ເພງ “ຢ້ານນໍ້າຖ້ວມ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1966)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ຢ້ານນໍ້າຖ້ວມ”

1) ຝົນຕົກຢູ່ທາງ ພາກເໜືອ
ນໍ້າຕ້ອງຫຼັ່ງເຫຼືອ ທາງໃຕ້
ຢ້ານຖ້ວມບ້ານເຮືອນ ຖ້ວມນາຖ້ວມໄຮ່
ນໍ້າຂຶ້ນປີໃດ ອຸກໃຈທຸກປີ

2) ບ້ານຢູ່ແຄມຂອງ ໝອງໃຈ
ເຫັນນໍ້າຂຶ້ນຫຼາຍ ປີນີ້
ຢ້ານໄຮ່ຢ້ານນາ ລຸງປ້ານ້ອງພີ່
ລອຍລ່ອງນະທີ ເໝືອນປີກ່ອນມາ

• ຢ້ານຈະບໍ່ມີເຂົ້າກິນ ຢ້ານດິນບໍ່ມີຈະຢູ່
ໂປຣດຈົ່ງເອັນດູ ດ້ວຍເທພທາຣາ
ຂໍວອນເທພເຈົ້າ ຍົກເຄົ້າອົງນາຄາ
ຢ່າໃຫ້ທາຣາ ຂຶ້ນຈົນລົ້ນຝັ່ງ

3) ຂອງຍາກໝາກແພງ ເຫຼືອເກີນ
ແຖມຄ່າຂອງເງິນ ບໍ່ຢືນຢັ້ງ
ແມ່ນຫາກນໍ້ານອງ ລົ້ນຄອງລົ້ນຝັ່ງ
ຄົງສິ້ນຊີວັງ ຍ້ອນວັງນໍ້າວົນ…

ໂນຕເພງ “ຢ້ານນໍ້າຖ້ວມ”
ວິດີໂອໂນຕບັນເລງເພງ “ຢ້ານນໍ້າຖ້ວມ”