ເພງ “ເຄາະຂີ້ໝ້ຽງ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1983)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ເຄາະຂີ້ໝ້ຽງ”

1) ເກົ່າ ມັນເປັນຂີ້ໝ້ຽງ
ສຸ້ມສຽງ ບໍ່ເສາະບໍ່ໃສ
ຮ້ອງເພງ ກໍຮ່າວຮ້ອງໄປ
ຕາມໃຈ ຜູ່ຂໍຟັງມາ

2) ຢ່າ ວ່າຮ້ອງບໍ່ມ່ວນ
ຢ່າເວົ້າຂວັນ ຕິສິນນິນທາ
ສິລປິນ ບໍ່ມີຄຣູບໍ່ມີບາ
ຜ່ານມາ ນັ້ນພອນສວັນບັນດານ

• ຮູ້ ກັນຢູ່ແລ້ວ
ຮອດເຊື້ອແນວ ແຖວເຜົ່າພົງພັນ
ເຄີຍຢູ່ ຄຽງຄູ່ວົງການ
ແຕ່ດົນນານ ປົກກະຕິວິສັຍ

3) ຂອບ ຂອບໃຈຊະກ່ອນ
ທີ່ຊ່ວຍປ້ອນ ຊ່ວຍປ່ອນກຳລັງໃຈ
ກຸສົນແຮງ ແບ່ງປັນຫານໃຫ້
ສິນນໍ້າໃຈ ໄມຕຣີຊິບໍ່ລືມ…

ໂນຕເພງ “ເຄາະຂີ້ໝ້ຽງ”
ວິດີໂອໂນຕບັນເລງເພງ “ເຄາະຂີ້ໝ້ຽງ”