ເພງ “ຮັກກັນຊັງກັນ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ຄຳຕຸ່ນ ວົງສະນິດ

ວິດີໂອດົນຕຣີບັນເລງເພງ “ຮັກກັນຊັງກັນ”

1) ຮັກກັນ ເໝືອນຈະກືນກິນໄດ້
ໄປໃສມາໃສ ສຸດອາລັຍແສນຫ່ວງ
ຢ້ານແຕ່ຄົນຮັກ ຄຶດຫຼອກຄຶດລວງ
ທັງຫວງທັງຫ່ວງ ຢ້ານເຂົາຄວງຄົນອື່ນ

2) ຊັງກັນ ຄຶດຢາກບິນໜີໄດ້
ຮັກຫຼາຍຊັງຫຼາຍ ບໍ່ເຫັນໃຈຄາຍຊື່ນ
ຄຳໝັ້ນສັນຍາ ຫຼົບໜ້າສົ່ງຄືນ
ຈາກຫວານເປັນຂື່ນ ຄືນຄວາມຮັກຈາກຈອນ

• ຊັງກັນ ນັ້ນມັນງ່າຍແທ້ໜໍ
ມິໄດ້ຕິດຕໍ່ ຂໍຄວາມເຫັນໃຈກ່ອນ
ຜິດໃຈໜ້ອຍດຽວ ບໍ່ແລບໍ່ຫຼຽວບໍ່ອາທອນ
ຮັກກັນຕ້ອງເຝົ້າອາວອນ ງໍ້ງອນຢູ່ທຸກຄືນວັນ

3) ຮັກກັນ ນອນກະຝັນເຫັນໜ້າ
ຂ້າມຫ້ວຍຂ້າມຜາ ປຣາຖນາຮັກນັ້ນ
ບັດຊັງຂຶ້ນມາ ຢາກຂ້າຢາກຟັນ
ຢາກໜີໜ້າກັນ ບໍ່ຢາກພົບພານອີກເລີຍ…

ໂນຕເພງ “ຮັກກັນຊັງກັນ”
ວິດີໂອໂນຕບັນເລງເພງ “ຮັກກັນຊັງກັນ”

ເພງ “ພໍແລ້ວເຈັບແລ້ວສາບແລ້ວ”

ເນື້ອຮ້ອງ : ວິລລ້ຽມ ດິດທະວົງສ໌- ທຳນອງເພງຝຣັ່ງ (1973)
ນັກຮ້ອງຕົ້ນສະບັບ : ວິລລ້ຽມ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ພໍແລ້ວເຈັບແລ້ວສາບແລ້ວ”

ພໍແລ້ວ ເຈັບແລ້ວ ສາບແລ້ວ ຄວາມຮັກ…

1) ຄວາມທຸກຄວາມເສົ້າແຜດເຜົາເມື່ອຮັກສິ້ນຄ່າ
ຄວາມຫຼັງທີ່ມັນຜ່ານມາກໍສູນສິ້ນຄ່າໄປດ້ວຍເຊັ່ນກັນ
ຢ່າຫວັງວ່າເຂົາຈະຄຶດເຖິງຄວາມສັມພັນ
ຄວາມຮັກທີ່ເຄີຍສຸກນັ້ນຄົງບໍ່ມີວັນທີ່ຈະກັບມາ…

• ຖິ້ມເອົາໄວ້ພຽງຄວາມເສົ້າເຫຼືອພຽງເງົາທີ່ໂສກາ
ຢູ່ກໍຢູ່ກັບນໍ້າຕາເໝືອນຟ້າຄອຍລົງໂທດທັນ
ໂອ້ຄວາມຮັກບໍ່ແນ່ນອນຄອຍຫຼອກຫຼອນທຸກຄືນວັນ
ອັນຄວາມເຈັບທີ່ຕື້ນຕັນຄົງບໍ່ມີວັນຈະຫາຍ…

2) ພໍແລ້ວເຈັບແລ້ວສາບແລ້ວຄວາມຮັກຂໍໜ່າຍ
ຄວາມຮັກທີ່ສິ້ນຄວາມໝາຍຖືກເຂົາທຳລາຍນໍ້າຕານອງໜ້າ
ໂຊກດີເຖີດນ້ອງຢ່າໝອງເໝືອນຮັກຂອງຂ້າ
ມີຮັກແລ້ວຢ່າຈາກລາສົດຊື່ນເຖີດໜານາງຟ້າຂ້າເອີຍ…

ຮືໆ ຮືໆ ຮືໆໆ ຮືໆໆ ຮືໆ ຮືໆ ຮືໆໆ ຮືໆໆ…

ໂນຕເພງ “ພໍແລ້ວເຈັບແລ້ວສາບແລ້ວ”
ວິດີໂອໂນຕບັນເລງເພງ “ພໍແລ້ວເຈັບແລ້ວສາບແລ້ວ”

ເພງ “ຮັກມີກັມ”

ເນື້ອຮ້ອງ & ທຳນອງ : ວິລລ້ຽມ ດິດທະວົງສ໌ (1972)
ນັກຮ້ອງຕົ້ນສະບັບ : ວິລລ້ຽມ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ຮັກມີກັມ”

1) ອັນຄວາມຮັກເຮົາ ນັ້ນຄົງມີເວນຫຼືກັມ
ຜູ່ໃຫຍ່ກັບມາທຳ ໃຫ້ສອງເຮົາພາກຈາກກັນ
ສອງເຮົາຕ່າງຮັກ ເທີດຮັກດ້ວຍຄວາມຍຶດໝັ້ນ
ຕ່າງກໍສາບານກັນ ຈະຮັກຊົ່ວຟ້ານິຣັນ

2) ແຕ່ແລ້ວຮັກເຮົາ ນັ້ນມາບໍ່ສົມດັ່ງໝາຍ
ຄວາມຮັກຖືກທຳລາຍ ພາກເຮົາໃຫ້ຫ່າງໄກກັນ
ນ້ອງຖືກບັງຄັບ ຕັດຮັກເຮົາໃຫ້ຂາດກັນ
ນັບຕັ້ງແຕ່ວັນນັ້ນ ສວັນກາຍເປັນນໍ້າຕາ

• ໂອ້… ເມັຽເອີຍ ຄົງເປັນເວນກັມຂອງເຮົາ
ອ້າຍເອງກໍແສນຈະເສົ້າ ເຝົ້າແຕ່ຄິດເຖິງແກ້ວຕາ
ຄຶດເປັນຫ່ວງ ລູກນ້ອຍກໍສຸດຄະນາ
ຕັ້ງແຕ່ລູກເກີດມາ ໜ້າຕາອ້າຍຍັງບໍ່ເຫັນ

3) ເຂົາຕັດຮັກເຮົາ ເຂົາເຜົາບໍ່ເຫຼືອຫຍັງເລີຍ
ນ້ອງເອງກັບທຳເສີຍ ໂທ້ເອີຍ ໂອ້ ເວນໜໍເວນ
ອ້າຍຈະທົນຮັກ ທົນຄອຍດ້ວຍຄວາມຈຳເປັນ
ຊີວິດຄົງບໍ່ເວັ້ນ ຊໍ້າໃຈຕາຍແທ້ເອີຍ…

ໂນຕເພງ “ຮັກມີກັມ”
ວິດີໂອໂນຕບັນເລງເພງ “ຮັກມີກັມ”

ເພງ “ຄິດດູເສັຽກ່ອນ”

ເນື້ອຮ້ອງ & ທຳນອງ : …?…
ນັກຮ້ອງຕົ້ນສະບັບ : ນະຣຽມ (~1970)

ວິດີໂອດົນຕຣີບັນເລງເພງ “ຄິດດູເສັຽກ່ອນ”

1) ຄິດດູ ເສັຽກ່ອນຄວາມຮັກ
ຕຶກຕອງໃຫ້ໜັກ ຄ່ອຍລົງມືປັກໝາຍ
ວູບວາມ ຕັດສິນງ່າຍໄປ
ຈະປວດດວງໃຈ ເມື່ອຄວາມຮັກສັ້ນ

2) ທະເລ ເຂົາວ່າເລິກລົ້ນ
ແຕ່ໃຈຂອງຄົນ ນັ້ນເລິກເກີນອະນັນ
ເບິ່ງໄປ ໃຫ້ຊຶ້ງນານວັນ
ເທບເທິງສວັນ ຈະທານຮັກຈິງ

• ຂໍ ຄິດດູເສັຽກ່ອນ
ແນ່ນອນ ນ້ອງບໍ່ປະວິງ
ຫາກເກີດ ຈາກໃຈແທ້ຈິງ
ທຸກສິ່ງມອບໃຫ້ ດັ່ງໝາຍ

3) ຄິດດູ ເສັຽກ່ອນທີ່ຮັກ
ນ້ອງປຽບເໝືອນຜັກ ທີ່ຊົງຄວາມອ່ອນໄຫວ
ຖືກລົມ ຈະຊໍ້າງ່າຍດາຍ
ໂປຣດຢ່າທຳລາຍ ຜູ່ຍິງໃຫ້ຕຣົມ…

ໂນຕເພງ “ຄິດດູເສັຽກ່ອນ”
ວິດີໂອໂນຕບັນເລງເພງ “ຄິດດູເສັຽກ່ອນ”

ເພງ “ຫາກຄົນອື່ນດີກວ່າ”

ເນື້ອຮ້ອງ & ທຳນອງ : …?…
ນັກຮ້ອງຕົ້ນສະບັບ : ແສງອາຣຸນ ສິດທິພັນ (~1970)

ວິດີໂອດົນຕຣີບັນເລງເພງ “ຫາກຄົນອື່ນດີກວ່າ”

1) ຖ້າຫາກນ້ອງມີ ຊາຍອື່ນທີ່ດີກວ່າອ້າຍ
ຄວາມຫວັງໃດໆ ທີ່ອ້າຍໃຫ້ຕົວນ້ອງມາ
ບວກຄວາມຮັກແທ້ ທີ່ອ້າຍມອບໃຫ້ແກ້ວຕາ
ເທີດທູນເໜືອດວງຊີວາ ບໍ່ເຄີຍຄິດຈະທຳລາຍ

2) ຖ້າຫາກນ້ອງມີ ຊາຍອື່ນທີ່ດີກວ່ານີ້
ອ້າຍຂໍຍອມພລີ ພາກໜີໃຫ້ນ້ອງເດີນໄປ
ບໍ່ຂໍອ້ອນວອນ ໃຫ້ນ້ອງເມດຕາເຫັນໃຈ
ພ້ອມທັງຄວາມຫວັງໃດໆ ຍິນດີໃຫ້ນ້ອງປະຫານ

• ເພາະສອງເຮົາ ຕ່າງເຝົ້າແຕ່ເຂົ້າໃຈຜິດ
ເຝົ້າແຕ່ຈະຄິດ ຖືຜິດຢູ່ທຸກຄືນວັນ
ຄວາມສຸກຄວາມຊື່ນ ກັບເປັນຂົມຂື່ນດວງມານ
ເມື່ອບໍ່ຮັກຈົ່ງປະຫານ ອ້າຍນັ້ນຍອມເສັຽນໍ້າຕາ

3) ຖ້າຫາກນ້ອງມີ ຊາຍອື່ນທີ່ດີກວ່າອ້າຍ
ມີທັງນໍ້າໃຈ ຍົດສັກມີຮັກບູຊາ
ຂໍນ້ອງຈົ່ງຮັກ ໃຫ້ສົມດັ່ງປຣາຖນາ
ອ້າຍຈົນຂໍທົນໜີໜ້າ ຕາມທາງຂອງຜູ່ມີກັມ…

ໂນຕເພງ “ຫາກຄົນອື່ນດີກວ່າ”
ວິດີໂອໂນຕບັນເລງເພງ “ດວງໃຈນ້ອງຢູ່ໃສ”

ເພງ “ດວງໃຈນ້ອງຢູ່ໃສ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (~1965)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ດວງໃຈນ້ອງຢູ່ໃສ”

1) ດວງໃຈ ນ້ອງຢູ່ໃສ ອ້າຍຄິດເຖິງນ້ອງ
ດວງໃຈ ອ້າຍໝົ່ນໝອງ ບໍ່ເຫັນໜ້າ
ດວງໃຈ ນັບຈາກກັນ ວັນນັ້ນມາ
ຢູ່ຢ່າງໃດໜາ ທີ່ຮັກ ອ້າຍເປັນຫ່ວງໃຍ

2) ດວງໃຈ ນ້ອງຢູ່ໃສ ອ້າຍເປັນທຸກໜັກ
ດວງໃຈ ເຈົ້າແຫ່ງຮັກ ຮູ້ບໍ່ແກ້ວໃຈ
ດວງໃຈ ພຽງຂາດນາງ ມາຊິດໃກ້
ເປົ່າປ່ຽວດຽວດາຍ ເຫວວ້າ ທຸກຣາຕຣີການ

• ສຸດທີ່ຮັກ ສຸດທີ່ຮັກ ເຈົ້າຢູ່ໃສ
ສຸດຫົວໃຈ ສຸດຫົວໃຈ ຄູ່ເຄີຍຮັກໝັ້ນ
ສຸດຄິດເຖິງ ເຈົ້າເຫຼືອໃຈ ຈະຂາດສະບັ້ນ
ສິ້ນສົງສານ ອ້າຍແລ້ວ ຫຼືດວງແກ້ວຕາ

3) ດວງໃຈ ນ້ອງຢູ່ໃສ ອ້າຍຄັ່ງອ້າຍປ່ວງ
ດວງໃຈ ອ້າຍຫ່ວງຫວງ ນ້ອງຈຽນບ້າ
ດວງໃຈ ຢູ່ແຫ່ງໃດ ຈົ່ງຈຳໄວ້ວ່າ
ເທົ່າສິ້ນດິນຟ້າ ທີ່ຮັກ ອ້າຍຍັງຮັກນາງ… 

ໂນຕເພງ “ດວງໃຈນ້ອງຢູ່ໃສ”
ວິດີໂອໂນຕບັນເລງເພງ “ດວງໃຈນ້ອງຢູ່ໃສ”

ເພງ “ຫວງເພາະຮັກ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (~1970)
ນັກຮ້ອງຕົ້ນສະບັບ : ພອນເທພ ເທພພິທັກສ໌

ວິດີໂອດົນຕຣີບັນເລງເພງ “ຫວງເພາະຮັກ”

1) ຂໍຍອມຮັບວ່າ ອ້າຍອົດໃຈ ໄວ້ອີກບໍ່ໄຫວ
ທັ້ງທີ່ນ້ອງລອງໃຈ ແກ້ງໄປ ຄວງຄົນອື່ນມາ
ໄປເວົ້າຄົນນັ້ນ ກະຊິບຄົນນີ້ ມັນກວນສາຍຕາ
ອ້າຍຢາກຈະຂ້າ ຢາກຂ້າຢາກຂ້າ ຜູ່ມາຂວາງທາງ

2) ເຫັນຄູ່ຮັກອື່ນ ຊື່ນຊູໃຈ ຍິ່ງພາໃຫ້ເຫງົາ
ທີຄວາມຮັກຂອງເຮົາ ຕື້ນຕັນ ຄອຍວັນຈືດຈາງ
ຮູ້ໄວ້ຮູ້ໄວ້ ນ້ອງເຮັດແບບນັ້ນ ໃຈອ້າຍແຄ້ນຄາ
ມັນອາດຈະພາດ ມັນອາດຈະພັ້ງ ເມື່ອນາງຫຼົມໃຈ

• ທັ້ງໆ ທີ່ຮູ້ ວ່າລອງໃຈກັນ
ແຕ່ເຮັດຈັ່ງຊັ້ນ ອ້າຍທົນ ນ້ອຍໃຈບໍ່ໄດ້
ຂືນປ່ອຍ ໃຫ້ຄອງ ອີກຕໍ່ໄປ
ອ້າຍຄົງ ຊໍ້າຕາຍ ດ້ວຍຄວາມຫວງ

3) ນ້ອງກໍຮູ້ວ່າ ອ້າຍຮັກນາງ ຮັກຍິ່ງສິ່ງໃດ
ຮັກນາງເໜືອດວງໃຈ ບໍ່ເຄີຍ ຄິດວ່າຈະລວງ
ເຫດນີ້ຈຶ່ງຫ່ວງ ດ້ວຍຮັກຈຶ່ງຫວງ ຈຶ່ງຫວງຈຶ່ງຫ່ວງ
ບໍ່ໃຫ້ໃຜລ່ວງ ບໍ່ໃຫ້ໃຜລວງ ກີດຂວາງດວງໃຈ…

ໂນຕເພງ “ຫວງເພາະຮັກ”
ວິດີໂອໂນຕບັນເລງເພງ “ຫວງເພາະຮັກ”

ເພງ “ຍັງຮັກຍັງຫ່ວງ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1965)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງສ໌

ວິດີໂອດົນຕຣີບັນເລງເພງ “ຍັງຮັກຍັງຫ່ວງ”

1) ກ່ອນນັ້ນເຮົາສອງ ຮັກກັນຝັງຈິດ
ບໍ່ເຄີຍຄິດ ວ່າຮັກຈະຫ່າງກັນໄກ
ແຕ່ນ້ອງມາ ໜີໜ້າຈາກໄປ
ປ່ອຍອ້າຍໄວ້ ໃຫ້ຢູ່ກັບຄວາມຊໍ້າໃຈ

2) ບັດນີ້ເຮົາສອງ ແຍກທາງກັນຢູ່
ຢາກຈະຮູ້ ວ່ານາງຮັກຢູ່ກັບໃຜ
ຊາຍນັ້ນມີ ຮັກຈິງຫຼືໃດ
ສຸກສົມໃຈ ຫຼືນາງນໍ້າຕາຫຼັ່ງນອງ

• ຂ້າຍອມຮັບຄວາມ ເຈັບຊໍ້າ
ທຸກສິ່ງທີ່ທຳໃຫ້ໄວ້ ຂ້ານີ້ອະພັຍໃຫ້ນ້ອງ
ຍັງຮັກຍັງຫ່ວງ ບໍ່ລວງຮັບຮອງ
ນຶ່ງບໍ່ມີສອງ ບໍ່ຈືດຈາງ

3) ຫາກນາງຖືກລວງ ຣະທົມຂົມຂື່ນ
ຫາກສະອຶ້ນ ຍ້ອນຮັກເຂົາປ່ຽນເປັນຊັງ
ຈົ່ງຫວນຄືນ ຮັກຄົນທີ່ຫວັງ
ຢູ່ທາງຫຼັງ ອ້າຍຍັງຮັກນາງດັ່ງເຄີຍ…

ໂນຕເພງ “ຍັງຮັກຍັງຫ່ວງ”
ວິດີໂອໂນຕບັນເລງເພງ “ຍັງຮັກຍັງຫ່ວງ”

ເພງ “ຄົນໃຈດຳ”

ເນື້ອຮ້ອງ & ທຳນອງ : ສົມລິຕ ພັນນະວົງສ໌ (~1970)
ນັກຮ້ອງຕົ້ນສະບັບ : ສົມລິຕ ພັນນະວົງສ໌

ວິດີໂອດົນຕຣີບັນເລງເພງ “ຄົນໃຈດຳ”

1) ຄົນໃຈດຳ ແກ້ງທຳໃຫ້ຫຼົງ
ແລ້ວກໍບໍ່ຊື່ຕຣົງ ໝັ້ນຄົງເໝືອນດັ່ງຄຳໝັ້ນ
ສວາດທີ່ຫວັງ ຈະຮ້າງໄປຫົວໃຈໄຫວຫວັ່ນ
ອ້າຍຕ້ອງຈາບັນ ໂສກສັນກໍ້າກືນນໍ້າຕາ

2) ມີຄົນຄອຍ ແກ້ງຢູ່ຂ້າງຫຼັງ
ຫຼືນ້ອງຈຶ່ງຄິດຊັງ ອ້າຍດັ່ງເໝືອນຄົນໄຮ້ຄ່າ
ຈະເຮັດຈັ່ງໃດ ງອນງໍ້ໄປແລ້ວຍັງໜີໜ້າ
ບໍ່ຫວນຄືນມາ ຍິ່ງພາໃຈອ້າຍຣະທົມ

• ນ້ອງໄປ ເຊື່ອຄົນຍຸຄົນແຍ່
ສອງເຮົາມີແຕ່ ອົກຕ້ອງຣ້າວຣະບົມ
ມີຢູ່ໃສລະ ແຟນຄົນໃໝ່ທີ່ໝາຍມາຊົມ
ນ້ອງຄົນດຽວ ອ້າຍຍັງຊໍ້າຕຣົມ
ຫຼາຍຄົນ ຄົງອົກແຕກຕາຍ

3) ຈົ່ງຄືນມາ ຜູກຮັກອີກຫົນ
ຮັກໃຫ້ຊື່ນກະມົນ ສອງຄົນບໍ່ມີວັນໜ່າຍ
ຈະຊ່ວຍຖນອມ ຄວາມຮັກເຮົາດ້ວຍກັນສອງຝ່າຍ
ຮັກຫຼືຈະຄາຍ ຫາກໃຈເຮົາຊື່ຕໍ່ກັນ…

ໂນຕເພງ “ຄົນໃຈດຳ”
ວິດີໂອໂນຕບັນເລງເພງ “ຄົນໃຈດຳ”

ເພງ “ຢາກຮັກສາວເມືອງຫຼວງ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (~1970)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ຢາກຮັກສາວເມືອງຫຼວງ”

1) ເມືອງຫຼວງພຣະບາງ ຊ່າງງາມວິໄລແທ້ເອີຍ
ຂ້ານີ້ກໍເຄີຍ ໄດ້ໄປທ່ຽວຊົມຄັ້ງນຶ່ງ
ພູສີສູງສຸດທຽມຟ້າ ເຫັນແລ້ວຍິ່ງພາຕົກຕະລຶງ
ໂອ້ດາວະດຶງ ຫຼືແດນສວັນກັນແທ້

2) ໜຸ່ມສາວກໍງາມ ອາຣ່າມດັ່ງດວງມາລີ
ບານຈໍ່ຈຸມຈີ ຂ້ານີ້ຕ້ອງຫຼົງຫຼຽວແລ
ຢາກຮັກຢາກຢູ່ຄຽງສອງ ຈະຂໍປະຄອງບໍ່ປຽນແປ
ຈະຮັກນ້ອງແທ້ ດ້ວຍໃຈຊື່ຕຣົງຕລອດການ

• ນວນນ້ອງນາງ ງາມຍິ່ງ
ຂ້າຢາກຮັກເຈົ້າຈິງ ແອບອິງຮ່ວມຫໍສຳຣານ
ນໍ້າຂອງ ຍັງໄຫຼຮ່ວມແມ່ຄານ
ຂໍນ້ອງຈົ່ງສົງສານ ຜູກພັນຄວາມຮັກຂ້າໄວ້ ຮື…

3) ຈາກຫຼວງພຣະບາງ ຈາກນາງທີ່ແສນໂສພາ
ຈາກພຽງກາຍາ ຈິດຍັງຝັນຫາຂວັນໃຈ
ນ້ອງສາວເຈົ້າຈົ່ງເອັນດູ ຈະຂໍເປັນຄູ່ຢູ່ຄຽງໃກ້
ເຖິງຈາກນ້ອງໄປ ບໍ່ນານເທົ່າໃດຈະກັບມາ…

ໂນຕເພງ “ຢາກຮັກສາວເມືອງຫຼວງ”
ວິດີໂອໂນຕບັນເລງເພງ “ຢາກຮັກສາວເມືອງຫຼວງ”