ເພງ “ມົນຮັກວັງວຽງ”

ເນື້ອຮ້ອງ & ທຳນອງ : ຄຳຄົມ ເມືອງນະຄອນ & ສ. ບົວລະພັນ (1972)
ນັກຮ້ອງຕົ້ນສະບັບ : ກ. ແກ້ວກໍ່າພ້າ

ວິດີໂອດົນຕຣີບັນເລງເພງ “ມົນຮັກວັງວຽງ”

1) ວັງວຽງແຫ່ງນີ້ ເໝືອນມີອຳນາດມັດຈິດໃຈຝັງ
ພູຜາລ້ອມບັງ ວັງວຽງແສນງາມ
ຜາແດງຜາຕັ້ງງາມຕາ ເຂົາສູງສຽດຟ້າສີຄາມ
ເບິ່ງແລ້ວທຸກຍາມ ໃຫ້ແສນເພີນໃຈ

2) ແຄມລຳນໍ້າຊອງ ສອງເຮົາຄຽງຄູ່ໄດ້ຢູ່ໃກ້ກັນ
ກອດນ້ອງບໍ່ນານ ອ້າຍກໍຈາກໄປ
ລານ້ອງໄປສູ່ແນວຣົບ ເພື່ອຣົບສັຕຣູແດນໄກ
ໃຫ້ສົມເປັນຊາຍ ຊາດເຊື້ອຄົນລາວ

• ບໍ່ດົນປານໃດ ອ້າຍຈະກັບມາຫາ
ໄປແລ້ວບໍ່ແມ່ນໜີໜ້າ ຈະກັບມາຢູ່ຄູ່ນ້ອງສາວ
ບໍ່ລືມອ່ອນຊ້ອນ ຖໍ້ານອນເຄີຍໄປສອງເຮົາ
ແມ່ນວ່າຢູ່ໄກນ້ອງສາວ ນ້ອງເຈົ້າເຊື່ອໃຈເຖີດໜາ

3) ໄກພຽງແຕ່ຕົວ ຫົວໃຈຢູ່ໃກ້ອາລັຍເຈົ້າຫຼາຍ
ຖ້າອ້າຍບໍ່ຕາຍ ຄົງໄດ້ກັບມາ
ສາວເອີຍໂອ້ສາວວັງວຽງ ສຽງນີ້ຄືສຽງເພງລາ
ອ້າຍຈະກັບມາ ຖ້ານ້ອງບໍ່ລືມ…

ໂນຕເພງ “ມົນຮັກວັງວຽງ”
ວິດີໂອໂນຕບັນເລງເພງ “ມົນຮັກວັງວຽງ”