ເພງ “ສຽງຄວນສາວອົພຍົບ”

ເນື້ອຮ້ອງ : ສ. ບົວລະພັນ – ທຳນອງ : ໄຊພອນ ສິນທະຣາດ (1978)
ນັກຮ້ອງຕົ້ນສະບັບ : ບັງອອນ (ອັດຢູ່ສູນໜອງຄາຍ)

ວິດີໂອດົນຕຣີບັນເລງເພງ “ສຽງຄວນສາວອົພຍົບ”

1) ສຽງຄວນ ສາວອົພຍົບຫຼົບພັຍ
ນໍ້າຕາພວກນ້ອງຫຼັ່ງໄຫຼ ທີ່ໄດ້ໄກພັດບ້ານເມືອງມາ
ພວກອ້າຍໄປເຫັນ ບໍ່ເວັ້ນຄົງຫຼັ່ງນໍ້າຕາ
ສົງສານພວກນ້ອງເຖີດໜາ ອົພຍົບມາໜີໄກເມືອງບ້ານ

2) ສຽງຄວນ ສາວອົພຍົບຫຼົບໜີ
ຍ້ອນມີສັຕຣູຮາວີ ຈຶ່ງຕ້ອງໜີພັດຖິ່ນສະຖານ
ມາຢູ່ອາສັຍ ເມືອງໄທນີ້ຢູ່ສຸກສັນ
ຂໍວອນພວກອ້າຍສົງສານ ຈຶ່ງຮ້ອງເພງຄວນກ່ອມຫົວໃຈເສົ້າ

• ມີຊາວເຜົ່າແມ້ວ ເຜົ່າຢ້າວອີກເຜົ່າລາວເທິງ
ທີ່ອົພຍົບມາເຫິງ ຍັງຄຳນຶງຄິດເຖິງບ້ານເກົ່າ
ມາຢູ່ໄທນີ້ ກໍເໝືອນບ້ານເກີດພວກເຮົາ
ພວກນ້ອງບໍ່ໄດ້ຫງອຍເຫງົາ ເພາະມີເຈົ້າເປັນຫ່ວງອາລັຍ

3) ຫຼາຍປີ ທີ່ອົພຍົບຫຼົບມາ
ພັດພາກງົວຄວາຍໄຮ່ນາ ຈາກປ້າອາດ້ວຍຄວາມຫ່ວງໃຍ
ເຖິງຈາກເມືອງລາວ ພວກເຮົາບໍ່ເຄີຍລືມໄລ
ຫາກຍາມບ້ານເມືອງສິ້ນພັຍ ຈະຫວນຄືນໄປຖິ່ນຖານບ້ານເກົ່າ…

ໂນຕເພງ “ສຽງຄວນສາວອົພຍົບ”
ວິດີໂອໂນຕບັນເລງເພງ “ສຽງຄວນສາວອົພຍົບ”