ເພງ “ອະດີດລຳລຶກ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1967)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ອະດີດລຳລຶກ”

1) ອະດີດຍັງຝັງ ຍັງຝັງຢູ່ໃນດວງຈິດ
ຍັງເພີ້ຍັງຄິດ ເຖິງຄວາມຫຼັງເຄີຍຜ່ານມາ
ຍັງຮັກຍັງຫຼົງ ຍັງຄົງຕິດຕຣຶງອຸຣາ
ຫົວໃຈຍັງປຣາຖນາ ຢາກເຫັນຢາກມາຢູ່ຮຽງຄຽງຂວັນ

2) ອະດີດຍັງເຕືອນ ຍັງເຕືອນບໍ່ມີວັນໜ່າຍ
ຍັງຄິດຍັງໝາຍ ຫວັງໃຈຕໍ່ສັນຍານັ້ນ
ທີ່ຮັກຄົງຮູ້ ຄົງຮູ້ແກ່ໃຈມານານ
ທີ່ສອງເຮົາແຍກທາງກັນ ດ້ວຍຄວາມກົດດັນຂອງປຣະເພນີ

• ຄົງເປັນເວນກັມ ຊັກນຳດຶງຈ່ອງເຮົາ
ຮັກຈຶ່ງຕ້ອງເສົ້າ ເຜົາທາງຮັກເປັນທຸລີ
ໂທ້! ກາມເທບ ໃຈຮ້າຍບໍ່ຄິດປຣານີ
ຮັກກັນໝັ້ນຢູ່ດີໆ ຍັງມີແນວທາງແຍກກັນ

3) ອະດີດຄວາມຮັກ ຄວາມຮັກເຮົານັ້ນຍັງຢູ່
ຍັງຮັກຍອດຊູ້ ຄູ່ແລ້ວຄາດແຄ້ວຈາກກັນ
ຢ່າລືມຢ່າລືມ ຢ່າລືມຄວາມຫຼັງກ່ອນນັ້ນ
ຮັກຍັງຄົງຢູ່ທຸກວັນ ຮັກຈົນເຖິງວັນ ວັນຈະສິ້ນໃຈ…

ໂນຕເພງ “ອະດີດລຳລຶກ”
ວິດີໂອໂນຕບັນເລງເພງ “ອະດີດລຳລຶກ”