ເພງ “ສຸຣິຍາ”

ເນື້ອຮ້ອງ & ທຳນອງ : ..?..
ນັກຮ້ອງຕົ້ນສະບັບ : ສີເມືອງ (~1970)

ວິດີໂອດົນຕຣີບັນເລງເພງ “ສຸຣິຍາ”

1) ສຸຣິຍາ… ນ້ອງມີຄຸນໜາເໜືອສິ່ງໃດ
ຄອງໂລກນີ້ ໃຫ້ແຈ່ມໃສ
 ຄຽງຄູ່ກັບໄຟ ໃຫ້ຄວາມຮ້ອນເຮົາ

2) ສຸຣິຍາ… ໜາວສັ່ນໜັກໜາຊ່ວຍບັນເທົາ
ຂາດເຈົ້າແລ້ວ ຂ້າຄົງອັບເສົາ
ຂ້າຈຶ່ງວອນເຈົ້າ ດ້ວຍສຽງຄວນຄາງ

• ໂອ ໂອ້ ສຸຣິຍາ… ຂໍຈົ່ງເມດຕາອ້າຍແດ່ນ້ອງນາງ
ຢ່າໃຫ້ຮັກນັ້ນ ຕ້ອງຈືດຈາງ
ໂດດດ່ຽວອ້າງຫວ້າງ ດັ່ງໂລກນີ້ສິ້ນສຸຣິຍາ…

3) ສຸຣິຍາ… ນັ້ນຄຽງຄູ່ຟ້າທຸກເວລາ
ອ້າຍທູນນ້ອງ ຊົ່ວຊີວາ
ຕາບດິນແລະຟ້າ ຮັກບໍ່ສລາຍ…

ໂນຕເພງ “ສຸຣິຍາ”
ວິດີໂອໂນຕບັນເລງເພງ “ສຸຣິຍາ”