ນຳໃຊ້ໂປຣແກຣມ MIDI Song to Style ສ້າງຈັງຫວະໃຫ້ຄີບອດ Yamaha ຈາກເພງ Midi File

ທັກສະພື້ນຖານຫຼັກ ອັນສຳຄັນທີ່ຄວນຮຽນຮູ້ ໃນການສ້າງຈັງຫວະ (Style) ຂອງຄີບອດ…

1. ບົດຄຳນຳ

ບົດຂຽນນີ້ ແມ່ນແນໃສ່ການນຳເອົາເອກສານ Midi File ມາສັງເຄາະແລະສ້າງໃຫ້ເປັນເອກສານ Style ຈັງຫວະສຳລັບຄີບອດ PSR SX900 ດ້ວຍໂປຣແກຣມ MIDI Song to Style ຂອງ Yamaha.

ເອກສານ Midi File ຂອງຂ້າພະເຈົ້າ ແມ່ນໄດ້ນຳໃຊ້ Style ໂຮງງານທີ່ມີມານຳເຄື່ອງຂອງຄີບອດ PSR S950 ທຳການອັດບັນທຶກລ່ວງໜ້າເປັນເພງແບບດົນຕຣີບັນເລງ ໂດຍມີການຮຽບຮຽງດົນຕຣີໃຫ້ສຽງ Piano ເປັນເຄື່ອງນຳໜ້າຫຼິ້ນສຽງທຳນອງຮ້ອງຂອງເພງ.

ຕົ້ນສະບັບບົດເພງ “ລາກ່ອນຈາກ” ແມ່ນບົດປະພັນຂອງທ່ານ ອາຈານ ສ. ແສງສິຣິວັນ (1965) ໂດຍແມ່ນທ່ານ ຄໍາເຕີມ ຊານຸບານ ເປັນຜູ່ຂັບຮ້ອງທຳອິດ. ຂ້າພະເຈົ້າໄດ້ທຳການອັດບັນທຶກເປັນເພງແບບດົນຕຣີບັນເລງ ດ້ວຍຄີບອດ PSR S950 ເມື່ອປີ 2017, ໂດຍໄດ້ເລືອກໃຊ້ Style ຈັງຫວະໃນຄີບອດເອງຊຶ່ງມີຊື່ວ່າ Rumba Bolero ແລະໄດ້ເລີ່ມຕົ້ນທຳການເລືອກຄວາມໄວຂອງຈັງຫວະ Tempo ໃນເບື້ອງຕົ້ນດ້ວຍຄ່າປະມານ 124, ຈາກນັ້ນ ໄດ້ມີການປັບປຸງໃຫ້ຄ່າດັ່ງກ່າວຫຼຸດລົງມາເປັນ Tempo 121 ໃນບັ້ນສຸດທ້າຍ ເມື່ອມີການປະສົມປະສານເຄື່ອງເສບຊະນິດອື່ນໆໃສ່.

ເປົ້າໝາຍຂອງບົດຂຽນນີ້ ແມ່ນແນໃສ່ການສ້າງ Style ຈັງຫວະປະເພດທີ່ ຮຽກວ່າ Style “ຕາມເພງ” ໃຫ້ຜູ່ທີ່ພວມຝຶກຫຼິ້ນຄີບອດໃໝ່ໆ ຈະສາມາດກົດຫຼິ້ນທ່ອນຂຶ້ນຕົ້ນ, ທ່ອນບັນເລງຕອນກາງ ແລະທ່ອນຈົບເພງ ໂດຍການເລືອກກົດພຽງແຕ່ດຸມພິເສດສະເພາະຕົວເທິງຄີບອດ ແລ້ວເຄື່ອງຈະທຳການຫຼິ້ນຂໍ້ມູນເພງໃຫ້ເອງໂດຍອັຕໂນມັດ. ທ່ານພຽງແຕ່ລໍຖ້າໃຫ້ມັນຫຼິ້ນຈົບທ່ອນຫຼືວັກທີ່ກ່າວມານັ້ນ ແລ້ວມັນຈະສືບຕໍ່ໄປຫຼິ້ນພາກສ່ວນອື່ນໆຕາມທີ່ທ່ານຈະບັງຄັບບັນຊາ.

ກ່ອນອື່ນໝົດ ພວກເຮົາມາສຶກສາເບິ່ງໂຄງຮ່າງຂອງເພງ Midi File ບົດນີ້ຕາມໂນຕເພງທີ່ຂ້າພະເຈົ້າໄດ້ແກະເນື່ອຮ້ອງ, ທຳນອງແລະຂອດໄວ້ດັ່ງນີ້. ບົດເພງນີ້ ເປັນເພງປະເພດ 4 ທ່ອນ ຊຶ່ງໄດ້ແກ່ :
– ວັກທີ 1 (A)
– ວັກທີ 2 (B)
– ວັກທີ 3 (C) ຫຼືທ່ອນແຍກ
– ວັກທີ 4 (D)
ແລະເພີ່ມດ້ວຍວັກຈົບເພງ (E) ທີ່ຈະລົງເພງດ້ວຍການຜ່ອນສຽງລົງທີ່ລະນ້ອຍ… ບົດເພງນີ້ ຕົ້ນສະບັບແມ່ນເປັນຈັງຫວະ ລຳວົງ, ແລະຣະດັບສຽງຮ້ອງຂອງສິລປິນຕົ້ນສະບັບ ແມ່ນຢູ່ໃນຣະດັບ Key Eb.

ໂຄງຮ່າງການຮຽບຮຽງແລະແຍກສຽງດົນຕຣີ ແມ່ນປະກອບດ້ວຍ :
1. ດົນຕຣີຂຶ້ນຕົ້ນເພງ ຊຶ່ງທາງສັບພາສາດົນຕຣີສາກົນຈະຮຽກວ່າ ວັກ INTRO ຊຶ່ງມີ 8 ຫ້ອງ
2. ເນື້ອຮ້ອງວັກທີ 1 ມີ 16 ຫ້ອງ
3. ເນື້ອຮ້ອງວັກທີ 2 ມີ 16 ຫ້ອງ
4. ເນື້ອຮ້ອງທ່ອນແຍກ ຫຼືວັກທີ 3 ມີ 16 ຫ້ອງ
5. ເນື້ອຮ້ອງວັກທີ 4 ມີ 16 ຫ້ອງ
6. ດົນຕຣີຈົບເພງ ມີ 8 ຫ້ອງ ແລະຈະມີການຊໍ້າຄືນດ້ວຍການຜ່ອນສຽງລົງທີລະນ້ອຍ ຕາມພາສາດົນຕຣີສາກົນທີ່ຮຽກວ່າ Fade Out…

ດົນຕຣີບັນເລງເພງ “ລາກ່ອນຈາກ” ອັດດ້ວຍຄີບອດ PSR S950 ປີ 2017

ການວິເຄາະແລະວິຈັຍບົດເພງອອກມາເປັນດັ່ງຕາມຂ້າງເທິງນີ້ ແມ່ນພື້ນຖານຫຼັກທີ່ສຳຄັນທີ່ສຸດ ຊຶ່ງຈະເປັນຂື່ຂອງການນຳໄປໃຊ້ເປັນແບບແຜນໃນການສ້າງຈັງຫວະທີ່ຮຽກວ່າ Style ແກ່ຄີບອດ Yamaha ປະເພດ Arranger.

ໝາຍເຫດ : ສຳລັບບົດວິທີສ້າງຈັງຫວະຄີບອດດ້ວຍເອກສານ Midi File ບົດນີ້, ສົມມຸດວ່າ ທ່ານໄດ້ມີຄວາມຮູ້ແລະຄວາມເຂົ້າໃຈພໍສົມຄວນແລ້ວ ກ່ຽວກັບພື້ນຖານທາງສັບດົນຕຣີສາກົນທົ່ວໄປ, ໂດຍສະເພາະແມ່ນໄດ້ແກ່ ຊື່ແລະຮູບການຈັບ ຂອດສຳລັບຄີບອດໂດຍສະເພາະ. ເນື່ອງຈາກບົດບັນທຶກໂນຕເພງ “ໝາກຖົ່ວງອກ” ແມ່ນມີການບັນທຶກຂອດເປັນຮູບແບບສຳລັບ ກິຕ້າ ກໍຕາມ.

ສ່ວນໂນຕທຳນອງຮ້ອງນັ້ນ ບໍ່ຈຳເປັນທີ່ທ່ານຈະຕ້ອງອ່ານມັນເປັນກໍໄດ້. ເພາະຂ້າພະເຈົ້າມີການແນບເອກສານສຽງເປັນຣະບົບ MP3 ຂອງເພງ Midi File ໃຫ້ພ້ອມເພື່ອທ່ານຈະສາມາດໃຊ້ເປີດຟັງເປັນແບບຢ່າງອ້າງອີງ. ແຕ່ຂ້າພະເຈົ້າຄຶດວ່າ ທຸກໆຄົນໂດຍສ່ວນມາກ ແມ່ນຄົງຈະຮູ້ຈັກທຳນອງຮ້ອງຂອງບົດເພງນີ້ມາແລ້ວ ເພາະເປັນເພງລາວອະດີດທີ່ໄດ້ຮັບຄວາມນິຍົມມາໂດຍຕລອດ ໂດຍສະເພາະໃນງານສັງສັນ ຫຼືງານລື່ນເລີງຕ່າງໆ ຂອງຊາວລາວເຮົາ ທີ່ມັກຈະເສບຮ້ອງເພງນີ້ ໃນເວລາປິດທ້າຍຣາຍການ ກ່ອນການເລີກລາກັນໄປ.

ແລະຂໍຢໍ້າອີກວ່າ ໂປຣແກຣມ MIDI Song to Style ຂອງ Yamaha ແມ່ນສາມາດໃຊ້ສ້າງຈັງຫວະ Style ໃຫ້ສະເພາະຄີບອດຮຸ່ນ Genos ແລະ PSR SX ເທົ່ານັ້ນ. ຮຸ່ນອືນໆ ອາດຈະບໍ່ສາມາດອ່ານເອກສານ Style ທີ່ສ້າງຈາກໂປຣແກຣມນີ້ໄດ້ຢ່າງຖືກຕ້ອງ, ນີ້ແມ່ນສິ່ງສຳຄັນທີ່ຄວນຮັບຮູ້ໄວ້ກ່ອນລ່ວງໜ້າ.

ໜ້າຈໍຄອມທີ່ສະແດງໂປຣແກຣມດັ່ງກ່າວນີ້ ແມ່ນອີງຕາມຄອມ Macintosh Os X ຊຶ່ງອາດມີບາງສັບຂອງຣະບົບການຫຼືແປ້ນພິມດີດ ຈະມີຊື່ຕ່າງກັນເລັກນ້ອຍກັບຣະບົບຄອມຂອງ Windows. ອີກປະການສຸດທ້າຍ, ຂ້າພະເຈົ້າສົມມຸດຖານວ່າ ທ່ານມີຄວາມຄຸ້ນເຄີຍແລ້ວ ກັບການໃຊ້ງານພື້ນຖານຂອງຄອມພິວເຕີ.

(ກະຣຸນາຕິດຕາມບົດຕໍ່ໆໄປ…)

Paris, 11 ກຸມພາ 2025

“ການສ້າງພາກສ່ວນສຽງເຄື່ອງເປົ່າແລະເຄື່ອງສາຍ” (Brass & Strings Style)

ທັກສະພື້ນຖານຫຼັກ ອັນສຳຄັນທີ່ຄວນຮຽນຮູ້ ໃນການສ້າງຈັງຫວະ (Style) ຂອງຄີບອດ…

8. ພາກສ່ວນສຽງເຄື່ອງເປົ່າ (Brass Channel)

ເຄື່ອງດົນຕຣີປະເພດ ເຄື່ອງເປົ່າ (ຕົວຢ່າງ ແກ Trompet, Saxophone, Trombone…) ມັກຖືກໃຊ້ເປັນເຄື່ອງດົນຕຣີປະເພດນຳໜ້າທຳນອງ ພາຍໃນຊ່ວງ ຂຶ້ນຕົ້ນ (Intro) ແລະຈົບເພງ (Ending) ຂອງ Style.

ໃນພາກສ່ວນອື່ນໆ, ເຄື່ອງເປົ່າມັກຖືກໃຊ້ເປັນເຄື່ອງປະກອບໃນການຫຼິ້ນລູກສອຍ (Contrechant – Canon) ພາຍໃນທຸກໆຫ້ອງທີ່ມີການສົ່ງທ້າຍວັກຂອງເພງ ຫຼືທຸກໆ 4 ຫ້ອງ. ລູກສອຍເຫຼົ່ານີ້ ອາດເປັນແບບປະສານສຽງ ຫຼືການໃຊ້ເຄື່ອງດົນຕຣີຫຼາຍໜ່ວຍທີ່ຫຼິ້ນພ້ອມກັນເປັນໝູ່. ເຄື່ອງເປົ່າ ເປັນເຄື່ອງດົນຕຣີທີ່ມີສຽງທີ່ມີພລັງ (Dynamic), ຊຶ່ງໝາຍຄວາມວ່າ ສຽງຂອງພວກມັນອາດຟັງດັງແຮງຫຼາຍ, ແລະໃນທາງກົງກັນຂ້າມ ສຽງກໍອາດຟັງນິ້ມນວນອ່ອນຫວານໄດ້ເຊັ່ນດຽວກັນ. ສິ່ງເຫຼົ່ານີ້ ຈະຕ້ອງໄດ້ຮັບການພິຈາຣະນາເປັນພິເສດ ເວລາສ້າງພາກສ່ວນຂອງຈັງຫວະ Style ໃນການອັດສຽງດ້ວຍເຄື່ອງເປົ່າ.

ນອກຈາກນີ້ແລ້ວ, ຣະດັບສຽງດັງ (Volume) ຂອງເຄື່ອງເປົ່າ ຈຳເປັນຈະຕ້ອງໄດ້ຮັບການປັບຢ່າງລະອຽດທີ່ສຸດ ເພື່ອໃຫ້ເໝາະສົມກັບຄວາມເປັນຈິງ ແລະຫຼີກລ່ຽງອາການຟັງເປັນແບບຊໍ້າຊາກ ແຂງກະດ້າງ, ດັ່ງສອງຕົວຢ່າງຕໍ່ໄປນີ້…

ເຄື່ອງເປົ່າ ມັກຖືກໃຊ້ໃນການຫຼິ້ນຂອດ, ຫຼິ້ນລູກສອຍ (ດັ່ງໃນຕົວຢ່າງຂ້າງເທິງນີ້), ຫຼືເປັນເຄື່ອງປູພົມສຳຮອງກໍໄດ້.

ເວລາຫຼີ້ນລູກສອຍ, ຄວາມດັງຂອງສຽງ (Volume) ແມ່ນອາດມີຄ່າສູງ ; ແຕ່ເມື່ອຫຼິ້ນເປັນສຽງປູພົມສຳຮອງ, ຈະໄດ້ຜົນຮັບທີ່ດີທີ່ສຸດ ເມື່ອຄວາມດັງຂອງສຽງໄດ້ຮັບການວາງຄ່າທີ່ເໝາະສົມ. ຖ້າບໍ່ດັ່ງນັ້ນ, ເຄື່ອງເປົ່າເຫຼົ່ານີ້ຈະຄອບງຳແລະບົດບັງເຄື່ອງດົນຕຣີປະກອບປະເພດອື່ນໆໄປໝົດ.

ວິທີການສ້າງຮູບການດັ່ງກ່າວມາ ແມ່ນຈະສະແດງໃຫ້ເຫັນດັ່ງໃນຕົວຢ່າງຕໍ່ໄປນີ້, ຊຶ່ງພວກເຮົາຈະປ່ອຍໃຫ້ເຄື່ອງເປົ່າຫຼິ້ນໂນຕຂອງຂອດ ໂດຍເລີ່ມຈາກໂນຕສູງສຸດລົງມາຫາໂນຕຕໍ່າສຸດ. ໃນຂັ້ນສຸດທ້າຍ, ພວກເຮົາຈະປ່ອຍໃຫ້ໂນຕທີ່ຕໍ່າທີ່ສຸດ ປາກົດຢູ່ໃນຕຳແນ່ງຕໍ່າກວ່າໂນຕທີ່ສູງທີ່ສຸດ ໃນຣະດັບນຶ່ງທົບເທົ່າຂອງຄູ່ປະສານ (1 Octave). ອີກວິທີນຶ່ງໃນການສ້າງຮູບການຂອງລູກສອຍດ້ວຍເຄື່ອງເປົ່າ, ແມ່ນສະແດງໄວ້ໃນພາບຕົວຢ່າງຕໍ່ໄປນີ້. ຢູ່ທີ່ນີ້, ພວກເຮົາດຳເນີນການຄືທີ່ຜ່ານມາ, ແຕ່ພວກເຮົາຍັງໄດ້ເພີ່ມໂນຕປະສານທີ່ສາມ ຫຼືປະສານທີ່ເຈັດຂອງຮູບແບບອີກດ້ວຍ.

ເວລາທຳການສ້າງ Style ໃຫ້ກັບເຄື່ອງເປົ່າ, ຊ່ອງສັນຍານທີ່ເປັນທຳມະຊາດທີ່ສຸດສຳລັບເຄື່ອງເສບເຫຼົ່ານີ້ ຄືຊ່ອງ Pad (MIDI Channel 14) ຫຼືຊ່ອງ Phrase (MIDI Channel 15-16).

ເຖິງຢ່າງໃດກໍຕາມ, ໃນບໍ່ຊ້າ ພວກເຮົາຈະຂາດເຂີນຊ່ອງອອກສຽງສຳລັບຄີບອດ. ວິທີການແກ້ໄຂບັນຫານີ້ ແມ່ນການນຳໃຊ້ສຽງເຄື່ອງເປົ່າ ທີ່ໄດ້ຮັບການອັດສ້າງມາໃນເຄື່ອງ ຊຶ່ງເວລາກົດຫຼິ້ນພຽງໂນຕດຽວ ແຕ່ໄດ້ຍິນຫຼາຍໆສຽງປະສານພ້ອມກັນເປັນຂອດ ຫຼືເປັນກຸ່ມສຽງ ທີ່ຮຽກວ່າ “Section & Ensemble”.

ໜ້າຈໍຄີບອດທີ່ສະແດງໃຫ້ເຫັນເຄື່ອງເປົ່າປະເພດ Section & Ensemble ຊຶ່ງເວລາກົດໂນຕດຽວ ຈະພາໃຫ້ໄດ້ສຽງເປັນກຸ່ມປະສານ

ເມື່ອໃຊ້ເຄື່ອງເປົ່າຫຼາຍໆຊະນິດ, ຢ່າຄັດລອກແລະວາງ (Copy-Paste) ຮູບແບບຈາກເຄື່ອງນຶ່ງໄປສູ່ອີກເຄື່ອງນຶ່ງ ໂດຍບໍ່ມີການເພີ່ມການປ່ຽນແປງບາງຢ່າງ. ແຕ່ໃນອີກດ້ານນຶ່ງ ຢ່າທຳການປ່ຽນແປງຫຼາຍເກີນໄປ. ແລະທ້າຍສຸດ, ຈົ່ງຫຼີກລ່ຽງການໃຊ້ທຳນອງທີ່ສາມາດຈັບໄດ້ງ່າຍດາຍໃນເພງໃດນຶ່ງ, ເພາະມັນຈະພາໃຫ້ການໃຊ້ Style ມີອຸປະສັກຫຼາຍເກີນໄປໃນເວລາຫຼິ້ນກັບເພງທົ່ວໄປ.

9. ພາກສ່ວນເຄື່ອງສາຍ (Strings Channel)

ເຄື່ອງດົນຕຣີປະເພດເຄື່ອງສາຍ ໃນວົງດົນຕຣີປະສານສຽງໃຫຍ່ປະເພດຄລາສສິກ (Classical Orchestral) ແມ່ນໄດ້ແກ່ Violon, Alto, Violoncelle ແລະ Contrebasse. ເວລາຫຼິ້ນຮ່ວມກັນ, ເຄື່ອງເສບເຫຼົ່ານີ້ຈະມີຄວາມກວ້າງຂອງຣະດັບໂນຕສຽງຫຼາຍທີ່ສຸດ.

ໃນການບັນເລງແບບໃຊ້ເປັນ Style, ເຄື່ອງສາຍມັກຈະໃຊ້ເປັນເຄືອງປູພົມຮອງຮັບ (nappes) ໃນປະເພດ Pad.

ເນື່ອງຈາກວ່າ ຊ່ອງຂອງຄີບອດ (MIDI Channel) ຂອງພວກເຮົາມີຈຳນວນຈຳກັດ, ພວກເຮົາຈຳເປັນຕ້ອງໄດ້ເລືອກໃຊ້ສຽງຂອງເຄື່ອງສາຍ ນຶ່ງສຽງສຳລັບຫຼິ້ນຫຼາຍໆໂນຕໃນສະພາບການດັ່ງກ່າວ.

ການເລືອກແນວທາງປະຕິບັດແບບນີ້, ພາໃຫ້ພວກເຮົາບໍ່ສາມາດປ່ຽນແປງການບັນທຶກໂນຕຂອງເຄື່ອງສາຍແຕ່ລະເຄື່ອງທີ່ໄດ້ຖືກອັດສ້າງມານຳເຄື່ອງແລ້ວ. ດັ່ງນັ້ນ, ຄວນເລືອກສຽງທີ່ເປັນກຸ່ມປະສານສຳລັບເຄື່ອງສາຍໃຫ້ເໝາະສົມ ແລະເພີ່ມຄວາມໜາແໜ້ນບາງຢ່າງໃຫ້ກັບການປະກອບສຽງຮວມ.

ການປ່ຽນແປງຄວາມແຮງຄ່ອຍ (Mixing) ຣະຫວ່າງພາກສ່ວນຕ່າງໆຂອງ Style, ເປັນວິທີນຶ່ງໃນການເພີ່ມຄວາມມີສີສັນໃຫ້ແກ່ເຄື່ອງສາຍ. ອີກວິທີນຶ່ງ ຄືການຄ່ອຍໆເພີ່ມ (Crescendo) ຫຼືຄ່ອຍໆຫຼຸດ (Diminuendo) ຣະດັບສຽງຂອງ Volume (ດ້ວຍການນຳໃຊ້ MIDI Expression Control) ໃນການສ້າງຮູບການ.

ສຽງປະເພດປູພົມຂອງພາກສ່ວນ Pad ມັກຈະມີແນວໂນ້ມຟັງຂ້ອນຂ້າງໜ້າລຳຄານແລະເບື່ອໜ່າຍໄວ. ດັ່ງນັ້ນ, ຄວນທຳການພັກເຊົາເປັນບາງຄັ້ງບາງຄາວ, ຫຼີກເວັ້ນການຫຼິ້ນຂອດທີ່ກວມເຕັມຫ້ອງຕລອດເວລາ. ຫຼືທຳການສລັບການຫຼິ້ນຣະຫວ່າງສຳນວນ Legato ແລະ Staccato ກໍຈະພາໃຫ້ມີປະສິດທິພາບດີກວ່າ. ຫາກເຄື່ອງສາຍ ເຮັດໜ້າທີ່ຫຼິ້ນສຽງດົນຕຣີປະກອບໃນສຳນວນປະເພດ ສອຍທຳນອງ ຫຼື ປະເພດລູກສອຍໝູ່ (Phrase/Riff) ໂດຍໃຊ້ເຄື່ອງດົນຕຣີເປັນຈຳນວນໜ້ອຍທີ່ສຸດ (ຫຼືຫຼິ້ນພຽງເຄື່ອງດຽວ), ພວກເຮົາຈະໄດ້ຮັບຜົນດີທີ່ສຸດ ເວລາສ້າງ Style ດ້ວຍການລົງຣະຫັດໂປຣແກຣມ MIDI Sequencer ແບບ “ເທື່ອລະໂນຕ” (Step Recording).

Paris, 19 ມົກກະຣາ 2025

“ການສ້າງພາກສ່ວນສຽງກິຕ້າໃຫ້ຈັງຫວະຄີບອດ” (Guitar Style)

ທັກສະພື້ນຖານຫຼັກ ອັນສຳຄັນທີ່ຄວນຮຽນຮູ້ ໃນການສ້າງຈັງຫວະ (Style) ຂອງຄີບອດ…

ການສ້າງພາກສ່ວນສຽງກິຕ້າ GUITAR ໃຫ້ຈັງຫວະຄີບອດ

7-1. ພາກສ່ວນກິຕ້າປັດຂອດ (Guitar Rythmic)

ການອັດສຽງກິຕ້າ (Guitar) ແມ່ນຕ້ອງໄດ້ໃຊ້ເວລາຫຼາຍ. ຖ້າເຮົາອັດສຽງກິຕ້າດ້ວຍຄີບອດ, ມັນຈຳເປັນຕ້ອງໄດ້ດັດແປງແກ້ໄຂສຽງທີ່ມີຂໍ້ບົກຜ່ອງຢູ່ບໍ່ເຊົາ – ຈົນເຖິງຂັ້ນທີ່ການແກ້ໄຂແມ່ນສາມາດລົງເອີຍໄດ້ດ້ວຍການອັດແບບ “ເທື່ອລະໂນຕ” (Step Recording) ຈະສຳເລັດຜົນໄວກວ່າສຳລັບໂປຣແກຣມ MIDI Sequencer.

ເນື່ອງດ້ວຍວ່າ ຂອດກິຕ້າ ແມ່ນສາມາດຫຼິ້ນໄດ້ເທິງຫຼາຍໆຕໍາແນ່ງຂອງສາຍຕ່າງກັນ, ຊຶ່ງຕາມທາງກາຍະພາບແມ່ນບໍ່ສາມາດຫຼິ້ນພ້ອມກັນໄດ້. ນອກຈາກນີ້, ຂອດກິຕ້າສາມາດຫຼິ້ນໄດ້ໂດຍການ “ດີດລົງ” (ການຫຼິ້ນໂນຕຕໍ່າສຸດກ່ອນ) ຫຼື “ປັດຂຶ້ນ” (ການຫຼິ້ນໂນຕສູງກ່ອນ). ຊຶ່ງໝາຍຄວາມວ່າ ມັນມີຊ່ອງຫວ່າງອັນສັ້ນໆ ຣະຫວ່າງສຽງທີ່ດັງອອກມາໃນຂະນະທີ່ນີ້ວມືດີດປັດຂອດລົງໃສ່ສາຍຂອງກິຕ້າ.

ໂດຍປົກກະຕິແລ້ວ, ມືກິຕ້າຈະເຄື່ອນໄຫວມືຕໍ່ໄປ ເຖິງແມ່ນວ່າເຂົາຈະບໍ່ໄດ້ດີດໃສ່ສາຍ ໃນທຸກໆຄັ້ງເວລາທຳການປັດຂອດ. ສ່ວນຫຼາຍ, ການເຄື່ອນໄຫວໃນທ່າທີຂອງ “ການດີດປັດລົງ” ຈະເລີ່ມຕົ້ນໄວກວ່າຈັງຫວະເລັກນ້ອຍ, ໃນຂະນະທີ່ທ່າທີຂອງ “ການດີດປັດຂຶ້ນ” ຈະກົງກັບຈັງຫວະກວ່າ.

ການດີດໃສ່ທຸກໆສາຍກິຕ້າ ເວລາປັດຂອດມັກພາໃຫ້ສຽງຟັງ “ໜັກໜ່ວງ” ເກີນໄປ. ເພາະສະນັ້ນ, ທຸກໆສາຍບໍ່ຄວນຖືກດີດ ເວລາປັດຂອດໃນທຸກໆຕອນ. ສາຍທີ່ບໍ່ຖືກດີດ ຈະຍັງສືບຕໍ່ສັ່ນສະເທືອນ (ແລະມີສຽງດັງ) ຈາກຈຸດເດີມໃນຕອນທີ່ພວກມັນຖືກດີດໃນຊ່ວງກ່ອນໜ້າ…

ໃນທາງກົງກັນຂ້າມ, ສາຍທີ່ຖືກດີດ, ໃນແງ່ຂອງພາສາ MIDI, ຈະຕ້ອງມີຣະຫັດສັນຍານ “Note Off” ກ່ອນທີ່ຈະຖືກດີດຄືນໃໝ່ ເພື່ອຫຼີກເວັ້ນກໍຣະນີ ການຕຳສຽງກັນ/ທັບຊ້ອນກັນ ຣະຫວ່າງສັນຍານຂອງໂນຕ.

ຂອດກິຕ້າ ສາມາດຫຼິ້ນໄດ້ດ້ວຍຫຼາຍວິທີການ, ບາງຄັ້ງແມ່ນງ່າຍ ແຕ່ບາງຄັ້ງແມ່ນຊັບຊ້ອນທີ່ສຸດ. ເວລາທຳການສ້າງຂອດທີ່ຈະໃຫ້ມີ “ສຽງເປັນເອກລັກ” ດ້ວຍໂປຣແກຣມ MIDI Sequencer, ຢ່າລືມວ່າ ສາຍທັງ 6 ເສັ້ນຂອງກິຕ້າແມ່ນຖືກເຄັ່ງເປັນໂນຕ E1, A1, D2, G2, B2 ແລະ E3. ໃນແນວດົນຕຣີປະເພດ Rock, ຂອດທີ່ມີພລັງ ຊຶ່ງຖືກເອີ້ນວ່າ Power Chord, ໂນຕພື້ນຖານແລະໂນຕຄູ່ຫ້າ ມັກຖືກນຳໃຊ້ເລື້ອຍໆ, ບາງຄັ້ງກໍຖືກເພີ່ມຂຶ້ນເປັນສອງເທົ່າຂອງໂນຕພື້ນຖານ, ດັ່ງຕົວຢ່າງເຊັ່ນ C1, G1 ແລະ C2 ສໍາລັບຂອດ C Major.

ຖ້າຫາກເຮົາມີຊ່ອງ MIDI Channel ເຫຼືອຫວ່າງສຳລັບສຽງກິຕ້າ ຫຼາຍກວ່າສອງຊ່ອງ, ເວລາສ້າງ Style, ຂໍແນະນຳວ່າ ຢ່າຫຼິ້ນຂອດໃນຈັງຫວະດຽວກັນທຸກເວລາ, ແຕ່ໃຫ້ພະຍາຍາມເລື່ອນກິຕ້າຕົວໃດຕົວນຶ່ງ ສອງສາມຂີດໄລຍະອອກໄປຫ່າງກັນເລັກນ້ອຍ (ປະມານ 15 ຂີດໃນຄ່າຂອງ 480 ຈັງຫວະຕໍ່ 1 ໂນຕໂຕດຳ, ແລະຫຼາຍກວ່ານັ້ນ ເມື່ອສ້າງຈັງຫວະທີ່ໄວກວ່າ). ບໍ່ດັ່ງນັ້ນ, ຈັງຫວະຈະຟັງອອກມາເປັນແບບ “ແຂງກະດ້າງ”. ເນື່ອງດ້ວຍວ່າ ຍິ່ງຊ່ວງໄລຍະເວລາຂອງໂນຕ ມີຄວາມຫ່າງຫຼາຍເທົ່າໃດ, ກໍຈະພາໃຫ້ຈັງຫວະຟັງ “ນິ້ມນວນ” ແລະເປັນທຳມະຊາດກວ່າ.

7-2. ພາກສ່ວນກິຕ້ານຳເພງ (Guitar Solo)

ກິຕ້າ (Guitar) ຍັງສາມາດໃຊ້ເປັນເຄື່ອງດົນຕຣີນຳໜ້າທຳນອງໄດ້ ເຊັ່ນ ໃນການຫຼິ້ນພາກສ່ວນຂຶ້ນຕົ້ນເພງ (Intro) ແລະທ່ອນຈົບເພງ (Ending). ເມື່ອໃຊ້ເປັນເຄື່ອງດົນຕຣີປະເພດນຳໜ້າທຳນອງ ການຍູ້ສາຍເປັນເທັກນິກ ທີ່ມັກໄດ້ຮັບການນິຍົມໃຊ້ເປັນປະຈຳ, ຊຶ່ງເປັນລູກຜັນສຽງຣະຫວ່າງສອງໂນຕຕໍ່ເນື່ອງກັນ (ຫຼືຫຼາຍກວ່ານັ້ນ). ຢ່າງໃດກໍຕາມ, ການອັດສຽງກິຕ້າດ້ວຍຄີບອດທີ່ນຳໃຊ້ເທັກນິກນີ້ ດ້ວຍດຸມຂອງຣະບົບທີ່ເອີ້ນວ່າ Bending ຕ້ອງໄດ້ຣະມັດຣະວັງທີ່ສຸດ ເພື່ອບໍ່ໃຫ້ຟັງເປັນສຽງຜິດພ້ຽນແລະບໍ່ຖືກຕ້ອງດີຕາມໂນຕໂດຍປົກກະຕິ.

ເທັກນິກຂອງກິຕ້າ ອີກປະເພດນຶ່ງທີ່ມັກຖືກນຳໃຊ້ ຄືການສັ່ນສຽງ (Modulation) ກໍຕ້ອງໄດ້ຣະວັງໄວ້ເຊັ່ນດຽວກັນ, ໜ້ອຍ ແມ່ນດີກວ່າຫຼາຍເຟີ້ເກີນຂອບເຂດ.

ເນື່ອງຈາກວ່າ ການໃຊ້ເອຟເຟັກເຫຼົ່ານີ້ ກໍ່ໃຫ້ເກີດຣະຫັດປະຕິກິຣິຍາອາການຂອງ MIDI Events ຫຼາຍທີ່ສຸດ, ຈຶ່ງແນະນຳໃຫ້ທຳການລົບຜ່ອນເຫດການດັ່ງກ່າວອອກບາງສ່ວນ ເພື່ອຫຼີກເວັ້ນການຮັບສົ່ງຂໍ້ມູນ MIDI ທີ່ລົ້ນຫຼາມ. ເມື່ອຫຼິ້ນທຳນອງນຳດ່ຽວແບບນີ້ດ້ວຍສຽງກິຕ້າ, ບາງຄັ້ງມັນຈຳເປັນຕ້ອງໄດ້ໃຊ້ສຽງອື່ນ ນອກເໜືອຈາກສຽງທີ່ເລືອກໃຊ້ໃນເບື້ອງຕົ້ນ (ຊຶ່ງໄດ້ກຳນົດໄວ້ໃນຫ້ອງທຳອິດຂອງການຕັ້ງຄ່າຂອງ Style). ດ້ວຍວ່າ ໃນຂະນະທີ່ຄີບອດອ່ານການປ່ຽນສຽງ (MIDI Program Change) ພາຍໃນພາກສ່ວນຂອງ Style, ພວກເຮົາຕ້ອງໄດ້ຕັ້ງຄ່າຂໍ້ມູນເຫຼົ່ານີ້ໄວ້ລ່ວງໜ້າ ໃນສຽງຂອງເຄື່ອງເສບ.

Paris, 18 ມົກກະຣາ 2025

“ການສ້າງທາງເດີນຂອງສຽງເບສໃຫ້ຄີບອດ” (Bass Style)

ທັກສະພື້ນຖານຫຼັກ ອັນສຳຄັນທີ່ຄວນຮຽນຮູ້ ໃນການສ້າງຈັງຫວະ (Style) ຂອງຄີບອດ…

ການສ້າງເສັ້ນທາງເດີນສຽງເບສ BASS ໃຫ້ຈັງຫວະຄີບອດ

6. ການສ້າງທາງເດີນສຽງເບສໃຫ້ຈັງຫວະຄີບອດ (Bass Channel)

ສຳລັບສຽງກິຕ້າເບສ ສ່ວນຫຼາຍຈະຫຼິ້ນໂນຕພື້ນຖານຂອງຂອດ (Root Note). ຕາມດັ່ງຕົວຢ່າງລຸ່ມນີ້, ລູກຫຼິ້ນທີ່ແຕກຕ່າງກັນພາຍໃນຫ້ອງນຶ່ງໆ ແມ່ນມີຜົນປະສິດທິພາບດີ.

ໂນຕອື່ນໆທີ່ໃຊ້ ແມ່ນໂນຕທີ່ປະກອບເປັນກຸ່ມຂອງຂອດ. ຍິ່ງບາດກ້າວເນັ້ນໜັກຈັງຫວະຫຼາຍເທົ່າໃດ, ຍິ່ງການໃຊ້ໂນຕ “ພື້ນຖານ” ແມ່ນມີຄວາມສຳຄັນຫຼາຍເທ່ານັ້ນ. ທິສດີນີ້ ສະແດງໃຫ້ເຫັນຊັດເຈນໃນກໍຣະນີທີ່ມີທາງເດີນສຽງເບສພາຍໃນ 2 ຫ້ອງຄວບຄູ່ກັນ :

ລູກຫຼິ້ນທາງເດີນຂອງກິຕ້າເບສ ແມ່ນຂຶ້ນກັບປະເພດຂອງດົນຕຣີ ຫຼືແນວຈັງຫວະຂອງເພງ, ດັ່ງບາງຕົວຢ່າງຕໍ່ໄປນີ້ :

Styles ຈາກໂຮງງານທີ່ມີມາກັບຄີບອດ ແມ່ນສາມາດນຳໃຊ້ເປັນແບບຢ່າງເພື່ອບັນດານແນວຄິດ ໃນການສ້າງທາງເດີນໃໝ່ຂອງກິຕ້າເບສ – ເຊັ່ນດຽວກັນກັບເຄື່ອງເສບອື່ນໆ.

ຮູບແບບທາງເດີນຂອງກິຕ້າເບສ ແມ່ນຕ້ອງມີຄວາມສອດຄ່ອງກັບຮູບແບບຂອງຈັງຫວະກອງຊຸມ, ໂດຍສະເພາະສຽງກອງຢຽບ (Kick). ເພື່ອຫຼີກເວັ້ນການຂັດແຍ່ງກັນ, ຈົ່ງພະຍາຍາມຟັງພຽງແຕ່ສອງເຄື່ອງເສບນີ້ຢ່າງຣະມັດຣະວັງ ໃນຂະນະທີ່ສ້າງຈັງຫວະເພງ. ມີບັນຫາອີກປະເດັນນຶ່ງທີ່ອາດເກີດຂຶ້ນ ເມື່ອມີເຄື່ອງເສບຊະນິດອື່ນທີ່ຫຼິ້ນໂນຕໃນຣະດັບດຽວກັນກັບສຽງເບສ. ຕົວຢ່າງ ຖ້າຫາກ Piano ຫຼິ້ນໂນຕພື້ນຖານດ້ວຍມືຊ້າຍ, ກິຕ້າເບສ (Bass) ແມ່ນບໍ່ຄວນຫຼິ້ນໂນຕຂອງສຽງໃນຣະດັບດຽວກັນ. ແລະໂນຕກິຕ້າຂອດ ທີ່ຫຼິ້ນສຽງຕໍ່າໂພດຈະໄປຂັດກັນກັບສຽງກິຕ້າເບສ (Bass) ໄດ້. ຕາມຫຼັກການທົ່ວໄປ, ໂນຕທີ່ມີການຄວບຂນານກັນ (ໂດຍສະເພາະໂນຕໃນຣະດັບພື້ນຖານຂອງຂອດ) ຄວນໄດ້ຮັບການຫຼີກເວັ້ນ, ໂດຍສະເພາະໃນຊ່ວງຄູ່ຂນານຕໍ່າ (Low Octave). ເພາະສຽງໂດຍຮວມ ຈະຟັງເປັນການ “ຟົດແຊວ” ແລະ “ມົວຂຸ່ນແຂງກະດ້າງ”.

Paris, 18 ມົກກະຣາ 2025

“ການສ້າງຈັງຫວະກອງຂອງຄີບອດ” (Drums Style)

ທັກສະພື້ນຖານຫຼັກ ອັນສຳຄັນທີ່ຄວນຮຽນຮູ້ ໃນການສ້າງຈັງຫວະ (Style) ຂອງຄີບອດ…

5. ການສ້າງຈັງຫວະຂອງກອງຊຸມ (Drums Channel)

ສຳລັບການສ້າງຈັງຫວະຂອງກອງຊຸມໃຫ້ຄີບອດ, ແນວທາງ “ແບບກະທັດຮັດງ່າຍດາຍ” ແມ່ນຫຼັກທີ່ຄວນປະຕິບັດ. ຢ່າສ້າງຈັງຫວະທີ່ສັບສົນເກີນໄປ ຫຼືການໃຊ້ເຄື່ອງເສບຫຼາຍຊິ້ນສ່ວນເກີນຂອບເຂດ, ເພາະຢ່າລືມວ່າ ມືກອງຜູ່ນຶ່ງ ແມ່ນມີພຽງສອງແຂນແລະສອງຂາເທົ່ານັ້ນ, ແລະລາວບໍ່ສາມາດທີ່ຈະຫຼິ້ນທຸກໆຊິ້ນສ່ວນຂອງຊຸມກອງພ້ອມກັນໄດ້ທັງໝົດ ໃນເວລາພ້ອມດຽວກັນ.

ຕາມຕົວຢ່າງຕໍ່ໄປນີ້ : ຈົ່ງເລື່ອນຍ້າຍໂນຕໃນຈັງຫວະທັງໝົດ ໄປໜ້າຫຼືຖອຍຫຼັງເລັກນ້ອຍ ຊຶ່ງຈະພາໃຫ້ເວລາຟັງມີຄວາມຮູ້ສຶກຄ້າຍກັບວ່າ ແມ່ນມືກອງທີ່ “ຫຼິ້ນສົດໆ” ເພື່ອຫຼີກລ່ຽງຮູບແບບຄວາມເປັນອັຕໂນມັຕຂອງໂປຣແກຣມສ້າງ ທີ່ເປັນແບບກົນຈັກແລະບໍ່ເປັນທຳມະຊາດ.

ໃນຫຼັກສູດນີ້, ພວກເຮົາຈະນຳໃຊ້ສັນຍາລັກຕົວເລກອ້າງອີງດັ່ງຕໍ່ໄປນີ້ :
1 – ກອງຢຽບ (Kick)
2 – ກອງແທັກ (Snare)
3 – ກອງລົວສູງ (High Tom)
4 – ກອງລົວກາງ (Mid Tom)
5 – ກອງລົວຕໍ່າ (Low Tom)
6 – ແຊ່ງ (Cymbal)
7 – ສາບເປີດ (HiHat Open)
8 – ສາບປິດ (HiHat Close).

ຈົ່ງເລີ່ມຕົ້ນດ້ວຍການບັນທຶກບັນດາໂນຕຂອງສຽງສາບປິດ (HiHat Close) ໃສ່ໃນຫ້ອງນຶ່ງ, ໂດຍໃຫ້ຄວາມດັງຂອງສຽງ (Volume) ແຕກຕ່າງກັນທັງໝົດ ແລະໃຫ້ຄວາມແຮງຂອງສຽງ (Velocity) ແກ່ບາດກ້າວໃນຕຳແນ່ງ “ຫຼັກ” ມີຄ່າສໍາຄັນກວ່າຈໍາພວກໃນບາດກ້າວ “ຍ່ອຍ” :

ຕິດຕາມດ້ວຍສຽງກອງຢຽບ (Kick) ແລະສຽງກອງແທັກ (Snare), ດັ່ງຕົວຢ່າງລຸ່ມນີ້ :

ຕັວຢ່າງສຽງກອງຢຽບແລະສຽງກອງແທັກ ພ້ອມດ້ວຍສຽງສາບ ເມື່ອປະກອບກັນສົມບູນແລ້ວ.

ຈົ່ງສັງເກດວ່າ ຄວາມໜັກແໜ້ນຂອງສຽງກອງຢຽບ (Kick) ໃນຕຳແນ່ງກ່ອນໜ້າບາດກ້າວທີ 3 ແມ່ນຄ່ອຍກວ່າຈຳພວກໃນຕຳແນ່ງອື່ນໆ ຊຶ່ງຮຽກວ່າ “ບາດກ້າວໜັກ”. ດັດແປງຮູບແບບຮວມ ໂດຍການປັບປ່ຽນບາງໂນຕຂອງສຽງຕ່າງໆ ດັ່ງຕົວຢ່າງລຸ່ມນີ້, ດ້ວຍການໃຫ້ບາດກ້າວໜັກ ພາຍຫຼັງຕຳແນ່ງທີ 2 ກາຍເປັນສຽງກອງແທັກ (Snare) ແລະທຳການລຶບສຽງສາບປິດ (HiHat Close) ໃນຕຳແນ່ງນີ້ອອກ :

ຕັວຢ່າງຮູບແບບຂອງສຽງກອງແທັກທີ່ມາແທນສຽງກອງຢຽບໃນຕຳແນ່ງທີ່ 2.

ຫຼືຕາມແບບນີ້, ຊຶ່ງສຽງສາບເປີດ (HiHat Open) ປາກົດຢູ່ໃນທຸກຕຳແນ່ງບາດກ້າວຂອງຫ້ອງ.

ລູກລົວກອງ “Fill” ຫຼື “Break” ສາມາດລົວ “ແຕ່ສູງລົງຫາຕໍ່າ” ດ້ວຍສຽງກອງລົວ (Toms) ທັງໝົດທຸກລູກ ແລະທຳການລຶບສຽງສາບ (HiHats) ອອກໃນຂະນະທີ່ມີການລົວ. ອາດສາມາດເພິ່ມສຽງແຊ່ງ (Crash Cymbal) ໃສ່ໄດ້ອີກດ້ວຍ.

ຕົວຢ່າງລູກລົວກອງແບບທຳມະດາດ້ວຍສຽງ Tom ສູງໄປຫາຕໍ່າ ພ້ອມດ້ວຍສຽງແຊ່ງ.

“ສຽງບອດ”, ຄືສຽງທີ່ມີຣະດັບຄວາມແຮງ (Velocity) ຕໍ່າທີ່ສຸດ, ຕົວຢ່າງສຳລັບສຽງກອງແທັກ (Snare) ສາມາດເພິ່ມໃສ່ໄດ້ດັ່ງນີ້ :

“ສຽງບອດ” ເຫຼົ່ານີ້ ຈະພາໃຫ້ເກີດຄວາມຮູ້ສຶກຫຼາຍກວ່າອາການປົກກະຕິທໍາມະດາ ເມື່ອຟັງຮວມກັບສຽງອື່ນໆໃນຫ້ອງນຶ່ງໆ.

Paris, 17 ມົກກະຣາ 2025

“ການສ້າງດົນຕຣີປະກອບຈັງຫວະຄີບອດ”

ທັກສະພື້ນຖານຫຼັກ ອັນສຳຄັນທີ່ຄວນຮຽນຮູ້ ໃນການສ້າງຈັງຫວະ (Style) ຂອງຄີບອດ…

4-1. ຈັງຫວະທົ່ວໄປ ຫຼື ຈັງຫວະຕາມເພງ

ອັນດັບເບື້ອງຕົ້ນ ເມື່ອຈະເລີ່ມທຳການສ້າງຈັງຫວະຂອງຄີບອດໂດຍຮວມ ຫຼືທີ່ຮຽກວ່າ Style, ພວກເຮົາຕ້ອງຕັດສິນໃຈລ່ວງໜ້າວ່າ ຈະໃຫ້ເປັນ Style ໃນປະເພດໃດ?

  • ປະເພດທົ່ວໄປ (Generic Style) ຕົວຢ່າງ ລຳວົງ, ສາມຊ່າ, Ballad, Slow, Rock, ແລະອື່ນໆ ຫຼືຈະໃຫ້ເປັນ…
  • ປະເພດຕາມເພງ (Song Style) ຕົວຢ່າງ ຈັງຫວະເພງ “ດອກບົວທອງ”, ເພງ “ຈຳປາເມືອງລາວ”, ເພງ “Yesterday”,…

ຈັງຫວະແບບທົ່ວໄປ (Generic Style) ມີໄວ້ເພື່ອໃຊ້ກັບຫຼາຍໆເພງ (ທີ່ມີຈັງຫວະແບບດຽວກັນ), ໂດຍທີ່ໂຄງຮ່າງຂອງການບັນເລງ ແມ່ນຕ້ອງສາມາດປັບຕົວໃຫ້ເຂົ້າກັບເພງຕ່າງໆທີ່ມີຈັງຫວະແບບດຽວກັນໄດ້. ຊຶ່ງສາມາດເຮັດໄດ້ ໂດຍການເພີ່ມຄວາມຊັບຊ້ອນຂອງເຄື່ອງເສບປະກອບ ແລະຈຳນວນເຄື່ອງບັນເລງທີ່ໃຊ້ສຳລັບພາກສ່ວນ “Main A” ໄປເຖິງພາກສ່ວນ “Main D” ແລະທັງສຳລັບພາກສ່ວນ Intro, Fill ແລະ Ending ອີກດ້ວຍ.

ຕົວຢ່າງ : ພາກສ່ວນຫຼັກ (Main A) ອາດຈະມີພຽງແຕ່ສຽງກອງ (Drum), ສຽງກິຕ້າເບສ (Bass) ແລະສຽງເຄື່ອງທີ່ເຮັດໜ້າທີ່ຫຼິ້ນຂອດພື້ນຖານ (Chord 1), ຊຶ່ງທັງໝົດຫຼິ້ນຮູບແບບທີ່ກະທັດຮັດງ່າຍດາຍໂດຍຮວມ. ພາກສ່ວນຕໍ່ມາ (Main B) ສາມາດຕື່ມຂອດທີ່ສອງ (Chord 2) ໃສ່. ພາກສ່ວນຖັດມາ (Main C) ສາມາດເພີ່ມສຽງປະເພດປູພົມ (Pads) ໃສ່. ແລະພາກສ່ວນສຸດທ້າຍ (Main D) ສາມາດເພີ່ມສຽງສອຍຕ່າງໆ (Phrases) ໃສ່ໃຫ້ສົມບູນໄດ້.

ແຕ່ຖ້າພວກເຮົາເລືອກສ້າງຈັງຫວະປະເພດ ຕາມເພງ (Song Style), ພວກເຮົາຈຳເປັນຈະຕ້ອງໄດ້ສ້າງພາກສ່ວນຂອງ Style ຊຶ່ງຕາມຫຼັກພື້ນຖານ, ບັນດາພາກສ່ວນທີ່ເອີ້ນວ່າ ວັກຂຶ້ນຕົ້ນເພງ, ວັກທີ່ “1”, ວັກທີ່ “2”, ທ່ອນແຍກ “Refrain”, ທ່ອນບັນເລງຕອນກາງເພງ “Solo” ແລະວັກລົງເພງ “Coda” ໃຫ້ຄົບຖ້ວນເພງນຳ. ນີ້ຫມາຍຄວາມວ່າ ຄວາມຊັບຊ້ອນແລະຈໍານວນເຄື່ອງເສບທີ່ໃຊ້ ແມ່ນຕ້ອງໄດ້ກໍານົດແລະອີງຕາມໂຄງຮ່າງຂອງເພງຕົ້ນສະບັບທຸກຢ່າງ.

ໃນຈັງຫວະປະເພດຕາມເພງ, ພາກສ່ວນຂຶ້ນຕົ້ນເພງ (Intro) ແລະລົງເພງ (Ending) ຕ້ອງຄ້າຍຄືທ່ອນຂຶ້ນຂອງເພງ ແລະວັກຈົບເພງຕາມຕົ້ນສະບັບເພງທີ່ຈະສ້າງ. ໂດຍທົ່ວໄປ, ພາກສ່ວນເຫຼົ່ານີ້ຈະມີທັງ ແນວທາງເດີນຂອງຂອດ (ຊຶ່ງໃນ Style ອື່ນແມ່ນຕ້ອງຫຼິ້ນເອງດ້ວຍມືຊ້າຍ) ແລະແນວທາງການສອຍທຳນອງຂອງເພງ (ຊຶ່ງໃນ Style ອື່ນແມ່ນຕ້ອງຫຼິ້ນດ້ວຍມືຂວາ). ຖ້າຫາກຈັງຫວະຂອງ Style ຖືກສ້າງຂຶ້ນດ້ວຍຖ່ວງທຳນອງຂຶ້ນເພງ ແລະຈົບເພງຕາມຕົ້ນສະບັບຂອງເພງ, ຜູ່ຫຼິ້ນພໍພຽງແຕ່ກົດຂອດຫຼັກຂອງເພງດ້ວຍມືຊ້າຍໃນຕອນເລີ່ມຕົ້ນ. ຈາກນັ້ນ, Style ຈະທຳການຫຼິ້ນສຽງບົດທຳນອງຂຶ້ນຕົ້ນເພງ, ແລະເມື່ອຈົບສິ້ນລົງ, ຜູ່ຫຼິ້ນຈະຕ້ອງຄວບຄຸມການຫຼິ້ນວັກຕ່າງໆຂອງເພງຕາມພາກສ່ວນຫຼັກຂອງຄີບອດ ອັນໄດ້ແກ່ Main Variation (A-B-C-D) ຕລອດຮອດການລົງເພງໃນຂັ້ນສຸດທ້າຍ ຊຶ່ງກໍຈະຖືກປະຕິບັດການດ້ວຍຄີບອດໂດຍອັຕໂນມັຕ ຈາກການກົດດຸມພາກສ່ວນທີ່ເອິ້ນວ່າ Endings ເທົ່ານັ້ນ.

4-2. ການສ້າງພາກສ່ວນດົນຕຣີປະກອບໃສ່ໃນຊ່ອງ (MIDI Channel)

ມາຮອດຈຸດນີ້, ພວກເຮົາພ້ອມທີ່ຈະອັດບັນທຶກໂນຕສຽງຕ່າງໆ ໃສ່ໃນຊ່ອງຂອງຈັງຫວະແລ້ວ. ມີວິທີປະຕິບັດການຫຼາຍແບບດັ່ງນີ້ :

  • ອັດໂນຕສຽງ ດ້ວຍການຫຼິ້ນເທິງແປ້ນຄີບອດໂດຍກົງ
  • ເລືອກເອົາໂນຕທີ່ຕ້ອງການ ຈາກຈັງຫວະທີ່ມີມາໃນເຄື່ອງແລ້ວ
  • ລົງບັນທຶກໂນຕ ດ້ວຍໂປຣແກຣມ MIDI Sequencer ໃດນຶ່ງ, ຫຼືໂດຍການປະສົມປະສານຂອງສອງວິທີການທີ່ກ່າວມານີ້
ຕົວຢ່າງໜ້າຈໍຄີບອດ PSR SX900 ໃນການສ້າງຈັງຫວະ (Style Creator) ໂດຍອັດໂນຕສຽງຜ່ານແປ້ນດີດຂອງຄີບອດ
ຕົວຢ່າງໜ້າການເລືອກວິທີຄັດລອກ (Copy-Paste) ໂນຕຈາກຈັງຫວະທີ່ມີໃນເຄື່ອງແລ້ວ

ເມື່ອທຳການອັດໂດຍກົງດ້ວຍຄີບອດ, ຮູບການຫຼິ້ນທັງໝົດ (ພ້ອມທັງຂໍ້ຜິດພາດ) ຈະຖືກເກັບບັນທຶກໄວ້ທຸກປະການ. ລີລາການຫຼິ້ນຕ່າງໆ (ເຊັ່ນຈັງຫວະທ່າທີ, ຄວາມຄ່ອຍແຮງຂອງໂນຕ, ຄວາມຍາວຫຼືສັ້ນຂອງສຽງ, ແລະອື່ນໆ…) ຈະພາໃຫ້ Style ຟັງເປັນທຳມະຊາດ – ຈົ່ງເກັບຮັກສາພວກມັນໄວ້. ແຕ່ແນ່ນອນ, ຄວາມຜິດພາດທີ່ສຳຄັນແລະໂດດເດັ່ນເກີນໄປ ແມ່ນຕ້ອງໄດ້ຮັບການແກ້ໄຂຢ່າງຫຼີກລ່ຽງບໍ່ໄດ້. ວີທີການທີ່ດີທີ່ສຸດ ແມ່ນການແກ້ໄຂໂນຕທີ່ຫຼິ້ນຜິດພາດແຕ່ລະໂນຕ ແທນທີ່ຈະນຳໃຊ້ການຈູນໂນຕໂດຍອັຕໂນມັຕ (Quantize), ຊຶ່ງຈະລຶບລູກຫຼິ້ນທີ່ເປັນທຳມະຊາດຂອງການບັນທຶກສຽງໄປໝົດ.

ຕົວຢ່າງໜ້າຈໍໂປຣແກຣມ MIDI Sequencer ເວລາອັດສຽງດົນຕຣີເປັນໂນຕ Midi

ເມື່ອສ້າງຈັງຫວະດ້ວຍໂປຣແກຣມ MIDI Sequencer, ລູກຫຼິ້ນການອັດໂນຕ ມັກຈະສົມບູນແບບເກີນໄປ. ແນວທາງທີ່ດີທີ່ສຸດ ຄືການເພີ່ມລູກຫຼິ້ນ (ແບບເດົາຊຸ່ມ) ໃຫ້ກັບຖ່ວງທຳນອງໃນຈັງຫວະ, ຣະຫວ່າງຄວາມແຮງຄ່ອຍຂອງໂນຕ, ຄວາມຍາວສັ້ນຂອງສຽງ, ແລະອື່ນໆ… ໂດຍທົ່ວໄປ, ໂປຣແກຣມ MIDI Sequencer ທີ່ທັນສມັຍ ຈະມີຣະບົບທີ່ເອີ້ນວ່າ “ຄວາມເປັນມະນຸດ” (Humanizer) ສຳລັບເຫດການນີ້. ແຕ່ກັບດັກທີ່ຄວນຫຼີກລ່ຽງ ຄືການຢ່າໃຊ້ວິທີ ຄັດລອກແລະວາງ (Copy-Paste) ຫຼາຍເກີນຂອບເຂດ. ມັນເປັນການບໍ່ມີເຫດຜົນເລີຍ ທີ່ຈະສ້າງ 4 ຫ້ອງບັນເລງທີ່ມີເນື້ອໃນຄ້າຍຄືກັນ 100 % ຢູ່ທຸກບ່ອນ. ແລະດັ່ງທີ່ໄດ້ລະບຸໄວ້ກ່ອນໜ້ານີ້ແລ້ວ, ມັນເປັນຄວາມຄຶດທີ່ດີ ທີ່ຈະເພີ່ມຄວາມສັບສົນຂອງລູກຫຼິ້ນໃນຮູບແບບທົ່ວໄປ ໂດຍການ ເຄື່ອນຍ້າຍເນື້ອໃນຣະຫວ່າງພາກສ່ວນ “A” ໄປສູ່ພາກສ່ວນ “D” ເພື່ອໃຫ້ມີສີສັນຂອງການບັນເລງຫຼາຍຫຼາກແບບ.

ທຸກໆພາກສ່ວນຂອງ Style ຕ້ອງໄດ້ອັດບັນທຶກໂດຍການໃຊ້ຂອດໃນຣະດັບສຽງ Cmaj7. ເຮົາສາມາດທຳການປ່ຽນຂອດພາຍໃນພາກສ່ວນຕ່າງໆ, ແຕ່ການຫຼິ້ນແລະການອັດທັງໝົດ ຕ້ອງປະຕິບັດຢູ່ໃນກຸ່ມຂອດຂອງຣະດັບສຽງນີ້. ກົດຣະບຽບທີ່ຈະຕ້ອງປະຕິບັດ ແມ່ນດັ່ງຕໍ່ໄປນີ້ : 

  • ໃນພາກສ່ວນສຽງເບສ (Bass) ແລະທັງສອງພາກສ່ວນຂອງລູກສອຍ (Phrase) : ໃຫ້ໃຊ້ແຕ່ສະເພາະໂນຕ C, D, E, G, A ແລະ B
  • ໃນພາກສ່ວນສຽງປູພົມ (Pad) ແລະທັງສອງພາກສ່ວນຂອງກຸ່ມຂອດ (Chord) : ໃຫ້ໃຊ້ແຕ່ສະເພາະໂນຕ C, E, G ແລະ B

4-3. ພາກສ່ວນຂຶ້ນຕົ້ນແລະຈົບເພງ (Intro & Ending)

ພາກສ່ວນຂຶ້ນຕົ້ນ (Intro) ແລະຈົບເພງ (Ending) ຂອງ Style, ສາມາດສ້າງໄດ້ດ້ວຍ 3 ວິທີ :

  • ບໍ່ມີການດຳເນີນທາງຂອງຂອດ (No Chord Progression) ແລະບໍ່ມີຂອງທຳນອງເພງ (No Melodic Progression). ໃນກໍຣະນີນີ້, ຜູ່ເສບຕ້ອງຫຼິ້ນຂອດດ້ວຍມືຊ້າຍເອງ ແລະຫຼິ້ນທຳນອງສອຍດ້ວຍມືຂວາຕລອດເວລາ.
  • ມີການດຳເນີນທາງຂອງຂອດ (Chord Progression) ແຕ່ບໍ່ມີຂອງທຳນອງເພງ (No Melodic Progression). ໃນກໍຣະນີນີ້, ຜູ້ເສບພຽງກົດຂອດພື້ນຖານຂອງເພງດ້ວຍມືຊ້າຍໃນຕອນເລີ່ມຕົນເພງ, ຄີບອດຈະຫຼິ້ນພາກສ່ວນກ່ຽວຂ້ອງເອງໂດຍອັຕໂນມັຕ, ແລະຜູ່ເສບຕ້ອງຫຼິ້ນທຳນອງສອຍດ້ວຍມືຂວາເອົາເອງຕລອດເວລາ.
  • ມີການດຳເນີນທາງຂອງຂອດ (Chord Progression) ແລະມີຂອງທຳນອງເພງ (Melodic Progression). ໃນກໍຣະນີນີ້, ຄີບອດຈະຫຼິ້ນພາກສ່ວນກ່ຽງຂ້ອງໃຫ້ເອງໂດຍອັຕໂນມັຕທັງໝົດ. ໃນຄວາມເປັນຈິງ, ພາກສ່ວນຂຶ້ນຕົ້ນແລະຈົບເພງ ແມ່ນເອກສານ MIDI File ອັນສົມບູນຂອງເພງ. ວິທີການນີ້ ມັກໃຊ້ກັບຈັງຫວະຕາມເພງ (Song Style) ຊຶ່ງຈະບໍ່ສາມາດນຳໄປໃຊ້ເສບເພງອື່ນໄດ້ ເຖິງແມ່ນວ່າຈະເປັນຈັງຫວະແບບດຽວກັນກໍຕາມ.

Paris, 16 ມົກກະຣາ 2025

“ພື້ນຖານການສ້າງຈັງຫວະຄີບອດ” – ຄຳນຳເບື້ອງຕົ້ນ

ທັກສະພື້ນຖານຫຼັກ ອັນສຳຄັນທີ່ຄວນຮຽນຮູ້ ໃນການສ້າງຈັງຫວະ (Style) ຂອງຄີບອດ…

1) ບົດນຳສເນີ

ໃຜກໍຕາມ ທີ່ເປັນເຈົ້າຂອງຄີບອດປະເພດ Arranger ຈະມີຄວາມປະສົງຢາກໄດ້ຈັງຫວະໃໝ່ໆໃນບາງໂອກາດ ເຖິງແມ່ນວ່າໃນເຄື່ອງຈະມີຈັງຫວະມາໃຫ້ພ້ອມເປັນຈຳນວນມາກມາຍແລ້ວກໍຕາມ. ເນື່ອງດ້ວຍວ່າ ຈັງຫວະທີ່ມີມາຈາກໂຮງງານຂອງເຄື່ອງ ອາດບໍ່ກົງກັບຈັງຫວະເພງທີ່ຕົນເອງປະສົງຢາກບັນເລງ ດັ່ງນີ້ເປັນຕົ້ນ…

ເປົ້າໝາຍຂອງກະທູ້ນີ້ ແມ່ນເພື່ອແບ່ງປັນຄວາມຮູ້ ແນວຄຶດ ແລະບາງຄຳແນະນຳໃນການສ້າງຈັງຫວະໃໝ່ໆ ໃຫ້ແກ່ຜູ່ທີ່ສົນໃຈແລະມີຄວາມປະສົງຢາກສ້າງຈັງຫວະ ຊຶ່ງຮຽກວ່າ Style ເປັນຂອງຕົນເອງ. ໃນບົດຂຽນນີ້, ພວກເຮົາຈະໄດ້ຮຽນຮູ້ຫຼັກການສຳຄັນ ຂອງການຂຽນຣະຫັດໂປຣແກຣມຈັງຫວະເພງໃຫ້ຄີບອດ ດ້ວຍໂປຣແກຣມ MIDI Sequencer. ຊຶ່ງສາມາດກ່າວໄດ້ວ່າ ທຸກໆໂປຣແກຣມ MIDI Sequencer ທັນສມັຍທີ່ມີຣະບົບຄວບຄຸມຣະຫັດ MIDI List Events ໃນທ້ອງຕລາດປະຈຸບັນ ແມ່ນສາມາດໃຊ້ການໄດ້.

ຫຼັກສູດຮວມ ຈະຖືກແບ່ງເປັນຫຼາຍໆພາກສ່ວນ, ໂດຍແຕ່ລະພາກສ່ວນ ຈະມີການອະທິບາຍຫຼັກການແລະຂໍ້ຄວນຄຳນຶງ, ຄຳແນະນຳແລະເຄັດລັບບາງຢ່າງ ໃນຂະບວນການສ້າງຈັງຫວະປະກອບເພງໃຫ້ຄີບອດ Yamaha Arranger ໂດຍສະເພາະ.

  • ໃນພາກສ່ວນທີ່ 2 ແລະ 3, ພວກເຮົາຈະຮຽນຮູ້ການສ້າງໂຄງຮ່າງຫຼັກຂອງຈັງຫວະ
  • ໃນພາກສ່ວນທີ່ 4 ຫາ 9, ພວກເຮົາຈະສ້າງເນື້ອໃນດົນຕຣີຂອງຈັງຫວະ (ໂນຕ MIDI)
  • ໃນພາກສ່ວນທີ່ 10, ພວກເຮົາຈະຈົບສົມບູນການສ້າງຈັງຫວະ ດ້ວຍການເພີ່ມເຕີມຂໍ້ມູນກ່ຽວກັບຣະບົບ CASM, OTS ແລະ MDB
  • ໃນພາກສ່ວນທີ່ 11, ພວກເຮົາຈະສົນທະນາກ່ຽວກັບ ວິທີປັບປຸງຄຸນສົມບັດຂອງຈັງຫວະ
  • ໃນພາກສ່ວນທີ່ 12, ພວກເຮົາຈະຫາລືກ່ຽວກັບ ບັນຫາທີ່ອາດເກີດຂຶ້ນ – ແລະວິທີການແກ້ໄຂ

ພາກສ່ວນທີ່ 5 ຫາທີ່ 9, ບໍ່ໄດ້ມີເຈຕນາໃຫ້ຖືເປັນຄູ່ມືທີ່ສົມບູນ ກ່ຽວກັບການສ້າງສັນການຮຽບຮຽງຈັງຫວະເພງແຕ່ຢ່າງໃດ. ວັດຖຸປະສົງຂອງພາກສ່ວນເຫຼົ່ານີ້ ແມ່ນການໃຫ້ຄຳແນະນຳເບື້ອງຕົ້ນ ອັນເປັນພື້ນຖານແກ່ການສ້າງການຮຽບຮຽງດົນຕຣີໃຫ້ເປັນຈັງຫວະຂອງຄີບອດທີ່ຮຽກວ່າ Style ໂດຍສະເພາະ. ຈັງຫວະ ຫຼື Styles ທີ່ສ້າງຂຶ້ນຕາມຫຼັກການຂອງຫຼັກສູດນີ້ ຈະສາມາດໃຊ້ໄດ້ກັບທຸກໆຄີບອດ Yamaha ຮຸ່ນ Tyros, PSR, CVP, DGX, YPG ແລະ YPT.

ສາຣະບານ

  1. ບົດນຳສເນີ
  2. ຄຳນຳເບື້ອງຕົ້ນ
  3. ການກຳນົດຄ່າພື້ນຖານເບື້ອງຕົ້ນ
  4. ການສ້າງສຽງດົນຕຣີປະກອບໃຫ້ເປັນຈັງຫວະຮວມ
    • ຈັງຫວະທົ່ວໄປ ຫຼື ຈັງຫວະຕາມເພງ
    • ການສ້າງພາກສ່ວນຂອງຊ່ອງ (Channal Parts)
    • ພາກສ່ວນຂຶ້ນຕົ້ນ (Intro) ແລະພາກສ່ວນຈົບເພງ (Ending)
  5. ພາກສ່ວນກອງຊຸມ (Drum)
  6. ພາກສ່ວນ Bass
  7. ພາກສ່ວນ Guitar
    • ກິຕ້າປັດຂອດຈັງຫວະ (Guitar Rhythmic)
    • ກິຕ້ານຳ (Guitar Solo)
  8. ພາກສ່ວນເຄື່ອງເປົ່າ (Brass Parts)
  9. ພາກສ່ວນເຄື່ອງສາຍ (Strings Parts)
  10. ສຳເລັດການສ້າງຈັງຫວະ (Style)
    • ຮູບແບບແລະຊື່ຂອງຈັງຫວະ
    • ພາກສ່ວນ CASM
    • ພາກສ່ວນ OTS
    • ພາກສ່ວນ MDB
    • ຂັ້ນສຸດທ້າຍ
  11. ປັບປຸງຄຸນສົມບັດຂອງຈັງຫວະ
    • ການປະກອບດົນຕຣີຕາມລັກສະນະຂອງຂອດເພງ
    • ພາກສ່ວນການລົວຈັງຫວະຍາວ
    • ພາກສ່ວນການລົວ/ການຢຸດຈັງຫວະເຄິ່ງຫ້ອງ
    • ພາກສ່ວນທີ່ມີຄ່າຂອງຈັງຫວະແຕກຕ່າງກັນ
    • ພາກສ່ວນທີ່ມີຄວາມໄວຂອງຈັງຫວະແຕກຕ່າງກັນ
  12. ການແກ້ໄຂບັນຫາ

2) ຄຳນຳເບື້ອງຕົ້ນ

Styles ຈັງຫວະຂອງຄີບອດ Yamaha, ແມ່ນເປັນເອກສານ MIDI ໃນຣະບົບ Format 0, ປະກອບດ້ວຍຣະຫັດຫຼາຍໆພາກສ່ວນສົມທົບ. ມີພາກສ່ວນທີ່ເປັນພາສາ MIDI ແລະ ພາກສ່ວນທີ່ບໍ່ແມ່ນພາສາ MIDI. ພາກສ່ວນ MIDI ຂອງ Style, ຈະແບ່ງເປັນສ່ວນຍ່ອຍ ໂດຍມີຣະຫັດບັນທຶກເປັນເຄື່ອງໝາຍໃນລັກສະນະຂອງອັກສອນຂຽນ ຮຽກວ່າ (MIDI Text Markers), ຊຶ່ງກຳນົດວ່າ ຂໍ້ມູນ MIDI ສຳລັບສ່ວນເລີ່ມຕົ້ນຂອງຈັງຫວະນັ້ນໆ ຖືກເກັບບັນທຶກໄວ້ຢູ່ບ່ອນໃດ. ແຕ່ລະພາກສ່ວນຂອງຈັງຫວະ ຈະກົງກັບຄຸນລັກສະນະຂອງຄີບອດແຕ່ລະຮຸ່ນໂດຍສະເພາະ. ໂດຍປົກກະຕິແລ້ວ, ຄີບອດທຸກຮຸ່ນ ຈະສາມາດອ່ານທຸກໆເອກສານຈັງຫວະ Style ນີ້ໄດ້, ເຖິງແມ່ນວ່າພວກມັນອາດຈະມີພາກສ່ວນປະກອບຂອງຈັງຫວະໜ້ອຍກວ່າ ຫຼື ຫຼາຍກວ່າກໍຕາມ. ໃນຄີບອດຮຸ່ນໃໝ່ແລະຫຼ້າສຸດ, ຊື່ຂອງພາກສ່ວນທີ່ຄວບຄຸມຈັງຫວະທີ່ຖືກຕ້ອງຕາມຫຼັກການ (Text Markers) ແມ່ນ :

  • “Intro A”, “Intro B”, “Intro C”
  • “Main A”, “Main B”, “Main C”, “Main D”
  • “Fill In AA”, “Fill In BB”, “Fill In CC”, “Fill In DD”, ແລະ “Break”
  • “Ending A”, “Ending B”, “Ending C”

ແຕ່ລະພາກສ່ວນຂອງການຄວບຄຸມຈັງຫວະເຫຼົ່ານີ້, ສາມາດມີຄວາມຍາວຈາກ 1 ຫາ 128 ຫ້ອງຂອງຈັງຫວະດົນຕຣີ, ຍົກເວັ້ນພາກສ່ວນການລົວສົ່ງ (Fill In) ແລະການຢຸດສົ່ງ (Break) ຊຶ່ງຈະມີຄວາມຍາວພຽງ 1 ຫ້ອງ. ຄວາມຍາວໂດຍທົ່ວໄປ ແມ່ນດັ່ງນີ້ :

  • Intro : 1 ຫາ 8 ຫ້ອງ
  • Main : 4 ຫາ 8 ຫ້ອງ
  • Ending : 1 ຫາ 8 ຫ້ອງ

ພາຍໃນຫ້ອງທຳອິດຂອງພາກສ່ວນນຶ່ງໆ ຈະປະກອບດ້ວຍຄຳນິຍາມທີ່ກຳນົດຄ່າຂອງ : Volume, Reverb, Chorus, Pan…, ແລະ 2 ບົດຂຽນເປັນເຄື່ອງໝາຍອັກສອນ (Text Markers) ຮຽກວ່າ “SFF1” ແລະ “SInt”. (ສຳລັບຄີບອດຮຸ່ນໃໝ່ສຸດ ກໍຈະແມ່ນ : “SFF2” ແລະ “SInt”). ໃນຕາຕະລາງຕໍ່ໄປນີ້, ຈະສະແດງໃຫ້ເຫັນພຽງພາກສ່ວນນຶ່ງຂອງ Style ແລະເຄື່ອງໝາຍ Text Markers ທີ່ສອດຄ່ອງກັນ.

ຂໍ້ມູນ MIDI

ຂໍ້ມູນ Non-MIDI

ຫ້ອງທີ່

1

2 ຫາ 5

6

7

8

9 ຫາ 12

13

14 ຂຶ້ນໄປ

CASM,

OTS
ແລະ MDB

ພາກສ່ວນ Style

SFF1
SInt

MAIN
A

FILL-IN
AA

INTRO
A

ENDING
A

MAIN
B

FILL-IN
BB

ພາກສ່ວນເພີ່ມເຕີມ

ແຕ່ລະພາກສ່ວນຂອງຈັງຫວະ, ສາມາດບັນຈຸຂໍ້ມູນໄດ້ເຖິງ 16 ຊ່ອງ (MIDI Channel). ຊ່ອງເຫຼົ່ານີ້ ຮຽກວ່າ “ຊ່ອງຫຼັກ” ຫຼືຊ່ອງຕົ້ນທາງ. ສ່ວນຊ່ອງໃນບັ້ນປາຍທາງ ຕາມພື້ນຖານຫຼັກການຂອງຄີບອດ Yamaha (ຊ່ອງທີ່ຄີບອດຮັບໜ້າທີ່ຫຼິ້ນສຽງເຄື່ອງບັນເລງຕ່າງໆ) ແມ່ນຖືກສະແດງຕາມໃນຕາຕະລາງຕໍ່ໄປນີ້.

ຊ່ອງ MIDI

09

10

11

12

13

14

15

16

ພາກສ່ວນຄີບອດ

Rhythm Sub

Rhythm Main

Bass

Chord 1

Chord 2

Pad

Phrase 1

Phrase 2

Style ຈັງຫວະໃນຮູບແບບ “ຮຽບງ່າຍ” ຈະມີແຫຼ່ງທີ່ມາ ແລະ ແຫຼ່ງຈຸດໝາຍປາຍທາງຂອງຊ່ອງ Channel MIDI ທີ່ກົງກັນ. ຖ້າຫາກໂຄງສ້າງຂອງຊ່ອງສັນຍານເປັນຮູບແບບແຕກຕ່າງ, ຫຼືມີຫຼາຍກວ່າ 8 ຊ່ອງໃນເອກສານ Style, ຊ່ອງສັນຍານຕົ້ນທາງ ຕ້ອງໄດ້ຮັບການປ່ຽນເສັ້ນທາງໄປ ໂດຍອາສັຍຣະຫັດຂອງຣະບົບພາກສ່ວນທີ່ຮຽກວ່າ CASM ມາຊ່ວຍ. (ຫົວຂໍ້ນີ້ຈະມີການສາທິດໃນພາກທີ່ 10). ແຕ່ສຳລັບບົດນີ້, ພວກເຮົາຈະເລີ່ມຕົ້ນສ້າງ Style ໂດຍການສ້າງເອກສານ MIDI ບົດນຶ່ງ ແລະເພີ່ມເຄື່ອງໝາຍຂໍ້ຄວາມ (Text Markers) ຕາມທີ່ສະແດງໃຫ້ເຫັນໃນຈໍເຫດການ (List Events) ຂອງໂປຣແກຣມ MIDI Sequencer ຕົວຢ່າງຕາມລຸ່ມນີ້. ພວກເຮົາຈະກວດສອບໃຫ້ແນ່ໃຈວ່າ ໄດ້ມີການເພີ່ມຄ່າຂອງອັດຕຣາຈັງຫວະ (Time Signature) ແລະຄ່າຂອງຄວາມໄວຊ້າຂອງເພງ (Tempo) ໂດຍອັຕໂນມັຕເມື່ອສ້າງເອກສານຂຶ້ນ, ບໍ່ດັ່ງນັ້ນ ແມ່ນຈຳເປັນຕ້ອງມີການດຳເນີນການດ້ວຍຕົນເອງໃຫ້ສົມບູນແບບ.

ຕົວຢ່າງຂອງຄ່າອັດຕຣາຈັງຫວະ 4/4 ແລະຄວາມໄວຊ້າຂອງເພງ ປະມານ 120 ແມ່ນໄດ້ຖືກບັນທຶກໄວ້ເປັນບົດເຄື່ອງໝາຍຂໍ້ຄວາມ (Text Markers) ໃນເບື້ອງຕົ້ນຂອງເອກສານ MIDI ນະຫ້ອງທີ່ 1.1.000, ຊຶ່ງເປັນການສະແດງໃຫ້ຮູ້ວ່າ ນີ້ແມ່ນ Style ໃນຈັງຫວະ 4/4 ແລະມີທຳນອງຄວາມໄວຂອງເພງດ້ວຍຄ່າ 120 ບາດກ້າວ Tempo.

3) ການກຳນົດຄ່າພື້ນຖານເບື້ອງຕົ້ນໂດຍທົ່ວໄປ

ຫຼັງຈາກໄດ້ທຳການຕັ້ງຄ່າໂຄງສ້າງຫຼັກຮຽບຮ້ອຍແລ້ວ ພວກເຮົາຈະທຳການເພີ່ມນິຍາມອື່ນໆໃສ່ເບຶ້ອງຕົ້ນຂອງເອກສານດັ່ງຕໍ່ໄປນີ້ :

  • ເຈົ້າຂອງລິຂສິດ (Copyright)
  • ຊື່ຂອງຈັງຫວະ (Track Name = Style Name)
  • ຂໍ້ຄວາມສະເພາະກ່ຽວກັບຣະບົບ (System Exclusive Messages)

– GM System On = F0 7E 7F 09 01 F7
– Yamaha = F0 43 73 39 11 00 46 00 F7
ນອກຈາກນີ້, ພວກເຮົາຈະເພີ່ມຄຳສັ່ງການຂອງຣະບົບ XG ຂອງຄີບອດ Yamaha ໂດຍສະເພາະອີກນຳ :
– XG Works On = F0 43 76 1A 10 01 01 01 01 01 01 01 01 F7

ຂັ້ນຕອນຕໍ່ໄປ ແມ່ນການກຳນົດນິຍາມຂອງເຄື່ອງເສບຕ່າງໆ – ພ້ອມດ້ວຍຄ່າຂອງສຽງ – ໃຫ້ຊ່ອງທີ່ 9 ຫາ 16 ໃນຫ້ອງເລີ່ມຕົ້ນຂອງເອກສານ MIDI, ດັ່ງທີ່ສະແດງໃຫ້ເຫັນຢູ່ໃນພາບລຸ່ມນີ້. ໃນຕົວຢ່າງນີ້, ພວກເຮົາເພີ່ມໃສ່ແຕ່ພຽງ :

  • ຂໍ້ມູນຂອງຣະດັບສຽງ Volume, ການສະແດງອາການ Expression ແລະ ຄ່າບັງຄັບການຂອງເອັຟເຟັກ Reverb/Chorus
  • ຄັງສຽງ MSB, ຄັງສຽງ LSB ແລະອັນດັບສຽງ Program Change – ຕາມລຳດັບທີ່ຕໍ່ເນື່ອງກັນ

ດັ່ງທີ່ບັນທຶກໄວ້, ພວກເຮົາໄດ້ເພີ່ມໃສ່ຊ່ອງທີ່ 10 : ສຽງກອງຊຸມ (Drum); ຊ່ອງທີ່ 11 : ສຽງກິຕ້າເບສໄຟຟ້າ (Electric Bass) ແລະໃນຊ່ອງທີ່ 12 : ສຽງປ່ຽນໂນ່ (Acoustic Piano). ເຄື່ອງເສບອື່ນໆ ທີ່ບໍ່ປາກົດ ໃຫ້ເຫັນໃນພາບ ແມ່ນໄດ້ຖືກເພີ່ມໃສ່ໃນຊ່ອງທີ່ 13, 14, 15 ແລະ 16 ເຊັ່ນດຽວກັນ.

ເຮົາສາມາດເລືອກກຳນົດເຄື່ອງເສບໃດນຶ່ງໃສ່ໃນຊ່ອງ MIDI ໃດກໍໄດ້ຕາມໃຈມັກ, ຍົກເວັ້ນຊ່ອງທີ່ 10 ຊຶ່ງເປັນຊ່ອງສະເພາະສຳລັບສຽງກອງຊຸມ (Drum). ໃນຫຼັກສູດນີ້, ພວກເຮົາຈະປະຕິບັດຕາມການກຳນົດຄ່າ “ແບບງ່າຍໆ” ນັ້ນຄື ການກຳນົດໃຫ້ຊ່ອງແຫຼ່ງກຳເນີດ ແມ່ນກົງກັບຊ່ອງຂອງແຫຼ່ງບັ້ນປາຍທາງອອກຂອງຄີບອດ ຕາມການກຳນົດຄ່າທົ່ວໄປດັ່ງຕໍ່ໄປນີ້ :

  • MIDI ຊ່ອງທີ່ 09 : Rhythm Sub  ຊຶ່ງມັກຈະເປັນເຄື່ອງດົນຕຣີປະເພດເຄື່ອງເຄາະຈັງຫວະເສີມ (Percussion Latino)
  • MIDI ຊ່ອງທີ່ 10 : Rhythm Main ແມ່ນກອງຊຸມຫຼັກ
  • MIDI ຊ່ອງທີ່ 11 : Bass             ກິຕ້າເບສໃດນຶ່ງ ຫຼືສຽງ Piano, ຫຼື Tuba ກໍໄດ້
  • MIDI ຊ່ອງທີ່ 12 : Chord 1        ສ່ວນຫຼາຍຈະແມ່ນສຽງກິຕ້າຂອດ (Guitar Rhythm)
  • MIDI ຊ່ອງທີ່ 13 : Chord 2        ສ່ວນຫຼາຍຈະແມ່ນສຽງກິຕ້າ ຫຼື ສຽງປ່ຽນໂນທີ່ຕີຂອດ (Guitar – Piano Rhythm)
  • MIDI ຊ່ອງທີ່ 14 : Pad              ເປັນເຄື່ອງເສບປະເພດ “ປູພົມ” ດັ່ງເຊັ່ນເຄື່ອງສາຍຫຼືສຽງຮ້ອງປະສານ (Strings – Choir)
  • MIDI ຊ່ອງທີ່ 15 : Phrase 1      ປໂຍກສອຍສັ້ນໆ, ທີ່ເສບບັນເລງໂດຍປະເພດເຄື່ອງລົມ (Wind)
  • MIDI ຊ່ອງທີ່ 16 : Phrase 2      ປໂຍກສອຍສັ້ນໆ, ທີ່ເສບບັນເລງໂດຍປະເພດເຄື່ອງເປົ່າ (Brass)

Paris, 15 ມົກກະຣາ 2025

ເພງ “ເປັນຫຍັງ”

ເນື້ອຮ້ອງ & ທຳນອງ : ເຈົ້າຄຳຜາຍ ກຸນຣະວຸທ໌ (~1980)
ນັກຮ້ອງຕົ້ນສະບັບ : ຜູຍບັນດິດ ອິນດາວັນ

ວິດີໂອດົນຕຣີບັນເລງເພງ “ເປັນຫຍັງ”
1) ເປັນຫຍັງ ນົກກາ ຈຶ່ງຮ້ອງເຊີຍຊື່ນ
ເປັນຫຍັງເມື່ອຄືນດາວຈຶ່ງສ່ອງແສງ
ເປັນຫຍັງຈິດຄົນຈຶ່ງມັກ (ໝາງ) ປ່ຽນແປງ
ມາໜ່າຍແໜງລືມຮັກລືມສັນຍາ
 
2) ເປັນຫຍັງ ທະເລ ຈຶ່ງມີຄື້ນລົມ
ເປັນຫຍັງຟ້າຕຣົມຈຶ່ງຫຼັ່ງເປັນ (ລິນ) ຝົນ
ເປັນຫຍັງຕົວເຮົາຈຶ່ງເສົ້າ (ເຝົ້າ) ໝອງໝົ່ນ
ຄອຍທຸກທົນເຈັບຊໍ້າໃນຊວງ
 
• ອາດເປັນເພາະໂລກ ຄອຍປ່ຽນວຽນໝຸນເລື້ອຍໄປ
ຢາກຮູ້ໃຈຍິງຈະໝຸນຈັກຄັ້ງຕໍ່ວັນ
(ຈຶ່ງທຳໃຫ້ໃຈຂອງຄົນປ່ຽນໝຸນທຸກວັນ)
ເປັນຫຍັງຮັກຜູກພັນເຮົານັ້ນມາສລາຍ…

ໂນຕເພງ "ເປັນຫຍັງ"
ໂນຕເພງ “ເປັນຫຍັງ” ຮ້ອງໂດຍ ສຸບັນຄຳ ເນື້ອຮ້ອງ & ທຳນອງ : ເຈົ້າຄຳຜາຍ ກຸນຣະວຸທ໌ (~1980) ນັກຮ້ອງຕົ້ນສະບັບ : ຜູຍບັນດິດ ອິນດາວັນ
ວິດີໂອໂນຕບັນເລງເພງ “ເປັນຫຍັງ”
ວິດີໂອເພງ “ເປັນຫຍັງ” ຮ້ອງໂດຍ ສຸບັນຄຳ

ເພງ “ສົງສານຄົນຊໍ້າ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (19??)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ

ວິດີໂອດົນຕຣີບັນເລງເພງ “ສົງສານຄົນຊໍ້າ”

1) ສຽງໃຜ ດັງແວ່ວມາ
ຢາກເຫັນໜ້າ ເວລາເພງພັດປິວ
ຫວິວໆ ປິວເປັນສຽງສັ່ງ
ຂອງຄົນຊໍ້າ ຣະກັມໃຈ

2) ສົງສານ ສຽງເພງຈົ່ມ
ຄົງຣະທົມ ຂື່ນຂົມບໍ່ເວັ້ນວາຍ
ຂ້ອນຄືນ ຍັງສົ່ງສຽງໄກ
ເໝືອນສຽງໄຫ້ ໃຜລວງມາ

• ຫາ ວ່າຍິງທົ່ວໄປ
ມີຫຼາຍໃຈ ຜິດຄຳສັນຍາ
ບາດຜູ່ຊາຍ ຫຼອກເຂົາບໍ່ວ່າ
ຜູ່ຍິງເສັຽນໍ້າຕາ ເປັນແສນໆ

3) ນ້ອງຂໍ ຮ້ອງຕໍ່ວ່າ
ຍິງແນ່ກວ່າ ຜູ່ຊາຍຕັ້ງຫຼາຍຄະແນນ
ຜູ່ຍິງ ຮັກປັກຝັງແໜ້ນ
ສັນຍາແກ່ນ ແມ່ນວາຍຊົນ…

ໂນຕເພງ “ສົງສານຄົນຊໍ້າ”
ໂນຕເພງ “ສົງສານຄົນຊໍ້າ” ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (19??) ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ
ວິດີໂອໂນຕບັນເລງເພງ “ສົງສານຄົນຊໍ້າ”
ວິດີໂອເພງ “ສົງສານຄົນຊໍ້າ” ຮ້ອງໂດຍ ສຸບັນຄຳ

ເພງ “ຍາມຫ່າງ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (19??)
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ

ວິດີໂອດົນຕຣີບັນເລງເພງ “ຍາມຫ່າງ”
1) ຍາມ ຫ່າງໄກກັນ
ຄິດຮອດກັນແທບຈະຂາດໃຈ
ຫ່ວງຫາເຈົ້າຫຼາຍ
ຈອມຂວັນໃຈອາລັຍຫາ
 
2) ຮັກ ບໍ່ຈືດຈາງ
ເຖິງໄກຫ່າງຮັກບໍ່ຊ່າງຊາ
ຍອດປຣາຖນາ
ຂໍເຈົ້າຢ່າຢ່ານ້ອຍໃຈ
 
• ບໍ່ ດົນດອກໜາ
ຈະຫວນຫາຮັບຂວັນດວງໃຈ
ຈະຢູ່ຮຽງໃກ້
ຄອຍເອົາໃຈບໍ່ໃຫ້ເຈົ້າເຫງົາ
 
3) ຈຳ ຈາກຈຳຈອນ
ແສນອາວອນຖອນໃຈງຽບເຫງົາ
ນັ່ງໜາວນອນໜາວ
ຄິດຮອດເຈົ້າຕລອດກາລ…
 
ໂນຕເພງ “ຍາມຫ່າງ”
ໂນຕເພງ “ຍາມຫ່າງ” ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (19??) ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ
ວິດີໂອໂນຕບັນເລງເພງ “ຍາມຫ່າງ”