ເພງ “ຟ້າເທົ່ານັ້ນ”

ເນື້ອຮ້ອງ & ທຳນອງ : ດ. ຕຣີສິລ (1968)
ນັກຮ້ອງຕົ້ນສະບັບ : ບຸນທົງ ວົງສາລີ

ວິດີໂອດົນຕຣີບັນເລງເພງ “ຟ້າເທົ່ານັ້ນ”

1) ມີຟ້າ ເທົ່ານັ້ນ
ທີ່ຮູ້ທັນ ອ້າຍຮັກນ້ອງນາງພຽງໃດ
ຟ້າເທົ່ານັ້ນ ເຫັນໃນຫົວໃຈ
ທຸກຄືນແລະວັນ ວອນໄຫວ້ນໍ້າຕາໄຫຼນອງ

2) ພຽງຟ້າ ເທົ່ານັ້ນ
ເປັນພະຍານ ຊີວັນອ້າຍຄືນວນນ້ອງ
ຟ້າເທົ່ານັ້ນ ແຫງນຄໍຫຼຽວມອງ
ຮູ້ວ່າຣຶທັຍທຸກຫ້ອງ ມີນ້ອງຕລອດໄປ

• ຟ້າເທົ່ານັ້ນ ຈະເຕືອນວ່າໃຜລືມກ່ອນ
ຟ້າເທົ່ານັ້ນ ຈະຫຼອນເມື່ອຕອນຮັກຄາຍ
ຟ້າເທົ່ານັ້ນ ທີ່ຈະເມດຕາເຫັນໃຈ
ໃຫ້ຮັກ ຢ່າຈາງ

3) ຍັງຟ້າ ເທົ່ານັ້ນ
ຫາກສັມພັນ ຮັກເຮົາເລື່ອນເລີຍເຫີຍຫ່າງ
ຟ້າເທົ່ານັ້ນ ເຝົ້າເຕືອນມິວາງ
ໃຜຍັງພັກດີ ເໝືອນດັ່ງສັນຍາໃຫ້ໄວ້…..

ໂນຕເພງ “ຟ້າເທົ່ານັ້ນ”
ວິດີໂອໂນຕບັນເລງເພງ “ຟ້າເທົ່ານັ້ນ”

ເພງ “ຍອດຮັກ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ

ວິດີໂອດົນຕຣີບັນເລງເພງ “ຍອດຮັກ”

1) ເໝືອນໃຈຈະຂາດ ເປັນຕອນ
ເໝືອນດັ່ງໄດ້ນອນ ກອງໄຟ
ຫຼັບຕາມືນຕາ ຍາມໃດ
ເຫັນພາບຈອມໃຈ ຫຼອກຫຼອນ

2) ເໝືອນມົນສກົດ ດວງໃຈ
ເມື່ອຍາມຫ່າງໄກ ອາວອນ
ບໍ່ເປັນອັນກິນ ອັນນອນ
ໜາວໆຮ້ອນໆ ບໍ່ວາຍ

• ນ້ອງຄິດເຖິງອ້າຍ ຫຼືບໍ່
ແມ່ນວນລະອໍ ຈອມໃຈ
ໂລກນີ້ຄົງບໍ່ ມີໃຜ
ເປັນທາດແຫ່ງໃຈ ເຈົ້າແລ້ວ

3) ຍອດຮັກຍອດສຸດ ບູຊາ
ຍອດຂວັນຊີວາ ແນ່ແນ່ວ
ບໍ່ມີຍິງໃດ ອີກແລ້ວ
ນ້ອງເປັນຂວັນແກ້ວ ແວວໃຈ…

ໂນຕເພງ “ຍອດຮັກ”
ວິດີໂອໂນຕບັນເລງເພງ “ຍອດຮັກ”

ເພງ “ສວນດອກໄມ້ໃນອະດີດ”

ເນື້ອຮ້ອງ & ທຳນອງ : ຄຳເຕີມ ຊານຸບານ (1968)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ສວນດອກໄມ້ໃນອະດີດ”

1) ທີ່ສວນດອກໄມ້ ຂອງນາງກ່ອນນັ້ນ
ເຈົ້າຄົງຕື້ນຕັນ ເລົ່າຄວາມຝັນໃຫ້ຟັງ
ວ່າອະນາຄົດ ນ້ອງຢາກໜີສຸດຟ້າໄກຫ່າງ
ຢູ່ເມືອງນອກແລ້ວສ້າງ ແຕ່ຄຸນງາມຄວາມດີ

2) ທີ່ສວນດອກໄມ້ ອ້າຍຍັງຈົດຈຳ
ໄດ້ຍິນນໍ້າຄຳ ສຸດຫວານລໍ້າວະຈີ
ເມື່ອຢູ່ກັນສອງ ອ້າຍຢາກປອງຈູບນ້ອງເທວີ
ແຕ່ບໍ່ກ້າຈັກທີ ດ້ວຍກຽດສັກສີຂ້ານີ້ດັ່ງກາ

• ໂອ່ ໂອ້ ໂອ້ ໂອ ນ້ອງເອີຍ
ຢ່າເລີຍລືມຄຳພໍ່າວອນ ນະແກ້ວຕາ
ຄັ້ງສຸຣິຍັນ ຈວນລັບທິວໄມ້ປ່າ
ທີ່ອຸທຍານນັ້ນໜາ ສອງເຮົາຮ່ວມເດັດດອກໄມ້

3) ພາບສວນດອກໄມ້ ວິໄລໜັກໜາ
ເມື່ອດອກຟ້າມາ ປະດັບຍິ່ງແຈ່ມໃສ
ຢາກເອົາບຸບຜາ ທີ່ເກັບມາເໜັບໄວ້ກາງໃຈ
ຈຳຝັງຈິດຈົນຕາຍ ໂອ້ສວນດອກໄມ້ໃນອະດີດເອີຍ…

ໂນຕເພງ “ສວນດອກໄມ້ໃນອະດີດ”
ວິດີໂອໂນຕບັນເລງເພງ “ສວນດອກໄມ້ໃນອະດີດ”

ເພງ “ໃຝ່ຮັກ”

ເນື້ອຮ້ອງ & ທຳນອງ : …?… (~1970)
ນັກຮ້ອງຕົ້ນສະບັບ : ຄານ ຄຳປະດິດ

ວິດີໂອດົນຕຣີບັນເລງເພງ “ໃຝ່ຮັກ”

1) ໃຝ່ຮັກໃຝ່ຫາ ນ້ອງມາແອບອິງ
ໃຝ່ຮັກຍອດຍິງ ຮັກຈິງໝາຍໝັ້ນ
ຢາກຄຽງຄູ່ດາຣາ ຢາກຈະພາສຸກສັນ
ທຸກຄືນວັນ ຢາກພານພົ້ນນາງ

2) ຢູ່ສູງໜັກໜາ ເໝືອນຟ້າແລະດິນ
ປຽບເໝືອນເພັດນິນ ຊັບສິນລົ້ນອັ່ງ
ຢູ່ຕຣະກຸນຜູ່ດີ ຊື່ນາຣີກໍດັງ
ເພາະນ້ອງນາງ ສຸດງາມນິຍົມ

• ໄກກັນເຫຼືອເກີນ ນາງເຫີນເຫາະຟ້າ
ຂ້າຮັກນາງມາ ຮັກຂ້າບໍ່ສົມ
ຕໍ່າສັກສິ້ນດີ ຊາດນີ້ຣະທົມ
ເກັບຄວາມຣະບົມ ບົ່ມໃນຫົວໃຈ

3) ຊາດໜ້າເຖີດໜາ ຂໍຂ້າຈົ່ງມີ
ຊາດນີ້ລາທີ ເພາະສີໝອງໄໝ້
ສຸກສົມຫວັງເຖີດນ້ອງ ຈົ່ງປອງດອງໝັ້ນໝາຍ
ສົມຫົວໃຈ ຈົ່ງໄດ້ຮັກຈິງ…

ວິດີໂອໂນຕບັນເລງເພງ “ໃຝ່ຮັກ”

ເພງ “ສເນສາວວຽດນາມ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງສ໌

ວິດີໂອດົນຕຣີບັນເລງເພງ “ສເນສາວວຽດນາມ”

1) ເຄີຍເຫັນແອ໋ມຢູ່ ທຸກວັນເວລາ
ໃຈປຣາຖນາ ບໍ່ກ້າຈະເອີ່ຍວະຈີ
ຫຼົງຮັກຫຼົງປອງ ມາຕັ້ງສອງປີ
ໂມດມິ່ນເປັນຣາຊີນີ ຊ່ວຍທີແອ໋ມເອີຍ

2) ທຸກຄົນຊົມວ່າ ແອ໋ມງາມເໝືອນຈັນ
ແລ້ວເກັບໄປຝັນ ກະສັນຢາກຊື່ນຢາກເຊີຍ
ຫາກຮູ້ແລ້ວແອ໋ມ ຢ່າໄດ້ທຳເສີຍ
ໃຈອັ່ນເທື່ອງແອ໋ມແລ້ວເອີຍ ບຽດຄົ່ງແງ້ຄົ່ງ

• ເດມໄນ ແສງຈັນສາດສ່ອງ
ຄົ່ງແດບເໝືອນນ້ອງ ເນື້ອທອງລະອໍອົງ
ຕໍ່ໃຫ້ນາງຟ້າ ເທວາພຣະອິນນຳສົ່ງ
ຮັບຮອງຕ້ອງອາຍໂສມຍົງ ຢືນຊົງຫຼົງຊົມແອ໋ມແນ່

3) ອ່ຽວແອ໋ມຝັງຈິດ ເປັນມິດຄູ່ໃຈ
ບໍ່ເຄີຍເຫັນໃຜ ວິໄລບອກໃຫ້ແອ໋ມແງ້
ຫາກນ້ອງໃຈດຳ ທຳເສີຍມິແລ
ອັ່ນຄົງເຈດໂຣ່ຍແນ່ໆ ບຽດຄົ່ງແງ້ຄົ່ງ…

ໂນຕເພງ “ສເນສາວວຽດນາມ”
ວິດີໂອໂນຕບັນເລງເພງ “ສເນສາວວຽດນາມ”

ເພງ “ເສັຽແຮງຮັກ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1968)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ເສັຽແຮງຮັກ”

1) ເສັຽແຮງເຝົ້າຮັກ ນາງສຸດຫົວໃຈ
ເສັຽແຮງຝັນໃຝ່ ເສັຽແຮງໝາຍປາຖນາ
ບໍ່ເຄີຍຄິດເລີຍ ຈະຊໍ້າອຸຣາ
ແຕ່ແລ້ວອະນິດຈາ ຕ້ອງກັບມາເສົ້າໃຈ

2) ຮູ້ພຽງວ່ານ້ອງ ນາງຈະວິວາ
ເໝືອນດັ່ງຟ້າຜ່າ ນໍ້າຕາໄຫຼຕົກຊວງໃນ
ຄິດເຖິງຄັ້ງເຮົາ ເຄີຍຮັກຮ່ວມໃຈ
ສຸກລົ້ນຣຶທັຍ ເຫດໃດຈຶ່ງປ່ຽນວົນ

• ຜູ່ໃຫຍ່ ຊ່າງໂຫດຮ້າຍແທ້ໜໍ
ຕັດຄວາມຮັກ ສອງເຮົາລົງຄໍໃຈນໍໃຈຂອງຄົນ
ສຸດທີ່ຮັກ ເຈົ້າກໍຄົງໝອງໝົ່ນ
ຄົງຄິດກັງວົນ ຫຼືນາງເປັນສຸກໃຈ

3) ເຫັນພຽງບັດນ້ອງ ເຊີນສູ່ວິວາ
ອ້າຍຍັງກົ້ມໜ້າ ດັ້ນມາເພື່ອຮ່ວມອວຍໄຊ
ສຸກສັນຮ່ວມກັນ ເຖີດໜາດວງໃຈ
ຂ້ານີ້ຂໍໄກ ປວດໃຈກໍຈຳທົນ…

ໂນຕເພງ “ເສັຽແຮງຮັກ”
ວິດີໂອໂນຕບັນເລງເພງ “ເສັຽແຮງຮັກ”

ເພງ “ບຸງພ້າວສາວງາມ”

ເນື້ອຮ້ອງ & ທຳນອງ : ສ. ມະນີແສງ (~1970)
ນັກຮ້ອງຕົ້ນສະບັບ : ກອບແກ້ວ ປ່ຽມມະໄລ – ສຸວັນ ທັມມະວົງສາ (?)

ວິດີໂອດົນຕຣີບັນເລງເພງ “ບຸງພ້າວສາວງາມ”

1) ບຸງພ້າວສາວງາມ ດັ່ງນາງສວັນ
ເທວາອົງໃດແຕ່ງປັ້ນ ສ້າງສັນນ້ອງງາມໜັກໜາ
ເປັນເທພີ ທີ່ງາມເດັ່ນເຢັນຕາ
ໃຜເຫັນກໍປາຖນາ ແກ້ວຕາໄວ້ແນບດວງໃຈ

2) ບຸງພ້າວສາວເອີຍ ສາວຢ່າເມີນໝາງ
ຈົ່ງເຫັນຫົວໃຈອ້າຍຕັ້ງ ຮັກນາງບໍ່ໄດ້ໜ່າຍໜີ
ອ້າຍຍັງຮັກ ຮັກສາວເຈົ້າດັ່ງຊີວີ
ຈະຂໍມອບຊີວິດນີ້ ໃຫ້ສາວບຸງພ້າວຄຽງນອນ

• ໜຸ່ມວຽງຈັນ ຝັນໃຝ່ຄວນຫາ
ອ້າຍເກືອບເປັນບ້າ ບາງຄັ້ງເປັນລົມຫົວໃຈໄຫວຫວັ່ນ
ສຸດຈະຮັກ ຮັກສາວເຈົ້າດັ່ງຊີວັນ
ຫາກໄດ້ຄູ່ຄຽງຈອມຂວັນ ຈະຮັກນ້ອງໝັ້ນເໝືອນຈັນຄູ່ດາວ

3) ບຸງພ້າວສາວເອີຍ ສາວເຄີຍຍິ້ມຫວານ
ຫົວໃຈອ້າຍຫວັ່ນ ລຳພັນຝັນເພີ້ຄວນຄາງ
ຫາກໄດ້ສາວ ໄດ້ສາວເຈົ້າມາແນບຂ້າງ
ອ້າຍຈະບໍ່ເຫຫັນຫ່າງ ຈະຮັກນາງນ້ອງເຈົ້າຜູ່ດຽວ…

ໂນຕເພງ “ບຸງພ້າວສາວງາມ”
ວິດີໂອໂນຕບັນເລງເພງ “ບຸງພ້າວສາວງາມ”

ເພງ “ວັງວຽງແດນສວັນ”

ເນື້ອຮ້ອງ & ທຳນອງ : ສ. ບົວລະພັນ (~1970)
ນັກຮ້ອງຕົ້ນສະບັບ : ກ. ແກ້ວກໍ່າພ້າ

ວິດີໂອດົນຕຣີບັນເລງເພງ “ວັງວຽງແດນສວັນ”

1) ວັງວຽງ ເປັນແດນສວັນ
ສຸກສັນ ເມື່ອໄດ້ມາຢູ່
ເພື່ອນມິດ ມາກມາຍໝູ່ຄູ່
ຊື່ນຊູ ສນຸກສຸກສັນ

2) ຜາແດງ ເຈົ້າແຫ່ງສັກສິດ
ສຖິດ ວັງວຽງຄົງໝັ້ນ
ຖໍ້າຊາງ ຖໍ້ານອນພູບານ
ຕຣະການ ສວຍງາມຈັບໃຈ

• ຍາມມື້ແລງ ລົງຫຼິ້ນນໍ້າຊອງ (ຊໍ້າ)
ຄວາມເມື່ອຍ ຄວາມໝອງ
ໃຫ້ມັນ ລ່ອງລອຍຫາຍໄປ
ວັນເສົາອາທິດ ໝູ່ຄູ່ມິດມາຮ່ວມນໍ້າໃຈ
ຈະຈາກໄປໃສ ຫົວໃຈຍັງອາລັຍຫາ

3) ວັງວຽງ ນຶ່ງໃນເມືອງລາວ
ສາວໆ ກໍງາມເປັນນຶ່ງ
ນໍ້າໃຈ ສຸດແສນຊາບຊຶ້ງ
ຂ້າຈຶ່ງ ຮັກວັງວຽງເອີຍ…

ໂນຕເພງ “ວັງວຽງແດນສວັນ”
ວິດີໂອໂນຕບັນເລງເພງ “ວັງວຽງແດນສວັນ”

ເພງ “ຊັງອ້າຍເຣື່ອງໃດ”

ເນື້ອຮ້ອງ & ທຳນອງ : ສຸວັນ ສຸວັນນະຣາຊ (1966)
ນັກຮ້ອງຕົ້ນສະບັບ : ຄຳພຸດ ເຄນກິດຕິສັກ

ວິດີໂອດົນຕຣີບັນເລງເພງ “ຊັງອ້າຍເຣື່ອງໃດ”

ລາລ່າລ້າ ລາລ່າລ້າ ລາລ່າລ້າ ລາລ່າລ້າ

1) ທີ່ຮັກ ຫັນໜ້າມາເວົ້າກັນກ່ອນ
ນ້ອງຢ່າໄດ້ຟ້າວຕັດຮອນ ຫາແຕ່ບ່ອນແຍກທາງໜີໄປ
ນ້ອງຊັງ ອ້າຍນີ້ເຣື່ອງໃດ
ເປັນຫຍັງບໍ່ໄຂ ບອກອ້າຍຈັກຄຳ

2) ທີ່ຮັກ ຫຼືນ້ອງມີຄູ່ຄວງໃໝ່
ນ້ອງຈຶ່ງໄດ້ຕັດສິນໃຈ ເຮັດໃຫ້ອ້າຍມີໃຈຊອກຊໍ້າ
ເບິ່ງໜ້າ ເສີຍໆທຸກຍາມ
ຫຼືວ່າຄົນງາມ ຊັງອ້າຍເຣື່ອງຫຍັງ

• ບອກມາ ບອກມາເຖີດນ້ອງ
ຫົວໃຈສີ່ຫ້ອງ ແບ່ງເປັນຫຼາຍທາງ
ອ້າຍນີ້ ບໍ່ຄຽດດອກນາງ
ຂໍພຽງແຕ່ທາງ ນ້ອງນັ້ນບອກມາ

3) ທີ່ຮັກ ນ້ອງຊັງອ້າຍນີ້ເຣື່ອງໃດ
ນ້ອງຈຶ່ງໄດ້ຈາກອ້າຍໄປ ຫຼືວ່າອ້າຍນີ້ຈົນເງິນຕຣາ
ບໍ່ໄດ້ ພາເພີນອຸຣາ
ຫຼືຂວັນຊີວາ ຊັງອ້າຍເຣື່ອງໃດ…

ລາລ່າລ້າ ລາລ່າລ້າ ລາລ່າລ້າ ລາລ່າລ້າ

ໂນຕເພງ “ຊັງອ້າຍເຣື່ອງໃດ”
ວິດີໂອໂນຕບັນເລງເພງ “ຊັງອ້າຍເຣື່ອງໃດ”

ເພງ “ຮັກກັນຊັງກັນ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ຄຳຕຸ່ນ ວົງສະນິດ

ວິດີໂອດົນຕຣີບັນເລງເພງ “ຮັກກັນຊັງກັນ”

1) ຮັກກັນ ເໝືອນຈະກືນກິນໄດ້
ໄປໃສມາໃສ ສຸດອາລັຍແສນຫ່ວງ
ຢ້ານແຕ່ຄົນຮັກ ຄຶດຫຼອກຄຶດລວງ
ທັງຫວງທັງຫ່ວງ ຢ້ານເຂົາຄວງຄົນອື່ນ

2) ຊັງກັນ ຄຶດຢາກບິນໜີໄດ້
ຮັກຫຼາຍຊັງຫຼາຍ ບໍ່ເຫັນໃຈຄາຍຊື່ນ
ຄຳໝັ້ນສັນຍາ ຫຼົບໜ້າສົ່ງຄືນ
ຈາກຫວານເປັນຂື່ນ ຄືນຄວາມຮັກຈາກຈອນ

• ຊັງກັນ ນັ້ນມັນງ່າຍແທ້ໜໍ
ມິໄດ້ຕິດຕໍ່ ຂໍຄວາມເຫັນໃຈກ່ອນ
ຜິດໃຈໜ້ອຍດຽວ ບໍ່ແລບໍ່ຫຼຽວບໍ່ອາທອນ
ຮັກກັນຕ້ອງເຝົ້າອາວອນ ງໍ້ງອນຢູ່ທຸກຄືນວັນ

3) ຮັກກັນ ນອນກະຝັນເຫັນໜ້າ
ຂ້າມຫ້ວຍຂ້າມຜາ ປຣາຖນາຮັກນັ້ນ
ບັດຊັງຂຶ້ນມາ ຢາກຂ້າຢາກຟັນ
ຢາກໜີໜ້າກັນ ບໍ່ຢາກພົບພານອີກເລີຍ…

ໂນຕເພງ “ຮັກກັນຊັງກັນ”
ວິດີໂອໂນຕບັນເລງເພງ “ຮັກກັນຊັງກັນ”