ເພງ “ຝົນສັ່ງຟ້າສາບ”

ເນື້ອຮ້ອງ & ທຳນອງ : ..?..
ນັກຮ້ອງຕົ້ນສະບັບ : ເພັດສມອນ (~1970)

ວິດີໂອດົນຕຣີບັນເລງເພງ “ຝົນສັ່ງຟ້າສາບ”

1) ສຽງຟ້າຣະງົມເໝືອນສຽງລົມປາກ ຟ້າຝາກເຖິງດິນ
ສິ້ນຄວາມຖວິນ ຮັກດິນເປັນຜູ່ຄຽງຄອງ
ຟ້າສູງດິນຕໍ່າເກີນໄປ ຟ້າຈຶ່ງຕັດໃຈຮັກລອຍລ່ອງ
ປ່ອຍໃຫ້ດິນໝອງ ຣະທົມ

2) ຫຼືຟ້າມີໃຈຮັກໃຜຊາຍອື່ນ ຟ້າຄືນຮັກເດີມ
ຟ້າຢ່າເພີ່ມເຕີມ ເມື່ອດິນຊໍ້າຕື່ມຂື່ນຂົມ
ຟ້າເຫັນດິນປວດອຸຣາ ແລ້ວຍັງຕັ້ງຕາໝາຍຖະຫຼົ່ມ
ສາບແສ່ງທັບຖົມ ແກ້ງດິນ

• ຝົນຫຼັ່ງສັ່ງດິນ ເໝືອນສິ້ນນໍ້າໃຈ
ຟ້າຕັດອາລັຍ ແຫ່ງສາຍນໍ້າໃຈຮັກສິ້ນ
ຟ້າຄວນຄາງ ເໝືອນດັ່ງແກ້ງສາບແຊ່ງດິນ
ຖອດຄວາມຮັກໂບຍບິນ ດິນເອີຍດິນຢ່າງຂ້າໂສກສັນ

3) ຝົນສິ້ນລືມລານໍ້າຕາດິນຫຼັ່ງ ສຸດທາງຂັດຂືນ
ໄດ້ແຕ່ທົນຝືນ ເພາະດິນນ້ອຍຄ່າປຣະມານ
ຟ້າເອີຍເຄີຍເອີ່ຍຄຳຄົມ ຟ້າຈະຢຸດຊົມດິນນັ້ນ
ແຕ່ຟ້າກັບຫັນ ຖິ້ມດິນ…

ໂນຕເພງ “ຝົນສັ່ງຟ້າສາບ”
ວິດີໂອໂນຕບັນເລງເພງ “ຝົນສັ່ງຟ້າສາບ”