ເພງ “ເຫັນໃຈສາວອົພຍົບ”

ເນື້ອຮ້ອງ & ທຳນອງ : ໄຊພອນ ສິນທະຣາດ (1968)
ນັກຮ້ອງຕົ້ນສະບັບ : ໄຊພອນ ສິນ​ທະຣາດ

ວິດີໂອດົນຕຣີບັນເລງເພງ “ເຫັນໃຈສາວອົພຍົບ”

1) ເຫັນໃຈ ສາວອົພຍົບຫຼົບພັຍ
ນໍ້າຕາທຸກຄົນຫຼັ່ງໄຫຼ ເມື່ອຈາກໄກພັດບ້ານເມືອງມາ
ເມື່ອຂ້າໄປເຫັນ ຈົນເກືອບຈະຫຼັ່ງນໍ້າຕາ
ສົງສານແສນເວທນາ ອົພຍົບມາໜີໄກເມືອງບ້ານ

2) ເຫັນໃຈ ສາວອົພຍົບຫຼົບໜີ
ຍ້ອນມີສັຕຣູຮາວີ ຈຶ່ງພ່າຍໜີພັດຖິ່ນສະຖານ
ມາຢູ່ອາສັຍ ຫຼົບພັຍຢູ່ທາງວຽງຈັນ
ໜຸ່ມວຽງເຫັນໃຈຈອມຂວັນ ຈຶ່ງຮ້ອງເພງຄວນດ້ວຍຫົວໃຈເສົ້າ

• ສາວເຜົ່າແມ້ວ ເຜົ່າຢ້າວອີກສາວລາວເທິງ
ທີ່ອົພຍົບມາເຫິງ ຄົງຄະນຶງຄິດເຖິງບ້ານເກົ່າ
ມາຢູ່ວຽງພີ້ ກໍເໝືອນບ້ານເກີດພວກເຮົາ
ພີ່ນ້ອງຢ່າໄດ້ຫງອຍເຫງົາ ຢ່າໂສກເສົ້າເສັຽໃຈ

3) ຫຼາຍປີ ທີ່ອົພຍົບຫຼົບມາ
ພັດພາກງົວຄວາຍໄຮ່ນາ ຈາກບ້ານມາດ້ວຍຄວາມຫ່ວງໃຍ
ບ້ານປ່າແດນເຂົາ ສາວເຈົ້າບໍ່ອາດລືມໄລ
ຫາກຍາມບ້ານເມືອງສິ້ນພັຍ ຄົງໄດ້ຄືນໄປຖິ່ນຖານບ້ານເຈົ້າ…

ໂນຕເພງ “ເຫັນໃຈສາວອົພຍົບ”
ວິດີໂອໂນຕບັນເລງເພງ “ເຫັນໃຈສາວອົພຍົບ”