ເພງ “ຢ່າຄິດຫວັ່ນໄຫວ”

ເນື້ອຮ້ອງ & ທຳນອງ : …?… (~1970)
ນັກຮ້ອງຕົ້ນສະບັບ : ຊຳນານ ຈົ່ງຮັກ

ວິດີໂອດົນຕຣີບັນເລງເພງ “ຢ່າຄິດຫວັ່ນໄຫວ”

1) ຢ່າຄິດໂສກສັນ ເຖິງຄົນຮັກເຮົານອກໃຈ
ຢ່າຄິດອ່ອນໄຫວ ໃຫ້ໃຈເຮົາຮ້ອນເຕັມທົນ
ຢ່າຄິດ ວ່າຍິງມີພຽງນຶ່ງຄົນ
ທົ່ວໂລກມາກລົ້ນ ຍັງມີຜູ່ຍິງຖົມໄປ

2) ຢ່າຄິດຝັນເພີ້ ລະເມີເຣື່ອງຄົນແຍກຄອນ
ຢ່າຄິດສະທ້ອນ ອາວອນຮ້ອງໄຫ້
ເຖິງເຂົາ ຈະລືມເຖິງເຂົາປ່ຽນໃຈ
ຈົ່ງປ່ອຍເຂົາໄປ ຢ່າໄດ້ມົວຫຼົງຕິດຕາມ

• ຢ່າຄິດ ຢ່າຄິດໃຫ້ໃຈນັ້ນຕື່ນ
ໃຫ້ໃຈສະອຶ້ນ ຂືນໃນຄວາມຊັງ
ເພາະໂລກມັນໜຸນ ມັນວຽນທຸກຍາມ
ບາງທີເຂົາຕາມ ຄືນມາງໍ້ເຮົາ

3) ຢ່າຄິດແປຜັນ ເຖິງເຂົາລືມເຮົາກໍຕາມ
ຈົ່ງພະຍາຍາມ ຫ້າມຫົວໃຈເອົາ
ຢ່າເປັນ ຄົນເສີ້ລະເມີຫ່ວງເຂົາ
ໄດ້ແຕ່ຫຼົງເຝົ້າ ມົວເມົາຮັກເຂົາຂ້າງດຽວ…

ໂນຕເພງ “ຢ່າຄິດຫວັ່ນໄຫວ”
ວິດີໂອໂນຕບັນເລງເພງ “ຢ່າຄິດຫວັ່ນໄຫວ”

ເພງ “ຄຳສາບຍິງເສົ້າ”

ເນື້ອຮ້ອງ & ທຳນອງ : ສິລ ເມືອງໃຕ້ (1969)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ

ວິດີໂອດົນຕຣີບັນເລງເພງ “ຄຳສາບຍິງເສົ້າ”

1) ຢາດນໍ້າຕາ ໄຫຼນອງດັ່ງນໍ້າລົ້ນຝັ່ງ
ເມື່ອຄວາມຫວັງ ມາສູນສິ້ນຈາກອຸຣາ
ຄົນ ຮັກເມີນໜີໜ້າ
ສັດທາ ຮັກມາສລາຍ

2) ສິ້ນຮັກລົງ ເໝືອນດັ່ງຖືກເພີງເຜົາໄໝ້
ສຸມສຽບໃຈ ຄິດໄປແສນເສົ້າທະວີ
ຄອງ ຮັກມາຫຼາຍປີ
ແລ້ວຍໍ່າຍີ ຫົວໃຈແຫຼກລານ

• ຄົງເຫັນໃຈຍິງ ເປັນສນາມອາຣົມ
ຈຶ່ງຂ້າຈຶ່ງຂົ່ມ ຈຶ່ງທຳໃຫ້ຂົມດວງມານ
ຫຼິ້ນເກມຮັກສັບສົນ ຊອກຊ້ອນຫຼາຍອັນ
ສນາມໃຈສະທ້ານ ສັ່ນສລາຍແຕກເພ

3) ສາບຮັກຊາຍ ເຖິງຕາຍຈະທົນວ້າເຫວ່
ອົກຈະເພ ບໍ່ຂໍໝາຍປຣາຖນາ
ຂໍ ສາບານໄວ້ວ່າ
ບໍ່ນຳພາ ກັບຄວາມຮັກເອີຍ…

ໂນຕເພງ “ຄຳສາບຍິງເສົ້າ”
ວິດີໂອໂນຕບັນເລງເພງ “ຄຳສາບຍິງເສົ້າ”

ເພງ “ຍິ້ມສເມີ”

ເນື້ອຮ້ອງ & ທຳນອງ : ອະນຸສັກ ທັມມະວົງສາ (~1976)
ນັກຮ້ອງຕົ້ນສະບັບ : ສຸນທະຣາ ແກ້ວ

ວິດີໂອດົນຕຣີບັນເລງເພງ “ຍິ້ມສເມີ”

1) ຍິ້ມສເມີ ເມື່ອເຫັນນ້ອງມີຮັກໃໝ່
ຍິ້ມສເມີ ຍິ້ມສົ່ງດ້ວຍໃຈພັກດີ
ອ້າຍຍິ້ມສເມີ ເມື່ອເຫັນນ້ອງນາງສຸຂີ
ເມື່ອເຫັນເທວີ ສຸຂີກັບຄົນຮັກໃໝ່

2) ຍິ້ມສເມີ ເມື່ອນ້ອງລືມອ້າຍໄດ້ລົງ
ຍິ້ມສເມີ ຍິ້ມບົ່ງເຖິງຄວາມຊໍ້າໃຈ
ອ້າຍຍິ້ມສເມີ ຍິ້ມກັນນໍ້າຕາເອົາໄວ້
ຍິ້ມຢ່າງຈົນໃຈ ສຸດອາລັຍໃນວາສນາ

• ຝືນ ຍິ້ມຢູ່ທຸກທີ
ທັ້ງທີ່ອ້າຍນີ້ ແສນປວດອຸຣາ
ຍິ້ມເພື່ອນ້ອງ ສລອງສາວແບບເງິນຕຣາ
ອ້າຍຍິ້ມເຢີ້ຍຟ້າ ເມື່ອເຫັນຮັກມາໜີໄກ

3) ຍິ້ມສເມີ ອ້າຍຍິ້ມເພື່ອນ້ອງນາງດຽວ
ຍິ້ມສເມີ ຍິ້ມປ່ຽວຂາດຄົນສົນໃຈ
ອ້າຍຍິ້ມສເມີ ຝືນຍິ້ມເມື່ອຕົນປຣາຊັຍ
ຍິ້ມຢ່າງຈົນໃຈ ເພາະນາງລືມໄດ້ລົງຄໍ…

ໂນຕເພງ “ຍິ້ມສເມີ”
ວິດີໂອໂນຕບັນເລງເພງ “ຍິ້ມສເມີ”

ເພງ “ຢູ່ໄປເຮັດຫຍັງ”

ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ & ໂພ ຄຸຜ່ອງສີ (1968)
ນັກຮ້ອງຕົ້ນສະບັບ : ຄຳເພັຊ ສວັດດີ

ວິດີໂອດົນຕຣີບັນເລງເພງ “ຢູ່ໄປເຮັດຫຍັງ”

1) ຢູ່ໄປເຮັດຫຍັງ ຄົນຮັກເຂົາຊັງນໍ້າໜ້າ
ຢູ່ໄປເຮັດຫຍັງ ໃຫ້ຄົນຕິສິນນິນທາ
ໂລກນີ້ກວ້າງໃຫຍ່ ຈະໄປໃຫ້ສຸດສາຍຕາ
ຫຼີກຄຳນິນທາ ຫຼີກວາຈາສຽດສີເຈັບໃຈ

2) ຢູ່ໄປເຮັດຫຍັງ ຄົນຮັກຫັນຫຼັງໃຫ້ເຮົາ
ຢູ່ໄປເຮັດຫຍັງ ໃຫ້ເຂົາດ່າວ່າທຳລາຍ
ຂໍຕາຍດາບໜ້າ ບໍ່ມາໃຫ້ເຈັບຊໍ້າໃຈ
ຫຼີກທາງຫ່າງໄກ ຜູ່ຊາຍຫຼາຍໃຈບໍ່ປຣາຖນາ

• ຈະສແວງ ຊອກຊອນຫາຊາຍໃຈຊື່
ທີ່ເຂົາລື ວ່າເດັ່ນແລະສງ່າ
ເອົາມາປະດັບ ປະທັບໄວ້ໃນອຸຣາ
ກໍຍັງດີກວ່າ ທົນຢູ່ກັບຊາຍລໍ້ລວງ

3) ຢູ່ໄປເຮັດຫຍັງ ຄວາມຮັກເຮົາພັງສູນສິ້ນ
ຢູ່ໄປເຮັດຫຍັງ ແຜ່ນດິນມີຊາຍແສນລວງ
ແມ່ນຊີບຈະດັບ ບໍ່ກັບມາຮັກມາຫ່ວງ
ຜູ່ຊາຍແສນລວງ ບໍ່ຂໍຄວງໃຫ້ເສັຽເວລາ…

ວິດີໂອໂນຕບັນເລງເພງ “ຢູ່ໄປເຮັດຫຍັງ”

ເພງ “ພອນສົມຣົສ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (~1964-65)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ພອນສົມຣົສ”

1) ບໍ່ມີ ຂອງຂວັນ
ຈະກຳນັນ ມອບໃຫ້ຄູ່ສາວບ່າວ
ນອກຈາກ ເພງຮັກເບົາໆ
ກ່ອມເຂືອເຈົ້າ ໃຫ້ສຸຂີ

2) ໄຫວ້ວອນ ເທວາ
ຫວ່ານພອນມາ ສິງໃນເພງຮ້ອງນີ້
ໃຫ້ເປັນ ພອນແກ້ວມະນີ
ເນື່ອງໃນງານ ສິຣິມຸງຄຸນ

• ກຽດສັນເສີນ ຈົ່ງເປັນຂອງເຂືອທ່ານ
ສຸກອະນັນ ປ່ຽມລາບພັນພ້ອມພູນ
ມອບຊີວິດຝາກເຮືອນກາຍ ຜູກດວງໃຈຈົນມ້ວຍມຸ່ນ
ຮ່ວມໃບບຸນ ໃນຫໍວິວາ

3) ຈົ່ງພຽນ ແພງຫອມ
ໝັ່ນຖນອມ ຮັກໃຫ້ຄົງຄູ່ຟ້າ
ໃຫ້ຈົນ ແກ່ເຖົ້າຊະຣາ
ຕຣາບວັນຟ້າ ແລະດິນສລາຍ…

ວິດີໂອໂນຕບັນເລງເພງ “ພອນສົມຣົສ”

ເພງ “ຫິນເຫີບແດນງາມ”

ເນື້ອຮ້ອງ & ທຳນອງ : ສ. ມະນີແສງ (<1970)
ນັກຮ້ອງຕົ້ນສະບັບ : ຈັນທີ ສິຣິພອນ

ວິດີໂອດົນຕຣີບັນເລງເພງ “ຫິນເຫີບແດນງາມ”

1) ຖິ່ນລຳເນົາເງີບເງື້ອໂງ່ນຫິນ ແວ່ວສຽງສາຍວາຣິນ
ເຊາະຫິນກາງນໍ້າ ຊ່າງງາມເຫຼືອຕາ
ສອງຮິມຟາກຝັ່ງ ແວ່ວດັງສຽງສະກຸນາ
ຈັບຄອນວອນຄູ່ຖລາ ກາງນໍ້າມີປາຄຽງຄູ່ດູງາມ

2) ແວ່ວຊະນີທີ່ຮ້ອງສົ່ງມາ ກ່ອມເຂົາລຳເນົາແນວປ່າ
ຄໍ່າເຊົ້າເຂົາມາ ຂັນຄູ່ຄຽງຄອນ
ເອື້ອງດອຍຫ້ອຍຢູ່ ຕາມຜາພູ່ເຜິ້ງບິນຕອມ
ສົ່ງກິ່ນຫອມມາອ່ອນໆ ໜ້າອອນຊອນສຸກສົມດວງໃຈ

• ໂອ້ຫິນເຫີບ ເຈົ້າງາມເລີດກວ່າສິ່ງໃດ
ທັມມະຊາດສ້າງໄວ້ ສິລານ້ອຍໃຫຍ່ງາມເຫຼືອຄະນາ
ຫາໃດທຽມເທົ່າ ດັ່ງເຈົ້າອິນປັ້ນແຕ່ງມາ
ງາມແທ້ງາມເດັ່ນໜັກໜາ ໝູ່ສາລິກາຄຽງຄູ່ຄືນຮັງ

3) ຄໍ່າຣາຕຣີເຣໄຣຣະງົມ ດັ່ງສຽງດົນຕຣີຜະສົມ
ແຜ່ວຕາມສາຍລົມ ອ້ອຍອິ່ນອອນຊອນ
ແສງຈັນດັ່ງນຶ່ງ ໂຄມສ່ອງເມກໄມ້ດົງດອນ
ຫາຖິ່ນແດນໃດຈະເໝືອນ ຫິນເຫີບຍັງເຕືອນຝັງໃຈບໍ່ລືມ…

ໂນຕເພງ “ຫິນເຫີບແດນງາມ”
ວິດີໂອໂນຕບັນເລງເພງ “ຫິນເຫີບແດນງາມ”

ເພງ “ສາຍເລືອດລາວ”

ເນື້ອຮ້ອງ & ທຳນອງ : ສາຍສມອນ ອິນສີຊຽງໃໝ່ (2021)
ຮຽບຮຽງໂດຍ ມະລີຈັນສຸກ ເທບສຸວັນ
ສະບັບສຽງຂັບຮ້ອງຂອງ : ເມລິສາ ລຸນລາວົງ

ວິດີໂອດົນຕຣີບັນເລງເພງ “ສາຍເລືອດລາວ”

1) ສຸກໃຈທີ່ໄດ້ ເກີດໃນດິນລາວ
ສາຍເຊື້ອຊາດລາວ ຄົນລາວຫຼາຍເຜົ່າພົງພັນ
ແຜ່ນດິນກຳເນີດ ກໍ່ເກີດຮັກແໜ້ນຜູກພັນ
ຢູ່ແຫ່ງໃດກໍຢາກກັບຫັນ ຖິ່ນຖານບ້ານເກີດເມືອງລາວ

2) ສາຍແຮ່ສາຍບື ນັ້ນຄືດວງໃຈ
ຝັງຢູ່ຂ້າງໃນ ລຸ່ມໃຕ້ພື້ນແຜ່ນທໍຣະນີ
ສາຍເລືອດແລກເກີດ ກົບເກື່ອນຜືນແຜ່ນດິນນີ້
ແມ່ນຊີບວາຍກາຍເປັນທຸລີ ຢາກພຼີຊີບຢູ່ເມືອງລາວ

• ໂອ້…ລາວ ແດນລາວ ເມືອງລາວສວຍເດັ່ນ
ທຸກຊາດໄດ້ເຫັນ ບໍ່ເວັ້ນຫວນຄືນມາໃໝ່
ທຳມະຊາດສຸດສວຍ ລໍ່າລວຍດ້ວຍຊັບພົງໄພ
ດຸດດັ່ງສວັນສ້າງວາດໄວ້ ຢູ່ໃນສວັນວິມານ

3) ຄົງມີວັນນຶ່ງ ໄດ້ກັບຫວນຄືນ
ບໍ່ຕ້ອງທົນຝືນ ກໍ້າກືນຝືນອີກຕໍ່ໄປ
ຢູ່ໄກສຸດຄວ້າ ຕ່າງແດນເໜືອສຸດຂອບຟ້າ
ພະນົມມືຂໍພອນເທວາ ໃຫ້ກັບມາຜືນແຜ່ນດິນລາວ…

ໂນຕເພງ “ສາຍເລືອດລາວ”
ວິດີໂອໂນຕບັນເລງເພງ “ສາຍເລືອດລາວ”

ເພງ “ສຸດທີ່ຮັກ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (~1970)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ & ສົມຟອງ ຊົງມີໄຊ

ວິດີໂອດົນຕຣີບັນເລງເພງ “ສຸດທີ່ຮັກ”

1) (ຊ) ສຸດທີ່ຮັກ ອ້າຍຮັກນ້ອງຍິ່ງ
(ຍ) ຫວັ່ນຈິງໆ ຮັກລວງຫຼືໃດ
(ຍ) ຢ່າມາລໍ້ ໃຫ້ນ້ອງອ່ອນໃຈ
(ຊ) ຮັກຈິງຈັງ ຮັກຈິງໃຈຈຶ່ງເອີ່ຍມາ

2) (ຍ) ບໍ່ເຄີຍຫຼົງ ຫຼົງນໍ້າມົນງ່າຍ
(ຊ) ຍອດດວງໃຈ ອ້າຍໃຫ້ສັນຍາ
(ຊ) ຮັກຈິງແທ້ ແນ່ດັ່ງສັດຈາ
(ຍ) ຢ້ານຮັກພາ ໃຫ້ນໍ້າຕານ້ອງຫຼັ່ງນອງ

• (ຊ) ຫວັ່ນສິ່ງໃດ ຂໍດວງໃຈນ້ອງຢ່າຫວັ່ນ
(ຍ) ຫວັ່ນອ້າຍນັ້ນ ໝາຍລວງໝາຍທົດລອງ
(ຊ) ເຊື່ອເຖີດໜາ (ຍ) ບໍ່ແນ່ໃຈນ້ອງຍັງຂ້ອງ
(ຊ) ເຊື່ອເຖີດນ້ອງ ອ້າຍໝາຍປອງຝາກສັມພັນ

3) (ຍ) ແນ່ຈິງນະ (ຊ) ອໍ໋ແນ່ນອນຍິ່ງ
(ຍ) ຫາກບໍ່ຈິງ (ຊ) ນ້ອງຈົ່ງລົງທັນ
(ຍ) ຢ່າລວງນະ (ຊ) ອ້າຍຂໍປະກັນ
(ຊ+ຍ) ສອງດວງໃຈ ຂໍຮັກກັນເທົ່າວັນຕາຍ…

ໂນຕເພງ “ສຸດທີ່ຮັກ”
ວິດີໂອໂນຕບັນເລງເພງ “ສຸດທີ່ຮັກ”

ເພງ “ແກ້ວລືມຄອນ”

ເນື້ອຮ້ອງ & ທຳນອງ : ສ. ມະນີແສງ (1969)
ນັກຮ້ອງຕົ້ນສະບັບ : ສາຍພິນ ພິລົມຫວນ

ວິດີໂອດົນຕຣີບັນເລງເພງ “ແກ້ວລືມຄອນ”

1) ແກ້ວເອີຍ ເຈົ້າເປັນຫຍັງລືມຄອນ
ຫຼົງລືມບ່ອນ ເຄີຍນອນເຄີຍຢູ່ອາສັຍ
ຈາກຄອນນີ້ ແລ້ວໜີໄປມີຄອນໃໝ່
ເຈົ້າຄຽດເຈົ້າຊັງຜູ່ໃດ ໜີໄປຢູ່ໃສໜໍເຈົ້າ

2) ແກ້ວເອີຍ ເຈົ້າເປັນຫຍັງລືມຮັງ
ໄປບໍ່ສັ່ງ ລືມຮັງເມື່ອຄັ້ງກ່ອນເກົ່າ
ຄຽດໃຫ້ໃຜ ໝອງໃຈອັນໃດໜໍເຈົ້າ
ຫຼືມີໃໝ່ແລ້ວລືມເຮົາ ນ້ອງເຈົ້າແມ່ສາລິກາ

• ຈາກໄປແລ້ວ ໜໍແມ່ແກ້ວລືມຄອນ
ລືມທຸກບ່ອນ ລືມຄອນລືມຄົນລ້ຽງມາ
ລືມເຂົ້ານໍ້າ ກົງທອງເຄີຍຢູ່ສຸຂາ
ໄປແລ້ວບໍ່ຫວນກັບມາ ແມ່ສາລິກາຫຼົງຮັງ

3) ແກ້ວເອີຍ ຫາກສິ້ນຄົນອຸ້ມຊູ
ຈົ່ງຄືນສູ່ ຄອນເດີມນ້ອງຢູ່ແຕ່ຫຼັງ
ຍັງຄອຍຖ້າ ແມ່ສາລິກາຫຼົງຮັງ
ສີ່ຫ້ອງຫົວໃຈອ້າຍຍັງ ເປັນຮັງຕ້ອນຮັບແກ້ວເອີຍ…

ໂນຕເພງ “ແກ້ວລືມຄອນ”
ວິດີໂອໂນຕບັນເລງເພງ “ແກ້ວລືມຄອນ”

ເພງ “ພວງມາລັຍນ້ຳໃຈ”

ເນື້ອຮ້ອງ & ທຳນອງ : ໄພວັນ ເມກອາຣຸນ (1984-85)
ນັກຮ້ອງຕົ້ນສະບັບ : ໄພວັນ ເມກອາຣຸນ

ວິດີໂອດົນຕຣີບັນເລງເພງ “ພວງມາລັຍນ້ຳໃຈ”

(ສອຍ)
ພວງມາລັຍເຈົ້າເອີຍ ພວງມາລັຍນ້ຳໃຈ
ພວງມາລັຍເຈົ້າເອີຍ ພວງມາລັຍນ້ຳໃຈ
ອ້າຍສົ່ງມາໃຫ້ຢູ່ບົນເວທີ ສ່ວນເພງນີ້ຂໍມອບແດ່ອ້າຍ
ຫາກຟັງແລ້ວຂໍຈົ່ງສຸກໃຈ ສົດຊື່ນແຈ່ມໃສຣື່ນເຣີງຣຶດີ
ຂໍຂອບໃຈທີ່ຍັງເມດຕາ ມອບສົ່ງມາດ້ວຍໃຈປຣານີ
ຂໍຝາກເພງນີ້ ມອບຕອບແທນແຮງໃຈ…

1) ຫາກສົນໃຈ ສົ່ງຈົດໝາຍຂໍຟັງ
ເພງຈີນເພງຝຣັ່ງ ຮ້ອງໃຫ້ຟັງກໍໄດ້
ຄືນວັນນີ້ ແສນສນຸກຫົວໃຈ
ຄໍ່າຄືນນີ້ ແສນສຸກໃຈໜັກໜາ
ມີແຟນເພງມາ ຊ່ວຍໃຫ້ກຳລັງໃຈ…

(ສອຍ)

2) ຂໍຂອບໃຈ ແຟນເພງທັງຫຼາຍ
ທັງຍິງແລະຊາຍ ທີ່ໄດ້ມີຄວາມປຣານີ
ຫາກວັນໃດ ທ່ານຢາກມີສຸຂີ
ເວລາໃດ ຖ້າຢາກມີສຸກສັນ
ເປີດຟັງເພງໄພວັນ ແລ້ວຈະໄດ້ສຸກເອີຍ…

ໂນຕເພງ “ພວງມາລັຍນ້ຳໃຈ”
ວິດີໂອໂນຕບັນເລງເພງ “ພວງມາລັຍນ້ຳໃຈ”