ເພງ “ເຕືອນໃຈລາວ”

ເນື້ອຮ້ອງ & ທຳນອງ : ຄຳສີ ສີຣິມະໂນທັມ & ທອງດີ ສຸນທອນວິຈິດ (~1940-50)

ວິດີໂອດົນຕຣີບັນເລງເພງ “ເຕືອນໃຈລາວ”

1) ຍາດວົງພົງເຜົ່າ ເຮົານີ້ເອີຍ ລາວເຮົານີ້ເອີຍ
ເຮັດຄືບໍ່ເຄີຍ ຈະມາເສີຍ ບໍ່ຢາກລຳຄານ
ການຄິດເຊັ່ນນີ້ ຜິດປະເພນີ ພົ້ນວິໄສ
ເພາະໄພຮາວີ ທີ່ໄດ້ເກີດມີ ບໍ່ຫ່າງໄກ
ເຊື້ອລາວຊາວໄພ່ ເກືອບສິ້ນສູນໄປ ໄດ້ເສັຽຊື່
ຄວນຫຼືນ້ອງພີ່ ເຮົາຈະຍິນດີ ໄປຢ່າງໃດ…

2) ຍາດວົງພົງເຜົ່າ ເຮົານີ້ເອີຍ ລາວເຮົານີ້ເອີຍ
ເຮັດຄືບໍ່ເຄີຍ ຈະມາເສີຍ ບໍ່ຢາກລຳຄານ
ກຶກກອງໝອງໄໝ້ ເປັນທີ່ເສັຽໃຈ ໃຫ້ຫວນເຫັນ
ໃຜຮູ້ເຊັ່ນນີ້ ຮີບຕື່ນທັນທີ ຢ່າມົວຝັນ
ເຊື້ອເຜົ່າເຮົານັ້ນ ຕ້ອງຕຸກເຕືອນກັນ ທຸກເວລາ
ຫາທີ່ປ້ອງກັນ ປະເທດເຮົານັ້ນ ໃຫ້ໝັ້ນຄົງ

3) ຍາດວົງພົງເຜົ່າ ເຮົານີ້ເອີຍ ລາວເຮົານີ້ເອີຍ
ເຮັດຄືບໍ່ເຄີຍ ຈະມາເສີຍ ບໍ່ຢາກລຳຄານ
ທ່າທີດີເລີດ ອັນຈະປະເສີດ ສົມໃຈປອງ
ຊາວເຮົາພີ່ນ້ອງ ຕ້ອງຮັກແພງກັນ ນັ້ນແສນດີ
ຊ່ວຍສ້າງຄວາມດີ ຈົນໝົດຊີວີ ທີ່ໝັ້ນໝາຍ
ເປັນຕາຍຮ່ວມທຸກ ເປັນສຸກຍິ່ງດີ ດັ່ງນີ້ໄປ…

ວິດີໂອໂນຕບັນເລງເພງ “ເຕືອນໃຈລາວ”