ເພງ “ນາທີສຸດທ້າຍ”

ເນື້ອຮ້ອງ & ທຳນອງ : ນໍຣະສິງ ດາວວົງ (~1970)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ນາທີສຸດທ້າຍ”

1) ອີກນາທີດຽວ ອີກນາທີດຽວ ພຽງເທົ່ານັ້ນ
ຈະຈາກພາກກັນ ຈິດຕື້ນຕັນ ຫວັ່ນດວງຣຶທັຍ
ສຸດແຂງໃຈຂົ່ມ ຍັງຕຣອມຕຣົມ ຣະທົມອາລັຍ
ສຸດຄິດຫ່ວງໃຍ ບໍ່ຢາກໄປ ໄກມິ່ງຂວັນ

2) ຢາກຫ້າມເວລາ ຢາກຫ້າມໂລກາ ໃຫ້ຢຸດໝຸນ
ເກງຈະສິ້ນສູນ ຄວາມລະມຸນ ອຸ່ນອາຍສຸກສັນ
ຫວັ່ນນ້ອງມີໃໝ່ ປ່ຽນດວງໃຈ ຫ່າງໄປໄກກັນ
ຈະຊໍ້າຈາບັນ ຫາກສຳພັນ ນັ້ນສິ້ນໃຍ

• ເຫັນພຽງ ໃບໜ້າ
ຍິ້ມສັ່ງລາ ນາທີສຸດທ້າຍ
ມືນ້ອງ ແກວ່ງໄກວ
ດັ່ງເຕືອນໃຈອ້າຍ ຢ່າລືມສັນຍາ

3) ຫາກໄກຫ່າງກັນ ຫາກໄກຫ່າງກັນ ໃຈປັກຝັງ
ເຖິງແຜ່ນຟ້າບັງ ໃຈອ້າຍຍັງ ດັ່ງຈັນຄູ່ຟ້າ
ຈະຄິດຝັນໃຝ່ ພຽງດວງໃຈ ເຖິງໄປສຸດຕາ
ຈະຫວັງຕັ້ງໜ້າ ບໍ່ລືມລາ ແກ້ວຕານາງ…

ໂນຕເພງ “ນາທີສຸດທ້າຍ”
ວິດີໂອໂນຕບັນເລງເພງ “ນາທີສຸດທ້າຍ”