ເພງ “ຜູ່ຊາຍຜີ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (~1971)
ນັກຮ້ອງຕົ້ນສະບັບ : ຈັນຖນອມ (ຈັນຫອມ ປັນຈະພາຣົມຍ໌)

ວິດີໂອດົນຕຣີບັນເລງເພງ “ຜູ່ຊາຍຜີ”

1) ເຈົ້າຫຼອກຂ້ອຍແລ້ວ ເຈົ້າຫຼອກຂ້ອຍແລ້ວ
ຫຼອກແລ້ວຕົວະແລ້ວ ຕົ້ມແລ້ວຈົນເປື່ອຍ
ຫຼົງເຊື່ອນໍ້າຄຳ ແລ່ນນຳຈົນເມື່ອຍ
ໂສດສົດຢູ່ເລື້ອຍ ໜໍເຈົ້າຕົວດີ

2) ເຈົ້າມີລູກແລ້ວ ເຈົ້າມີເມັຽແລ້ວ
ພໍແລ້ວເຊື່ອແລ້ວ ເຫັນແລ້ວວານນີ້
ລູກຕາດຳໆ ຕັ້ງສາມຕັ້ງສີ່
ຢຸດເລງຊະທີ ຈົ່ງມີເມຕຕາ

• ເປັນຄົນທັ້ງທີ ຍາດຜີມາເກີດ
ຄຶດວ່າດີເລີດ ແລ້ວບໍອາດຍາ
ຫຼອກລວງຕົວະຍົວະ ປິດບັງນາໆ
ລູກເຕົ້າພັລຍາ ຄອຍຖ້າຢູ່ເຮືອນເປັນຝູງ

3) ຢຸດຫຼອກໄດ້ແລ້ວ ລູກເມັຽມີແລ້ວ
ຣະວັງຖືກແຮ້ວ ພໍແລ້ວລະລຸງ
ຢູ່ກັບລູກເມັຽຊະ ຢ່າມາຫຍຸ້ງ
ຢ່າກວນຢ່າຄຸງ ພໍ່ລຸງຫຼີກໄປ…

ໂນຕເພງ “ຜູ່ຊາຍຜີ”
ວິດີໂອໂນຕບັນເລງເພງ “ຜູ່ຊາຍຜີ”

ເພງ “ຄະນຶງຄວາມຫຼັງ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (~1974)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ຄະນຶງຄວາມຫຼັງ”

1) ຫຼັບຕາກໍຝັນ ຄືນວັນຜວາ
ນໍ້າຕາຫຼັ່ງນອງ ຄິດເຖິງແຕ່ນ້ອງເຈົ້າເອີຍ
ພາບແຫ່ງຄວາມຫຼັງ ນັ້ນກໍຍັງຝັງຢູ່ເຊັ່ນເຄີຍ
ອ້າຍຮັກເຈົ້າສຸດເອີຍ ບໍ່ລືມເລີຍຮັກເກົ່າ

2) ຢູ່ໄກຍັງຄິດ ຈິດເຝົ້າໃຝ່ຝັນ
ທຸກວັນບໍ່ເວັ້ນ ຫົວໃຈຕື່ນເຕັ້ນໂສກເສົ້າ
ໂອ້ປານນີ້ ຍອດຊີວີເຈົ້າຄົງງຽບເຫງົາ
ຫຼືນາງມີຄູ່ແບ່ງເບົາ ຊ່ວຍບັນເທົາສົມປອງ

• ຍາມແສງຈັນ ນວນສ່ອງນະພາ
ກ່ອນນິທຣາ ເຄີຍຮ້ອງເພງກ່ອມນ້ອງ
ຊ່າງມີຄວາມໝາຍ ດັ່ງຢູ່ແດນເມືອງທອງ
ບັດນີ້ຢູ່ໄກເຈົ້ານ້ອງ ຂ້າຈຶ່ງໝອງໂສກສັນ

3) ອາຣຸນເບີກຟ້າ ນະພາສົດໃສ
ຕື່ນມາມື້ໃໝ່ ສົດຊື່ນຣຶທັຍເບີກບານ
ແຕ່ຍັງບໍ່ວາຍ ເຝົ້າຄະນຶງເຖິງຍອດຊີວັນ
ເສັຽດາຍທີ່ຈາກກັນ ບໍ່ຄາດຝັນມາກ່ອນເອີຍ…

ໂນຕເພງ “ຄະນຶງຄວາມຫຼັງ”
ວິດີໂອໂນຕບັນເລງເພງ “ຄະນຶງຄວາມຫຼັງ”

ເພງ “ນອນໜາວ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ບຸນທົງ ວົງສາລີ

ວິດີໂອດົນຕຣີບັນເລງເພງ “ນອນໜາວ”

1) ໄດ້ຟັງເພງຮັກ ລອຍລົມ
ໄດ້ຍິນສຽງຈົ່ມ ຈາກໃຈ
ສຽງເສົ້າໂສກສັນ ຮ້ອງໄຫ້
ໜ້າເຫັນໃຈ ຄົນຮ້ອງມາ

2) ເດິກດື່ນຄືນນີ້ ລົມໂຊຍ
ໂບກໂບຍຫວິວສັ່ນ ອຸຣາ
ເຢືອກເຢັນຊາບຊ້ານ ກາຍາ
ສຸດຜວາ ຫາຄູ່ນອນ

• ຫຼາຍໜາວຜ່ານໄປ ຜ່ານໄປຫຼາຍປີ
ໄຮ້ຄູ່ຊີວີ ຮ່ວມຮຽງຄຽງໝອນ
ໜາວລົມຫົ່ມຜ້າ ໜາວຟ້າອາວອນ
ຕ້ອງທົນກອດໝອນ ນອນໜາວ

3) ຜູ່ໃດສົງສານ ເອັນດູ
ຜູ່ໃດໄຮ້ຄູ່ ງຽບເຫງົາ
ຂໍທານຊ່ວຍຮັກ ບັນເທົາ
ຊ່ວຍແບ່ງເບົາ ໜາວເຖີດເອີຍ…

ໂນຕເພງ “ນອນໜາວ”
ວິດີໂອໂນຕບັນເລງເພງ “ນອນໜາວ”

ເພງ “ງາມພຽງເງິນ”

ເນື້ອຮ້ອງ & ທຳນອງ : ພົມມາ ສົມສຸທິ (~1970)
ນັກຮ້ອງຕົ້ນສະບັບ : ຄານ ຄຳປະດິດ

ວິດີໂອດົນຕຣີບັນເລງເພງ “ງາມພຽງເງິນ”

1) ຄວາມງາມຂອງນ້ອງ ມີຄ່າພຽງເງິນແທ້ຫຼື
ອ້າຍຄົນໃຈຊື່ ຍຶດຖືຮັກຈິງຈາກໃຈ
ຫຼົງມອບຮັກຈິງໃຫ້ໄວ້ ແທ້ຈິງສີ່ຫ້ອງຫົວໃຈ
ນ້ອງແບ່ງໃຫ້ ຊາຍຫຼາຍຄົນ

2) ຄວາມງາມຂອງນ້ອງ ມີໄວ້ພຽງລວງຫຼອກຫຼອນ
ອ້າຍຄົນໃຈອ່ອນ ຕ້ອງນອນສະອື້ນຝືນທົນ
ແສນເສົ້າຫົວໃຈຖ້ວມລົ້ນ ນ້ອງນາງຫຼົງເຊື່ອຄຳຄົນ
ອ້າຍຈົນນ້ອງ ຈຶ່ງປ່ຽນໃຈ

• ຍາມໃດ ຄວາມງາມນ້ອງສູນໄຮ້ຄ່າ
ສິ້ນຄົນເຂົາປຣາຖນາ ຈົ່ງຫວນຄືນມາມື້ໃໝ່
ອ້ອມກອດແຂນເກົ່າ ທີ່ເຈົ້າເຄີຍພັກອາສັຍ
ຫຼົງເດີນທາງຜິດພາດໄປ ອ້າຍຍອມອະພັຍໃຫ້ນ້ອງ

3) ມີຄົນເຂົາຊໍ້າ ຫຍາມຢຽດປຣະນາມເຍີ້ຽຫຍັນ
ອ້າຍບໍ່ຄິດຫວັ່ນ ແປຜັນຮັກຈິງໝັ້ນປອງ
ຂໍມອບຫົວໃຈໃຫ້ນ້ອງ ສ້າງຮັກຄຽງຄູ່ເຮົາສອງ
ໄດ້ຄອງຮັກ ເປັນສຸກເອີຍ…

ວິດີໂອໂນຕບັນເລງເພງ “ງາມພຽງເງິນ”

ເພງ “ໃໝ່ແລ້ວປີ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1995)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ໃໝ່ແລ້ວປີ”

• ໃໝ່ແລ້ວປີ ປີໃໝ່ແລ້ວ
ຫຼາຍມື້ ມາເປັນເດືອນ
ຫຼາຍເດືອນເປັນປີ ໃຫ້ສຸຂີໂຊກດີ

1) ສະບາຍດີ ນ້ອງພີ່ປີໃໝ່
ຂໍໃຫ້ມີໂຊກຊັຍ ຫຼາຍກວ່າທຸກໆປີ
ອັນໂຣຄາ ຫຼືເຈັບໄຂ້
ເປັນໜ້ອຍເປັນຫຼາຍ ກໍໃຫ້ຫາຍໜີ
ເງິນຄຳທີ່ຫາໄດ້ ແບ່ງກິນແບ່ງໃຊ້ແບ່ງຊຳຣະໜີ້
ຕັ້ງໜ້າທຳມາຫາກິນ ຕັ້ງໜ້າທຳມາຫາກິນ
ຢ່າອິດສາຫາໝິ່ນ ຊຶ່ງກັນແລະກັນ…

2) ອາຍຸວັນນະ ວັທນັງ
ສຸຂັງພະລັງ ຮັ່ງມີຍຶນໝັ້ນ
ທຸກໂສກທັງໂຣກພັຍ ໜີໄປໄກໆຫ່າງໄກຕົວທ່ານ
ຜິດພັ້ງບໍ່ຕັ້ງໃຈ ໂປຣດຈົ່ງອະພັຍໃຫ້ກັນແລະກັນ
ລາບຍົດສັນລະເສີນ ສູງສົ່ງກ້າວເດີນຈະເຣີນຕາມຂັ້ນ
ປີໃໝ່ສົດໃສຊື່ນບານ ປີໃໝ່ສົດໃສຊື່ນບານ
ຂໍໃຫ້ທຸກໆທ່ານ ສຸກສັນຕລອດປີ…

ໂນຕເພງ “ໃໝ່ແລ້ວປີ”
ວິດີໂອໂນຕບັນເລງເພງ “ໃໝ່ແລ້ວປີ”

ເພງ “ກ່ອນບຳນານ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (2013)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ກ່ອນບຳນານ”

1) ຈະຮ້ອງໃຫ້ຟັງເປັນຄັ້ງສຸດທ້າຍ ກ່ອນໄປບຳນານ
ອອກຈາກວົງການ ບັນເທີງຊະກ່ອນ
ສ້າງສັນມາຫຼາຍສິບປີ ສຸດທີ່ເມື່ອຍອ່ອນ
ຈົນຊີວິດຂ້ອນ ຄວນປົດກະສຽນ

2) ຮັບໃຊ້ມາດົນຈົນຜົມຫຼົ່ນໜີ ມາກມີຜົນງານ
ກ່ອມໂລກມານານ ສັງຂານມັນປ່ຽນ
ສຸ້ມສຽງບໍ່ດີດັ່ງເດີມ ຮອດເທີມກະສຽນ
ມອບເວນເປັນຜຽນ ຂອງຮຸ່ນຕໍ່ໄປ

• ຈົ່ງດຳເນີນການ ທຸກອັນສານຕໍ່ທີ່ພໍ່ສ້າງມາ
ໃຫ້ດັງກ້ອງຟ້າ ປະຊາເຫຼື້ອມໃສ
ໃຫ້ຄົນຊາດອື່ນໄດ້ເຫັນ ວ່າລາວເຄີຍເປັນຊາດສິວິໄລ
ສິລປະກຽງໄກ ແຕ່ໃດມາ

3) ລາແລ້ວເວທີລາສີລາແສງ ອີກສຽງດັງໆ
ລາເໝິດກະທັ້ງ ມິດເພງທົ່ວໜ້າ
ນັບຕັ້ງແຕ່ນີ້ຕໍ່ໄປ ຢ່າໄດ້ເອີ້ນຫາ
ຢ່າເຊີນໃຫ້ມາ ຮ້ອງເພງອີກເລີຍ…

ໂນຕເພງ “ກ່ອນບຳນານ”
ວິດີໂອໂນຕບັນເລງເພງ “ກ່ອນບຳນານ”

ເພງ “ພັທນາກອນ” – v2

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1993)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ພັທນາກອນ” – v2

1) ຂ້ອຍຢາກມີເງິນ ຢູ່ເຕັມຈັກໝື່ນທະນາຄານ
ຈະພັທນາການ ຊ່ອຍຣັຖບານບ້ານເມືອງເຮືອງຮຸ່ງ
ຖນົນຫົນທາງ ລາດຢາງແຖວນອກດັ່ງກັບໃນກຸງ
ໂຮງໝໍໂຮງຮຽນ ນໍ້າໄຟໄຫຼຮຸ່ງ
ກວ່າກຸງ New-York ແລະ London

2) ຂ້ອຍຢາກເປັນຄົນ ເລີດໃນເວດມົນຄາຖາ
ຈະຄຸ້ມໂລກາ ພູຜາປ່າໄມ້ຂຽວງາມເໝືອນກ່ອນ
ດຽວນີ້ Ozone ຂອງໂລກຕົກຕໍ່າມັນເດືອດມັນຮ້ອນ
ຫ້ວຍໜອງຄອງທາມ ນໍ້າໄນໄຫຼຂ້ອນ
ສັດສາປ່າດອນ ໃກ້ຈະສູນພັນ

• ຣະວັງ ຣະວັງ ພໍ່ຄ້າໜ້າເລືອດທັງຫຼາຍ
ຢ່າຫວັງແຕ່ຜົນກຳໄຣ ງົກເອົາແຕ່ໄດ້ເທົ່ານັ້ນ
ຢ່າຕັດຢ່າງດຽວ ສີຂຽວຈະດັບສູນພັນ
ຕ້ອງປູກຕ້ອງຝັງ ທົດແທນພືດພັນ
ໃຫ້ມັນຂຽວງາມ ດັ່ງຫຼັງ

3) ນໍ້າກໍຈະໄຫຼ ປ່າໄມ້ຈະເຕັມແຜ່ນດິນ
ທຳມາຫາກິນ ສະບາຍຫາຍຮ້ອນທຸກຢ່າງ
ອະນຸຮັກປ່າດົງ ໃຫ້ຄົງມີຢູ່ດັ່ງເກົ່າດັ່ງຫຼັງ
ສັດປ່າສັດນໍ້າ ງອກງາມສະພັ່ງ
ຍູທ່າງສ້າງສັນ ສວັນແນ່ນອນ…

ໂນຕເພງ “ພັທນາກອນ” - v2
ວິດີໂອໂນຕບັນເລງເພງ “ພັທນາກອນ” – v2

ເພງ “ລືມເສັຽເຖີດຄວາມຫຼັງ”

ເນື້ອຮ້ອງ & ທຳນອງ : ວິລລ້ຽມ ດິດທະວົງສ໌ (~1970)
ນັກຮ້ອງຕົ້ນສະບັບ : ແສນສັກດາ ປ້ອງພິມຄຳ

ວິດີໂອດົນຕຣີບັນເລງເພງ “ລືມເສັຽເຖີດຄວາມຫຼັງ”

1) ລືມເສັຽເຖີດ ຄວາມຫຼັງ
ຄັ້ງເຮົາສອງ ຍັງຄອງຮັກຊື່ນ
ຢ່າເກັບມາຝັນ ໃຫ້ມັນຂົມຂື່ນ
ໃຫ້ມັນສະອື້ນ ເຈັບປວດລົງໄປໃນໃຈ

2) ລືມເສັຽເຖີດ ຄວາມຫຼັງ
ເພາະແມ່ນຫຍັງ ຮັກຈຶ່ງຮ້າງໄກ
ຜູ່ໃຫຍ່ຂອງນ້ອງ ບໍ່ປອງຕົວອ້າຍ
ເພາະອ້າຍມັນໄຮ້ ຊັບສິນກວ່າຄົນອື່ນເຂົາ

• ທັ້ງໆທີ່ສອງເຮົາ ນັ້ນຮັກກັນ
ຖືກຕັດສະບັ້ນ ຮັກນັ້ນເໝືອນຖືກໄຟເຜົາ
ໂອ້ສຸດທີ່ຮັກ ອ້າຍແສນຈະເສັຽດາຍເຈົ້າ
ຈຳຕ້ອງທົນເອົາ ຍອມເສົ້າເພາະອ້າຍມັນຈົນ

3) ລືມເສັຽເຖີດ ຄວາມຫຼັງ
ອົກແທບພັງ ກໍຕ້ອງຈຳທົນ
ເພື່ອຕົວຂອງນ້ອງ ໄດ້ຄອງສຸກລົ້ນ
ຈົ່ງໄປກັບຄົນ ທີ່ພໍ່ແມ່ນ້ອງເຫັນດີ…

ໂນຕເພງ “ລືມເສັຽເຖີດຄວາມຫຼັງ”
ວິດີໂອໂນຕບັນເລງເພງ “ລືມເສັຽເຖີດຄວາມຫຼັງ”

ເພງ “ພໍກັນທີ”

ເນື້ອຮ້ອງ & ທຳນອງ : ຄຳຕຸ່ນ ວົງສະນິດ (1972)
ນັກຮ້ອງຕົ້ນສະບັບ : ຄຳຕຸ່ນ ວົງສະນິດ

ວິດີໂອດົນຕຣີບັນເລງເພງ “ພໍກັນທີ”

(ສອຍ)
ພໍກັນທີ ຕໍ່ແຕ່ນີ້ລະບໍ່ຕ້ອງພົບກັນ
ນ້ອງກໍຈົ່ງໄປພໍນ້ອງ ອ້າຍກໍຈົ່ງໄປພໍອ້າຍ
ຫັນຫຼັງໃສ່ ຢ່າພົບໜ້າກັນ
ອ້າວ! ຫັນຫຼັງໃສ່ ຢ່າພົບໜ້າກັນ

1) ເຮົາຮັກກັນບໍ່ໄດ້ ຫົວໃຈເຮົາບໍ່ຄືກັນ
ນ້ອງເປັນຄົນຫຼາຍໃຈ ອ້າຍຕິຮັກດຽວໜຽວໝັ້ນ
ເຫດໃດເຮົາຈະໄດ້ກັນ ຊົ່ວຊີວັນກໍຄົງບໍ່ມີ…

(ສອຍ)

2) ເຮົາຮັກກັນບໍ່ໄດ້ ຮັກໄປກໍບໍ່ມີທາງ
ນ້ອງເປັນຄົນໃຈນ້ອຍ ໜ້ອຍດຽວກໍຫວັງເຫີນຫ່າງ
ໃຫ້ອ້າຍເອົາແຕ່ໃຈນາງ ບໍ່ມີທາງຮັກຈະໝັ້ນໜຽວ…

(ສອຍ)

3) ເຊົາຮັກກັນເຖີດນ້ອງ ບໍ່ຕ້ອງຮັກອີກຕໍ່ໄປ
ຮັກກັນໄປເຮັດຫຍັງ ແຍກທາງລະໄປຫາເອົາໃໝ່
ຮັກກັນມັນລຳບາກຍາກໃຈ ອຶຮຶ! ບໍ່ໄດ້ອ້າຍກະບໍ່ເອົາ…

ໂນຕເພງ “ພໍກັນທີ”
ວິດີໂອໂນຕບັນເລງເພງ “ພໍກັນທີ”

ເພງ “ບໍ່ຮັກຢ່າມາ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ແກ້ວມະນີຄອນ

ວິດີໂອດົນຕຣີບັນເລງເພງ “ບໍ່ຮັກຢ່າມາ”

1) ບໍ່ຮັກຢ່າມາ ໃຫ້ເຫັນ
ນ້ອງເປັນຜູ່ຍິງ ຜູ່ຍິງຊື່ໆ
ປາກອອກຄຳໃດ ຂໍໃຫ້ເປັນທີ່ນັບຖື
ຂໍໃຫ້ຈຳຈື່ ຢ່າເອົາແຕ່ດື້ຊູຊີ

2) ບໍ່ຮັກຢ່າມາ ໃຫ້ຫຼົງ
ອ້າຍຄົງເປັນຊາຍ ຫົວໃຈອາຣີ
ຢ່າຫຼອກຢ່າລວງ ຢ່າລວງຢ່າຕົວະນາຣີ
ຮັກກັນດີໆ ໂລກຈະແຈ່ມສີງາມເດັ່ນ

• ຂໍ… ຂໍນຳແທ້ໆ
ນ້ອງຂໍພຽງແຕ່ ຢ່າຜານຫົວໃຈກັນເຫຼັ້ນ
ຫຼົບລີ້ນປີ້ນຄວາມ ຂໍນຳຢ່າທຳໃຫ້ເຫັນ
ນ້ອງຂໍຫຼີກເວັ້ນ ບໍ່ຢາກຈ່ອງເວນຜູ່ຊາຍ

3) ບໍ່ຮັກບໍ່ຕ້ອງ ມາຫາ
ເສັຽເວລາອ້າຍມາ ຫວັງລວຍບໍ່ໄດ້
ຫາກອ້າຍມາດີ ຫວັງດີນ້ອງກໍພໍໃຈ
ນ້ອງຍອມມອບໃຫ້ ທັງໃຈແລະກາຍບໍ່ຫວງ…

ໂນຕເພງ “ບໍ່ຮັກຢ່າມາ”
ວິດີໂອໂນຕບັນເລງເພງ “ບໍ່ຮັກຢ່າມາ”