ເພງ “ລາວຮ່ວມສຳພັນ”

ເນື້ອຮ້ອງ & ທຳນອງ : ຄຳສີ ສີຣິມະໂນທັມ & ທອງດີ ສຸນທອນວິຈິດ (~1940-50)

ວິດີໂອດົນຕຣີບັນເລງເພງ “ລາວຮ່ວມສຳພັນ”

1) ຖິ່ນຖານບ້ານເກີດຂອງເຮົາ ມີແຕ່ພູເຂົາເຫຼົ່າຜາປ່າດົງ
ພົງໄພອັນໃຫຍ່ແລະກວ້າງ ເໝີຍໝີໝູ່ກວາງລ່ວງຕາມແຄມເຊ
ເຊົ້າເຢັນເຮົາແລເຫັນໄມ້ ໝອກມົວກົ້ວໃບແສງໃສສ່ອງມາ
ແຂກເຂົາກາເວົ່າຂັນຮ້ອງ ຟັງສຽງນໍ້ານອງໂຕນຕາດຕີນຜາ
ອາບເຫຼັ້ນເຢັນໃຈຫາຍຮ້ອນ ຫາຍສ່ວງອຸທອນພັກຜ່ອນກາຍາ…

2) ບ້ານເຮົາບໍ່ເປັນເຊັ່ນນີ້ ທົ່ງກ້ວາງຂວາງດີສຸດສິ້ນຊົ່ວຕາ
ມີ້ມ່ວງດວງດອກນາຣີ ບານຈໍ່ຈູມຈີມີມາກໜັກໜາ
ພ້າວຕານຫວານຜຸຜາງສົ້ມ ເກີນແສນອຸດົມທັງເຂົ້າແລະປາ
ບ້ານຫຼາຍຢາຍຕາມທົ່ງໃຫຍ່ ແຄມນໍ້າວັງໃສສ່ອງເຫັນໝູ່ປາ
ບ່າວສາວທັງພວກຊາວບ້ານ ຍູທ່າງທຳການຊື່ນບານອຸຣາ…

3) ແດນລາວຍືດຍາວຄາວໄກ ມີຊື່ລືໄວ້ລ້ານຊ້າງເດີມມາ
ຢູ່ເໜືອຫຼືວ່າຢູ່ໃຕ້ ບໍ່ແມ່ນອື່ນໄກລ້ວນແຕ່ໄທລາວ
ພີ່ນ້ອງປົກປ້ອງກັນມາ ຢ່າຕິຢ່າວ່າໄທເໜືອໄທໃຕ້
ຄົນໃດໄດ້ດີມີສຸກ ຊ່ວຍຊູຜູ່ທຸກກັງວົນສົນໃຈ
ເລືອດເນື້ອເຊື້ອແນວແຖວພັນ ເຮົາຕ້ອງຮັກກັນຈົນສິ້ນຊີວາ…

4) ເພື່ອນເອີຍຮີບມາດ້ວຍກັນ ມາຮ່ວມສຳພັນທັງແຮງທັງໃຈ
ໄວໆຮີບມາດ້ວຍກັນ ມາຮ່ວມປ້ອງກັນເລືອດເນື້ອເຊື້ອລາວ
ໄວໆຮີບຮູ້ສຶກໃຈ ຊ່ວຍຣະວັງໄພໃຫ້ລາວຍືນຍົງ
ປົງຈິດຊີວິດແລະກາຍ ເປັນລູກຜູ້ຊາຍຍອມຕາຍເພື່ອຊາດ
ເລືອດຢາດແກ່ຍາດພຽງໃດ ພະລະຈະໃຫຍ່ໄຊຊາດຈະຍາວ…

ໂນຕເພງ “ລາວຮ່ວມສຳພັນ”
ວິດີໂອໂນຕບັນເລງເພງ “ລາວຮ່ວມສຳພັນ”