ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1962-63)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ
1) ຄືນນຶ່ງມີເຮົາ ສອງຄົນ
ແອບອີງກັນຈົນ ຟ້າສວ່າງ
ເຊີຍຊົມຊູຊິດ ຄຽງຂ້າງ
ບໍ່ໄກຫ່າງ ຫ່າງພຽງອືດໃຈ
2) ແສນສຸກອື່ນໃດ ໃສທັນ
ປຽບປານຍາມສອງ ເຮົາຊິດໃກ້
ດວງເດືອນກໍເໝືອນ ເປັນໃຈ
ຫຼົບເມກໄປ ໃຫ້ເຮົາສຸກສົມ
• ຈະອາຍຟ້າຫຼື ອາຍຈັນ
ແຕ່ຕານ້ອງນັ້ນ ວອນໃຫ້ຊິດຊົມ
ດັ່ງຈະວອນຈູບ ວອນໃຫ້ລູບໂລມ
ໜ່ຽວໃຈໃຫ້ໂນ້ມ ໂລມລູບຈູບນ້ອງ
3) ຄວາມສຸກຕ້ອງກາຍ ເໝືອນຝັນ
ດັ່ງນຶ່ງດວງຈັນ ທີ່ໃສສ່ອງ
ຄືນແຮມກໍລັບ ອັບແສງທອງ
ສຸດເສົ້າໝອງ ຍາມນ້ອງຈາກຈອນ…
