ເພງ “ຢາດນໍ້າທານຮັກ”

ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ & ສິລປ໌ ເມືອງໃຕ້ & ພົມມະ ພິມມະສອນ (1965)
ນັກຮ້ອງຕົ້ນສະບັບ : ຈັນສມອນ ສິນບັນດິດ

ວິດີໂອດົນຕຣີບັນເລງເພງ “ຢາດນໍ້າທານຮັກ”

1) ຢາດນໍ້າທານຮັກ ໃຫ້ອ້າຍສົມຫວັງ
ຕັດໃຈຫຼີກທາງ ໃຫ້ອ້າຍເປັນສຸກ
ນ້ອງຍອມຊອກຊໍ້າ ຍອມຣະກຳທົນທຸກ
ພຽງອ້າຍເປັນສຸກ ນ້ອງກໍຊື່ນໃຈ

2) ຢາດນໍ້າທານຮັກ ຫັກໃຈອຳລາ
ໂຊກດີເຖີດໜາ ຂວັນຕາຂວັນໃຈ
ສິ້ນກັນເທົ່ານີ້ ຢ່າໄດ້ມີເຍື່ອໃຍ
ຈະຊໍ້າພຽງໃດ ນ້ອງກໍຈະທົນ

• ຈົ່ງລືມ ເຖີດອ້າຍ
ຢ່າອາລັຍ ຫ່ວງໃຍຣຶທັຍຈະໝົ່ນ
ເພາະຟ້າລິຂິດ ຊີວິດບັນດົນ
ໃຫ້ເຮົາສອງຄົນ ຈຳຕ້ອງຈາກກັນ

3) ຢາດນໍ້າທານຮັກ ດ້ວຍໃຈຍັງຄິດ
ມາດແມ່ນຊີວິດ ນ້ອງຈະຈາບັນ
ຖ້າຊາດໜ້າມີ ຢ່າໄດ້ມີໃຜພານ
ວອນຟ້າສວັນ ນັ້ນຈົ່ງເມດຕາ…

ໂນຕເພງ “ຢາດນໍ້າທານຮັກ”
ວິດີໂອໂນຕບັນເລງເພງ “ຢາດນໍ້າທານຮັກ”