ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1973)
ນັກຮ້ອງຕົ້ນສະບັບ : ກາຍະສິດ ສຸລິສັກ
- ເຖິງເຮົາຈະມີ ຖານະຕ່າງກັນ
ບໍ່ເຫັນສຳຄັນ ເຣື່ອງຊັ້ນວັນນະສັກສີ
ຈະເປັນນາງຟ້າ ທິດາເສດຖີ
ຢ່າງໃດກໍດີ ເຮົາກໍຮັກກັນໄດ້… - ເຖິງເຮົາຈະມີ ສັກສີຕ່າງກັນ
ບໍ່ເຫັນສຳຄັນ ສອງເຮົາກໍຮັກກັນໄດ້
ຂໍແຕ່ເຮົານັ້ນ ຮັກໝັ້ນຈິງໃຈ
ອອກຈາກຫົວໃຈ ອອກຈາກດວງຣຶດີ… - ເຮົາອາດຈະຮັກ ເຮົາຮັກກັນໄດ້
ເຮົາອາດຈະຮັກ ເຮົາຮັກກັນໄປໄດ້ນານປີ
ເຮົາອາດຈະຮັກ ເຮົາຮັກກັນໄປຊົ່ວຊີວີ
ຖ້າຫາກເຮົາມີ ຈິດໃຈນິສັຍກົງກັນ… - ຂໍພຽງແຕ່ເຮົາ ຮັກກັນດ້ວຍໃຈ
ຈະຢູ່ແຫ່ງໃດ ຫົນໃດກໍບໍ່ສຳຄັນ
ຈະຢູ່ນະຣົກ ຫຼືບົນສວັນ
ຄວາມຮັກຜູກພັນ ເຮົາຮັກກັນຈົນຕາຍ…