ເພງ “ອຳນາດຮັກ”

ເນື້ອຮ້ອງ & ທຳນອງ : ສິດ ດົງໂດກ (~1973)
ນັກຮ້ອງຕົ້ນສະບັບ : ແສງອາຣຸນ ສິດທິພັນ

ວິດີໂອດົນຕຣີບັນເລງເພງ “ອຳນາດຮັກ”

1) ຍາມຮັກກັນ ຂົມຂື່ນນ້ອງກໍວ່າຫວານ
ຍາມຮັກກັນ ຄວາມທຸກນ້ອງກໍລືມສິ້ນ
ເຂົ້າຂາດແລງແກງຂາດໝໍ້ ນ້ອງບໍ່ຖວິນ
ຜັກຫຍ້ານ້ອງກໍຈະກິນ ຈອມດອຍນ້ອງກໍຈະຢູ່
ຫາກມີອ້າຍ ຢູ່ແຫ່ງນັ້ນ

2) ຍາມຮັກກັນ ແສນຮັກປານຈະກືນກິນ
ເຖິງແຜ່ນດິນ ນະທີຈະຂວາງກີດກັ້ນ
ອຸປສັກຈະມີເປັນຮ້ອຍ ເປັນພັນ
ຜູ່ໃຫຍ່ຈະຄອຍຫັກຫານ ນ້ອງຈະບໍ່ຂໍເປັນອື່ນ
ສິ່ງດຽວຄື ຈະທົນເອົາ

• ອຳນາດແຫ່ງຄວາມຮັກ ໜັກເກີນແຜ່ນດິນແຜ່ນຟ້າ
ແມ່ນໍ້າຜືນພະສຸທາ ວ່າເລິກບໍ່ເຖິງໃຈເຮົາ
ພູຜາຫິນແຜ່ນລານ ໜັກລໍ້າປຽບໃສ່ຍັງເບົາ
ຢູ່ໄກຮ່ອມຫ້ວຍພູເຂົາ ແຮງຮັກຍັງສົ່ງເຖິງຢູ່
ເພາະຮັກນັ້ນ ບໍ່ຈືດຈາງ

3) ຍາມຮັກກັນ ນາຣົກກໍເປັນສວັນ
ຍາມຊັງກັນ ສວັນກໍເລີຍອ້າງຫວ້າງ
ນົວຫວານມັນ ກໍກາຍເປັນຈືດເປັນຈາງ
ຄວາມຮັກກາຍເປັນບາດໝາງ ເອົາແນ່ບໍ່ໄດ້ດອກຮັກ…

ໂນຕເພງ “ອຳນາດຮັກ”
ວິດີໂອໂນຕບັນເລງເພງ “ອຳນາດຮັກ”