ເພງ “ຍາມຮັກຍາມຊັງ”

ເນື້ອຮ້ອງ & ທຳນອງ : ເພັດສມອນ (~1970)
ນັກຮ້ອງຕົ້ນສະບັບ : ເພັດສມອນ

ວິດີໂອດົນຕຣີບັນເລງເພງ “ຍາມຮັກຍາມຊັງ”

1) ຄວາມຮັກ ນ້ອງສຸດຈະພິສູດທັນ
ເພາະວ່າມັນ ຮ້ອນກວ່າໄຟໄວກວ່າສຽງ
ຄົນຄອຍເຝົ້າ ເອົາໃຈຮັກໃຫ້ຮ່ວມຮຽງ
ຣົສກິ່ນອາຍມີພຽງ ຫຼອກໃຫ້ສ່ຽງເປັນທາດຖວິນ

2) ຍາມຮັກ ນ້ອງບອກວ່າຮັກກວ່າໃຜ
ຮັກລົ້ນໃຈ ຮັກລົ້ນຟ້າລົ້ນແຜ່ນດິນ
ມີຊາຍອື່ນ ໝື່ນພັນໝາຍໝັ້ນຍຸພິນ
ນ້ອງບໍ່ເຄີຍສົນໃຈໃຜສິ້ນ ໃຕ້ຟ້າເໜືອດິນມີອ້າຍເທົ່ານັ້ນ

• ຍາມຊັງ ປຽບອ້າຍດັ່ງເປັນໜາມຊີວິດ
ຄອຍປັກຄອຍຂີດ ໃຫ້ເປັນແຜແກ່ຊີວັນ
ໃຜແລ້ວໜໍ ມ້າງວິມານຮັກເຮົາກ່ອນນັ້ນ
ພຽງອ້າຍຈົນກວ່າຈອມຂວັນ ນ້ອງກໍຫັນໄປມີຮັກໃໝ່

3) ຄວາມທຸກ ອ້າຍຜີກຫຼີກໜີບໍ່ເປັນ
ເພາະກົດເກນ ເໜືອໂລກຄົນນັ້ນແຜ່ຜາຍ
ແມ່ນເລືອກເກີດ ເອົາກັນທຸກຊັ້ນດັ່ງໃຈ
ໃຜຈະມາຮັບຄວາມທຸກໄຮ້ ຄົງເລືອກເກີດໃນຊົນຊັ້ນເສດຖີ…

ໂນຕເພງ “ຍາມຮັກຍາມຊັງ”
ວິດີໂອໂນຕບັນເລງເພງ “ຍາມຮັກຍາມຊັງ”