ເພງ “ຮັກໝ໋ວຍ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1967)
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ

ວິດີໂອດົນຕຣີບັນເລງເພງ “ຮັກໝ໋ວຍ”

1) ໝ໋ວຍ ເອີຍໝ໋ວຍ
ພໍ່ລວຍ ເຖິງເປັນອາເສັ່ຽ
ຊື່ນໃຈ ໄດ້ຍິ້ມໜ້າເຈັຽະ
ຊຶມໆເຊັ້ຽໆ ຊຶ້ງໆໃນໃຈ

2) ບອກ ແລ້ວວ່າ
ອ້າຍມາ ມອບຫົວໃຈໃຫ້
ຢ່າປ່ອຍ ໃຫ້ຊໍ້າໃຈຕາຍ
ຮັກໝ໋ວຍຫຼາຍໆ ບໍ່ໄດ້ຫຼອກລວງ

• ລາວຈີນ ກໍຮັກກັນໄດ້
ເຣື່ອງຂອງຫົວໃຈ ຜູ່ໃດຈະຂວາງ
ທຸກດີ ມີຈົນຢ່າຫ່ວງ
ອາຍອຸ່ນໜຸນຊວງ ບໍ່ລວງຫຼອກກັນ

3) ອ້າຍ ຮັກໝ໋ວຍ
ງົວຄວາຍ ອ້າຍມີເຕັມບ້ານ
ຫາກມີ ໝ໋ວຍເປັນມິ່ງຂວັນ
ເໝືອນຢູ່ສວັນ ວິມານເມືອງແມນ…

ໂນຕເພງ “ຮັກໝ໋ວຍ”
ວິດີໂອໂນຕບັນເລງເພງ “ຮັກໝ໋ວຍ”