ເພງ “ວິມານບ້ານເຮົາ”

ເນື້ອຮ້ອງ & ທຳນອງ : ຄໍາແພງ ປີຊາຍານ (~1970)
ນັກຮ້ອງຕົ້ນສະບັບ : ນວນສີ ບຸນຍະວົງສ໌

ວິດີໂອດົນຕຣີບັນເລງເພງ “ວິມານບ້ານເຮົາ”

1) ບ້ານເກີດເຮົາ ເຄີຍອາສັຍ
ແສນສຳຣານເລີງໃຈ ຫາໃດມາປຽບທຽບເທົ່າ
ເຄີຍສຸກເຄີຍສັນ ຢູ່ຕາມປະສາບ້ານເຮົາ
ບໍ່ເຄີຍມີໃຜມາເຂົ້າ ໝາຍປອງເອົາລາວໄປຄອບຄອງ

2) ທົ່ວເຂດແຄວ້ນ ແດນອານາ
ແສນວິໄລງາມຕາ ສົມດັ່ງອານາສູງສົ່ງ
ມີຖິ່ນມີຖານ ປຽບປານສວັນວຽງທອງ
ອາສັຍຄົນລາວພີ່ນ້ອງ ຖືຄວາມປອງດອງຕລອດມາ

• ບ້ານເມືອງເຮົາ ອຸດົມສົມບູນທຸກຢ່າງ
ຄົນລາວທຸກຄົນກໍຕ່າງ ອາສັຍຜືນດິນຖິ່ນນາ
ຖືເປັນບ້ານເກີດ ສຸດປຣະເສີດແຕ່ໃດໆມາ
ຍັງໝັ້ນໃນສາສນາ ເໜືອດວງຊີວາບໍ່ໄດ້ຈືດຈາງ

3) ເພື່ອນລາວເອີຍ ເຄີຍອາສັຍ
ສຽງເພງດັງເຕືອນໃຫ້ ຫວັງຄວາມຮ່ວມໃຈທຸກຢ່າງ
ບ້ານເຮົາຈະເຮືອງ ກະເດື່ອງໄປທົ່ວທິດທາງ
ກໍເພາະຄົນລາວເຮົາຕັ້ງ ຫວັງໃຈໃນຄວາມຮ່ວມສາມັກຄີ…

ໂນຕເພງ “ວິມານບ້ານເຮົາ”
ວິດີໂອໂນຕບັນເລງເພງ “ວິມານບ້ານເຮົາ”