໃຈ

• ແຕ່ມາ ບັດນີ້
ນ້ອງມາໜີ ຫ່າງໄກ
ປ່ອຍຖິ້ມ ອ້າຍໄວ້
ກັບຄວາມ ມືດມົນ

3) ຍາມ… ຝົນຕົກມາຄາໃດໃຈໝົ່ນ
ທົນ… ຄິດເຖິງວັນຜ່ານມາບໍ່ໄຫວ
ທົນ… ຄິດເຖິງວັນຜ່ານມາບໍ່ໄຫວ…

ໂນຕເພງ “ຫວນຄິດເຖິງຍາມເຮົາຮັກກັນ”
ວິດີໂອໂນຕບັນເລງເພງ “ຫວນຄິດເຖິງຍາມເຮົາຮັກກັນ”