ເພງ “ສີ່ຫ້ອງຫົວໃຈຫາຄູ່”

ເນື້ອຮ້ອງ & ທຳນອງ : ບິນ ສຸດາຈັນທ໌ (1971-72)
ນັກຮ້ອງຕົ້ນສະບັບ : ພອນສວາດ ພານທອງສິງ

ວິດີໂອດົນຕຣີບັນເລງເພງ “ສີ່ຫ້ອງຫົວໃຈຫາຄູ່”

1) ສີ່ຫ້ອງຫົວໃຈ ຍັງລໍຊາຍຢູ່
ຍັງຄອຍຍອດຊູ້ ຢູ່ມາຕັ້ງນານຫຼາຍປີ
ຍັງບໍ່ມີຊາຍ ໝາຍຮ່ວມຊີວິ
ຕ້ອງທົນນອນໜາວຣຶດີ ບໍ່ມີຊາຍໃດຕ້ອງການ

2) ສີ່ຫ້ອງຫົວໃຈ ນ້ອງຍັງຫວ່າງເປົ່າ
ຍັງບໍ່ມີບ່າວ ເຂົ້າມາຮ່ວມຫໍສັມພັນ
ຄອງຄວາມເປັນໂສດ ມານານແສນນານ
ຍັງບໍ່ມີຊາຍສົງສານ ປະທານຄວາມຮັກໃຫ້ມາ

• ຫົວໃຈ ຊ່າງທໍຣະມານ
ໂທ້ເອີຍສວັນ ຈົ່ງທານຮັກມາເຖີດໜາ
ຂໍໃຫ້ຊາຍນັ້ນ ຮັກຈິງດັ່ງວ່າ
ແຕ່ສ່ວນຕົວຂ້າ ຂໍບູຊາຮັກດ້ວຍຫົວໃຈ

3) ສີ່ຫ້ອງຫົວໃຈ ນ້ອງຍັງຄອຍຄູ່
ໂປຣດເຖີດຍອດຊູ້ ເອັນດູຍິງທີ່ຂາດຊາຍ
ຈະເປັນຊາຍແກ່ ຫຼືບ່າວກໍໄດ້
ຂໍພຽງອ້າຍຮັກຈິງໃຈ ນ້ອງກໍຮັກໄດ້ສເມີ…

ໂນຕເພງ “ສີ່ຫ້ອງຫົວໃຈຫາຄູ່”
ວິດີໂອໂນຕບັນເລງເພງ “ສີ່ຫ້ອງຫົວໃຈຫາຄູ່”

ເພງ “ພໍ່ໝ້າຍລູກຕິດ”

ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ (1958)
ນັກຮ້ອງຕົ້ນສະບັບ : ປ. ຕຣີຈັນ

ວິດີໂອໂນຕບັນເລງເພງ “ພໍ່ໝ້າຍລູກຕິດ”

1) ພຣະພົມລິຂິດ ຊີວິດຂ້າໜໍ
ທຸກຍາກຍັງບໍ່ພໍ ແຖມມີເວນກັມຊໍ້າເຕີມເຈັບຊໍ້າ
ເມັຽຮັກເມັຽແກ້ວ ຈາກໄປແລ້ວແສນຣະກຳ
ປ່ອຍລູກຕາດຳໆ ໃຫ້ພໍ່ຮັບກັມລ້ຽງລູກດຽວດາຍ

2) ສຽງລູກອອດອ້ອນ ວອນແອ່ວກິນນົມ
ແສນຣະທົມໃຈໜັກໜາ ພໍ່ເຝົ້າອົດສາຫານົມດັ່ງໝາຍ
ບ້ານດົງແດນປ່າ ພໍ່ຊອກຊອນຫານົມໃຫ້
ນໍ້າຕາພໍ່ຫຼັ່ງໄຫຼນອງ ເມື່ອໄດ້ມອງລູກນ້ອຍຫິວນົມ

• ສາຍລົມ ຍັງຫວນຄືນມາ
ເມັຽຮັກຂອງຂ້າ ບໍ່ມາຕາມສາຍລົມ
ແສນທໍຣະມານ ວິນຍານເມັຽຂ້າຄົງຕຣົມ
ໂອ້ພຣະພົມ ເຫັນໃຈຕົວຂ້າເຖີດໜາ

3) ນໍ້າຕາລູກນ້ອຍ ຫຼັ່ງລົງທຸກຢົດ
ເໝືອນນໍ້າກົດລາດຫົດຫົວໃຈ ພໍ່ສູ້ທົນໄປດ້ວຍໃຈເມດຕາ
ແມ່ນເຈົ້າບໍ່ມີ ພໍ່ນີ້ຄົງໜີເຂົ້າປ່າ
ຝາກຕົວກັບສາສນາ ເຂົ້າເພິ່ງພາຣົດພຣະທັມ…

ໂນຕເພງ “ພໍ່ໝ້າຍລູກຕິດ”
ວິດີໂອໂນຕບັນເລງເພງ “ພໍ່ໝ້າຍລູກຕິດ”

ເພງ “ເຫັນໃຈແມ່ຮ້າງ”

ເນື້ອຮ້ອງ & ທຳນອງ : ພ. ເພັດຄັນທະ (~1970)
ນັກຮ້ອງຕົ້ນສະບັບ : ພ. ເພັດຄັນທະ

ວິດີໂອດົນຕຣີບັນເລງເພງ “ເຫັນໃຈແມ່ຮ້າງ”

1) ຄົນເຂົາຊ່າ ວ່ານ້ອງເປັນແມ່ຮ້າງ
ຍິ່ງຟັງຍິ່ງສົງສານນາງ ແມ່ຮ້າງເອີຍຢ່ານ້ອຍໃຈ
ຢ່າຄໍ່າຄວນ ຫຼືໂຫຍຫວນຮ້ອງໄຫ້
ເຖິງຜົວເຈົ້າປະລະໄປ ຢ່າເສັຽໃຈຫາໃໝ່ຍັງມີ

2) ອ້າຍຍັງຢູ່ ຮູ້ແກ່ໃຈເຖີດນ້ອງ
ອ້າຍເອງຈະຂໍປະຄອງ ລູກສອງອ້າຍກໍຍິນດີ
ຈະລ້ຽງດູ ແລະອຸ້ມຊູເຕັມທີ່
ຈະເປັນພໍ່ໃໝ່ທີ່ດີ ຈະເປັນສາມີທີ່ດີຂອງເມັຽ

• ເຊັດນໍ້າຕາ ເຖີດໜາຢ່າມົວຮ້ອງໄຫ້
ນັບຕັ້ງແຕ່ນີ້ຕໍ່ໄປ ອ້າຍຈະບໍ່ປະໃຫ້ນ້ອງອ່ອນເພັຽ
ຈະຊ່ວຍລ້ຽງລູກ ປູກຝັງຜັກມັນຄວັດເຂັ່ຽ
ຈະຫາລ້ຽງລູກແລະເມັຽ ບໍ່ເສັຽດາຍແມ່ນແຕ່ຊີວາ

3) ເຖິງເຂົາຊ່າ ວ່າເຈົ້າເປັນແມ່ຮ້າງ
ກະຊ່າງເຖີດໜານ້ອງນາງ ແມ່ຮ້າງກະຊ່າງເຖີດໜາ
ຢ່ານ້ອຍໃຈ ເຖິງຜູ່ໃດເຂົາວ່າ
ແມ່ຮ້າງໝົດສິ້ນຣາຄາ ນັກຮ້ອງບ້ານນາຄົນນີ້ເຫັນໃຈ…

ໂນຕເພງ “ເຫັນໃຈແມ່ຮ້າງ”
ວິດີໂອໂນຕບັນເລງເພງ “ເຫັນໃຈແມ່ຮ້າງ”

ເພງ “ໂອ້ເມືອງວຽງຈັນ”

ເນື້ອຮ້ອງ & ທຳນອງ : ຄຳແພງ ຈຸນລະມະນີ (~1970)
ນັກຮ້ອງຕົ້ນສະບັບ : ຄຳແພງ ຈຸນລະມະນີ

ວິດີໂອດົນຕຣີບັນເລງເພງ “ໂອ້ເມືອງວຽງຈັນ”

1) ໂອ້…ເມືອງ ວຽງຈັນ
ງາມດັ່ງວິມານ ເບື້ອງບົນນະພາ
ໃຜໄດ້ມາເຫັນ ກໍເປັນບຸນຕາ
ສົມປຣາຖນາ ຕັ້ງໃຈ

2) ເມື່ອຍາມ ຣາຕຣີ
ທຸກແຫ່ງກໍມີ ແຕ່ສີແສງໄຟ
ສົມເປັນເມືອງຫຼວງ ທີ່ງາມວິໄລ
ບໍ່ມີແຫ່ງໃດ ປຽບທັນ

• ງາມແທ້ນໍ ວຽງຈັນເຈົ້ານີ້
ທຸກຢ່າງມີ ແຕ່ຄວາມສຸກສັນ
ເຖິງຍາມແລງ ລົງລອຍອາບນໍ້າຂອງກັນ
ແສນສຸກແທ້ນໍວຽງຈັນ ດັ່ງວິມານສວັນແທ້ນີ້

3) ເມື່ອຍາມ ຈາກໄປ
ໄດ້ແຕ່ອາລັຍ ຫາວຽງທຸກທີ
ເຄີຍໄດ້ສຸກສັນ ທຸກວັນທຸກປີ
ແຕ່ມາບັດນີ້ ຈາກໄກ…

ໂນຕເພງ “ໂອ້ເມືອງວຽງຈັນ”
ວິດີໂອໂນຕບັນເລງເພງ “ໂອ້ເມືອງວຽງຈັນ”

ເພງ “ສຽງແຄນ”

ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (1967)
ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ

ວິດີໂອດົນຕຣີບັນເລງເພງ “ສຽງແຄນ”

1) ສຽງແຄນ ເຂົາເປົ່າອອດອ້ອນ
ຂ້ອຍນອນ ແລ້ວຫຼັບບໍ່ລົງ
ເປົ່າແລ້ວເປົ່າ ຄິດເຖິງເຈົ້າຢູ່ແຄມຝັ່ງຂອງ
ປານນີ້ຄົງ ມີຄູ່ຫຼືຍັງ…

2) ສຽງແຄນ ເຂົາເປົ່າອອດອ້ອນ
ເມື່ອກ່ອນ ນັ້ນເຈົ້າເຄີຍຟັງ
ແຕຣແລັນແຕຣ ຄິດເຖິງແຕ່ເຈົ້າປາງຄາວຫຼັງ
ປານນີ້ຍັງ ຄິດເຖິງອ້າຍບໍ່ນໍ້…

3) ແມ່ນໃຈ ນ້ອງຍັງຊື່ຕຣົງ
ໝັ້ນຄົງ ຄິດຕັ້ງໃຈລໍ
ບໍ່ຜັນແປ ຈະຫາເຖົ້າແກ່ເພິ່ນໄປສູ່ຂໍ
ໄປຢູ່ເຮືອນຫໍ ວິມານຂອງເຮົາ…

ໂນຕເພງ “ສຽງແຄນ”
ວິດີໂອໂນຕບັນເລງເພງ “ສຽງແຄນ”

ເພງ “ຫຼັກແປດແດນສວັນ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (≤1975)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງສ໌

ວິດີໂອດົນຕຣີບັນເລງເພງ “ຫຼັກແປດແດນສວັນ”

1) ຕາດນໍ້າຫ້ວຍຍາງ ຢູ່ຫ່າງປາກເຊນ້ອຍດຽວ
ບຸນຫຼາຍໄດ້ທ່ຽວ ຊົມນໍ້າຕົກໂຕນລົງຫິນຊັນ
ງາມ ດ້ວຍທັມມະຊາດເສກສັນ
ສາລາມີພັກຜ່ອນພັນ ສຸດແສນສຳຣານຣຶທັຍ

2) ພຣຶກສາຊື່ນບານ ແຕ່ພູມລຳທານໃສເຢັນ
ໝູ່ມວນນົກເຕັ້ນ ຕາມກ້ານກິ່ງສົ່ງສຽງກ້ອງໄກ
ປາ ກໍລອຍຫຼິ້ນນໍ້າສົດໃສ
ສາຍລົມພັດແຜ່ວຜິວກາຍ ສຸກໃຈຫາຖິ່ນໃດປານ

• ພູບາຈຽງ ສູງເດັ່ນງາມຕາ
ແຄມສາຍທາຣາ ສະລ້ຽງປາມີປາຫຼາຍພັນ
ໂອ້ຫຼັກແປດ ແດນນີ້ຄ້າຍດັ່ງສວັນ
ສຽງນໍ້າຕົກໂຕນສນັ່ນ ຊວນໃຫ້ຝັນເຖິງຄົນຮັກຂ້າ

3) ສຸກເຫຼືອເມື່ອມາ ຫຼັກແປດແດນອັນວິໄລ
ບໍ່ລືມຫຼົງໄດ້ ດັ່ງພາບຖ່າຍຕິດຕຶງຝັງຕາ
ຍາມ ຂ້າໄກຊວນໃຫ້ໃຝ່ຫາ
ແມ່ນໄກກໍຍັງຫວນມາ ຫາກບຸນຂ້າຫາກຍັງມີ…

ໂອໂອ່ໂອ້…ໂອໂອ່ໂອ້…ໂອ້ໂອ…

ໂນຕເພງ “ຫຼັກແປດແດນສວັນ”
ວິດີໂອໂນຕບັນເລງເພງ “ຫຼັກແປດແດນສວັນ”

ເພງ “ໜາວນີ້ອ້າຍແສນຣະທົມ”

ເນື້ອຮ້ອງ & ທຳນອງ : ພ. ເພັດຄັນທະ (~1970)
ນັກຮ້ອງຕົ້ນສະບັບ : ພ. ເພັດຄັນທະ

ວິດີໂອດົນຕຣີບັນເລງເພງ “ໜາວນີ້ອ້າຍແສນຣະທົມ”

1) ໜາວປີນີ້ ບໍ່ມີນ້ອງຢູ່ຄຽງໝອນ
ໜາວໃນຄາວປີກ່ອນ ມີບັງອອນນອນແນບອຸຣາ
ໜາວມາຄັ້ງໃດ ກອດຂວັນໃຈໃຫ້ໜາວອິດສາ
ໜາວໃນປີນີ້ໜາ ຂວັນຕານ້ອງຢູ່ແຫ່ງໃດ

2) ໜາວປີນີ້ ບໍ່ມີນ້ອງຢູ່ຄຽງຂວັນ
ຫົວໃຈອ້າຍມັນສັ່ນ ຄິດເຖິງວັນເຄີຍຄູ່ດວງໃຈ
ຍິ່ງລົມໜາວໂບກ ອ້າຍຍິ່ງໂສກຊອກຊໍ້າຊວງໃນ
ອີກຈະນານປານໃດ ຍອດຂວັນໃຈຈະຢ້ອນຄືນມາ

• ໜາວໆຢ່າງນີ້ ຄົນດີນ້ອງຢູ່ຢ່າງໃດ
ຫຼືມີຄົນຮັກໃໝ່ ຄອຍເອົາໃຈໃຫ້ອຸ່ນອຸຣາ
ຫຼືຍັງຫວ່າງເປົ່າ ໂສກເສົ້າກໍ້າກືນນໍ້າຕາ
ອ້າຍມີແຕ່ເອກາ ນໍ້າຕາໄຫຼຫຼັ່ງອາບປາງ

3) ໜາວຢ່າງນີ້ ຄົນດີນ້ອງຢູ່ກັບໃຜ
ຢູ່ກັບຄົນຮັກໃໝ່ ຫຼືຂວັນໃຈໝອງໄໝ້ຄວນຄາງ
ນ້ອງມີຄວາມສຸກ ຫຼືວ່າທຸກຢ່າງໃດໜໍນາງ
ອ້າຍມີແຕ່ອ້າງວ້າງ ນາງເອີຍນາງອ້າຍແສນຣະທົມ…

ໂນຕເພງ “ໜາວນີ້ອ້າຍແສນຣະທົມ”
ວິດີໂອໂນຕບັນເລງເພງ “ໜາວນີ້ອ້າຍແສນຣະທົມ”

ເພງ “ເສື້ອຂຽວທີ່ຮັກ”

ເນື້ອຮ້ອງ & ທຳນອງ : ໄຊພອນ ສິນທະຣາດ (1970)
ນັກຮ້ອງຕົ້ນສະບັບ : ໄຊພອນ ສິນທະຣາດ

ວິດີໂອດົນຕຣີບັນເລງເພງ “ເສື້ອຂຽວທີ່ຮັກ”

1) ເຄີຍພົບຍິງ ມາແລ້ວຫຼາຍໆ
ບໍ່ເຄີຍສົນໃຈ ບໍ່ເຄີຍຮັກໃຜຈົນໝົດຫົວໃຈ
ເສື້ອແດງເສື້ອເຫຼືອງກໍມີ ຜູ່ຈົນຜູ່ມີກໍຫຼາຍ
ບໍ່ເຄີຍອາລັຍ ບໍ່ເຄີຍໃຝ່ຝັນ

2) ພໍພົບຍິງ ຄົນໃສ່ເສື້ອຂຽວ
ຫົວໃຈໂນ້ມໜ່ຽວ ຫຼົງຮັກເສື້ອຂຽວນັ້ນຢູ່ທຸກວັນ
ຄຶດເຖິງຮອຍຍິ້ມແສນຫວານ ຄຶດເຖິງສາບານຄືນນັ້ນ
ຕຣາບຊົ່ວຊີວັນ ຮັກດຽວແນ່ນອນ

• ເປີດ ວິທະຍຸ
ເປີດຟັງເບິ່ງດູ ສູ່ຟ້າວຫຼັບນອນ
ມີໃຜຜູ່ນຶ່ງ ຄິດເຖິງເຈົ້າຢູ່ບັງອອນ
ຄົນນີ້ເຂົາຊື່ໄຊພອນ ຫຼົງຮັກງາມງອນເສື້ອຂຽວບາງໆ

3) ພໍສຽງເພງ ດັງແວ່ວມາຫາ
ຂໍນາງເຈົ້າຢ່າ ຢ່າຄິດນິນທາຫຼືວ່າກຽດຊັງ
ມີແຟນນັກຮ້ອງລະດີ ຮັບຮອງບໍ່ມີຜິດຫວັງ
ຢ້ານແຕ່ນວນນາງ ນ້ອງເຈົ້າຈະລວງ…

ໂນຕເພງ “ເສື້ອຂຽວທີ່ຮັກ”
ວິດີໂອໂນຕບັນເລງເພງ “ເສື້ອຂຽວທີ່ຮັກ”

ເພງ “ກຸຫລາບຫລວງພຣະບາງ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ເພັດດາຣາ (~1959)
ນັກຮ້ອງຕົ້ນສະບັບ : ວຽງແວວ ວົງວຽງຄຳ

ວິດີໂອດົນຕຣີບັນເລງເພງ “ກຸຫລາບຫລວງພຣະບາງ”

1) ໂອ້ຫລວງພຣະບາງ ຟາກຟ້າແດນໄກ
ແດນພູປ່າພະນາອຳໄພ ນຶກເຖິງຍັງໃກ້ນໍ້າໃຈຂອງນາງ
ແຜ່ນພູແລະຜາ ໜາກັ້ນເປັນທາງ
ຂັ້ນດວງໃຈໃຫ້ຫ່າງ ຂໍນ້ອງຢ່າຮ້າງຫ່າງລາ

2) ແມ່ຂອງແມ່ຄານ ໄຫຼກ້ຽວຜູກພັນ
ເໝືອນດັ່ງເຊັ່ນດວງໃຈອ້າຍນັ້ນ ມາຂໍຮັກໝັ້ນສັມພັນຊົ່ວຟ້າ
ແບກຮັກຂ້າມຂອງ ໝົ່ນໝອງອຸຣາ
ນຶກເຖິງວາສນາ ຈະມາຄູ່ຄຽງຄົນດີ

• ອ້າຍ… ແບກຄວາມຮັກມາຫາ
ກາຍແລະຈິດອຸທິດຊີວາ ມຸ່ງມາຫາເພື່ອຕາຍແດນນີ້
ລົມໜາວໂບກມາ ອຸຣາໝອງໄໝ້ທະວີ
ເກງຄວາມຮັກຈະເກີນສັກສີ ນ້ອງຄົນດີທີ່ອ້າຍໝັ້ນໝາຍ

3) ເຖິງແມ່ນຢ່າງໃດ ຂໍໃຫ້ເວົ້າມາ
ຮັກຫຼືໂກດໂປຣດໄດ້ເອີ່ຍຈາ ຢ່ານຶກເລີຍວ່າຜູ່ຊາຍແດນໄກ
ຫາກຮັກຈະຂໍ ດົ້ນດັ້ນປ່າໄພ
ພູແລະຜາກວ້າງໃຫຍ່ ດ້ວຍໃຈມາຫາເຈົ້າເອີຍ…

ໂນຕເພງ “ກຸຫລາບຫລວງພຣະບາງ”
ວິດີໂອໂນຕບັນເລງເພງ “ກຸຫລາບຫລວງພຣະບາງ”

ເພງ “ກຸຫລາບສວັນ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ເພັດດາຣາ (1960)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ກຸຫລາບສວັນ”

1) ກຸຫລາບສວັນ ທຸກວັນອ້າຍຝັນເຖິງເຈົ້າ
ເພີ້ຣຳພັນຝັນເຝົ້າ ປອງເອົາແຕ່ນ້ອງນວນນາງ
ແຕ່ເຈົ້ານັ້ນ ສັນໃດຈຶ່ງໄດ້ເຫີນຫ່າງ
ຫຼືມີຄູ່ຄຽງຂ້າງ ນວນນາງຈຶ່ງບໍ່ຂ້ອງກ່ຽວ

2) ວາສນາ ຊາຕາອ້າຍນີ້ຕໍ່າຕ້ອຍ
ຮັກຈຶ່ງໄດ້ເລື່ອນລອຍ ເຝົ້າຄອຍຮັກນ້ອງຂ້າງດຽວ
ຊ່າງລືມລັຍ ນໍ້າໃຈກ່ອນນັ້ນຍຶດໜ່ຽວ
ຫຼືມີຄູ່ຂ້ອງກ່ຽວ ແໜ້ນໜຽວກັບໂສມຍຸພິນ

• ໂອ້… ເມືອງສວັນ
ຫວັງຜູກສຳພັນ ຮັກກັນຊົ່ວຟ້າແລະດິນ
ມາບັດນີ້ ນ້ອງລັຍລືມເລີຍເສັຽສິ້ນ
ຄົງເຫຼືອແຕ່ຟ້າກັບດິນ ໃຫ້ເປັນອະນຸສອນ

3) ສິ້ນແລ້ວຊາດນີ້ ບໍ່ມີຣົຖເບັ້ນໃຫ້ເຈົ້າ
ອ້າຍຈຶ່ງຕ້ອງໝອງເສົ້າ ອົກເອົ້າເຝົ້າຝັນອາທອນ
ເຖິງຊາດໜ້າມີ ອ້າຍນີ້ກໍຂໍບໍ່ຢ້ອນ
ຍອດຮັກເອີຍລາກ່ອນ ນວນນ້ອງຈົ່ງມີໂຊກດີ…

ໂນຕເພງ “ກຸຫລາບສວັນ”
ວິດີໂອໂນຕບັນເລງເພງ “ກຸຫລາບສວັນ”