ເພງ “ຍອດນາຣີສີເມືອງ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ເພັດດາຣາ (1963)
ນັກຮ້ອງຕົ້ນສະບັບ : ກອບແກ້ວ ປ່ຽມມະໄລ

ວິດີໂອດົນຕຣີບັນເລງເພງ “ຍອດນາຣີສີເມືອງ”

1) ຍອດນາຣີ ແຫ່ງສີເມືອງ
ຊື່ນ້ອງລືກະເດື່ອງ ຊາວເມືອງກ່າວຂານວ່າງາມ
ຊາຍໃດເຫັນນ້ອງ ກໍຕ້ອງຫຼົງໃຫຼຕິດຕາມ
ຄົງເປັນຍອດແຫ່ງຄົນງາມ ດ້ວຍຄວາມຊື່ສັດຕໍ່ນ້ອງ

2) ເທບວິມານ ເສກສັນມາ
ຄວາມສວຍນ້ອງລົ້ນຄ່າ ເກີນກວ່າຄົນທຸກຈະປອງ
ເໝືອນຈັນຢູ່ຟ້າ ກະຕ່າຍແຫງນໜ້າແລມອງ
ເມື່ອໃດໜໍຈະໄດ້ຄອງ ນວນນ້ອງດັ່ງປຣາຖນາ

• ແມ່ນບຸນອ້າຍສ້າງ ແຕ່ປາງກ່ອນກີ້ມາກມາຍ
ນ້ອງຄົງຈະຄິດເຫັນໃຈ ຕອບຮັກອ້າຍໃຫ້ສົມອຸຣາ
ອ້າຍຫຼົງຮັກເຈົ້າ ຄໍ່າຄືນເຝົ້າແຕ່ຄວນຫາ
ຄອຍໆຄອຍວັນວິວາ ໂອ້ ແກ້ວຕານ້ອງຢ່າໄດ້ອາຍ

3) ຍອດນາຣີ ທີ່ອ້າຍຫຼົງປອງ
ອ້າຍຂໍຮັກນວນນ້ອງ ຈະຄອງຮັກນີ້ຈົນຕາຍ
ແມ່ນຫາກສິ້ນຫວັງ ບໍ່ໄດ້ດັ່ງໃຈໝັ້ນໝາຍ
ອ້າຍເຫັນຈະຕ້ອງລາຕາຍ ມອບກາຍກັບສາສນາ…

ໂນຕເພງ “ຍອດນາຣີສີເມືອງ”
ວິດີໂອໂນຕບັນເລງເພງ “ຍອດນາຣີສີເມືອງ”