ເນື້ອຮ້ອງ & ທຳນອງ : ໄຊພອນ ສິນທະຣາດ (1969)
ນັກຮ້ອງຕົ້ນສະບັບ : ໄຊພອນ ສິນທະຣາດ
1) ຢ່າລືມຟັງສຽງ ເພງອ້າຍຮ້ອງສັ່ງ
ກ່ອນຈາກນວນນາງ ອ້າຍຍັງໄດ້ໃຫ້ສັນຍາ
ວ່າຈະຮັກນາງ ຮັກດຽວຕລອດຊີວາ
ຫາກຜູ່ໃດລືມລາ ຟ້ານັ້ນຊ່ວຍລົງໂທດໃຫ້
2) ຢ່າລືມຟັງສຽງ ເພງອ້າຍຮ້ອງສົ່ງ
ປານນີ້ນ້ອງຄົງ ພະວົງຫາອ້າຍບໍ່ວາຍ
ນ້ອງຢ່ານ້ອຍໃຈ ວ່າອ້າຍນີ້ຈະລືມໄລ
ຂໍຈົ່ງໝັ້ນໃນໃຈ ວ່າຊາຍຮັກແທ້ແນ່ນອນ
• ນ້ອງນາງ ຈະເໝືອນຕົວອ້າຍບໍ່ນໍ
ຫຼືມີຄູ່ຮ່ວມຫໍ ພະນໍຈາກອ້າຍໄປກ່ອນ
ນ້ອງຢ່າໄດ້ລືມ ສັນຍາເລີຍນະງາມງອນ
ທີ່ໝາຍເປັນຄູ່ຄຽງໝອນ ຮ່ວມບັງອອນຕລອດຊີວາ
3) ຢ່າລືມຟັງສຽງ ເພງອ້າຍເສັຽກ່ອນ
ກ່ອນຈະເຂົ້ານອນ ຮ້ອງວອນມາກ່ອມນິທຣາ
ຂໍໃຫ້ນ້ອງນອນ ຝັນດີເຖີດໜາແກ້ວຕາ
ຂໍຢ່າລືມລາ ສັນຍາສອງເຮົາເດີນາງ…
