ເພງ “ເພື່ອນ້ອງເມື່ອຊໍ້າ”

ເນື້ອຮ້ອງ & ທຳນອງ : ດາວວົງ ນໍຣະສິງ (1962-63)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ເພື່ອນ້ອງເມື່ອຊໍ້າ”

1) ອ້າຍເຈັບຊໍ້າໃນ ຈາກນ້ອງພຽງໃດ
ດັ່ງຟ້າຜ່າລົງຫົວໃຈ ເກືອບຈະຕາຍເພາະຮັກນ້ອງນັ້ນ
ສູ້ທົນຂົມຂື່ນ ເຝົ້າຝືນແຕ່ຈາບັນ
ອົດແຂງອົດໂຂໃຈກັ້ນ ນ້ອງຍັງຫັນໜ້າບໍ່ມອງ

2) ນ້ອງຕັດສັມພັນ ຈາກອ້າຍໄປໄກ
ຕັດຮັກຕັດຄວາມສົນໃຈ ຈາກກັນໄປດັ່ງນໍ້າໄຫຼລ່ອງ
ນ້ອງໜີອ້າຍໄປ ຖິ້ມໄວ້ແຕ່ຄວາມໝອງ
ຖອດຮັກຖອດຄວາມສົມປອງ ໃຫ້ອ້າຍໝອງໝົ່ນວິນຍາ

• ຈາກອ້າຍໄປດີ ເຖີດນ້ອງ
ຈົ່ງໄປໃຫ້ພົບຂຸມທອງ ທີ່ໃຈນ້ອງໃຝ່ປຣາຖນາ
ຈົ່ງໄປຫາຄົນ ທີ່ນວນນ້ອງເຝົ້າຝັນຫາ
ຫາກເຂົາສິ້ນຄວາມເມຕຕາ ຈົ່ງມອງຟ້າດູດາວດວງເກົ່າ

3) ເມື່ອໝົດຫົນທາງ ຈົ່ງຫວນຄືນມາ
ຊາດນີ້ຈະລໍຂວັນຕາ ຈິດໃຝ່ຫາສເມີເໝືອນເກົ່າ
ອ້າຍຍັງຝືນໃຈ ຫ່ວງໃຍທຸກຄໍ່າເຊົ້າ
ໂປຣດນ້ອງກັບຄືນຮັງເກົ່າ ສ້າງຮັກເຮົາດັ່ງເກົ່າມາ…

ວິດີໂອໂນຕບັນເລງເພງ “ເພື່ອນ້ອງເມື່ອຊໍ້າ”