ເພງ “ມະຍຸຣີ”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (~1970)
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ມະຍຸຣີ”

ມະຍຸຣີ… ມະຍຸຣີ…

1) ມະຍຸຣີ…
ນ້ອງເປັນຍິງທີ່ ອ້າຍຮັກສເມີ
ຫຼັບກໍຝັນ ຕື່ນກໍເພີ້
ລະເມີ ຄວນຄາງ

2) ມະຍຸຣີ…
ຫົວໃຈດວງນີ້ ຂໍມອບໃຫ້ນາງ
ນ້ອງຄົນດຽວ ທີ່ອ້າຍຫວັງ
ໝາຍເປັນ ຄູ່ຄອງ

• ອ້າຍຢາກຢູ່ ຢາກຢູ່ໃກ້ເນື້ອທອງ
ຄູ່ຄຽງນ້ອງ ສຸກສົມປອງຊົ່ວນິຣັນ

3) ມະຍຸຣີ…
ນ້ອງເປັນຍິງທີ່ ໜ້າຮັກສົງສານ
ອ້າຍຈະຮັກ ແຕ່ຈອມຂວັນ
ຊົ່ວ ນິຣັນເອີຍ…

ວິດີໂອໂນຕບັນເລງເພງ “ມະຍຸຣີ”