ເພງ “ກ່ອນຈະຮັກກັນ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1973)
ນັກຮ້ອງຕົ້ນສະບັບ : ສ. ແສງສິຣິວັນ

ວິດີໂອດົນຕຣີບັນເລງເພງ “ກ່ອນຈະຮັກກັນ”

1) ຄົນເຮົາກ່ອນຈະ ຮັກກັນ
ສົ່ງຄວາມສັມພັນ ທາງຕາ
ຮອຍຍິ້ມກໍປ່ອຍອອກມາ ຍິ້ມຢ່າງສັດທາ
ໃຊ້ແທນວາຈາ ທັກທາຍ

2) ຍາມໃດທີ່ເຫັນ ໜ້າກັນ
ຈິດໃຈຕື້ນຕັນ ແທບວາຍ
ຄວາມຮັກທີ່ຫຼັບຢູ່ໃນ ລຸກຂຶ້ນທັນໃດ
ໄຂປະຕູໃຈ ອອກມາ

• ຕາຕໍ່ຕາ ປະສານກັນ
ສຸດສະທ້ານໄປທົ່ວ ອຸຣາ
ຄວາມຮັກເຣີ່ມກໍ່ ຕໍ່ຈາກສາຍຕາ
ຄວາມປາຖນາ ລອຍຕາມ

3) ດວງໃຈເກັບຄວາມ ຮູ້ສຶກ
ສມອງກໍນຶກ ທາບທາມ
ອາຣົມເຣີ່ມສັ່ນຈິດຫວາມ ເມື່ອຢາກຈະຖາມ
ຖາມເພື່ອຝາກຮັກ ຕໍ່ກັນ…

ໂນຕເພງ “ກ່ອນຈະຮັກກັນ”
ວິດີໂອໂນຕບັນເລງເພງ “ກ່ອນຈະຮັກກັນ”

ເພງ “ບ້ານເຮົາ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1972)
ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ

ວິດີໂອດົນຕຣີບັນເລງເພງ “ບ້ານເຮົາ”

1) ບ້ານເຮົາ ນີ້ງາມເຫຼືອຫຼາຍ
ຖິ່ນໃດ ຈະມາງາມທັນ
ບ້ານເຮົາ ມີທຸກສິ່ງອັນ
ສວັນ ເສກສັນສ້າງມາ

2) ບ້ານເຮົາ ມີທັມມະຊາດ
ທິວທັດ ກໍງາມເຢັນຕາ
ບ້ານເຮົາ ສວຍງາມໜັກໜາ
ລືຊາ ໄປທຸກຫົນແຫ່ງ

• ຕະວັນ ຄໍ່າຄ້ອຍຈວນຈາກໂລກາ
ສ່ອງທາຣາ ງາມຕາຂອບຟ້າຍາມແລງ
ສຸຣິຍາ ເວລາໃກ້ຈະສິ້ນແສງ
ທຸກຫົນແຫ່ງ ເໝືອນດັ່ງຢູ່ແດນວິມານ

3) ບ້ານເຮົາ ນີ້ງາມໜັກໜາ
ເທວາ ຊົງສ້າງປຣະທານ
ບ້ານເຮົາ ເປັນແດນສວັນ
ສຸກສັນ ຊື່ນຊົມຮົ່ມເຢັນ…

ໂນຕເພງ “ບ້ານເຮົາ”
ວິດີໂອໂນຕບັນເລງເພງ “ບ້ານເຮົາ”

ເພງ “ຢ້ານ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1963)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ຢ້ານ”

1) ຢ້ານແຕ່ຄວາມຮັກ ຈະໝອງ
ຢ້ານມີເຈົ້າຂອງ ອີກຄົນ
ຢ້ານໜີຄວາມເສົ້າ ບໍ່ພົ້ນ
ຢ້ານຄົນເຂົາ ແໜງໜ່າຍ

2) ຢ້ານຮັກບໍ່ສົມ ດັ່ງຫວັງ
ຢ້ານມີຄົນຂວາງ ຂັດໄວ້
ຢ້ານເຂົາໃຈອ່ອນ ເອນໄຫວ
ຢ້ານຄາຍຮັກ ກັບຄືນ

• ຮູ້ແລ້ວວ່າເຈົ້າ ຍັງພັກ
ຮູ້ແລ້ວວ່າຮັກ ຍັງຊື່ນ
ຢ້ານຄວາມກັ່ນແກ້ງ ຄົນອື່ນ
ຢ້ານກືນນໍ້າຕາ ຈົນໄດ້

3) ຢ້ານແຕ່ຄວາມຝັນ ມືດມົວ
ຢ້ານຄົນຈະຍົວະ ໃຫ້ອາຍ
ຢ້ານເຫຼືອພຽງຊາກ ຮັກໄວ້
ຢ້ານຕາຍເພາະ ຜິດຫວັງ…

ໂນຕເພງ “ຢ້ານ”
ວິດີໂອໂນຕບັນເລງເພງ “ຢ້ານ”

ເພງ “ຮັກກັນເຖີດໜໍທີ່ຮັກ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1972)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ຮັກກັນເຖີດໜໍທີ່ຮັກ”

1) ຮັກກັນເຖີດໜໍ ທີ່ຮັກ
ຮັກກັນເພື່ອຂ້າ ເວລາ
ຮັກກັນໃຫ້ໂລກ ອິດສາ
ຮັກກັນຈົນກວ່າ ເທົ່າຜອງໃດໆ

2) ຮັກກັນເພື່ອລືມ ຄວາມທຸກ
ເພື່ອລືມຄວາມອຸກ ເອົ້າໃຈ
ຮັກກັນໃຫ້ໂລກ ສົດໃສ
ຮັກກັນເພື່ອຄາຍ ຄວາມໝອງເສົ້າ

• ຊີວິດນີ້ສັ້ນ ນີ້ສັ້ນຈິງນັກ
ຮີບເຖີດມາຮັກ ຮັກກັນເທາະເຮົາ
ເມື່ອຍາມວັຍໜຸ່ມ ຮີບຕັກຕວງເອົາ
ຊ້າໄປຈະເສົ້າ ເສັຽດາຍ

3) ຮັກກັນເຖີດໜໍ ທີ່ຮັກ
ຮັກກັນເພື່ອຖ້າ ວັນຕາຍ
ຮັກກັນເພື່ອສ້າງ ຄວາມໝາຍ
ຮັກໃຫ້ຈິດໃຈ ເຮົາຊື່ນຊົມ…

ໂນຕເພງ “ຮັກກັນເຖີດໜໍທີ່ຮັກ”
ວິດີໂອໂນຕບັນເລງເພງ “ຮັກກັນເຖີດໜໍທີ່ຮັກ”

ເພງ “ກ່ອນສິ້ນສັມພັນ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1962-63)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ກ່ອນສິ້ນສັມພັນ”

1) ຢ່າງນ້ອຍທີ່ສຸດ ກໍເຄີຍຮັກກັນ
ເຄີຍຮ່ວມສາບານ ຜູກພັນຮັກໝັ້ນແໜ້ນໜາ
ຫາກຈະລອງນຶກ ເຖິງພາບເກົ່າມາ
ຢ່າງນ້ອຍຄົງຈຳໄດ້ວ່າ ເຮົາສອງຮັກກັນເທົ່າໃດ

2) ຢ່າງນ້ອຍທີ່ສຸດ ກ່ອນຕັດຮັກກັນ
ກ່ອນສິ້ນສັມພັນ ບັ່ນທາງຮັກນັ້ນສລາຍ
ກໍຄວນບອກກັນ ໃຫ້ຮູ້ຈຸດໝາຍ
ເຫດຜົນທີ່ຕ້ອງຮ້າງໄກ ສັນໃດຈຶ່ງຕ້ອງໄກກັນ

• ຢູ່ໆກໍມາ ປ່ຽນໃຈ
ຮ້າງຮັກແຮມໄກ ໄຮ້ຄວາມສົງສານ
ບໍ່ມີເຫດຜົນ ເມື່ອຍາມຈາກລາ
ບໍ່ມີເມຕຕາ ເມື່ອຍາມຮ້າງກັນ
ຕັດຂາດບາດດຽວ ເໝືອນແກ້ງປຣະຫານ
ຕັດສັມພັນ ຮັກເຮົາ

3) ນີ້ນ້ອງລົງໂທດ ໂກດອ້າຍເຣື່ອງໃດ
ຈຶ່ງປັດຮັກໄປ ປ່ອຍໃຈອ້າຍໃຫ້ງຽບເຫງົາ
ຖິ້ມຄວາມຂື່ນຂົມ ຖົມທັບອົກເຮົາ
ຈາກໄປບໍ່ເຫຼືອແມ້ນເງົາ ໃຫ້ເຮົາໄດ້ສັ່ງອຳລາ…

ໂນຕເພງ “ກ່ອນສິ້ນສັມພັນ”
ວິດີໂອໂນຕບັນເລງເພງ “ກ່ອນສິ້ນສັມພັນ”

ເພງ “ຄອຍວັນອິສຣະພາບ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1962-63)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ຄອຍວັນອິສຣະພາບ”

1) ໂອ້ຊີວິດ ພຣະເຈົ້າອົງໃດຂີດມາ
ໂຊກຊາຕາ ເກີດມາພົບແຕ່ຄວາມເສົ້າ
ສຸດຣະກຳ ນໍ້າຕາໄຫຼນອງເຊັດເຂົ່າ
ທຸກຄໍ່າເຊົ້າ (ສູ້) ທົນຝືນ

2) ຕັ້ງແຕ່ນ້ອຍ ເລື້ອຍມາຈົນຈະແກ່ກາຍ
ຕ້ອງອາສັຍ ຢູ່ພາຍໃຕ້ເງົາຄົນອື່ນ
ເພິ່ງໃນບຸນ ສຸນທານທີ່ຄົນຢິບຍື່ນ
ຕ້ອງຈຳຝືນ ສູ້ທົນ

• ຢາກຈະມີຄົນ ຮັກຊ່ວຍສ່ອງທາງ
ອີກມີພ້ອມທຸກຢ່າງ ທີ່ເປັນຂອງຕົນ
ໄດ້ແຕ່ວິ່ງວອນ ຟ້າທີ່ສຖິດເບື້ອງບົນ
ຊ່ວຍນຳຂ້າພົ້ນ ປວງມານ

3) ດຸດນົກນ້ອຍ ທີ່ຄອຍອາສັຍຮົ່ມໄມ້
ອີກເມື່ອໃດ ຈະມີຜູ່ມາໝາຍໝັ້ນ
ໄດ້ແຕ່ຄອຍ ຫຼົງຄອຍເສັຽຈົນໃຈຫວັ່ນ
ສຸດໂສກສັນ ເສົ້າໃຈ…

ໂນຕເພງ “ຄອຍວັນອິສຣະພາບ”
ວິດີໂອໂນຕບັນເລງເພງ “ຄອຍວັນອິສຣະພາບ”

ເພງ “ພິສຮັກ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1962-63)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ພິສຮັກ”

1) ພິສແຫ່ງຄວາມຮັກ ຫາກໍປະຈັກ
ມັນແຄ້ນມັນແໜ້ນອົກໜັກ ຄວາມຮັກເມື່ອມັນທຳເຮົາ
ມັນແສບມັນຊໍ້າ ຣະກັມຍິ່ງກວ່າໄຟເຜົາ
ມັນໂສກມັນແສນຈະເສົ້າ ຍິ່ງກວ່າຄວາມເສົ້າໃດໆ

2) ຫຼົງຫຼິ້ນກັບຮັກ ເພາະໃຈສມັກ
ດ້ວຍຄິດດ້ວຍຢາກມີຮັກ ເອົາໄວ້ເປັນເຄື່ອງຊູໃຈ
ດ້ວຍວ່າຄວາມຮັກ ໄດ້ຍິນເຂົາກ່າວກັນໄວ້
ມັນປຽບສະເໝືອນເພື່ອນໃຈ ມີໄວ້ປອບໃຈເມື່ອເຫງົາ

• ຖືກແລ້ວມີຮັກ ຂ້າຝັນຂ້າໃຝ່
ເພາະມີພລັງແຮງໃຈ ສຸກເລື້ອຍໄປບໍ່ມີຍາມເຫງົາ
ທີ່ແທ້ຄວາມຮັກ ຮ້າຍຈິງຍິ່ງພິສງູເຫົ່າ
ພໍຮັກມັນຫັກອົກເຮົາ ຈຶ່ງໂສກເສົ້າຂົມຂື່ນ

3) ຫຼົງຫຼິ້ນກັບຮັກ ເສັຽຈົນໃຈຫັກ
ຕົກຂຸມຕິດບ້ວງຄວາມຮັກ ຍາກໜັກຈະກ້າວເດີນຄືນ
ຕ້ອງເຈັບຕ້ອງແຄ້ນ ແໜ້ນໃຈເຫຼືອສຸດຈະຝືນ
ຄວາມສຸກຄວາມຝັນເຄີຍຊື່ນ ບັດນີ້ກັບຄືນຫ່າງຫາຍ…

ໂນຕເພງ “ພິສຮັກ”
ວິດີໂອໂນຕບັນເລງເພງ “ພິສຮັກ”

ເພງ “ເພລາຣາຕຣີ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1962-63)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ເພລາຣາຕຣີ”

1) ໃກ້ຣາຕຣີແລ້ວ ແກ້ວຕາ
ມວນນົກກາ ຕ່າງບິນກັບຮັງນອນ
ສຸຣິໂຍ ລັບແລງແສງເຮືອງອ່ອນ
ນ້ອງບໍ່ສະທ້ອນ ຫຼືໃຈ

2) ຍ່າງຣາຕຣີແລ້ວ ແກ້ວຂວັນ
ພາງແສງຈັນ ສາດສີຜ່ອງອຳໄພ
ໂອ້ຄືນເພັນ ເຫັນວັງຟ້າກວ້າງໃຫຍ່
ງາມສໄວ ຮອບດວງຈັນ

• ຫຼົບຢູ່ໃສນໍ ຄົນຮັກຂ້າ
ຊອກຊອນຫາ ທົ່ວໃນດວງຈັນ
ກໍເຮົາເຄີຍ ນັດມາເຈິະກັນ
ໃຕ້ດວງຈັນ ດວງນີ້

3) ຂ້ອນຣາຕຣີແລ້ວ ແກ້ວໃຈ
ມອງຫົນໃດ ມືດຟ້າໝົ່ນຣາຕຣີ
ບໍ່ມີພຽງ ແມ້ນເງົານ້ອງຫຼືນີ້
ຣາຕຣີນີ້ ສຸດວັງເວງ (ຊ່າງວັງເວງ)…

ວິດີໂອໂນຕບັນເລງເພງ “ເພລາຣາຕຣີ”

ເພງ “ເພື່ອນ້ອງເມື່ອຊໍ້າ”

ເນື້ອຮ້ອງ & ທຳນອງ : ດາວວົງ ນໍຣະສິງ (1962-63)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ເພື່ອນ້ອງເມື່ອຊໍ້າ”

1) ອ້າຍເຈັບຊໍ້າໃນ ຈາກນ້ອງພຽງໃດ
ດັ່ງຟ້າຜ່າລົງຫົວໃຈ ເກືອບຈະຕາຍເພາະຮັກນ້ອງນັ້ນ
ສູ້ທົນຂົມຂື່ນ ເຝົ້າຝືນແຕ່ຈາບັນ
ອົດແຂງອົດໂຂໃຈກັ້ນ ນ້ອງຍັງຫັນໜ້າບໍ່ມອງ

2) ນ້ອງຕັດສັມພັນ ຈາກອ້າຍໄປໄກ
ຕັດຮັກຕັດຄວາມສົນໃຈ ຈາກກັນໄປດັ່ງນໍ້າໄຫຼລ່ອງ
ນ້ອງໜີອ້າຍໄປ ຖິ້ມໄວ້ແຕ່ຄວາມໝອງ
ຖອດຮັກຖອດຄວາມສົມປອງ ໃຫ້ອ້າຍໝອງໝົ່ນວິນຍາ

• ຈາກອ້າຍໄປດີ ເຖີດນ້ອງ
ຈົ່ງໄປໃຫ້ພົບຂຸມທອງ ທີ່ໃຈນ້ອງໃຝ່ປຣາຖນາ
ຈົ່ງໄປຫາຄົນ ທີ່ນວນນ້ອງເຝົ້າຝັນຫາ
ຫາກເຂົາສິ້ນຄວາມເມຕຕາ ຈົ່ງມອງຟ້າດູດາວດວງເກົ່າ

3) ເມື່ອໝົດຫົນທາງ ຈົ່ງຫວນຄືນມາ
ຊາດນີ້ຈະລໍຂວັນຕາ ຈິດໃຝ່ຫາສເມີເໝືອນເກົ່າ
ອ້າຍຍັງຝືນໃຈ ຫ່ວງໃຍທຸກຄໍ່າເຊົ້າ
ໂປຣດນ້ອງກັບຄືນຮັງເກົ່າ ສ້າງຮັກເຮົາດັ່ງເກົ່າມາ…

ວິດີໂອໂນຕບັນເລງເພງ “ເພື່ອນ້ອງເມື່ອຊໍ້າ”

ເພງ “ເໝືອນຄືນແຮມ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1962-63)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ເໝືອນຄືນແຮມ”

1) ຄືນນຶ່ງມີເຮົາ ສອງຄົນ
ແອບອີງກັນຈົນ ຟ້າສວ່າງ
ເຊີຍຊົມຊູຊິດ ຄຽງຂ້າງ
ບໍ່ໄກຫ່າງ ຫ່າງພຽງອືດໃຈ

2) ແສນສຸກອື່ນໃດ ໃສທັນ
ປຽບປານຍາມສອງ ເຮົາຊິດໃກ້
ດວງເດືອນກໍເໝືອນ ເປັນໃຈ
ຫຼົບເມກໄປ ໃຫ້ເຮົາສຸກສົມ

• ຈະອາຍຟ້າຫຼື ອາຍຈັນ
ແຕ່ຕານ້ອງນັ້ນ ວອນໃຫ້ຊິດຊົມ
ດັ່ງຈະວອນຈູບ ວອນໃຫ້ລູບໂລມ
ໜ່ຽວໃຈໃຫ້ໂນ້ມ ໂລມລູບຈູບນ້ອງ

3) ຄວາມສຸກຕ້ອງກາຍ ເໝືອນຝັນ
ດັ່ງນຶ່ງດວງຈັນ ທີ່ໃສສ່ອງ
ຄືນແຮມກໍລັບ ອັບແສງທອງ
ສຸດເສົ້າໝອງ ຍາມນ້ອງຈາກຈອນ…

ວິດີໂອໂນຕບັນເລງເພງ “ເໝືອນຄືນແຮມ”