“ເພງລາວອະມະຕະ – ຊຸດທີ່ 05”

ເປີດເບິ່ງໜ້າປຶ້ມເພງ ຊຸດທີ່ 05
ສາຣະບານເພງລາວ ຊຸດທີ່ 05
(ເລີ່ມຕົ້ນເຜີຍແຜ່ ວັນທີ່ 23 ມິຖຸນາ 2019)

 201 - ລຳວົງກ່ອນ
 202 - ຖິ່ນແກ້ວ
 203 - ວອນຮັກເກົ່າ
 204 - ປູ່ສອນຫຼານ
 205 - ບົດເພງຊີວິດ
 206 - ຫາກໂລກນີ້ມີເຮົາສອງ
 207 - ໂປຣດອຸ່ນອົກອ້າຍດ້ວຍຈູບຮັກ
 208 - ອ້າຍບໍ່ຢາກບອກ
 209 - ອ້າຍອາດມາຊ້າໄປ
 210 - ອ້າຍຍັງຈະຫວນຄືນມາ
 211 - ຮັກກໍບອກບໍ່ຮັກກໍບອກ
 212 - ຍິ້ມເຖີດນ້ອງຢ່າຮ້ອງໄຫ້
 213 - ສິ້ນແລ້ວຮັກຂ້າ
 214 - ເໝິດເດືອນ
 215 - ຢ່າໃຫ້ຄວາມຮັກຂອງອ້າຍຕ້ອງທຸກຣະທົມ
 216 - ເພງຮັກເພງຄິດເຖິງ
 217 - ຢ່າຝືນໃຈຮັກ
 218 - ບໍ່ກ້າບອກ
 219 - ອົ່ງຕົ່ງ
 220 - ອໍ່າຖໍ່າ
 221 - ວັນນຶ່ງ
 222 - ອົດບໍ່ໄຫວ
 223 - ເມື່ອຮັກຕ້ອງສິ້ນ
 224 - ທາງຮັກທາງຮ້າງ
 225 - ພຽງນ້ອງຈາກ
 226 - ເຮົາຕ້ອງຮັກກັນໄດ້
 227 - ສຽງສັ່ງຄົນຊໍ້າ
 228 - ພໍນຶກໄດ້
 229 - ນໍ້າຕົກເຊລະບຳ
 230 - ນ້ອຍໃຈ
 231 - ຫົວໃຈລຳພັນ
 232 - ຮັກແທ້
 233 - ຮັກສາວນາຊາຍທອງ
 234 - ລີເຊ
 235 - ຕົກແຂ່ງແກ່ງລອຍ
 236 - ຕ້ອງການແຟນ
 237 - ເຊໂດນ
 238 - ສຸດທີ່ຮັກ
 239 - ສັ່ງຟ້າຫາຄູ່
 240 - ບອກຮັກຈັກຄຳ
 241 - ຄົນໄຮ້ຮັກ
 242 - ອາລັຍອ້າຍ
 243 - ຄົງເຊໂດນທີ່ຮັກ
 244 - ຄົນທີ່ຟ້າລົງໂທດ
 245 - ຫາດຊາຍງາມຍາມແລງ
 246 - ອ້າຍຍອມຫຼີກທາງ
 247 - ເພື່ອກຽດນ້ອງ
 248 - ຢ່າລືມຄົນທີ່ເຂົາຄອຍ
 249 - ຫົວໃຈໄຮ້ຄ່າ
 250 - ພາສິດຮັກ
 

ເພງ “ພາສິດຮັກ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1960)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ພາສິດຮັກ”
  1. ຍິງຊາຍເກີດມາ ເກີດມາຄູ່ກັນ ແທ້ຫຼື
    ໂລກເຂົາເລົ່າລື ວ່າຮັກຮັກນີ້ ເປັນສິ່ງສຸກເຫຼືອ
    ແຕ່ຮັກປົນເຈືອ ດ້ວຍຢາເບື່ອ ໂປຣດໄດ້ຣະວັງ
    ຢ່າຫຼົງຈີຣັງ ໃຫ້ຖລຳ ຈະຊໍ້າອຸຣາ…

  2. ຍິງຊາຍເກີດມາ ເກີດມາຄູ່ກັນ ພຽງໃດ
    ຈຶ່ງຮັກມັກໄຄ່ ສ່ອງເຫັນຫົວໃຈ ເປັນໜັກເປັນໜາ
    ຫ່າງເຫີນພຽງວັນ ຝັນເຫັນດວງໜ້າ ຫຼັບຕາກໍເພີ້
    ເຝົ້າຫຼົງລະເມີ ໄດ້ຄຽງສອງ ສຸກສົມຊື່ນໃຈ…

  3. ອັນ… ຮັກນີ້ ເໝືອນມົນປລາດ
    ຈັງໃຈອະນາດ ສຸດມາດໃຈໝາຍ
    ຫາກສົມຫົວໃຈ ແມ່ນຕາຍກໍຍອມ ຖນອມເຈົ້າ
    ຜິດຫວັງນັ່ງເສົ້າ ເຫງົາບໍ່ສິ້ນ ອົດກິນນໍ້າຕາ…

  4. ຍິງຊາຍເກີດມາ ເກີດມາຄູ່ກັນ ໝັ້ນໝາຍ
    ໜຸ່ມສາວຄາວວັຍ ຈະຮັກຈະໄຄ່ ຟັງກ່ອນເຖີດໜາ
    ຢ່າເຫັນໃຈຕົນ ນັ້ນດີວິເສດ ກວ່າໃດໃນຫຼ້າ
    ຢ່າຫຼົງມານຍາ ວ່າຄວາມຮັກ ຈະຈິງແນ່ນອນ…
ວິດີໂອໂນຕບັນເລງເພງ ” ພາສິດຮັກ”

ເພງ “ຫົວໃຈໄຮ້ຄ່າ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ຫົວໃຈໄຮ້ຄ່າ”
  1. ຫາກສິ່ງໃດໆ ທີ່ນາງຫຼິງເຫັນ ວ່າເປັນຄວາມສຸກ
    ເປັນຂອງສນຸກ ຊື່ນສຸກສົມປອງ
    ກໍຈົ່ງຮີບທຳ ກະທຳໄປເສັຽ ໃຫ້ສົມໃຈນ້ອງ
    ໃຫ້ລືຊາກ້ອງ ໂລກາ…

  2. ອີກເຈັບໃດໆ ທີ່ໃນໂລກນີ້ ວ່າເປັນທີ່ເຈັບ
    ຂໍນ້ອງຈົ່ງເນັບ ຄວາມເຈັບນັ້ນມາ
    ເມື່ອຫາກນ້ອງຕີ ຣາຄາໃຈນີ້ ວ່າມັນໄຮ້ຄ່າ
    ຈະຂັງຈະຂ້າ ກໍເຊີນ…

  3. ອ້າຍໄຮ້ ດວງໃຈ
    ຈະທຳສັນໃດ ເອົາຕິຂໍເຊີນ
    ເອົາຈົນປົ່ນປີ້ ຈົນຍັບຈົນເຍີນ
    ໃຫ້ມັນເພີດເພີນ ສາໃຈ…

  4. ຝາກຈິດກຳນັນ ໃຫ້ທານນາງນ້ອງ ເພື່ອທົດລອງຫຼິ້ນ
    ພລີແລ້ວຊີວິນ ພລີໝົດຫົວໃຈ
    ຈະຢຽບຫຼືຍໍ່າ ຈະທຳໃຫ້ໝອງ ໃຫ້ແສນໝອງໄໝ້
    ພລີແລ້ວເຮືອນກາຍ ມອບນາງ…
ວິດີໂອໂນຕບັນເລງເພງ ” ຫົວໃຈໄຮ້ຄ່າ”

ເພງ “ຢ່າລືມຄົນທີ່ເຂົາຄອຍ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1968-1969)
ນັກຮ້ອງຕົ້ນສະບັບ : ແສນສັກດາ ປ້ອງພິມຄຳ

ວິດີໂອດົນຕຣີບັນເລງເພງ “ຢ່າລືມຄົນທີ່ເຂົາຄອຍ”
  1. ພໍໄດ້ຍິນຂ່າວ ຂອງນາງ
    ສຸດອ້າງວ້າງ ຣຶທັຍໝອງເສົ້າ
    ຮູ້ວ່າ ຄົນຮັກຈະຈາກເມືອງລາວ
    ຍິ່ງອຸກເອົ້າ ຫງ່ວມເຫງົາເສົ້າໃນຊວງ

  2. ເຫັນເຂົາຈະຈາກ ພາກໄປ
    ເກີດຫວັ່ນໄຫວ ຫົວໃຈເປັນຫ່ວງ
    ຢ້ານຍິງ ຄົນຮັກຈະຖືກຫຼອກລວງ
    ຄິດເປັນຫ່ວງ ຈົນຊວງຂ້າສັ່ນສາຍ

  3. ຢູ່ຕ່າງແດນ ເມືອງແມນແຫ່ງຄວາມຈະເຣີນ
    ເຈົ້າຢ່າເພີດເພີນ ຈົນເກີນຂອບເຂດເກີນໄປ
    ຫາກເກີດພາດພັ້ງ ບາງທີອາດເຈັບຊໍ້າໃນ
    ຂ້າຢ້ານແຕ່ໜຸ່ມໄວໄຟ ທຳໃຫ້ເຈົ້າຫຼັ່ງນໍ້າຕາ

  4. ທີ່ຮັກເຈົ້າຈົ່ງ ໄປດີ
    ຈົ່ງສຸຂີ ເທວີຂອງຂ້າ
    ຢ່າລືມ ຄົນທີ່ເຂົາເຝົ້າຄອຍຫາ
    ຈົ່ງກັບມາ ຫາຄົນທີ່ເຂົາຄອຍ…
ວິດີໂອໂນຕບັນເລງເພງ “ຢ່າລືມຄົນທີ່ເຂົາຄອຍ”

ເພງ “ເພື່ອກຽດນ້ອງ”

ເນື້ອຮ້ອງ & ທຳນອງ : ວິລລ້ຽມ ດິດທະວົງສ໌ (~1970)
ນັກຮ້ອງຕົ້ນສະບັບ : ວິລລ້ຽມ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ເພື່ອກຽດນ້ອງ”
  1. ອ້າຍເອງຮູ້ວ່າ ອ້າຍນີ້ມັນຕໍ່າ
    ບໍ່ກ້າຖລຳ ໄປເດັດດອກຟ້າມາຄອງ
    ເພາະນ້ອງເປັນເຈົ້າ ອ້າຍເກງນ້ອງຈະມົວໝອງ
    ຫາກອ້າຍໄດ້ນ້ອງມາຄອງ ຄົນຕ້ອງດູໝິ່ນນິນທາ

  2. ທັງທີ່ອ້າຍນີ້ ຮັກນ້ອງຖ້ວມໃຈ
    ເພາະອ້າຍເປັນໄພ່ ຮັກໄປຕ້ອງກືນນໍ້າຕາ
    ຖ້າອ້າຍຂືນຮັກ ອຸປສັກຄົງຈະຕາມມາ
    ຢ່າເສົ້າໄປເລີຍດອກຟ້າ ອ້າຍລາໄປກ່ອນຄົນດີ

  3. ເປັນບຸນອ້າຍແລ້ວ ຟ້າເອີຍອ້າຍຂໍຂອບໃຈ
    ທີ່ຟ້າຍັງໃຫ້ ຄວາມຮັກເມດຕາປຣານີ
    ຜູ່ໃຫຍ່ຂອງນ້ອງ ທ່ານຄົງຈະບໍ່ເຫັນດີ
    ເພາະວ່າຮັກສອງເຮົານີ້ ມັນມີສັກສີຕ່າງກັນ

  4. ອ້າຍຂໍລາແລ້ວ ຟ້າເອີຍລາກ່ອນ
    ຫາກເຂົ້າຫ້ອງນອນ ເຫັນໝອນແລ້ວຢ່າຕື້ນຕັນ
    ນ້ອງສລັກຊື່ອ້າຍ ເອົາໄວ້ກັບໝອນດວງນັ້ນ
    ເພື່ອກຽດນ້ອງດອກຈອມຂວັນ ອ້າຍຈຶ່ງຫຼີກທາງຮັກໄປ…
ວິດີໂອໂນຕບັນເລງເພງ “ເພື່ອກຽດນ້ອງ”

ເພງ “ອ້າຍຍອມຫຼີກທາງ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (~1970)
ນັກຮ້ອງຕົ້ນສະບັບ : ແຊນ ສຸນັນທາ

ວິດີໂອດົນຕຣີບັນເລງເພງ “ອ້າຍຍອມຫຼີກທາງ”
  1. ທີ່ຮັກ…
    ອ້າຍຢາກໃຫ້ນ້ອງ ພົບຄວາມສນຸກ
    ຮັກຢູ່ກັບອ້າຍ ນ້ອງໄຮ້ຄວາມສຸກ
    ນ້ອງເສົ້ານ້ອງເຫງົານ້ອງທຸກ ເໝືອນຄົນປ່ວຍໃຈ

  2. ທີ່ຮັກ…
    ອ້າຍຢາກໃຫ້ນ້ອງ ພົບຄົນຮັກໃໝ່
    ນ້ອງອາດຈະສູນ ສິ້ນຄວາມໝອງໄໝ້
    ເມື່ອພົບຄົນທີ່ຖືກໃຈ ພ້ອມທັງມັ່ງມີ

  3. ອ້າຍຍອມຫຼີກທາງ ນ້ອງທັງນໍ້າຕາ
    ອ້າຍຍອມສລະ ດ້ວຍຄວາມຫວັງດີ
    ເພາະອ້າຍໝົດທາງ ຈະໃຫ້ນ້ອງນາງສຸຂີ
    ໝົດທາງຈະໃຫ້ນ້ອງມີ ຄວາມຊື່ນເໝືອນຄົນອື່ນໄດ້

  4. ທີ່ຮັກ…
    ອ້າຍຍາກຈົນໜັກ ຕ້ອງຈຳຮ້າງໄກ
    ຂໍຢ່າໄປຄິດ ວ່າມີຮັກໃໝ່
    ເພື່ອນ້ອງສົດຊື່ນແຈ່ມໃສ ອ້າຍຍອມຫຼີກທາງ…
ວິດີໂອໂນຕບັນເລງເພງ “ອ້າຍຍອມຫຼີກທາງ”

ເພງ “ຫາດຊາຍງາມຍາມແລງ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1966)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ຫາດຊາຍງາມຍາມແລງ”
  1. ສຸຣິຍາ ຕໍ່າຄ້ອຍລົງແລງ
    ສາດສ່ອງແສງ ສີທອງອາຣ່າມ
    ໝູ່ນົກກາກໍບິນ ຄືນຫາຖິ່ນເມື່ອຈວນຄໍ່າ
    ມອງດູແສນງາມ ໜັກໜາ

  2. ຫາດຊາຍງາມ ກາງຂອງຊວນທ່ຽວ
    ເມື່ອແລຫຼຽວ ວິໄລສງ່າ
    ດັ່ງເທບລົງເສກສັນ ຄູ່ວຽງຈັນຕລອດມາ
    ປວງຊົນກໍພາ ກັນລົງທ່ຽວ

  3. ເດີນ… ເລາະຕາມ ແຄມຝັ່ງຫາດຊາຍ
    ໜຸ່ມສາວນ້ອຍໃຫຍ່ ຕ່າງກໍສຸກໃຈຢູ່ໃນຄອນຂຽວ
    ສາຍລົມໂຊຍພັດ ຟອງສະບັດເປັນກຽວ
    ນໍ້າຂອງໄຫຼລ້ຽວ ໄຫຼໄປສຸດຕາ

  4. ເບິ່ງແສງທອງ ຕ້ອງຜິວນະທີ
    ຫຼາກເດັ່ນສີ ຊຶ້ງໃນໃຈຂ້າ
    ຈວນຄໍ່າລົງເທົ່າໃດ ໃຈຂ້າຍັງບໍ່ຢາກມາ
    ແຕ່ຈຳຝືນລາ ຫາດຊາຍງາມ…
ວິດີໂອໂນຕບັນເລງເພງ “ຫາດຊາຍງາມຍາມແລງ”

ເພງ “ຄົນທີ່ຟ້າລົງໂທດ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (≈1970)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ຄົນທີ່ຟ້າລົງໂທດ”
  1. ໂທ້! ຊີວິດ ຄິດມາໜ້ານ້ອຍໃຈ
    ຝາກຮັກໃຜ ກໍມີແຕ່ຜິດຫວັງ
    ສຸດຂື່ນຂົມ ຣະທົມເໝືອນດັ່ງ
    ຄົນສິ້ນທາງ ຄອຍຖ້າຈະຕາຍ

  2. ໂອ້! ຟ້າດິນ ຄົງລົງໂທດຂ້າ
    ອະນິຈາ ຂ້າໝົດຄວາມໝາຍ
    ຮັກເຄີຍຊື່ນ ຮັກເຄີຍສຸກໃຈ
    ກັບມະລາຍ ເພາະຂ້າອັບຈົນ…

  3. ຊາດກ່ອນນີ້ ຂ້າຄົງສ້າງແຕ່ກັມ
    ຈຶ່ງເຈັບຊໍ້າ ເຫຼືອແຮງຈະອົດທົນ
    ຢາກຈະຕາຍ ໄປເສັຽໃຫ້ພົ້ນ
    ເພາະເປັນຄົນ ຟ້າລົງໂທດທັນ

  4. ອີກເມື່ອໃດ ຂ້າຈຶ່ງຈະສິ້ນ
    ພົ້ນມົນທິນ ທີ່ມີມານັ້ນ
    ພົບຄວາມຮັກ ຮັກດຽວຕໍ່ກັນ
    ຈະຜູກພັນ ຊົ່ວນິຣັນດອນ…
ວິດີໂອໂນຕບັນເລງເພງ “ຄົນທີ່ຟ້າລົງໂທດ”

ເພງ “ຄົງເຊໂດນທີ່ຮັກ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ມະລີຈັນສຸກ ເທບສຸວັນ

ວິດີໂອດົນຕຣີບັນເລງເພງ “ຄົງເຊໂດນທີ່ຮັກ”
  1. ຄົງເຊໂດນ ທີ່ຮັກ
    ຂ້າຈຳໃຈຈາກ ເຈົ້າມາດ້ວຍກັມ
    ຈາກພີ່ຈາກນ້ອງ ແລະເຮືອນນອນ
    ຈາກຖິ່ນດິນດອນ ທີ່ເຄີຍທຳ
    ດວງໃຈສຸດຊໍ້າ ໂສກສັນ
  2. ຄົງເຊໂດນ ເຈົ້າເອີຍ
    ເຈົ້າເຄີຍໃຫ້ສຸກ ທຸກຄືນແລະວັນ
    ຕ້ອງຈາກພາກໜີ ຫ່າງມາໄກ
    ໃຫ້ສຸດອາລັຍ ເຫຼືອຣຳພັນ
    ດວງໃຈໂສກສັນ ຮໍ່າຫາ
  3. ລົມເອີຍເຈົ້າພັດ ຫອບໄປທຸກທີ່
    ວານຫອບວະຈີ ຂ້າໄປທີໜາ
    ໄປບອກຍາດມິດ ບິດອນມານດາ
    ວ່າຂ້າຄວນຫາ ຄວນຫາທຸກວັນ
  4. ຄົງເຊໂດນ ທີ່ຮັກ
    ເຖິງຕົວຈະຈາກ ໃຈຂ້າຜູກພັນ
    ບໍ່ລືມຖິ່ນຖານ ຄົງເຊໂດນ
    ຈະຢູ່ສຸກລົ້ນ ທີ່ໃດກັນ
    ບໍ່ເໝືອນສວັນ ຄົງເຊໂດນ…
ວິດີໂອໂນຕບັນເລງເພງ “ຄົງເຊໂດນທີ່ຮັກ”

ເພງ “ອາລັຍອ້າຍ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ບັງອອນ

ວິດີໂອດົນຕຣີບັນເລງເພງ “ອາລັຍອ້າຍ”
  1. ຄໍ່າແລ້ວອ້າຍເອີຍ ກ່ອນນີ້ອ້າຍເຄີຍມາຫານ້ອງຢູ່
    ເຄີຍເຫັນເຄີຍຊົມ ເຄີຍຈົ່ມເຄີຍເວົ້າເປົ່າຫູ
    ບັດນີ້ນ້ອງຕ້ອງທົນຢູ່ ຜູ່ດຽວປ່ຽວໃຈ

  2. ອ້າຍຈົ່ງໂຊກດີ ຂໍຂວັນຊີວີຢ່າມີໝອງໄໝ້
    ຈົ່ງຕັ້ງໃຈທົນ ສຸກລົ້ນມີຜົນບັ້ນປາຍ
    ນ້ອງຈະຖນອມກາຍໃຈ ໃຫ້ອ້າຍຜູ່ດຽວ

  3. ອາລັຍອາວອນ ຍາມນອນພໍ່າເພີ້
    ຫຼັບຕາລະເມີ ຫາອ້າຍຄົນດຽວ
    ທົນຢູ່ທົນໝອງ ທົນຄອງຍອດຊາຍແສນປ່ຽວ
    ອິນພຣົມໂປຣດໄດ້ແລຫຼຽວ ຢ່າລ້ຽວຫຼາຍໃຈເປັນອື່ນ

  4. ຢ່າລືມນ້ອງນະ ເມື່ອອ້າຍຫວນມາຢ່າພາສະອື້ນ
    ຈົ່ງເຫັນໃຈຍິງ ທີ່ອ້າຍເຄີຍຮັກເຄີຍຊື່ນ
    ອ້າຍຢ່າຫຼົງລົມຍິງອື່ນ ເລີຍລື່ນລືມນ້ອງ…
ວິດີໂອໂນຕບັນເລງເພງ “ອາລັຍອ້າຍ”