ເພງ “ແຂ້ນ້ອຍ”

ເນື້ອຮ້ອງ & ທຳນອງ : ຜາຍ ເມືອງຈັນ & ທອງດີ ສຸນທອນວິຈິດ (~1945)
ນັກຮ້ອງຕົ້ນສະບັບ : ບຸນຄົງ ປຣະດີຈິດ

ວິດີໂອດົນຕຣີບັນເລງເພງ “ແຂ້ນ້ອຍ”
1) ແຂ້ນ້ອຍ ລອຍໄປລອຍມາ (ຊໍ້າ)
ລວງເອົາປາເປັນມິດ ຄໍ່າຄວນຄໍ່າຄິດກິນປາ
ແຂ້ນ້ອຍ ລອຍໄປລອຍມາ
ລວງມັດສາມາສູ່ ແຕ່ດູເຂົາຮູ້ໂຄງລວງ
ພໍດີປາຕວງ ກັບລວງເອົາຕົວແຂ້ນ້ອຍ
ມາຢ້ຽມກ້ອຍປາກ່ອນ ແລ້ວປາຈະຈອນໄປຕາມ
ແຂ້ນ້ອຍ ສ່ວນພອຍຕົວງາມ
ພະຍາຍາມເດີນສູ່ ທີ່ພັກທີ່ຢູ່ຂອງປາ…
 
2) ບໍ່ຄຳນຶງຫາວ່າ ຈະມີໂພຍພັຍ (ຊໍ້າ)
ພໍລຸຍຕົວໄປໃນຈັ່ນ ປະຕູກໍລັ່ນຕົກທັບ
ແຂ້ນ້ອຍ ອາພັບອັບອາຍ
ເມື່ອແຂ້ຮູ້ອຸບາຍ ມັດສາກໍກາຍລອດປ່ອງ
ເມື່ອນັ້ນຕາດີ ເດີນຈ່ອງມອງຈອນ (ຊໍ້າ)
ຢ່ອງເອົາຄ້ອນມາທຸບ ຕລຸບທຸບທັບຕົວພອຍ
ແຂ້ນ້ອຍຕາຍຍ້ອຍຕາຍຍັບ ຕາຍເພາະຖືກທຸບທັບ
ຕາຍແລ້ວຈະກັບເກີດໃໝ່ ຕາຍແລ້ວຈະໄລ່ເວນນາ…
 
ໂນຕເພງ “ແຂ້ນ້ອຍ”
ດົນຕຣີບັນເລງເພງ “ແຂ້ນ້ອຍ” ເນື້ອຮ້ອງ & ທຳນອງ : ຜາຍ ເມືອງຈັນ & ທອງດີ ສຸນທອນວິຈິດ (~1945) ນັກຮ້ອງຕົ້ນສະບັບ : ບຸນຄົງ ປຣະດີຈິດ
ວິດີໂອໂນຕບັນເລງເພງ “ແຂ້ນ້ອຍ”