ເພງ “ສາຍຝົນ”

ເນື້ອຮ້ອງ & ທຳນອງ : …?… (~1970)
ນັກຮ້ອງຕົ້ນສະບັບ : ອຳມະຣິດ (…?…)

ວິດີໂອດົນຕຣີບັນເລງເພງ “ສາຍຝົນ”

1) ສາຍຝົນ ຫຼົ່ນຈາກຟ້າ ນໍ້າຕາຫຼັ່ງ
ຟ້າຄວນຄາງ ຍິ່ງຟັງ ຍິ່ງໃຈຫາຍ
ຝົນຈາກຟ້າ ເໝືອນຮັກຂ້າ ຮ້າງແຮມກາຍ
ສຸດເສັຽດາຍ ຊອກຊໍ້າໃຈ ເຫຼືອຄະນາ

2) ສຽງລົມພັດ ປິວສະບັດ ພັດຍອດໄຜ່
ຍິ່ງໜາວໃຈ ໜາວໄປ ທົ່ວກາຍາ
ແມ່ນມີນ້ອງ ມາອິງແອບ ແນບອຸຣາ
ຝົນຄົງພາ ໃຫ້ເຮົາສອງ ຄອງສຸກສົມ

• ແຕ່ຕົວນ້ອງ ໝາງເມີນ ເຫີນໄປຈາກ
ເຫຼືອພຽງຊາກ ຮັກເກົ່າ ເສົ້າໂສກຕຣົມ
ປ່ອຍອ້າຍໄວ້ ໃຫ້ອາວອນ ນອນຣະທົມ
ສຸດຂື່ນຂົມ ເພາະຫຼົງລົມ ຂອງຄົນລວງ

3) ວອນສາຍຝົນ ຈົ່ງດົນໃຈ ຄົນຮັກຂ້າ
ໃຫ້ຄືນມາ ເຖີດໜາ ຂ້າຍັງຫວງ
ຍັງເຝົ້າຮັກ ພັກດີ ຈົນລົ້ນຊວງ
ຂ້າຍັງຫ່ວງ ຈົ່ງກັບມາ ກັບສາຍຝົນ…

ໂນຕເພງ “ສາຍຝົນ”
ວິດີໂອໂນຕບັນເລງເພງ “ສາຍຝົນ”