ເພງ “ຫລວງພຣະບາງທີ່ຝັງໃຈ”

ເນື້ອຮ້ອງ & ທຳນອງ : ຄຳຄົມ ເມືອງນະຄອນ (~1973)
ນັກຮ້ອງຕົ້ນສະບັບ : ສຸນທອນ ເທວາ

ວິດີໂອດົນຕຣີບັນເລງເພງ “ຫລວງພຣະບາງທີ່ຝັງໃຈ”

1) ຈຳຈາກເມືອງຫລວງ ແລ້ວໃຈຫ່ວງຫາ
ຕ້ອງຈາກສາວງາມໂສພາ ຈາກລາແລ້ວໃຈໄຫວຫວັ່ນ
ບໍ່ໄດ້ລາລັບ ຄົງໄດ້ກັບມາອີກຈັກວັນ
ຖ້າກັບໄປເຖິງວຽງຈັນ ສອງສາມວັນຈະຈົດໝາຍມາ

2) ຕ້ອງຈາກເມືອງຫລວງ ພຣະບາງຫ່າງໄກ
ເຖິງຈາກໃຈນັ້ນອາລັຍ ຢູ່ໃກ້ນ້ອງທຸກເວລາ
ບໍ່ລືມຄືນນັ້ນ ຄືນທີ່ຢູ່ຮ່ວມກັນສັນຍາ
ບໍ່ລືມຄຳຫວານການດາ ໃຫ້ສັນຍາຢູ່ຝັ່ງນໍ້າຄານ

• ໄຫວ້ວອນ ພຣະບາງອົງພຣະສັກສິດ
ຊ່ວຍເນຣະມິດ ໃຫ້ຄວາມຮັກສອງເຮົາຄົງນານ
ພຣະທາດພູສີ ງາມເດັ່ນຍັງເປັນພະຍານ
ຢ່າລືມເດີ້ຄຳສາບານ ບໍ່ນານຈະຢ້ອນມາໃໝ່

3) ຕ້ອງຈາກເມືອງຫລວງ ພຣະບາງຫ່າງລາ
ຝາກຄຳສາບານສັນຍາ ຈະມາຫານ້ອງຈົນໄດ້
ຈະມາສູ່ຂໍ ນຳແມ່ພໍ່ດ້ວຍຄວາມຈິງໃຈ
ໂປຣດຄອຍຮັກແທ້ຈາກອ້າຍ ຂໍຝັງໃຈຢູ່ຫລວງພຣະບາງ…

ໂນຕເພງ “ຫລວງພຣະບາງທີ່ຝັງໃຈ”
ວິດີໂອໂນຕບັນເລງເພງ “ຫລວງພຣະບາງທີ່ຝັງໃຈ”