“ເພງລາວອະມະຕະ – ຊຸດທີ່ 02”

ເປີດເບິ່ງໜ້າປຶ້ມເພງ ຊຸດທີ່ 02
ສາຣະບານເພງລາວ ຊຸດທີ່ 02
(ເລີ່ມຕົ້ນເຜີຍແຜ່ ວັນທີ່ 27 ມີນາ 2017)

 51 - ຟັງນະທີ່ຮັກ
 52 - ນາງທີ່ຮັກ
 53 - ເຫຼືອພຽງພາບ
 54 - ດ້ອຍສັກຮັກສິ້ນ
 55 - ນຶ່ງໃນອານາ
 56 - ຢ່າບັງຄັບໃຈ
 57 - ສຸດປຣາຖນາ
 58 - ຫຼວງພຣະບາງເມືອງງາມ (ຍິງ)
 59 - ໂອ້! ເມືອງຫຼວງ
 60 - ຝາກເພງແທນໃຈ
 61 - ປຣານີດ້ວຍເຖີດ
 62 - ຮັກເຈົ້າດອກຈຶ່ງຢອກຫຼິ້ນ
 63 - ຈູບຝັງຮອຍ
 64 - ຈູບຝາກຮັກ
 65 - ເຖິງຍອດຮັກທີ່ຊຽງຂວາງ
 66 - ຂອບໃຈ
 67 - ນໍ້າຂອງຍາມແລງ
 68 - ອ້າຍຈະຄອຍ
 69 - ບາງທີ
 70 - ຂາດຮັກ
 71 - ເອື້ອມບໍ່ເຖິງ
 72 - ຈະຮັກໃຜດີ
 73 - ດ້ວຍເຫດໃດນ້ອງຈຶ່ງລືມ
 74 - ດົງຮັກດົງສລາຍ
 75 - ກັບມາຮັກກັນໃໝ່ເຖີດທີ່ຮັກ
 76 - ລືມເສັຽເຖີດ
 77 - ຣະທົມເມື່ອລົມໜາວ
 78 - ຈັນຄູ່ຟ້າ
 79 - ຜູ່ຊາຍລວງ
 80 - ຝົນເຈົ້າເອີຍ
 81 - ຝົນມາຂ້າເສົ້າ
 82 - ຟ້າຫຼືຈະກັ້ນ
 83 - ນ້ອງຂໍເປັນຄົນເຫັນໃຈ
 84 - ຣາຕຣີພາຝັນ
 85 - ເພັດໃນຕົມ
 86 - ຄິດຮອດຄວາມຮັກ
 87 - ພຽງແຕ່ຄຶດ
 88 - ຢ່າກວນໃຈ
 89 - ຢອກບໍ່ໄດ້ເບາະ
 90 - ຢາກຈະບອກ
 91 - ຍອດຊູ້ຄູ່ໃຈ
 92 - ຄອຍຮັກ
 93 - ແສງເດືອນເຕືອນໃຫ້ເສົ້າ
 94 - ເງິນໜໍເງິນ
 95 - ບໍ່ເຄີຍ
 96 - ສາວໂພນໂຮງ
 97 - ເມືອງຊຳລຳລຶກ
 98 - ບ້ານແມ້ວ
 99 - ຫຼົງຮັກເມັຽເຂົາ
 100 - ລາກ່ອນຈາກ

ເພງ “ຟັງນະທີ່ຮັກ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1965)
ນັກຮ້ອງຕົ້ນສະບັບ : ບຸນທົງ ວົງສາລີ

ວິດີໂອດົນຕຣີບັນເລງເພງ “ຟັງນະທີ່ຮັກ”

1) ຟັງນະຟັງນະ ຟັງນະຄົນດີ
ຢູ່ໃນໂລກນີ້ ມີໃຜຮັກນ້ອງຫຼາຍກວ່າ
ຮັກລົ້ນຫົວໃຈ ໄຫຼຖ້ວມແຜ່ນດິນແຜ່ນຟ້າ
ຝັງແໜ້ນຢູ່ໃນອຸຣາ ສຸດປຣາຖນາຟັງນະຄົນດີ

2) ຟັງນະຟັງນະ ຟັງນະດວງໃຈ
ບໍ່ເຄີຍຮັກໃຜ ຮັກຫຼາຍລົ້ນໃຈພຽງນີ້
ອ້າຍຂໍສາບານ ທັງໄຫວ້ວອນວານພູຕຜີ
ຂໍໃຫ້ແມ່ທໍຣະນີ ສູບເອົາຊີວີອ້າຍນີ້ທັງເປັນ

• ເລັງດູຫົວໃຈ ອ້າຍດູ໋ວ່າມີໃຜຢູ່
ນອກຈາກຍອດຊູ້ ຄູ່ເຊີຍມີເຄີຍຫວ່າງເວັ້ນ
ນາງເປັນຍອດຮັກ ຍອດຍິງທີ່ອ້າຍເຄີຍເຫັນ
ຈຶ່ງເລືອກໄວ້ເປັນ ຣາຊີນີຄອບຄອງດວງມານ

3) ຟັງນະຟັງນະ ຟັງນະຈອມໃຈ
ເກີດມາຊາດໃດ ຂໍໃຫ້ພົບນ້ອງຊາດນັ້ນ
ຈະມີຫຼືຈົນ ຊ່າງເຖີດບໍ່ເຫັນສຳຄັນ
ຂໍໃຫ້ໄດ້ຢູ່ຄຽງຂວັນ ຕຣາບຊົ່ວຊີວັນເທົ່ານັ້ນກໍພໍ…

ໂນຕເພງ “ຟັງນະທີ່ຮັກ”
ວິດີໂອໂນຕບັນເລງເພງ “ຟັງນະທີ່ຮັກ”

ເພງ “ນາງທີ່ຮັກ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ

ວິດີໂອດົນຕຣີບັນເລງເພງ “ນາງທີ່ຮັກ”

1) ນາງປານນີ້ ເຈົ້າຢູ່ຫົນໃດ
ເຈົ້າຄົງນອນເພີ້ຫຼັບໃຫຼ ຫຼືວ່ານັ່ງລົມໃຜຢູ່
ນ້ອງນາງ ເຈົ້າຄົງບໍ່ຮູ້
ເຈົ້າຄົງບໍ່ຮູ້ ວ່າອ້າຍຄວນຫາ

2) ນາງປານນີ້ ເຈົ້າຢູ່ຫົນໃດ
ເຈົ້າຄົງສົດຊື່ນແຈ່ມໃສ ຫຼືວ່າເສົ້າໂສກໂສກາ
ຫົວໃຈ ອ້າຍຍັງຄວນຫາ
ອ້າຍຍັງຮຽກຫາ ນາງທຸກນາທີ

• ເຈົ້າຢູ່ຫົນໃດ ຄົນດີເຈົ້າຢູ່ຫົນໃດ
ໂສກຕຣົມໝອງໄໝ້ ຫຼືນາງສຸກສົມຣຶດີ
ສຸດທີ່ຮັກເອີຍ ເມື່ອຍາມຄໍ່າຄືນຢ່າງນີ້
ສຸດໂສກີ ສຸດອາລັຍ

3) ນາງຄົນດຽວ ອ້າຍຮັກລົ້ນຊວງ
ຄົນດຽວທີ່ອ້າຍເຝົ້າຫວງ ຖນອມມິເຄີຍແໜງໜ່າຍ
ຮັກນາງ ດັ່ງໜຶ່ງດວງໃຈ
ຍິ່ງກວ່າອື່ນໃດ ໃນໂລກນີ້ເອີຍ…

ໂນຕເພງ “ນາງທີ່ຮັກ”
ວິດີໂອໂນຕບັນເລງເພງ “ນາງທີ່ຮັກ”

ເພງ “ເຫຼືອພຽງພາບ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1965)
ນັກຮ້ອງຕົ້ນສະບັບ : ສຸມຸນທາ ສີຣິມະໂນທັມ

ວິດີໂອດົນຕຣີບັນເລງເພງ “ເຫຼືອພຽງພາບ”

1) ເຫຼືອພຽງແຕ່ພາບ ໄວ້ໃຫ້
ສ່ວນດວງໃຈ ນ້ອງຖອນຄືນເສັຽແລ້ວ
ສິ້ນຄວາມຮັກ ຊໍ້າໜັກອຸຣາຮ້ອນແຜ່ວ
ຮັກບໍ່ເຄີຍແນ່ແນ່ວ ເມື່ອຮັກແລ້ວກໍສູນໄປ

2) ເຫຼືອຮອຍສລັກ ໄວ້ວ່າ
ຊົ່ວດິນຟ້າ ຮັກນີ້ບໍ່ເຊື່ອມຄາຍ
ແຕ່ຕົວນ້ອງ ນັ້ນຈາກໄປໄກແສນໄກ
ຮັກອ້າຍຕ້ອງສລາຍ ເພາະໃຈນ້ອງບໍ່ເມຕຕາ

• ພາບແຜ່ນນີ້ ອ້າຍຈະເກັບໄວ້
ເພື່ອເຕືອນຫົວໃຈ ວ່າຍິງນີ້ໄດ້ລວງຂ້າ
ຈະຈຳຈົນຕາຍ ຫົວໃຈຍິງຫຼາຍມານຍາ
ຫຼອກຂ້າຊໍ້າແທບເປັນບ້າ ບໍ່ເວທນາເຫັນໃຈ

3) ຫຼຽວມອງເຫັນພາບ ນ້ອງຍິ້ມ
ດັ່ງຈະເຢີ້ຍ ອ້າຍນີ້ໃຫ້ອັບອາຍ
ບຸນຂ້ານ້ອຍ ນ້ອງຈຶ່ງປ່ອຍຮັກໜີໄປ
ຊໍ້າໃນອົກບໍ່ຫາຍ ແມ່ນຕາຍອ້າຍຄົງບໍ່ລືມ

ໂນຕເພງ “ເຫຼືອພຽງພາບ”
ວິດີໂອໂນຕບັນເລງເພງ “ເຫຼືອພຽງພາບ”

ເພງ “ດ້ອຍສັກຮັກສິ້ນ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1971)
ນັກຮ້ອງຕົ້ນສະບັບ : ສຸມຸນທາ ສີຣິມະໂນທັມ

ວິດີໂອດົນຕຣີບັນເລງເພງ “ດ້ອຍສັກຮັກສິ້ນ”

1) ເສັຍດາຍຄວາມຮັກທີ່ເຄີຍປັກໃຈແນ່ແນ່ວ
ຂ້າໝົດສິ້ນແລ້ວຮັກເຄີຍສຸກສົມອຸຣາ
ຕ້ອງທົນສະອື້ນປວດໃຈນໍ້າຕາຈົນໄຫຼອາບໜ້າ
ດັ່ງຟ້າຜ່າລົງກາງໃຈ…

2) ສອງເຮົາເຄີຍຫວັງຈະເດີນຮ່ວມທາງຄູ່ກັນ
ຫວັງສ້າງຄວາມຝັນນັ້ນໃຫ້ເປັນຈິງດັ່ງໝາຍ
ຂ້າເລີຍສະທ້ອນອ່ອນຊວງເພາະຄວາມຂັດຂວາງຜູ່ໃຫຍ່
ເຈັບໃຈຊໍ້າໃຈເຫຼືອທົນ…

• ຂ້ານີ້…ບຸນນ້ອຍດ້ອຍສັກ
ຝາກຄວາມຮັກແກ່ໃຜກໍຂັດສົນ
ຫົວໃຈຕື້ນຕັນດ້ວຍມີແຕ່ມານຜະຈົນ
ຈຶ່ງຈຳຕ້ອງຜີກຕົນຫຼີກທາງນ້ອງໄປ…

3) ຂ້າເອງກໍຮູ້ຢູ່ເຕັມແກ່ນໃຈໄດ້ດີ
ຮູ້ວ່ານ້ອງນີ້ກໍຍັງຊື່ຕຣົງໝັ້ນໃຈ
ດ້ວຍຄວາມບັງຄັບໜີບເຕັງດ້ວຍຄວາມຂົ່ມເຫັງຜູ່ໃຫຍ່
ຈິດໃຈນ້ອງຈຶ່ງຜັນແປ…

ໂນຕເພງ “ດ້ອຍສັກຮັກສິ້ນ”
ວິດີໂອໂນຕບັນເລງເພງ “ດ້ອຍສັກຮັກສິ້ນ”

ເພງ “ນຶ່ງໃນອານາ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ

ວິດີໂອດົນຕຣີບັນເລງເພງ “ນຶ່ງໃນອານາ”

1) ທ່າແຂກ ເປັນແດນທີ່ງາມເຢັນຕາ
ມີພູຜາ ຫຸ້ມລ້ອມດັ່ງນຶ່ງກຳແພງ
ຖືກກ່າວຂານ ລືລັ່ນໄປທຸກຫົນແຫ່ງ
ວ່າເປັນເຂດແຂວງ ອຸດົມສົມບູນວິໄລ

2) ທ່າແຂກ ສວຍງາມດັ່ງແດນວິມານ
ເປັນຖິ່ນຖານ ທີ່ຂ້າຮັກດັ່ງດວງໃຈ
ຂ້າທົນທຸກ ໂສກຕຣົມຣະທົມໝອງໄໝ້
ເມື່ອຢູ່ຫ່າງໄກ ຖິ່ນຖານບ້ານເກີດເມືອງນອນ

• ຈຳໃຈຈາກ ພຽງຊົ່ວເວລາ
ຈຶ່ງຂໍລາ ທຸກຄົນໄປກ່ອນ
ບໍ່ຢາກໜີ ບໍ່ຢາກຈາກຈອນ
ສຸດອາວອນ ຖອນໃຈເສົ້າໂສກວິນຍາ

3) ທ່າແຂກ ສວຍງາມດັ່ງແດນສວັນ
ອີກບໍ່ນານ ຂ້ານີ້ຈະຕ່າວກັບມາ
ເຈົ້າເປັນແດນ ທີ່ງາມເລີດໃນຜືນຫຼ້າ
ນຶ່ງໃນອານາ ງາມແທ້ທ່າແຂກນີ້ເອີຍ…

ໂນຕເພງ “ນຶ່ງໃນອານາ”
ວິດີໂອໂນຕບັນເລງເພງ “ນຶ່ງໃນອານາ”

ເພງ “ຢ່າບັງຄັບໃຈ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1970)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ

ວິດີໂອດົນຕຣີບັນເລງເພງ “ຢ່າບັງຄັບໃຈ”

1) ຢ່າບັງຄັບ ບັງຄັບໃຈຄົນເລີຍທ່ານ
ເພາະຄົນນັ້ນ ຍຶດໝັ້ນໃຈຕົນເປັນໃຫຍ່
ແມ່ນມີຮັກ ກໍຢາກເລືອກເອົາຕາມໃຈ
ບໍ່ວ່າສິ່ງໃດ ຫາກພໍໃຈກໍຈຶ່ງຕ້ອງການ

2) ຢ່າບັງຄັບ ບັງຄັບໃຫ້ຄົນຊໍ້າຈິດ
ຢ່າໄປຄິດ ຖືສິດເໜືອໃຈຄົນນັ້ນ
ຫົວໃຈນີ້ ມີສິດເສຣີທົ່ວກັນ
ຈະຄິດຈະຝັນ ຈະຮັກໃຜໄດ້ທັງນັ້ນແລ

• ຖານະສັກສີ ມິອາດຂວາງກັ້ນ
ເມື່ອໃຈຄົນນັ້ນ ຮັກກັນແນ່ວແນ່
ແມ່ນຖືກຂັດຂວາງ ຄົງຊໍ້າຊວງໃຈເປື່ອຍເປັນແຜ
ຫາກຕາມໃຈ ໃຈຄົງສຸກແທ້
ທ່ານເອີຍ ຢ່າບັງຄັບໃຈ

3) ຢາກບັງຄັບ ບັງຄັບເຄື່ອງຍົນດີກວ່າ
ອີກນາວາ ນັ້ນກໍພໍບັງຄັບໄດ້
ທ່ານຢ່າຄິດ ບັງອາດຖືບັງຫຽນໃຈ
ຈົ່ງຄິດຜ່ອນຄາຍ ຢ່າໄປຂວາງຫົວໃຈຄົນເລີຍ…

ໂນຕເພງ “ຢ່າບັງຄັບໃຈ”
ວິດີໂອໂນຕບັນເລງເພງ “ຢ່າບັງຄັບໃຈ”

ເພງ “ສຸດປຣາຖນາ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1969)
ນັກຮ້ອງຕົ້ນສະບັບ : ໄຊຊະນະ ທານະດາບຸດ

ວິດີໂອດົນຕຣີບັນເລງເພງ “ສຸດປຣາຖນາ”

1) ໃຈ… ເກືອບຈະຂາດແລ້ວ
ດ້ວຍຮັກດວງແກ້ວ ເຕັມທີ່
ໃນ… ຜືນໂລກເຮົານີ້
ດຸດດັ່ງຈະມີ ພຽງນ້ອງຄົນດຽວ

2) ຝັນ… ຫຼັບຕາກໍຝັນ
ເຝົ້າເພີ້ຣຳພັນ ຝັນກ່ຽວ
ມີ… ນຶ່ງນ້ອງນາງດຽວ
ສຸດໜ່ຽວສຸດຢັ້ງ ຝັງໃຈ

• ເໝືອນມົນສະກົດ ດວງໃຈ ໃຫ້ໃຝ່ຝັນຫາ
ສຸດປຣາຖນາ ສຸດຫ່ວງການດາ ທຸກລົມຫາຍໃຈ
ຮັກຈິງຈຶ່ງບອກ ຢ່າຫຼອກໃຫ້ຫຼົງ ພະວົງມິວາຍ
ຢ່າຫຼອກໃຫ້ຊໍ້າ ຢ່າຫຼອກໃຫ້ອາຍ ຢ່າໝາຍພຽງລວງ

3) ໂທ່!… ສຸດປຣາຖນາ
ສຸດຢັ້ງອຸຣາ ບ້າບ່ວງ
ໃຈ… ອ້າຍຫ່ວງອ້າຍຫວງ
ໂອ້! ເທບບົນສວງ ຂໍທີ…

ໂນຕເພງ “ສຸດປຣາຖນາ”
ວິດີໂອໂນຕບັນເລງເພງ “ສຸດປຣາຖນາ”

ເພງ “ຫຼວງພຣະບາງເມືອງງາມ” (ຍິງ)

ເນື້ອຮ້ອງ & ທຳນອງ : ບຸນທັມ ສຼີພຣົຫ໌ມໄຊຍ໌ (2016)
ນັກຮ້ອງຕົ້ນສະບັບ : ຈັນທ໌ຫອມ ປັນຈະພາຣົມຍ໌

ວິດີໂອດົນຕຣີບັນເລງເພງ “ຫຼວງພຣະບາງເມືອງງາມ” (ຍິງ)

1) ໂອ້ດິນແດນ ແຄວ້ນແຫ່ງຄວາມຝັນ
ເມືອງແມນສວັນ ທວຍເທບເທວັນສັນສ້າງ
ສົມຄຳເລົ່າລື ເມືອງຫຼວງພຣະບາງ
ປຣາສາດວຽງວັງ ແວວວາວສະດຸດຕາ

2) ພຣະທາດພູສີ ສວຍເດັ່ນເລີດລໍ້າ
ເຫຼື້ອມລາຍຫຼໍ່ຄຳ ເປັນມິ່ງຂວັນງາມສງ່າ
ຜອງຊົນທົ່ວໄປ ໃຈລ້ວນເມຕຕາ
ພຸທສາສນາ ນຳພາສືບສານ

• ຊຽງທອງ ສ່ອງແສງວິໄລ
ຫຼຽວແລແຫ່ງໃດ ຊວນຈິດໃຈເບີກບານ
ເພີນ…ທ່ຽວຊົມ ເລາະແຄມນໍ້າຄານ
ງາມສາຍແມ່ຂອງໄຫຼຜ່ານ ສຽງຂານຂັບທຸ້ມກ້ອງໄກ

3) ຖິ່ນແດນໃດ ໃສໄປ່ປຽບເໝືອນ
ຝັງຈຳຕິດເຕືອນ ມິອາດຫຼົງເລືອນລືມໄດ້
ຍິ້ມນັ້ນແນບຕຣຶງ ຊາບຊຶ້ງຣຶທັຍ
ມີຄ່າຄວາມໝາຍ ໄມຕຣີຕໍ່ກັນ

•• ເມືອງຊວາ ສຸດແສນຣື່ນຣົມ
ໄດ້ຢາມຢ້ຽມຊົມ ສຸກສົມຈິນຕະນາການ
ຍິນ…ເຣື່ອງຣາວ ເຄົ້າມູນຕຳນານ
ພູທ້າວພູນາງຕຣະຫງ່ານ ສຽງຫວານສອດສອຍປຣະທັບໃຈ….

ໂນຕເພງ “ຫຼວງພຣະບາງເມືອງງາມ” (ຍິງ)
ວິດີໂອໂນຕບັນເລງເພງ “ຫຼວງພຣະບາງເມືອງງາມ” (ຍິງ)

ເພງ “ໂອ້…ເມືອງຫລວງ”

ເນື້ອຮ້ອງ & ທຳນອງ : ວິລລ້ຽມ ດິດທະວົງສ໌ (1970)
ນັກຮ້ອງຕົ້ນສະບັບ : ວິລລ້ຽມ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ໂອ້…ເມືອງຫລວງ”

1) ໂອ້… ເມືອງຫຼວງເອີຍ
ຂ້ານີ້ເຄີຍ ໄປມາຄັ້ງນຶ່ງ
ໃຈຂ້າ ສຸດຊຶ້ງ
ເພາະເມືອງຫຼວງ ນີ້ງາມເຫຼືອກ່າວ

2) ງາມໝົດ ທຸກສິ່ງ
ແມ່ນແຕ່ຍິງ ກໍງາມເຫຼືອເວົ້າ
ຂ້າໄດ້ ແຕ່ເຝົ້າ
ຫຼົງຮັກສາວ ເມືອງຫຼວງລົ້ນໃຈ

• ໂອ້… ເມືອງຫຼວງເອີຍ
ຄົງເປັນກັມ ຂອງຂ້າກໍໄດ້
ຈຶ່ງຕ້ອງ ຈາກໄປ
ໄກກັບສາວ ເມືອງຫຼວງຂອງຂ້າ

3) ໂອ້… ສຸດທີ່ຮັກ
ແມ່ນໄກກັນ ຄົນລະຟາກຟ້າ
ຈັກວັນ ດອກໜາ
ຟ້າຄົງພາ ໃຫ້ເຮົາພົບກັນ…

ໂນຕເພງ “ໂອ້...ເມືອງຫລວງ”
ວິດີໂອໂນຕບັນເລງເພງ “ໂອ້…ເມືອງຫລວງ”