ເນື້ອຮ້ອງ & ທຳນອງ : ..?.. (~1970)
ນັກຮ້ອງຕົ້ນສະບັບ : ..?..
1) ຄິດ ສັງຫອນໃນໃຈ
ວ່າໃນວັນນຶ່ງ ອ້າຍຄົງ ລືມຮັກນ້ອງ
ແລ້ວວັນນັ້ນ ກໍມາສນອງ
ໃຫ້ອ້າຍລືມນ້ອງ ໄປຈ້ອຍອີ່ຫຼີ…
2) ວັນຊື່ນ ຄືນສຸກ
ທີ່ເຄີຍສນຸກ ເຫຼືອແຕ່ທຸລີ
ຢາກຈະຕາມຫາ ຢາກກັ້ນຂອບຟ້າ ຜ່າປະຖະພີ
ຊອກຫາຄົນດີ ດ້ວຍຈິດຍັງຕິດພັນ…
3) ເຖິງ ຂ້າມນໍ້າລອຍໄຟ
ຂ້າມພັຍພົງປ່າ ຜາບັງທິດທາງນັ້ນ
ຂໍໄປພົບ ເຖິງທໍຣະມານ
ໃຫ້ສິ້ນລົມປຣານ ຕໍ່ໜ້າທີ່ຮັກ…