ເພງ “ເທວີແຫ່ງໃຈ”

ເນື້ອຮ້ອງ & ທຳນອງ : ພົມມາ ສົມສຸທິ (~1960)
ນັກຮ້ອງຕົ້ນສະບັບ : ຄານ ຄຳປະດິດ

ວິດີໂອດົນຕຣີບັນເລງເພງ “ເທວີແຫ່ງໃຈ”

1) ຢ່າຫຼັ່ງນໍ້າຕາ ໃຫ້ອ້າຍໄດ້ເຫັນ
ອ້າຍຢ້ານມີເວນ ມີກັມນຳຈ່ອງ
ຮັກນ້ອງຍິ່ງກວ່າດວງຕາ ສຸດປຣາຖນາພຽງນ້ອງ
ຢາກຄູ່ຄຽງຄອງ ເນື້ອທອງຈົນຕາຍ

2) ຢ່າໂສກເສັຽໃຈ ຍາມອ້າຍຫ່າງນາງ
ຮັບຮອງມິຈາງ ລືມນາງໄປໄດ້
ຫົວໃຈອ້າຍຢູ່ກັບນ້ອງ ຈາກນວນເນື້ອທອງພຽງຮ່າງກາຍ
ເຝົ້າຈອງປອງໝາຍ ມິໄດ້ປ່ຽນແປງ

• ຮັກດຽວໝັ້ນຢູ່ ບໍ່ຮູ້ລືມໄດ້
ຮັກນ້ອງດ້ວຍໃຈ ບໍ່ຄາຍໜ່າຍແໜງ
ທຸກຄໍ່າວັນຄືນ ເຊົ້າສວາຍບ່າຍແລງ
ນ້ອງຍັງເປັນແສງ ເປັນແຮງປຣະດັບຊີວີ

3) ຢ່າຫຼັ່ງນໍ້າຕາ ໃຫ້ຊໍ້າອີກເລີຍ
ອ້າຍນີ້ບໍ່ເຄີຍ ຮັກໃຜປານນີ້
ສາບານວ່າບໍ່ມີໃຜ ຖືກຕາຕ້ອງໃຈພຽງນີ້
ແມ່ມາຣາສີ ເທວີແຫ່ງໃຈ…

ໂນຕເພງ “ເທວີແຫ່ງໃຈ”
ວິດີໂອໂນຕບັນເລງເພງ “ເທວີແຫ່ງໃຈ”