ເພງ “ລືມອ້າຍດີກວ່າ”

ເນື້ອຮ້ອງ & ທຳນອງ : ..?..
ນັກຮ້ອງຕົ້ນສະບັບ : ວົງດົນຕຣີ ດົງໂດກ ໄພວັນ (~1970)

ວິດີໂອດົນຕຣີບັນເລງເພງ “ລືມອ້າຍດີກວ່າ”

1) ລືມອ້າຍເສັຽເຖີດ ຍອດຍິງ
ເມື່ອນ້ອງແອບອິງ ໄປມີຮັກໃໝ່
ເຖິງອ້າຍຈະຕຣົມ ຣະທົມພຽງໃດ
ອ້າຍຈະຫ້າມໃຈ ເພື່ອນ້ອງຄົນດຽວ

2) ລືມອ້າຍເສັຽເຖິດ ຍອດຮັກ
ເຖິງອ້າຍອົກຫັກ ຣຶທັຍແສນປ່ຽວ
ຂາດຍິງເມດຕາ ສົງສານຢ່າກ່ຽວ
ໂປຣດຢ່າແລຫຼຽວ ປ່ອຍອ້າຍໃຫ້ຕຣົມ

• ເຖິງແມ່ນຈະມີ ຍິງງາມເໝືອນແຕ່ງ
ອ້າຍຈະບໍ່ສແວງ ຄອງໄວ້ເຊີຍຊົມ
ຄວາມຮັກຊ່າງທຳ ໃຫ້ຂ້າຣະທົມ
ຫຼືວ່າອິນພຣົມ ລົງໂທດຂົມຂື່ນ

3) ລືມອ້າຍເສັຽເຖິດ ນ້ອງນາງ
ເມື່ອຮັກຈືດຈາງ ເປັນຂອງຄົນອື່ນ
ຈົ່ງຄອງຄວາມຮັກ ດ້ວຍຄວາມສົດຊື່ນ
ອ້າຍຈະທົນຝືນ ຍິ້ມໃຫ້ແກ່ນາງ…

ໂນຕເພງ “ລືມອ້າຍດີກວ່າ”
ວິດີໂອໂນຕບັນເລງເພງ “ລືມອ້າຍດີກວ່າ”