ເພງ “ຢາກເປັນໂຈນ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (19??)
ນັກຮ້ອງຕົ້ນສະບັບ : ວົງເດືອນ ວົງພະຈັນ

ວິດີໂອດົນຕຣີບັນເລງເພງ “ຢາກເປັນໂຈນ”
1) ໂອ້ແມ່ນາງຊ່າງງາມໂສພາ
ເຈົ້າຫຼົງຟ້າມາຫຼືວ່າຫົນໃດ
ຈາກບ່ອນນັ້ນເຈົ້າມາກັບໃຜ
ຊ່າງງາມວິໄລຈິດໃຈໃຝ່ຝັນ
 
2) ໄດ້ພົບຍິງມາຫຼາຍລ້ານຄົນ
ບໍ່ຄືໜ້າມົນບໍ່ທຽບທຽມທັນ
ເຈົ້າຄົງລົງມາຈາກສວັນ
ຜ່ອງສີໂສພັນເຫັນກັນເທື່ອດຽວ
 
• ແມ່ນນ້ອງສາວຂາດຄູ່ຄຽງຢ່າອຳຢ່າອຽງ
ຢ່າອາຍອື້ອຶງໃຫ້ແລຫຼຽວ
ອ້າຍຍ່າງມາກິນລົມຜູ່ດຽວປ່ຽວໃຈສຸດເຫງົາ
ພໍເຫັນໜ້າເຈົ້າກໍຊື່ນໃຈ
 
3) ຢາກຈະເປັນຂຸນໂຈນປຸ້ນໜັກ
ປຸ້ນກາຍປຸ້ນຮັກປຸ້ນເອົາຫົວໃຈ
ປຸ້ນເອົາຕົວແມ່ນາງດັ່ງໝາຍ
ປຸ້ນໄປແນບກາຍແກ້ໜາວກອດນອນ…
 
ໂນຕເພງ “ຢາກເປັນໂຈນ”
ໂນຕເພງ “ຢາກເປັນໂຈນ” ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (19??) ນັກຮ້ອງຕົ້ນສະບັບ : ວົງເດືອນ ວົງພະຈັນ
ວິດີໂອໂນຕບັນເລງເພງ “ຢາກເປັນໂຈນ”
ທົດລອງປະກອບສຽງຮ້ອງຂອງ ທ່ານ ວົງເດືອນ ວົງພະຈັນ…

ເພງ “ແບ່ງຮັກແບ່ງໃຈ”

ເນື້ອຮ້ອງ & ທຳນອງ : …?… (~1970) ?
ນັກຮ້ອງຕົ້ນສະບັບ : ເພັດສມອນ

ວິດີໂອດົນຕຣີບັນເລງເພງ “ແບ່ງຮັກແບ່ງໃຈ”

1) ໃຜຜິດໃຜພານ ຂໍວານຈົ່ງບອກ
ຢ່າທຳປີ້ນປອກ ຫວານນອກຂົມໃນ
ຢ່າແບ່ງຄວາມຮັກ ໃຫ້ເປັນສອງ
ແບ່ງໃຈໄວ້ຄອງ ຊາຍໃໝ່
ໃຜຜິດສິ່ງໃດ ສິ່ງໃດ ສິ່ງໃດກັນໜາ

2) ນ້ອງເກັບນ້ອງອຳ ຝືນທຳພານກໍ່
ວ່າໃຈຕັ້ງຕໍ່ ແລ້ວບໍ່ຫົວຊາ
ບອກວ່າໃຈຮັກ ບໍ່ໜ່າຍໜີ
ແຕ່ໃຈແລ້ວມີ ຫຼາຍທ່າ
ດ້ວຍເຈຕະນາ ຫຼືໃດ ຫຼືໃດ ຫຼືໃດ

• ໃຈຊາຍໃຈຍິງ ກໍຄົງເໝືອນກັນ
ຮູ້ຈັກກັບຄວາມໂສກສັນ ເມື່ອມັນນັ້ນມີທຸກຝ່າຍ
ຫາກເປັນນ້ອງ ຄົງເໝືອນກັນຈົນໄດ້
ຫງອຍເຫງົາໂສກເສົ້າ ເສັຽໃຈຕໍ່ວ່າຕໍ່ຂານ…

3) ຂໍຢ່າຝືນໃຈ ຝືນໃນຮັກຕໍ່
ກຽດຊັງແລ້ວກໍ ຂໍບອກເຖິງກັນ
ຢ່າແບ່ງໃຈຄິດ ເພື່ອຄວາມຫວັງ
ແບ່ງຄວາມຮັກນາງ ເລີຍນັ້ນ
ຢ່າກຽດຊັງກັນ ຂໍນຳ ຂໍນຳ​ ຂໍນຳ…

 
ໂນຕເພງ “ແບ່ງຮັກແບ່ງໃຈ”
ໂນຕເພງ “ແບ່ງຮັກແບ່ງໃຈ” ເນື້ອຮ້ອງ & ທຳນອງ : …?… (~1970) ? ນັກຮ້ອງຕົ້ນສະບັບ : ເພັດສມອນ
ວິດີໂອໂນຕບັນເລງເພງ “ແບ່ງຮັກແບ່ງໃຈ”

ເພງ “ສຸດທີ່ຮັກ”

ເນື້ອຮ້ອງ & ທຳນອງ : ເພັດສມອນ (~1973) ?
ນັກຮ້ອງຕົ້ນສະບັບ : ເພັດສມອນ

ວິດີໂອດົນຕຣີບັນເລງເພງ “ສຸດທີ່ຮັກ”
1) ນ້ອງສຸດທີ່ຮັກ ຊຶ່ງອ້າຍໝາຍປອງ
ຫວັງຢູ່ຄຽງສອງປຣະຄອງຮັກສຸດຫົວໃຈ
ແມ່ນຍິງອື່ນໝື່ນແສນມາກມີທົ່ວໄປ
ບໍ່ເຄີຍຄິດຈະສົນໃຈນອກໄປຈາກນ້ອງຄົນດີ
 
2) ແມ່ນຫ່າງນວນນ້ອງ ດັ່ງໄຟເຜົາຊວງ
ຮັກແລະເຝົ້າຫວງເປັນຫ່ວງທຸກຖ້ຽວນາທີ
ຫວັງເປັນຄູ່ຢູ່ຄຽງນ້ອງເຈົ້າຢ່າງນີ້
ບໍ່ເຄີຍຄິດຈະໜ່າຍໜີເມີນໝາງໃຫ້ເຈົ້າໝົ່ນໝອງ
 
• ຫາກດວງດາວ ຍັງຄູ່ນະພາ
ຈະຮັກແກ້ວຕາຈົນດາຣາສິ້ນແສງໃສສ່ອງ
ຫາກຊາດນີ້ອ້າຍຕ້ອງຜິດຫວັງຈາກນ້ອງ
ຊີວິດຄົງໝົ່ນໝອງມືດໝົ່ນຈົນສິ້ນຊີວາ
 
3) ນ້ອງສຸດທີ່ຮັກ ໂປຣດຈົ່ງເຫັນໃຈ
ອ້າຍບໍ່ເຄີຍຮັກຜູ່ໃດນອກຈາກແກ້ວຕາ
ຂໍເຈົ້າຢ່າຈືດຈາງແລະລືມສັນຍາ
ອ້າຍມີນ້ອງນີ້ລະໜາທີ່ຮ້ອງວ່າສຸດທີ່ຮັກ…
 
ໂນຕເພງ “ສຸດທີ່ຮັກ”
ໂນຕເພງ “ສຸດທີ່ຮັກ” ເນື້ອຮ້ອງ & ທຳນອງ : ເພັດສມອນ (~1973) ? ນັກຮ້ອງຕົ້ນສະບັບ : ເພັດສມອນ
ວິດີໂອໂນຕບັນເລງເພງ “ສຸດທີ່ຮັກ”

ເພງ “ແບ່ງປັນມາ”

ເນື້ອຮ້ອງ & ທຳນອງ : ສົມລິດ ອ້ວນສວັດດີ (~2014)
ສະບັບຮ້ອງໂດຍ : ປ. ຕຣີຈັນທຣ໌

ວິດີໂອດົນຕຣີບັນເລງເພງ “ແບ່ງປັນມາ”

1) ຄັ້ງນຶ່ງນ້ອງ ເຄີຍທຳ ອ້າຍຊໍ້າຈິດ
ອ້າຍບໍ່ຄິດ ຂຸ່ນເຄືອງ ເຣື່ອງຜ່ານມາ
ກໍຍັງຮັກ ນ້ອງຢູ່ ຄູ່ຊີວາ
ຮັກຂວັນຕາ ຈອມໃຈ ດ້ວຍໄມຕຣີ

2) ມີແຕ່ຄວາມ ງຽບເຫງົາ ທົນເສົ້າໂສກ
ນີ້ໜໍໂຊກ ບໍ່ເມຕຕາ ຫຼົບໜ້າໜີ
ມີແຕ່ທຸກ ໂສກສັນ ຜານຊີວີ
ອີກຈັກປີ ຈຶ່ງຈະພົ້ນ ໝົ່ນໝອງໃຈ

• ເຄີຍສັນຍາ ວ່າຮັກນັ້ນ ນິຣັນແນ່
ບໍ່ຜັນແປ ຄົງໝັ້ນ ຝັນສົດໃສ
ອ້າຍຫຼົງປັ້ນ ວິມານ ອັນວິໄລ
ແຕ່ບໍ່ໄດ້ ຄວາມຈິງແທ້ ພຽງແຕ່ເງົາ

4) ຫາກແມ່ນນ້ອງ ສິ້ນທາງ ສ້າງຊີວີດ
ຮັກເປັນພິດ ຂາດສຸກ ທົນທຸກເສົ້າ
ຈົ່ງຄະນຶງ ເຖິງອ້າຍ ໝາຍແບ່ງເບົາ
ຈະຮັບເອົາ ທຸກໂສກນັ້ນ ແບ່ງປັນມາ…

 
ໂນຕເພງ “ແບ່ງປັນມາ”
ໂນຕເພງ “ແບ່ງປັນມາ” ເນື້ອຮ້ອງ & ທຳນອງ : ສົມລິດ ອ້ວນສວັດດີ (~2014) ສະບັບຮ້ອງໂດຍ : ປ. ຕຣີຈັນທຣ໌
ວິດີໂອໂນຕບັນເລງເພງ “ແບ່ງປັນມາ”

ເພງ “ເທວີສວັນ”

ເນື້ອຮ້ອງ & ທຳນອງ : ກົງສວາດ ສຸດທິພົງ (~1980)
ນັກຮ້ອງຕົ້ນສະບັບ : ກົງສວາດ ສຸດທິພົງ

ວິດີໂອດົນຕຣີບັນເລງເພງ “ເທວີສວັນ”
1) ບໍ່ເຄີຍໄດ້ພົບໄດ້ເຫັນ ນ້ອງເປັນທິດາຜູ່ໃດ
ຍິ່ງເບິ່ງຍິ່ງງາມຍິ່ງສວຍ ຄົນສວຍມີຄູ່ຫຼືໃດ
ຢາກຖາມຢາກເວົ້າຄຸຍນຳ
ຫົວໃຈຕື້ນຕັນຫຼົງຮັກນວນນ້ອງ
 
2) ເຝົ້າແຕ່ມອງ ນ້ອງຢູ່ທຸກຍາມ
ນ້ອງສວຍງາມທຸກເຊົ້າທຸກແລງ
ຢາກຈະໄດ້ຂວັນແພງມາຟ້ອນລຳວົງ
ຢາກຈະໄດ້ຂວັນແພງມາຟ້ອນລຳວົງ…
 
3) ຕິດອົກຕິດໃຈອ້າຍຫຼາຍ ງາມຫຼາຍງາມໝົດທຸກສິ່ງ
ອ້າຍມັກຮັກນ້ອງອີ່ຫຼີປຣານີນ້ອງຢ່າແໜງໜ່າຍ
ຫາກແມ່ນຫາກນ້ອງເຫັນໃຈ
ຈະເທີດທູນໄວ້ບໍ່ຂໍລືມຫຼົງ
 
4) ມາເຖີດນ້ອງ ມາຟ້ອນລຳວົງ
ຟ້ອນລຳວົງເພື່ອຄອງສຸກສົມ
ໃຫ້ຮັກເຮົາສູງສົ່ງໃນຈັງຫວະລຳວົງ
ໃຫ້ຮັກເຮົາສູງສົ່ງໃນຈັງຫວະລຳວົງ…
 
ໂນຕເພງ “ເທວີສວັນ”
ໂນຕເພງ “ເທວີສວັນ” ເນື້ອຮ້ອງ & ທຳນອງ : ກົງສວາດ ສຸດທິພົງ (~1980) ນັກຮ້ອງຕົ້ນສະບັບ : ກົງສວາດ ສຸດທິພົງ
ວິດີໂອໂນຕບັນເລງເພງ “ເທວີສວັນ”

ເພງ “ລາວຢີ”

ເນື້ອຮ້ອງ & ທຳນອງ : ທອງດີ ສຸນທອນວິຈິດ (~1950)
ສະບັບຮ້ອງໂດຍ : ກົງສວາດ ສຸດທິພົງ (1980)

ວິດີໂອດົນຕຣີບັນເລງເພງ “ລາວຢີ”
1) ລາວຢີ ເປັນນັກກະວີ
ຈາກເມືອງຈີນຫຼົບໜີໜີພາກບ້ານເມືອງມາ
ລາວຢີເວົ້າພາສານົກ (ຊໍ້າ)
ເມື່ອຮຽນຮູ້ກັບອົກແລ້ວແຕ່ງຕົກເປັນກອນ…
 
2) ເປັນກອນ ຖາວອນລຳໄດ້ (ຊໍ້າ)
ແຕ່ງຈາກນົກໃນໄພໄປລີ້ລຳຢູ່ດ່ຽວ
ຈິຈ້ຽວ ໆ ໆລູກເມັຽໃຈລ້ຽວເຂົາໄລລາຄູ່
ຈິຈູ້ ໆ ໆເຂົາໄປເຊີງຊູ້ນັບວ່າເປັນຕົວຊວຍ…
 
3) ໂລກອ່ວຍ ຊ່າງອຳນວຍພັຍ (ຊໍ້າ)
ຣະທົມດວງໃຈເສົ້າຢູ່ໃນທຳນອງດຽວ
ທຳນອງດຽວແປວ່າເມັຽອົ້ວລ້ຽວ (ຊໍ້າ)
ໜີໄປຊົມຊາຍປ່ຽວແລ້ວປ່ອຍອົ້ວຢູ່ດຽວ
ແລ້ວປ່ອຍອົ້ວຢູ່ດຽວ…
 
ໂນຕເພງ “ລາວຢີ”
ໂນຕເພງ “ລາວຢີ” ເນື້ອຮ້ອງ & ທຳນອງ : ທອງດີ ສຸນທອນວິຈິດ (~1950) ສະບັບຮ້ອງໂດຍ : ກົງສວາດ ສຸດທິພົງ (1980)
ວິດີໂອໂນຕບັນເລງເພງ “ລາວຢີ”

ເພງ “ແມງພູ່”

ເນື້ອຮ້ອງ & ທຳນອງ : ທອງດີ ສຸນທອນວິຈິດ (~1945)
ສະບັບຮ້ອງໂດຍ : ສຸມຸນທາ ສີຣິມະໂນທັມ (1978)

ວິດີໂອດົນຕຣີບັນເລງເພງ “ແມງພູ່”
1) ຍາມເຊົ້າຕູ່ ແມງພູ່ຈະບິນໄປໃສ
ຕາວັນນັ້ນຢູ່ຫ່າງໄກ
ຍັງບໍ່ເຫຼື້ອມໃສໄຫຼລ່ວງທາງທຽວ
ຫຼຽວແລດວງ ຫຼາກໄມ້ໃບຂຽວ
ໜ່ຽວໃຈໃຝ່ຝັນຝັນເອົາຊວງມາຄອຍໃກ້…
 
2) ຫອມດອກໄມ້ ກິ່ນຣົສໂຊຍມາ
ຕາວັນຍັງມົວຈັບຂົ້ວກິ່ງໃບ
ສາຍໃຈຂ້ອຍຄະນຶງນຳ
ສເນເຄີຍລ້ຳຈະມາຫຼືໃດ
ຈະມາຫຼືໃດ ຈະມາຫຼືໃດ…
 
ໂນຕເພງ “ແມງພູ່” ເນື້ອຮ້ອງ & ທຳນອງ : ທອງດີ ສຸນທອນວິຈິດ (~1945) ສະບັບສຽງຮ້ອງຂອງ : ສຸມຸນທາ ສີຣິມະໂນທັມ
ວິດີໂອໂນຕບັນເລງເພງ “ແມງພູ່”

ເພງ “ສວັສດີນ້ອງສາວ”

ເນື້ອຮ້ອງ & ທຳນອງ : ສິສຸພັນ ຈູມມະນີວົງສ໌ & ຄຳຫຼ້າ ໜໍ່ແກ້ວ (1962)
ນັກຮ້ອງຕົ້ນສະບັບ : ກົງທອງ ສຸດທິພົງ

ວິດີໂອດົນຕຣີບັນເລງເພງ “ສວັສດີນ້ອງສາວ”
1) ສວັສດີນ້ອງສາວ        ເນື້ອຂາວງາມຜ່ອງພັນ
ດັ່ງສວັນລົງມາແຕ່ງ       ແສງຕາຫວານຜ່ານໄປ
ແສງຕາຫວານຜ່ານມາພາໃຫ້ອ້າຍຝັນລະເມີ
ເຊີນນ້ອງສາວເຂົ້າມາເຊີນນ້ອງສາວເຂົ້າມາ
ຈົ່ງຢ່າໄດ້ລະອາຍ        ຈົ່ງຢ່າໄດ້ແໜງໜ່າຍ
ເຊີນເຂົ້າມາລຳວົງ        ໃຫ້ມ່ວນຊື່ນອຸຣາ…
 
 
2) ຍາມນ້ອງມາຟ້ອນລຳ ງາມແສນງາມໜັກໜາ
ດັ່ງນາງຟ້າມາລຳວົງ        ຄົງບໍ່ມີເຈົ້າຂອງ
        ທີ່ໝາຍປອງເຝົ້າຫວງ ຢູ່ໃນຊວງດວງຣຶທັຍ
ເຊີນນ້ອງສາວເຂົ້າມາເຊີນນ້ອງສາວເຂົ້າມາ
ຈົ່ງຢ່າໄດ້ລະອາຍ        ຈົ່ງຢ່າໄດ້ແໜງໜ່າຍ
* ເພື່ອຜ່ອນຄາຍຫາຍເສົ້າ ໃຫ້ເຮົາຊື່ນອຸຣາ…
 
Coda :   ເຊີນເຂົ້າມາລຳວົງ ໃຫ້ມ່ວນຊື່ນອຸຣາ…
 
ໂນຕເພງ “ສວັສດີນ້ອງສາວ”
ໂນຕເພງ “ສວັສດີນ້ອງສາວ” ເນື້ອຮ້ອງ & ທຳນອງ : ສິສຸພັນ ຈູມມະນີວົງສ໌ & ຄຳຫຼ້າ ໜໍ່ແກ້ວ ນັກຮ້ອງຕົ້ນສະບັບ : ກົງທອງ ສຸດທິພົງ (1962)
ວິດີໂອໂນຕບັນເລງເພງ “ສວັສດີນ້ອງສາວ”

ເພງ “ແຂ້ນ້ອຍ”

ເນື້ອຮ້ອງ & ທຳນອງ : ຜາຍ ເມືອງຈັນ & ທອງດີ ສຸນທອນວິຈິດ (~1945)
ນັກຮ້ອງຕົ້ນສະບັບ : ບຸນຄົງ ປຣະດີຈິດ

ວິດີໂອດົນຕຣີບັນເລງເພງ “ແຂ້ນ້ອຍ”
1) ແຂ້ນ້ອຍ ລອຍໄປລອຍມາ (ຊໍ້າ)
ລວງເອົາປາເປັນມິດ ຄໍ່າຄວນຄໍ່າຄິດກິນປາ
ແຂ້ນ້ອຍ ລອຍໄປລອຍມາ
ລວງມັດສາມາສູ່ ແຕ່ດູເຂົາຮູ້ໂຄງລວງ
ພໍດີປາຕວງ ກັບລວງເອົາຕົວແຂ້ນ້ອຍ
ມາຢ້ຽມກ້ອຍປາກ່ອນ ແລ້ວປາຈະຈອນໄປຕາມ
ແຂ້ນ້ອຍ ສ່ວນພອຍຕົວງາມ
ພະຍາຍາມເດີນສູ່ ທີ່ພັກທີ່ຢູ່ຂອງປາ…
 
2) ບໍ່ຄຳນຶງຫາວ່າ ຈະມີໂພຍພັຍ (ຊໍ້າ)
ພໍລຸຍຕົວໄປໃນຈັ່ນ ປະຕູກໍລັ່ນຕົກທັບ
ແຂ້ນ້ອຍ ອາພັບອັບອາຍ
ເມື່ອແຂ້ຮູ້ອຸບາຍ ມັດສາກໍກາຍລອດປ່ອງ
ເມື່ອນັ້ນຕາດີ ເດີນຈ່ອງມອງຈອນ (ຊໍ້າ)
ຢ່ອງເອົາຄ້ອນມາທຸບ ຕລຸບທຸບທັບຕົວພອຍ
ແຂ້ນ້ອຍຕາຍຍ້ອຍຕາຍຍັບ ຕາຍເພາະຖືກທຸບທັບ
ຕາຍແລ້ວຈະກັບເກີດໃໝ່ ຕາຍແລ້ວຈະໄລ່ເວນນາ…
 
ໂນຕເພງ “ແຂ້ນ້ອຍ”
ໂນຕເພງ “ແຂ້ນ້ອຍ” ເນື້ອຮ້ອງ & ທຳນອງ : ຜາຍ ເມືອງຈັນ & ທອງດີ ສຸນທອນວິຈິດ (~1945) ນັກຮ້ອງຕົ້ນສະບັບ : ບຸນຄົງ ປຣະດີຈິດ
ວິດີໂອໂນຕບັນເລງເພງ “ແຂ້ນ້ອຍ”

ເພງ “ໝາກກະລ໊ອກ”

ເນື້ອຮ້ອງ & ທຳນອງ : ຄຳແພງ ຈຸນລະມະນີ & ສ. ມະນີແສງ (1970)
ນັກຮ້ອງຕົ້ນສະບັບ : ກ. ແກ້ວກໍ່າພ້າ

ວິດີໂອດົນຕຣີບັນເລງເພງ “ໝາກກະລ໊ອກ”
1) ໝາກກະລ໊ອກ ກອກເງິນຂ້ອຍຈົນໝົດ
ຕ້ອງມານັ່ງອົດກິນເຂົ້າກັບເກືອ
ເງິນເດືອນອອກເຫຼັ້ນໝາກກະລ໊ອກຈົນບໍ່ມີເຫຼືອ
ມານັ່ງເຮັດໜ້າບານທີ່ເສັຽເງິນຫຼາຍ
 
2) ໝາກກະລ໊ອກ ສຽງມັນດັງສນັ່ນ
ເຈົ້າມືເຂົາສັ່ນສຽງບາດຫົວໃຈ
ເຈົ້າມືຫຼອກເຈົ້າມືເຂົາຕົ້ມເອົາຕາໃສໆ
ມັນກໍອົດບໍ່ໄດ້ເສັຽເງິນໄປຢາກໄດ້ຄືນມາ
 
• ລົງຕໍ່າມັນກໍໄປອອກສູງ ລົງກັນໃຫ້ຫຍຸ້ງ
ລົງແຕ້ມສິບສີ່ສິບຫ້າພໍເຈົ້າມືເປີດ
“ຮ້ອຍ…ຍີ່ສາມລົກສັບຍັດຕິມ ຫັກເພັ້ງປາດວ່ານເກົາໄຕຢາດ”
ສອງສາມຫົກເຕັມຕາມາຊວຍແທ້ໜາເຈົ້າມືກໍກິນໄປ
 
3) ກັບເມືອບ້ານ ນອນກ່າຍໜ້າຜາກ
ຍ້ອນຄວາມໂລບມາກຈຶ່ງຕ້ອງເສັຽໃຈ
ເມືອຮອດບ້ານເມັຽກໍຍັງດ່າຍັງຈົ່ມບໍ່ຫາຍ
ຂໍເຕືອນທ່ານທັງຫຼາຍຢ່າໄດ້ໄປໃກ້ມັນອີກເລີຍ…
 
ໂນຕເພງ “ໝາກກະລ໊ອກ”
ໂນຕເພງ “ໝາກກະລ໊ອກ” ເນື້ອຮ້ອງ & ທຳນອງ : ຄຳແພງ ຈຸນລະມະນີ & ສ. ມະນີແສງ (1970) ນັກຮ້ອງຕົ້ນສະບັບ : ກ. ແກ້ວກໍ່າພ້າ
ວິດີໂອໂນຕບັນເລງເພງ “ໝາກກະລ໊ອກ”