ເພງ “ອະດີດລຳລຶກ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1967)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ອະດີດລຳລຶກ”

1) ອະດີດຍັງຝັງ ຍັງຝັງຢູ່ໃນດວງຈິດ
ຍັງເພີ້ຍັງຄິດ ເຖິງຄວາມຫຼັງເຄີຍຜ່ານມາ
ຍັງຮັກຍັງຫຼົງ ຍັງຄົງຕິດຕຣຶງອຸຣາ
ຫົວໃຈຍັງປຣາຖນາ ຢາກເຫັນຢາກມາຢູ່ຮຽງຄຽງຂວັນ

2) ອະດີດຍັງເຕືອນ ຍັງເຕືອນບໍ່ມີວັນໜ່າຍ
ຍັງຄິດຍັງໝາຍ ຫວັງໃຈຕໍ່ສັນຍານັ້ນ
ທີ່ຮັກຄົງຮູ້ ຄົງຮູ້ແກ່ໃຈມານານ
ທີ່ສອງເຮົາແຍກທາງກັນ ດ້ວຍຄວາມກົດດັນຂອງປຣະເພນີ

• ຄົງເປັນເວນກັມ ຊັກນຳດຶງຈ່ອງເຮົາ
ຮັກຈຶ່ງຕ້ອງເສົ້າ ເຜົາທາງຮັກເປັນທຸລີ
ໂທ້! ກາມເທບ ໃຈຮ້າຍບໍ່ຄິດປຣານີ
ຮັກກັນໝັ້ນຢູ່ດີໆ ຍັງມີແນວທາງແຍກກັນ

3) ອະດີດຄວາມຮັກ ຄວາມຮັກເຮົານັ້ນຍັງຢູ່
ຍັງຮັກຍອດຊູ້ ຄູ່ແລ້ວຄາດແຄ້ວຈາກກັນ
ຢ່າລືມຢ່າລືມ ຢ່າລືມຄວາມຫຼັງກ່ອນນັ້ນ
ຮັກຍັງຄົງຢູ່ທຸກວັນ ຮັກຈົນເຖິງວັນ ວັນຈະສິ້ນໃຈ…

ໂນຕເພງ “ອະດີດລຳລຶກ”
ວິດີໂອໂນຕບັນເລງເພງ “ອະດີດລຳລຶກ”

ເພງ “ຢາດນໍ້າທານຮັກ”

ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ & ສິລປ໌ ເມືອງໃຕ້ & ພົມມະ ພິມມະສອນ (1965)
ນັກຮ້ອງຕົ້ນສະບັບ : ຈັນສມອນ ສິນບັນດິດ

ວິດີໂອດົນຕຣີບັນເລງເພງ “ຢາດນໍ້າທານຮັກ”

1) ຢາດນໍ້າທານຮັກ ໃຫ້ອ້າຍສົມຫວັງ
ຕັດໃຈຫຼີກທາງ ໃຫ້ອ້າຍເປັນສຸກ
ນ້ອງຍອມຊອກຊໍ້າ ຍອມຣະກຳທົນທຸກ
ພຽງອ້າຍເປັນສຸກ ນ້ອງກໍຊື່ນໃຈ

2) ຢາດນໍ້າທານຮັກ ຫັກໃຈອຳລາ
ໂຊກດີເຖີດໜາ ຂວັນຕາຂວັນໃຈ
ສິ້ນກັນເທົ່ານີ້ ຢ່າໄດ້ມີເຍື່ອໃຍ
ຈະຊໍ້າພຽງໃດ ນ້ອງກໍຈະທົນ

• ຈົ່ງລືມ ເຖີດອ້າຍ
ຢ່າອາລັຍ ຫ່ວງໃຍຣຶທັຍຈະໝົ່ນ
ເພາະຟ້າລິຂິດ ຊີວິດບັນດົນ
ໃຫ້ເຮົາສອງຄົນ ຈຳຕ້ອງຈາກກັນ

3) ຢາດນໍ້າທານຮັກ ດ້ວຍໃຈຍັງຄິດ
ມາດແມ່ນຊີວິດ ນ້ອງຈະຈາບັນ
ຖ້າຊາດໜ້າມີ ຢ່າໄດ້ມີໃຜພານ
ວອນຟ້າສວັນ ນັ້ນຈົ່ງເມດຕາ…

ໂນຕເພງ “ຢາດນໍ້າທານຮັກ”
ວິດີໂອໂນຕບັນເລງເພງ “ຢາດນໍ້າທານຮັກ”

ເພງ “ສິ້ນສຸຣິຍັນ” (ຍິງ)

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1973)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ

ວິດີໂອດົນຕຣີບັນເລງເພງ “ສິ້ນສຸຣິຍັນ” (ຍິງ)

1) ສິ້ນສຸຣິຍັນ ຕະວັນອຳລານະພາໝົ່ນ
ໝູ່ນົກວົກວຽນວົນ ຄືນກັບຮັງນອນ
ດວງຈັນກໍໝຸນມາໃໝ່ ຢູ່ໃສເພື່ອນເຄີຍຮ່ວມໝອນ
ຈາກຈອນ ແລ້ວບໍ່ກັບມາ

2) ເຊັ່ນສຸຣິຍັນ ຜ່ານຢ້ຽມຂອບຟ້າທິວາກະຈ່າງ
ຄໍ່າແລງແສງເລືອນລາງ ຄ່ອຍຈືດຈາງລາ
ດວງໃຈເຂົາກໍເໝືອນກັນ ສົງສານຊົ່ວພຽງເວລາ
ຜ່ານມາ ແລ້ວກໍຜ່ານໄປ

• ໂອ່ໂອ້ສຸຣີ ແມ່ນຈຳຕ້ອງລາ
ຍັງກັບມາ ເມື່ອອະຣຸນໃໝ່
ແລ້ວຮັກ ທີ່ຈອນຈາກໄປ
ເມື່ອໃດ ໜໍຈະກັບມາ

3) ສິ້ນຄວາມສົງສານ ໝົດຄວາມປຣານີແລ້ວຫຼືໃດ
ຈຶ່ງຮ້າງເຫີນຫ່າງໄປ ເໝືອນເຊັ່ນທາຣາ
ລືມຄຳທີ່ເຄີຍພໍ່າພອດ ຖອດຄືນຊຶ່ງຄວາມສເນຫາ
ຈາກລາ ແລ້ວລືມສິ້ນກັນ…

ໂນຕເພງ “ສິ້ນສຸຣິຍັນ” (ຍິງ)
ວິດີໂອໂນຕບັນເລງເພງ “ສິ້ນສຸຣິຍັນ” (ຍິງ)

ເພງ “ສິ້ນສຸຣິຍັນ” (ຊາຍ)

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1973)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ສິ້ນສຸຣິຍັນ” (ຊາຍ)

1) ສິ້ນສຸຣິຍັນ ຕະວັນອຳລານະພາໝົ່ນ
ໝູ່ນົກວົກວຽນວົນ ຄືນກັບຮັງນອນ
ດວງຈັນກໍໝຸນມາໃໝ່ ຢູ່ໃສເພື່ອນເຄີຍຮ່ວມໝອນ
ຈາກຈອນ ແລ້ວບໍ່ກັບມາ

2) ເຊັ່ນສຸຣິຍັນ ຜ່ານຢ້ຽມຂອບຟ້າທິວາກະຈ່າງ
ຄໍ່າແລງແສງເລືອນລາງ ຄ່ອຍຈືດຈາງລາ
ດວງໃຈເຂົາກໍເໝືອນກັນ ສົງສານຊົ່ວພຽງເວລາ
ຜ່ານມາ ແລ້ວກໍຜ່ານໄປ

• ໂອ່ໂອ້ສຸຣີ ແມ່ນຈຳຕ້ອງລາ
ຍັງກັບມາ ເມື່ອອະຣຸນໃໝ່
ແລ້ວຮັກ ທີ່ຈອນຈາກໄປ
ເມື່ອໃດ ໜໍຈະກັບມາ

3) ສິ້ນຄວາມສົງສານ ໝົດຄວາມປຣານີແລ້ວຫຼືໃດ
ຈຶ່ງຮ້າງເຫີນຫ່າງໄປ ເໝືອນເຊັ່ນທາຣາ
ລືມຄຳທີ່ເຄີຍພໍ່າພອດ ຖອດຄືນຊຶ່ງຄວາມສເນຫາ
ຈາກລາ ແລ້ວລືມສິ້ນກັນ…

ໂນຕເພງ “ສິ້ນສຸຣິຍັນ” (ຊາຍ)
ວິດີໂອໂນຕບັນເລງເພງ “ສິ້ນສຸຣິຍັນ” (ຊາຍ)

ເພງ “ດົງໂດກດົງໃຈ”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (1970)
ນັກຮ້ອງຕົ້ນສະບັບ : ພະນົມສິນ

ວິດີໂອດົນຕຣີບັນເລງເພງ “ດົງໂດກດົງໃຈ”

1) ດົງໂດກແຫ່ງນີ້ ມີມົນຂັງ
ຈາກຈິດຝັງ ໃຫ້ລຳພຶງ
ຍາມຫ່າງໄກ ກໍຫ່ວງເຖິງບໍ່ຈືດຈາງ

2) ເມື່ອຍາມພົບເຫັນ ບໍ່ວາຍເວັ້ນ
ຢາກຈະເປັນ ຄູ່ນ້ອງນາງ
ໂທ້ ຄົນດີ ຂ້າຄອຍຫວັງພຽງແຕ່ນ້ອງ

• ດົງໂດກດົງໃຈ ຂ້າບໍ່ເຄີຍຮັກ
ເຄີຍສັມພັນ ເປັນເຈົ້າຂອງຍິງໃດທັງຜອງ
ເຝົ້າແຕ່ຫຼຽວມອງ ນ້ອງພຽງຜູ່ດຽວຢູ່ໃນໂລກນີ້

3) ນ້ອງຄືມາລາ ປຽບດອກຟ້າ
ຂ້າໃຝ່ຫາ ຄູ່ຊີວີ
ຂໍຕອບຮັກ ຮັກຂ້ານີ້ດ້ວຍເຖີດເອີຍ…

ໂນຕເພງ “ດົງໂດກດົງໃຈ”
ວິດີໂອໂນຕບັນເລງເພງ “ດົງໂດກດົງໃຈ”

ເພງ “ເສັຽດາຍຮັກ”

ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ (1965)
ນັກຮ້ອງຕົ້ນສະບັບ : ປ. ຕຣີຈັນ

ວິດີໂອດົນຕຣີບັນເລງເພງ “ເສັຽດາຍຮັກ”

1) ເສັຽດາຍຮັກເອີຍ ຮັກເຄີຍຊື່ນຊູ
ນ້ອງເອງກໍຮູ້ ຍອດຊູ້ດວງໃຈ
ສອງເຮົາເຄີຍ ສັນຍາກັນໄວ້
ຈະບໍ່ພາກຫ່າງໄກ ຫົວໃຈມອບໄວ້ຕໍ່ກັນ

2) ເສັຽດາຍນໍ້າຄຳ ຮັກທຳຊໍ້າໃຈ
ນ້ອງມີຮັກໃໝ່ ຈິດໃຈແປຜັນ
ອ້າຍຕ້ອງເສົ້າ ຢູ່ທຸກຄືນວັນ
ເມື່ອມາພາກຈາກກັນ ຮັກນັ້ນປ່ຽນໄປແລ້ວເອີຍ

• ນ້ອງນາງ ຊ່າງໃຈຮ້າຍ
ມາລືມໄດ້ ນໍ້າໃຈເຈົ້ານີ້ເອີຍ
ຄວາມຫວານຄວາມຊື່ນ ບໍ່ເຫຼືອເລີຍ
ນ້ອງເອີຍລືມໄດ້ ເພາະມີຊາຍໃໝ່ເຊີຍຊົມ

3) ເສັຽດາຍຮັກເຮົາ ທີ່ເຝົ້າລໍຄອຍ
ເພາະບຸນອ້າຍນ້ອຍ ຮັກຈຶ່ງຂາດລອຍຕາມລົມ
ຫົວໃຈອ້າຍ ມີແຕ່ຂື່ນຂົມ
ສຸດຣະທົມໃຝ່ຫາ ຄິດມາເສັຽດາຍຮັກເອີຍ…

111-ໂນຕເພງ “ເສັຽດາຍຮັກ”
ວິດີໂອໂນຕບັນເລງເພງ “ເສັຽດາຍຮັກ”

ເພງ “ຄິດ”

ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ (1965)
ນັກຮ້ອງຕົ້ນສະບັບ : ປ. ຕຣີຈັນ

ວິດີໂອດົນຕຣີບັນເລງເພງ “ຄິດ”

1) ຄິດວ່າເຂົາ ຮັກເຮົາດ້ວຍໃຈສເນຫາ
ຄິດວ່າເຂົາ ຫວັງປຣາຖນາຮັກຈິງ
ນັ່ງນອນຍັງຄິດ ຄິດວ່າຍອດຍິງ
ຮັກຈິງຫຼືໃດ ສົງສັຍໃຈຢູ່

2) ໄດ້ແຕ່ຄິດ ຄິດຮັກແຕ່ເຂົາສຸກໃຈ
ໄດ້ແຕ່ຄິດ ຮັກແລະບູຊາເຊີດຊູ
ຫາກໄດ້ຈອມຂວັນ ນັ້ນມາຄຽງຄູ່
ຢູ່ຄຽງຮຽງກາຍ ອ້າຍຄົງສຸກໃຈ

• ຈະຮັກຫຼືລໍ້ ກັນຫຼິ້ນສັນໃດ
ໂປຣດໄດ້ເອີ່ຍຄຳ ອັນໝັ້ນຈາກໃຈ
ແມ່ນຮັກອ້າຍຈິງ ຢ່າໄດ້ອຽງອາຍ
ອ້າຍຈະຖນອມ ບໍ່ຍອມໃຫ້ຮັກເຮົາສລາຍ

3) ເຖິງນ້ອງຄິດ ຄິດຊັງອ້າຍນີ້ຢ່າງໃດ
ຫຼືນ້ອງຄິດ ຮັກອ້າຍກໍພໍນໍ້າໃຈ
ສ່ວນຕົວອ້າຍນີ້ ຂໍຄິດແລະຄິດ
ຄິດແຕ່ຮັກນາງ ຮັກຈົນຊົ່ວຟ້າດິນ…

ໂນຕເພງ “ຄິດ”
ວິດີໂອໂນຕບັນເລງເພງ “ຄິດ”

ເພງ “ດວງໃຈຈາກ”

ເນື້ອຮ້ອງ : ສີລາວົງ ແກ້ວ / ທຳນອງ : ສຸສາຄອນ ວໍຣະວົງ (1968)
ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ

ວິດີໂອດົນຕຣີບັນເລງເພງ “ດວງໃຈຈາກ”

1) ສຸດທີ່ຮັກ ມາຈາກໄປ
ສູ່ແດນໄກ ສຸດສາຍຕາ
ຢ້ານນາງລືມ ລືມຄຳສັນຍາ
ລືມວາຈາ ທີ່ເຄີຍໄດ້ສາບານ

2) ສຸດທີ່ຮັກ ມາຈາກຈອນ
ສຸດອາວອນ ສຸດໄຫວຫວັ່ນ
ຢ້ານນາງລືມ ໄມຕຣີສັມພັນ
ຍາມໄກກັນ ຢ້ານນາງຄິດນອກໃຈ…

3) ໂອ້ຍອດຮັກ ຍອດຊີວີ
ຢ່າໄປມີ ຄົນຮັກໃໝ່
ນ້ອງຢ່າລືມ ອ້າຍນະດວງໃຈ
ຍາມຫ່າງໄກ ຢ່າລືມຄິດເຖິງກັນ…

ໂນຕເພງ “ດວງໃຈຈາກ”
ວິດີໂອໂນຕບັນເລງເພງ “ດວງໃຈຈາກ”

ເພງ “ສລັກຈິດ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ບຸນທົງ ວົງສາລີ

ວິດີໂອດົນຕຣີບັນເລງເພງ “ສລັກຈິດ”

1) ນ້ອງຄືທຸກສິ່ງ ທີ່ອ້າຍໝາຍປຣາຖນາ
ມິ່ງຂວັນຊີວາ ຝັງໃນອຸຣາແນ່ແທ້
ເຫັນຍິງຫຼາຍລ້ານຫຼາຍໂກດ ຫົວໃຈປຣາກົດບໍ່ຢາກແລ
ຫຼົງໃຫຼພຽງແຕ່ ນ້ອງນີ້

2) ນ້ອງຄືປຣະທີບ ສ່ອງແສງແນວທາງຊີວາ
ຫຼົງໃຫຼໄປວ່າ ນ້ອງນາງເມດຕາປຣານີ
ຫວັງໃນຄວາມຮັກສູງສົ່ງ ເທບໄທ້ຂໍຈົ່ງໂປຣດຊ່ວຍທີ
ສິງໃຈຍິງທີ່ ຂ້າຮັກ

• ສລັກຈິດ ສລັກໃຈ
ສລັກຢູ່ໃນ ຣຶທັຍແໜ້ນໜັກ
ນ້ອງຄົງຮັບຮູ້ ນ້ອງຄົງຮູ້ຈັກ
ວ່າອ້າຍເຝົ້າຮັກ ຫຼົງຮັກສລັກຈິດໃຈດຽວ

3) ຫົວໃຈເພີ້ພໍ່າ ຣຳພຶງຣຳພັນໃຝ່ຫາ
ຕັ້ງໃຈໄວ້ວ່າ ຮັກຍືນຊົ່ວຟ້າແໜ້ນໜຽວ
ຮັກເຮົາຄົງຫວານຊື່ນໜັກ ແມ່ນນ້ອງບໍ່ຫັກຮັກແຫ້ງຫ່ຽວ
ຮັກດຽວແຕ່ອ້າຍ ຕລອດການ…

ໂນຕເພງ “ສລັກຈິດ”
ວິດີໂອໂນຕບັນເລງເພງ “ສລັກຈິດ”

ເພງ “ດອກຟ້າປຣະດັບໃຈ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1970)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງສ໌

ວິດີໂອດົນຕຣີບັນເລງເພງ “ດອກຟ້າປຣະດັບໃຈ”

1) ໂອ້ສຸກເຫຼືອ ເມື່ອໄດ້ມາ
ຢ້ຽມເຢືອນ ແດນຟ້າແດນວິມານ
ດັ່ງວິຫົກ ໂບກບິນຜັນຜ່ານ
ເຖິງຖິ່ນຖານ ສຳຣານວິໄລ

2) ພົບດອກຟ້າ ງາມຜ່ອງພັນ
ຍິ້ມຍວນ ຊວນຝັນຊວນອາລັຍ
ງາມນໍ້າຖ້ອຍ ງາມທັງນໍ້າໃຈ
ພາຫຼົງໃຫຼ ຢູ່ທຸກເວລາ

• ຮູ້ດີວ່າຟ້າ ຄູ່ຟ້າສູງສົ່ງ
ຮູ້ດີວ່າຫົງ ຄຽງຫົງໂສພາ
ຮູ້ຕົວວ່າຕໍ່າຕ້ອຍ ນ້ອຍວາສນາ
ຈຶ່ງເຝົ້າມອງຟ້າ ຢ່າງເສັຽດາຍ

3) ແມ່ນປອງຮັກ ຄົງບໍ່ສົມ
ຈຶ່ງຂໍຊື່ນຊົມ ພຽງພາບຖ່າຍ
ຖນອມຢູ່ ຕຣາບຈົນຊີບວາຍ
ປຣະດັບໄວ້ ໃນໃຈເອີຍ…

ໂນຕເພງ “ດອກຟ້າປຣະດັບໃຈ”
ວິດີໂອໂນຕບັນເລງເພງ “ດອກຟ້າປຣະດັບໃຈ”