ເພງ “ກ່ອນສິ້ນສັມພັນ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1962-63)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ກ່ອນສິ້ນສັມພັນ”

1) ຢ່າງນ້ອຍທີ່ສຸດ ກໍເຄີຍຮັກກັນ
ເຄີຍຮ່ວມສາບານ ຜູກພັນຮັກໝັ້ນແໜ້ນໜາ
ຫາກຈະລອງນຶກ ເຖິງພາບເກົ່າມາ
ຢ່າງນ້ອຍຄົງຈຳໄດ້ວ່າ ເຮົາສອງຮັກກັນເທົ່າໃດ

2) ຢ່າງນ້ອຍທີ່ສຸດ ກ່ອນຕັດຮັກກັນ
ກ່ອນສິ້ນສັມພັນ ບັ່ນທາງຮັກນັ້ນສລາຍ
ກໍຄວນບອກກັນ ໃຫ້ຮູ້ຈຸດໝາຍ
ເຫດຜົນທີ່ຕ້ອງຮ້າງໄກ ສັນໃດຈຶ່ງຕ້ອງໄກກັນ

• ຢູ່ໆກໍມາ ປ່ຽນໃຈ
ຮ້າງຮັກແຮມໄກ ໄຮ້ຄວາມສົງສານ
ບໍ່ມີເຫດຜົນ ເມື່ອຍາມຈາກລາ
ບໍ່ມີເມຕຕາ ເມື່ອຍາມຮ້າງກັນ
ຕັດຂາດບາດດຽວ ເໝືອນແກ້ງປຣະຫານ
ຕັດສັມພັນ ຮັກເຮົາ

3) ນີ້ນ້ອງລົງໂທດ ໂກດອ້າຍເຣື່ອງໃດ
ຈຶ່ງປັດຮັກໄປ ປ່ອຍໃຈອ້າຍໃຫ້ງຽບເຫງົາ
ຖິ້ມຄວາມຂື່ນຂົມ ຖົມທັບອົກເຮົາ
ຈາກໄປບໍ່ເຫຼືອແມ້ນເງົາ ໃຫ້ເຮົາໄດ້ສັ່ງອຳລາ…

ໂນຕເພງ “ກ່ອນສິ້ນສັມພັນ”
ວິດີໂອໂນຕບັນເລງເພງ “ກ່ອນສິ້ນສັມພັນ”