ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (19??)
ນັກຮ້ອງຕົ້ນສະບັບ : ວົງເດືອນ ວົງພະຈັນ
1) ໂອ້ແມ່ນາງຊ່າງງາມໂສພາ
ເຈົ້າຫຼົງຟ້າມາຫຼືວ່າຫົນໃດ
ຈາກບ່ອນນັ້ນເຈົ້າມາກັບໃຜ
ຊ່າງງາມວິໄລຈິດໃຈໃຝ່ຝັນ
2) ໄດ້ພົບຍິງມາຫຼາຍລ້ານຄົນ
ບໍ່ຄືໜ້າມົນບໍ່ທຽບທຽມທັນ
ເຈົ້າຄົງລົງມາຈາກສວັນ
ຜ່ອງສີໂສພັນເຫັນກັນເທື່ອດຽວ
• ແມ່ນນ້ອງສາວຂາດຄູ່ຄຽງຢ່າອຳຢ່າອຽງ
ຢ່າອາຍອື້ອຶງໃຫ້ແລຫຼຽວ
ອ້າຍຍ່າງມາກິນລົມຜູ່ດຽວປ່ຽວໃຈສຸດເຫງົາ
ພໍເຫັນໜ້າເຈົ້າກໍຊື່ນໃຈ
3) ຢາກຈະເປັນຂຸນໂຈນປຸ້ນໜັກ
ປຸ້ນກາຍປຸ້ນຮັກປຸ້ນເອົາຫົວໃຈ
ປຸ້ນເອົາຕົວແມ່ນາງດັ່ງໝາຍ
ປຸ້ນໄປແນບກາຍແກ້ໜາວກອດນອນ…


