ເພງ “ລືມກັນ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (≲1975)
ນັກຮ້ອງຕົ້ນສະບັບ : ເພັດສມອນ

ວິດີໂອດົນຕຣີບັນເລງເພງ “ລືມກັນ”

1) ລືມກັນ ລືມກັນ ລືມກັນເສັຽເຖີດຄົນດີ
ນັບແຕ່ວັນນີ້ ຢ່າມີໄມຕຣີຕໍ່ກັນ
ຕັດສວາດ ຂາດຄວາມສັມພັນ
ສິ່ງເກົ່າໆຈົ່ງລືມມັນ ເລີກກ່ຽວພັນກັນເທາະເຮົາ

2) ເມື່ອນ້ອງມີ ທີ່ຮັກອື່ນຊື່ນສຸກສັນ
ເມື່ອແບ່ງປັນ ຫົວໃຈໃຫ້ຊາຍອື່ນເຂົາ
ອ້າຍກໍຕ້ອງຈຳ ທົນຣະກັມທົນຫງອຍເຫງົາ
ຫັກຫ້າມຈິດຄິດເຖິງເຈົ້າ ແຕ່ນີ້ຕໍ່ໄປ…

3) ຊັງກັນ ຊັງກັນ ຊັງກັນເສັຽເຖີດຄົນດີ
ຮັກຢູ່ຢ່າງນີ້ ຄົງມີແຕ່ຄວາມອັບອາຍ
ເບື່ອແສນເບື່ອ ຜູ່ຍິງຫຼາຍໃຈ
ແອບມີຄູ່ຢູ່ເລື້ອຍໄປ ມັກປ່ຽນຊາຍຫຼາຍໆຄົນ

4) ປ່ຽນຜູ່ຊາຍ ຄ້າຍກັບປ່ຽນເສື້ອຫຼາກສີ
ໂອ້ ເທວີ ນ້ອງຄົງຈະເພີນສຸກລົ້ນ
ເຫັນຢູ່ເຕັມຕາ ຈົນລະອາໃຈສຸດທົນ
ຈຶ່ງຕ້ອງຈາກພາກໄກພົ້ນ ກວ່າຊີບມະລາຍ…

ໂນຕເພງ “ລືມກັນ”
ວິດີໂອໂນຕບັນເລງເພງ “ລືມກັນ”