ເພງ “ພິສຮັກ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1962-63)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ພິສຮັກ”

1) ພິສແຫ່ງຄວາມຮັກ ຫາກໍປະຈັກ
ມັນແຄ້ນມັນແໜ້ນອົກໜັກ ຄວາມຮັກເມື່ອມັນທຳເຮົາ
ມັນແສບມັນຊໍ້າ ຣະກັມຍິ່ງກວ່າໄຟເຜົາ
ມັນໂສກມັນແສນຈະເສົ້າ ຍິ່ງກວ່າຄວາມເສົ້າໃດໆ

2) ຫຼົງຫຼິ້ນກັບຮັກ ເພາະໃຈສມັກ
ດ້ວຍຄິດດ້ວຍຢາກມີຮັກ ເອົາໄວ້ເປັນເຄື່ອງຊູໃຈ
ດ້ວຍວ່າຄວາມຮັກ ໄດ້ຍິນເຂົາກ່າວກັນໄວ້
ມັນປຽບສະເໝືອນເພື່ອນໃຈ ມີໄວ້ປອບໃຈເມື່ອເຫງົາ

• ຖືກແລ້ວມີຮັກ ຂ້າຝັນຂ້າໃຝ່
ເພາະມີພລັງແຮງໃຈ ສຸກເລື້ອຍໄປບໍ່ມີຍາມເຫງົາ
ທີ່ແທ້ຄວາມຮັກ ຮ້າຍຈິງຍິ່ງພິສງູເຫົ່າ
ພໍຮັກມັນຫັກອົກເຮົາ ຈຶ່ງໂສກເສົ້າຂົມຂື່ນ

3) ຫຼົງຫຼິ້ນກັບຮັກ ເສັຽຈົນໃຈຫັກ
ຕົກຂຸມຕິດບ້ວງຄວາມຮັກ ຍາກໜັກຈະກ້າວເດີນຄືນ
ຕ້ອງເຈັບຕ້ອງແຄ້ນ ແໜ້ນໃຈເຫຼືອສຸດຈະຝືນ
ຄວາມສຸກຄວາມຝັນເຄີຍຊື່ນ ບັດນີ້ກັບຄືນຫ່າງຫາຍ…

ໂນຕເພງ “ພິສຮັກ”
ວິດີໂອໂນຕບັນເລງເພງ “ພິສຮັກ”