ເພງ “ບ້ານນາລະເມີ”

ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (1969)
ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ

ວິດີໂອດົນຕຣີບັນເລງເພງ “ບ້ານນາລະເມີ”

1) ຢູ່ບ້ານດົງ ເຄີຍກິນແຕ່ເຂົ້າກັບປາ
ຢູ່ບ້ານນາ ເຄີຍກິນແຕ່ປາກັບເຂົ້າ
ທ່ຽວເມືອງຫຼວງ ຫຼົງມອງແຕ່ພຽງໜ້າສາວ
ປາແລະເຂົ້າ ມັນກໍອີ່ມເລີຍ

2) ໄດ້ມາເຫັນສາວງາມ ຈົນເກືອບເປັນລົມ
ແມ່ແອວກົມ ສົມຄຳເຂົາລືແທ້ເອີຍ
ໄດ້ມອງສາວ ຫຼົງຢືນກາງທາງນິ້ງເສີຍ
ຈະຣາຈອນເຂົາເລີຍ ຊ່ວຍຄວັກອອກທາງ

• ຫາກໄດ້ນາງ ນ້ອງໄປເປັນຄູ່
ຈະບໍ່ໃຫ້ນາງນອນຢູ່ ຜູ່ດຽວດອກນາງ
ໜັກເບົາກໍຈະສູ້ ທົນຖາກຖາງ
ຈະບໍ່ໃຫ້ນາງ ລຳບາກຕໍ່ໄປ

3) ຫາກໄດ້ນາງ ນ້ອງໄປເປັນຄູ່ຢູ່ຄຽງ
ຢູ່ຮ່ວມຕຽງ ທີ່ທຳເອົາດ້ວຍໄມ້ໄຜ່
ຕລອດທັງຄືນ ຂໍຊົມໃຫ້ນ້ອງສຸກໃຈ
ຈະບໍ່ຂໍໄກ ຂວັນໃຈບ້ານນາ…

ໂນຕເພງ “ບ້ານນາລະເມີ”
ດົນຕຣີບັນເລງເພງ “ບ້ານນາລະເມີ” ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (1969) ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ
ວິດີໂອໂນຕບັນເລງເພງ “ບ້ານນາລະເມີ”

ເພງ “ຮັກສາວວຽງຈັນ”

ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970)
ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ

ວິດີໂອດົນຕຣີບັນເລງເພງ “ຮັກສາວວຽງຈັນ”

1) ເປັນບຸນຕາ ຫຼືວາສນາເສີມສົ່ງ
ຈຶ່ງໄດ້ມາຟ້ອນລຳວົງ ຮ່ວມກັບສາວເມືອງວຽງຈັນ
ຮູບສວຍແສນງາມ ຜ່ອງພັນ (ຊໍ້າ)
ຫາໃສທຽບທຽມທັນ ສາວວຽງຈັນງາມຍິ່ງ

2) ຄົນເດີນດິນ ຫຼືຫຸ່ນພຣະອິນຫຼົງແຕ່ງ
ຫຼືວ່ານາງຟ້າຈຳແລງ ຈຶ່ງງາມທຸກແຫ່ງເກີນຍິງ
ຫາກແມ່ນໄດ້ນ້ອງ ມານອນແອບອີງ (ຊໍ້າ)
ຈະຮັກເຈົ້າດ້ວຍໃຈຈິງ ຍິ່ງກວ່າຊີວາ

• ງາມແທ້ແມ່ເອີຍ ຫາໃສເອີ່ຍບໍ່ເໝືອນແກ້ວຕາ
ຢາກຈະມາ ຂໍເປັນພີ່ນ້ອງ
ມາຂໍຄຽງຄອງ ຮ່ວມຫໍຫ້ອງເມື່ອຍາມນິທຣາ
ຢ່າເມີນເສີຍເລີຍນະ ດວງແກ້ວຕາ (ຊໍ້າ)
ຂ້ອຍປຣາຖນາ ຮັກເຈົ້າສຸດຫົວໃຈ

3) ເປັນບຸນຕາ ຂອງເຮົາຢູ່ແລ້ວແຕ່ຄັ້ງກ່ອນ
ເຈົ້າຢ່າໄປຫຼົງລືມຄອນ ກັບມານອນໝອນຄຽງກາຍ
ໂປຣດເຖີດນ້ອງ ສາວວຽງຈັນຢ່າອຽງອາຍ (ຊໍ້າ)
ຮັກເຈົ້າຢ່າງຈິງໃຈ ຂໍເປັນເຂີຍໃໝ່ພໍ່ນາງ…

ໂນຕເພງ “ຮັກສາວວຽງຈັນ”
ດົນຕຣີບັນເລງເພງ “ຮັກສາວວຽງຈັນ” ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970) ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ
ວິດີໂອໂນຕບັນເລງເພງ “ຮັກສາວວຽງຈັນ”

ເພງ “ຢາກມີຄົນຮັກ”

ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970)
ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ

ວິດີໂອດົນຕຣີບັນເລງເພງ “ຢາກມີຄົນຮັກ”

1) ຢາກຈະມີ ຮັກຈັກນຶ່ງຄົນ
ມາເຫັນໜ້າມົນ ຫົວໃຈວຽນວົນເໝືອນຄົນເປັນໄຂ້
ຢາກເຂົ້າໄປຖາມ ກໍເກງນ້ອງບໍ່ເຍື່ອໃຍ (ຊໍ້າ)
ໂປຣດເຖີດດວງໃຈ ຍິ້ມຈັກນ້ອຍເຖີດໜາແມ່ນາງ

2) ຕັ້ງແຕ່ເກີດມາ ບໍ່ເຄີຍຮັກກັບຜູ່ໃດ
ມາເຫັນດວງໃຈ ສຸດວິສັຍຫົວໃຈຈະຢັ້ງ
ຢາກຈະຝາກກາຍ ທັງຫົວໃຈໃຫ້ກັບແມ່ນາງ (ຊໍ້າ)
ແຕ່ວ່າໃຈຍັງ ເກງແມ່ນາງຈະບໍ່ໃຍດີ

• ນາງເປັນຄົນງາມ ຂໍຢ່າໃຈດຳໄປເລີຍຂວັນອ່ອນ
ເຫັນໃຈແດ່ທ້ອນ ມາຂໍວອນເພື່ອຝາກໄມຕຣີ
ມາຂໍເປັນທອງ ແຜ່ນດຽວຮ່ວມກັບຄົນດີ (ຊໍ້າ)
ໂປຣດຢ່າໜ່າຍໜີ ຂໍເປັນຄູ່ຢູ່ສອງຄອງໃຈ

3) ຖ້າຫາກພໍໃຈ ສົ່ງຮອຍຍິ້ມໃຫ້ເຖີດນາງ
ພໍເຫັນແນວທາງ ວ່າຈະມີຫວັງຄຽງນາງຢູ່ໃກ້
ອ້າຍຈະໄປຫາ ຂອງດີມາໝັ້ນດວງໃຈ (ຊໍ້າ)
ຍາກຈົນພຽງໃດ ກໍຈະໄປຫາມາໃຫ້ນາງ…

ໂນຕເພງ “ຢາກມີຄົນຮັກ”
ດົນຕຣີບັນເລງເພງ “ຢາກມີຄົນຮັກ” ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970) ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ
ວິດີໂອໂນຕບັນເລງເພງ “ຢາກມີຄົນຮັກ”

ເພງ “ມີຄູ່ເສັຽເຖີດ”

ເນື້ອຮ້ອງ & ທຳນອງ : ກອບແກ້ວ ປ່ຽມມະໄລ (~1970)
ນັກຮ້ອງຕົ້ນສະບັບ : ກອບແກ້ວ ປ່ຽມມະໄລ

ວິດີໂອດົນຕຣີບັນເລງເພງ “ມີຄູ່ເສັຽເຖີດ”

1) ມີຄູ່ ເສັຽເຖີດນ້ອງສາວ
ເດືອນແລະດາວ ນ້ອງສາວຢ່າຝັນໃຝ່
ຮີບມີຄູ່ ເສັຽເຖີດຍອດດວງໃຈ
ນອນດຽວຢູ່ໄດ້ ຂວັນໃຈຈະແກ່ຕາຍ

2) ມີຄູ່ ເສັຽເຖີດນວນນ້ອງ
ຈະຈັບຈອງ ນັກຮ້ອງກໍຍັງໄດ້
ຍັງບໍ່ມີ ຍິງທີ່ເຂົາສົນໃຈ
ແຕ່ນ້ອຍຈົນໃຫຍ່ ຫ້ອງຫົວໃຈຍັງຫວ່າງມາ

• ນອນ… ຢູ່ດຽວປ່ຽວໃຈ
ຫາສິ່ງໃດ ມັນຈະສຸກອຸຣາ
ຫາຄູ່ຄຽງ ມາແນບເນື້ອກາຍາ
ກັນໜາວດີກ່ວາ ຜ້າຫົ່ມຕັ້ງຮ້ອຍຜືນ

3) ມີຄູ່ ເສັຽເຖີດຄົນດີ
ໜ້າໜາວນີ້ ເໝືອນກັບມີເງິນໝື່ນ
ຫາກມີຄູ່ ຄຽງຢູ່ຍາມຄໍ່າຄືນ
ຮັກຄົງຫວານຊື່ນ ໜາວຄໍ່າຄືນຄົງສຸກສະບາຍ…

ໂນຕເພງ “ມີຄູ່ເສັຽເຖີດ”
ດົນຕຣີບັນເລງເພງ “ມີຄູ່ເສັຽເຖີດ” ບົດປະພັນຂອງ ກອບແກ້ວ ປ່ຽມມະໄລ (~1970) ນັກຮ້ອງຕົ້ນສະບັບ : ກອບແກ້ວ ປ່ຽມມະໄລ
ວິດີໂອໂນຕບັນເລງເພງ “ມີຄູ່ເສັຽເຖີດ”

ເພງ “ກິ່ນແກ້ມ”

ເນື້ອຮ້ອງ & ທຳນອງ : …?… (~1970)
ນັກຮ້ອງຕົ້ນສະບັບ : ສີເມືອງ ສຸວັນລາສີ

ວິດີໂອດົນຕຣີບັນເລງເພງ “ກິ່ນແກ້ມ”

1) ກິ່ນ ແກ້ມນ້ອງ
ທີ່ເນື້ອທອງ ໃຫ້ອ້າຍດົມ
ຫອມຫວນ ຊວນຊົມ
ສຸກສົມ ອາຣົມເບີກບານ

2) ກິ່ນ ແກ້ມນີ້
ຊຶ້ງຣຶດີ ມີອາຖັນ
ເໝືອນຟ້າ ປະທານ
ພອນສວັນ ໃຫ້ເຮົາສອງຄົນ

• ນີ້ຮັກເຮົາສອງ ປອງດອງເຖິງຂີດກັ້ນ
ຕ້ອງໃຫ້ສາບານ ປະກັນແຖນຊ່ວຍດົນ
ຂໍໃຫ້ຄວາມຫວານ ຈົ່ງໄດ້ຜ່ານພົ້ນ
ເທບຊັ້ນບົນ ໂປຣດຄຸ້ມຄອງ

3) ກິ່ນ ແກ້ມນາງ
ອ້າຍເກັບຝັງ ຫົວໃຈປອງ
ຄອຍວັນ ແຕ່ງດອງ
ເດືອນສິບສອງ ສອງເຮົາຄົງສຸກເອີຍ…

ໂນຕເພງ “ກິ່ນແກ້ມ”
ວິດີໂອໂນຕບັນເລງເພງ “ກິ່ນແກ້ມ”

ເພງ “ສາຍຝົນ”

ເນື້ອຮ້ອງ & ທຳນອງ : …?… (~1970)
ນັກຮ້ອງຕົ້ນສະບັບ : ອຳມະຣິດ (…?…)

ວິດີໂອດົນຕຣີບັນເລງເພງ “ສາຍຝົນ”

1) ສາຍຝົນ ຫຼົ່ນຈາກຟ້າ ນໍ້າຕາຫຼັ່ງ
ຟ້າຄວນຄາງ ຍິ່ງຟັງ ຍິ່ງໃຈຫາຍ
ຝົນຈາກຟ້າ ເໝືອນຮັກຂ້າ ຮ້າງແຮມກາຍ
ສຸດເສັຽດາຍ ຊອກຊໍ້າໃຈ ເຫຼືອຄະນາ

2) ສຽງລົມພັດ ປິວສະບັດ ພັດຍອດໄຜ່
ຍິ່ງໜາວໃຈ ໜາວໄປ ທົ່ວກາຍາ
ແມ່ນມີນ້ອງ ມາອິງແອບ ແນບອຸຣາ
ຝົນຄົງພາ ໃຫ້ເຮົາສອງ ຄອງສຸກສົມ

• ແຕ່ຕົວນ້ອງ ໝາງເມີນ ເຫີນໄປຈາກ
ເຫຼືອພຽງຊາກ ຮັກເກົ່າ ເສົ້າໂສກຕຣົມ
ປ່ອຍອ້າຍໄວ້ ໃຫ້ອາວອນ ນອນຣະທົມ
ສຸດຂື່ນຂົມ ເພາະຫຼົງລົມ ຂອງຄົນລວງ

3) ວອນສາຍຝົນ ຈົ່ງດົນໃຈ ຄົນຮັກຂ້າ
ໃຫ້ຄືນມາ ເຖີດໜາ ຂ້າຍັງຫວງ
ຍັງເຝົ້າຮັກ ພັກດີ ຈົນລົ້ນຊວງ
ຂ້າຍັງຫ່ວງ ຈົ່ງກັບມາ ກັບສາຍຝົນ…

ໂນຕເພງ “ສາຍຝົນ”
ວິດີໂອໂນຕບັນເລງເພງ “ສາຍຝົນ”

ເພງ “ຕື່ນເຖີດພີ່ນ້ອງລາວ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1972)
ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ

ວິດີໂອດົນຕຣີບັນເລງເພງ “ຕື່ນເຖີດພີ່ນ້ອງລາວ”

1) ຕື່ນເຖີດ ທ່ານເອີຍ
ຢ່າເສີຍເມີຍ ເໝືອນຄົນຝັນຄ້າງ
ຮີບມາພາ ກັນປູກກັນຝັງ (ຊໍ້າ)
ຢ່າພາກັນນັ່ງ ຫາຍໃຈເປົ່າດາຍງ

2) ຕື່ນເຖີດ ລຸງອາວ
ຢ່າມົວເມົາ ນຳເບີນຳໄພ້
ຮີບພາກັນ ລ້ຽງເປັດລ້ຽງໄກ່ (ຊໍ້າ)
ເພາະເຮົາຈະໄດ້ ມີອັນຢູ່ອັນກິນ

• ຢ່າຄອງ ໃຫ້ຄົນອື່ນຊ່ວຍ
ຫາກເຂົາບໍ່ຊ່ວຍ ຊິເອົາຫຍັງມາກິນ
ອົດທົນເອົາຫຼັງສູ້ຟ້າ ອົດສາເອົາໜ້າສູ້ດິນ
ທຳມາຫາກິນ ຫາລ້ຽງຊີບຂອງເຮົາ

3) ຕື່ນເຖີດ ພີ່ນ້ອງ
ຢ່າຫຼຽວມອງ ມືນດູດາຍເປົ່າ
ເຮັດຈັ່ງໃດ ເຮົາຊິມີຄືເຂົາ (ຊໍ້າ)
ຈົ່ງພາກັນຟ້າວ ສ້າງສາພັທນາ…

ໂນຕເພງ “ຕື່ນເຖີດພີ່ນ້ອງລາວ”
ວິດີໂອໂນຕບັນເລງເພງ “ຕື່ນເຖີດພີ່ນ້ອງລາວ”

ເພງ “ຢ່າລືມບ້ານເຮົາ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1994)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ຢ່າລືມບ້ານເຮົາ”

ສອຍ : ຢ່າລືມຢ່າລືມ ບ້ານເຮົາເດີ້
ພີ່ນ້ອງລາວ ທີ່ຢູ່ຕ່າງແດນ
ໄດ້ຢູ່ສນຸກ ສຸກແສນ
ຢ້ານຊິລືມສຽງແຄນ ສຽງລຳຊະລະນໍ
(ຢ່າສຸລືມສຽງແຄນ ສຽງລຳບ້ານເຮົາ…)

1) ຈາກມາຕັ້ງຕົນ ທຸກໆຄົນສະບາຍດີບໍ່
ບໍ່ເຫັນເມືອ ຢາມແມ່ຢາມພໍ່
ກະໝັ່ນໄປ ໝັ່ນມາຊັ້ນລະບໍ
ປານນີ້ເພິ່ນລໍ ຖ້າຢູ່ຫົວຂັ້ນໄດ

2) ລາວເຮົາ ດຽວນີ້ຕ່າງເກົ່າ
ບ້ານເຮົາເມືອງເຮົາ ຈະເຣີນຂຶ້ນຫຼາຍ
ບໍ່ເຊື່ອກະເມືອເບິ່ງເອງ ພັທນາການເລັ່ງສອດຄ່ອງວ່ອງໄວ
ນັບວັນຈະຮຸ່ງເຮືອງ ເມືອໜ້າ (ຊໍ້າ)
ລາວຈິໂປ້ບາດຫຼ້າ ໝາກແຕງຊ້າງໜ່ວຍປາຍ…

(ສອຍ)

3) ຢູ່ກັນດີໆ ເພາະເມືອງນີ້ບໍ່ແມ່ນເມືອງເຮົາ
ຢ່າສ້າງຄວາມ ເດືອດຮ້ອນໃຫ້ເຂົາ
Citizen ກໍຊາດລາວເຊື້ອລາວ
ຢ່າລືມໂຕວ່າເຮົາ ມາຈາກເຜົ່າພັນໃດ

4) ຮັກກັນ ແພງກັນດີກວ່າ
ພັດພາກບ້ານເມືອງມາ ຄ່ອຍເພິ່ງພາອາສັຍ
ຈະມີໃຜໜໍຮັກລາວ ເໝືອນກັບລາວຮັກລາວກວ່າຊາດອື່ນໃດ
ສາມັກຄີນັ້ນລະມີ ຄວາມສຸກ (ຊໍ້າ)
ບໍ່ຫວຸ້ນວາຍຫາຍອຸກ ແສນສນຸກສະບາຍ…

(ສອຍ)

ໂນຕເພງ “ຢ່າລືມບ້ານເຮົາ”
ວິດີໂອໂນຕບັນເລງເພງ “ຢ່າລືມບ້ານເຮົາ”

ເພງ “ວິມານບ້ານເຮົາ”

ເນື້ອຮ້ອງ & ທຳນອງ : ຄໍາແພງ ປີຊາຍານ (~1970)
ນັກຮ້ອງຕົ້ນສະບັບ : ນວນສີ ບຸນຍະວົງສ໌

ວິດີໂອດົນຕຣີບັນເລງເພງ “ວິມານບ້ານເຮົາ”

1) ບ້ານເກີດເຮົາ ເຄີຍອາສັຍ
ແສນສຳຣານເລີງໃຈ ຫາໃດມາປຽບທຽບເທົ່າ
ເຄີຍສຸກເຄີຍສັນ ຢູ່ຕາມປະສາບ້ານເຮົາ
ບໍ່ເຄີຍມີໃຜມາເຂົ້າ ໝາຍປອງເອົາລາວໄປຄອບຄອງ

2) ທົ່ວເຂດແຄວ້ນ ແດນອານາ
ແສນວິໄລງາມຕາ ສົມດັ່ງອານາສູງສົ່ງ
ມີຖິ່ນມີຖານ ປຽບປານສວັນວຽງທອງ
ອາສັຍຄົນລາວພີ່ນ້ອງ ຖືຄວາມປອງດອງຕລອດມາ

• ບ້ານເມືອງເຮົາ ອຸດົມສົມບູນທຸກຢ່າງ
ຄົນລາວທຸກຄົນກໍຕ່າງ ອາສັຍຜືນດິນຖິ່ນນາ
ຖືເປັນບ້ານເກີດ ສຸດປຣະເສີດແຕ່ໃດໆມາ
ຍັງໝັ້ນໃນສາສນາ ເໜືອດວງຊີວາບໍ່ໄດ້ຈືດຈາງ

3) ເພື່ອນລາວເອີຍ ເຄີຍອາສັຍ
ສຽງເພງດັງເຕືອນໃຫ້ ຫວັງຄວາມຮ່ວມໃຈທຸກຢ່າງ
ບ້ານເຮົາຈະເຮືອງ ກະເດື່ອງໄປທົ່ວທິດທາງ
ກໍເພາະຄົນລາວເຮົາຕັ້ງ ຫວັງໃຈໃນຄວາມຮ່ວມສາມັກຄີ…

ໂນຕເພງ “ວິມານບ້ານເຮົາ”
ວິດີໂອໂນຕບັນເລງເພງ “ວິມານບ້ານເຮົາ”

ເພງ “ຍິ່ງແຍງຍິ່ງງາມ”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (1973)
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ຍິ່ງແຍງຍິ່ງງາມ”

1) ງາມ ໆ ໆ
ເຈົ້າງາມ ຄ້າຍເທບທິດາ
ລ່ອງລອຍ ເໜືອເມກຂະຣາ
ຈັບຕາ ຈັບໃຈ

2) ແຍງ ໆ ໆ
ຍິ່ງແຍງ ຍິ່ງງາມບາດໃຈ
ບໍ່ເຄີຍ ເຫັນຍິງອື່ນໃດ
ຈະມາທຽບທັນ ເຈົ້າເລີຍ

• ງາມຍາມເຈົ້າ ໂຍກຍ້າຍ
ງາມພວງແກ້ມ ນ້ອງນ້ອຍ
ໂອ້ຍາມ ຍິ້ມເອີຍ

3) ນາງ ໂອ້ນາງ
ເຈົ້າງາມ ແລ້ວເຈົ້າຢ່າເສີຍ
ໂປຣດຈົ່ງ ໄດ້ຍິ້ມເປີດເຜີຍ
ຫາກແມ່ນເຈົ້າມີ ຄູ່ໃຈ….

ໂນຕເພງ “ຍິ່ງແຍງຍິ່ງງາມ”
ວິດີໂອໂນຕບັນເລງເພງ “ຍິ່ງແຍງຍິ່ງງາມ”