ເພງ “ຄືນຮັກຄືນສລາຍ”

ເນື້ອຮ້ອງ & ທຳນອງ : ເພັດສມອນ (~1970)
ນັກຮ້ອງຕົ້ນສະບັບ : ຊຳນານ ຈົງຮັກ

ວິດີໂອດົນຕຣີບັນເລງເພງ “ຄືນຮັກຄືນສລາຍ”

1) ຄືນນີ້ບໍ່ເໝືອນ ຄືນທີ່ຜ່ານມາ
ໂອ້ດວງຊີວາ ຂວັນຕານ້ອງຢູ່ແຫ່ງໃດ
ຫຼືນ້ອງມົວເມົາ ເວົ້າລົມກັບໃຜ
ນ້ອງຈຶ່ງລືມໄປ ຄຳໃຫ້ສາບານ

2) ຄືນນີ້ມີເດືອນ ເໝືອນຄືນຜ່ານມາ
ໂອ້ດວງແກ້ວຕາ ນ້ອງມາລາຫ່າງໄກກັນ
ຫຼືນ້ອງມົວນອນ ຂ້ອນຄືນຫຼັບຝັນ
ນ້ອງຈຶ່ງລືມວັນ ຄຳໝັ້ນສັນຍາ

• ອ້າຍຄອຍ ອ້າຍຄອຍຈົນເດືອນຄ້ອຍຕໍ່າ
ຈົນຟ້າແດງກໍ່າ ຈົນເຖິງເດືອນຕໍ່າລັບຕາ
ຍັງບໍ່ເຫັນນ້ອງ ນັ້ນມາເອີ່ຍວາຈາ
ຫຼືລືມສັນຍາ ເຮົາແລ້ວຫຼືໃດ

4) ຄືນນີ້ບໍ່ເໝືອນ ຄືນທີ່ຜ່ານມາ
ໂອ້ສຸດບູຊາ ນ້ອງມາລາຫ່າງອ້າຍໄປ
ຫຼືນ້ອງນັ່ງລົມ ຜູ່ໃດຢູ່ໃສ
ນ້ອງຈຶ່ງປ່ຽນໄປ ລືມອ້າຍລົງຄໍ…

ໂນຕເພງ “ຄືນຮັກຄືນສລາຍ”
ວິດີໂອໂນຕບັນເລງເພງ “ຄືນຮັກຄືນສລາຍ”