ເພງ “ນໍ້າຕານໍ້າໃຈ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1969)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ

ວິດີໂອດົນຕຣີບັນເລງເພງ “ນໍ້າຕານໍ້າໃຈ”

1) ຮັກກັນດ້ວຍໃຈ ຫຼືໃດໜໍຄົນ
ສັນຍາປີ້ປົ່ນ ເຫຼືອທົນແລ້ວເຈົ້າ
ເຂົາລືມເຮົາແລ້ວຫຼືນີ້ ມີໃໝ່ໄດ້ດີລືມເກົ່າ
ເຂົາຫວັງລວງເຮົາ ຫຼືໃດ

2) ຊໍ້າໃຈເຫຼືອທົນ ໜໍຄົນເຂົາເມີນ
ເຂົາເພີດເຂົາເພີນ ຖິ້ມເຮົາໝອງໄໝ້
ເຂົາລືມເຮົາແລ້ວລືມສິ້ນ ໂຜບິນຫ່າງເຫີນເມີນໄກ
ໂທ້ເອີຍໃຈຊາຍ ແສນຊົ່ວ

• ມີນຶ່ງຢາກໄດ້ສອງ ເປັນຮອງອີກຮອດສາມ
ໂທ້ຊາຍໃຈຊາມ ລວນລາມໄປທົ່ວ
ເຫັນຍິງເປັນຂອງຫຼິ້ນ ຫຼອກກິນໃຫ້ໝອງມົວ
ສິ້ນເນື້ອໝົດຕົວ ແລ້ວຄວງຫາໃໝ່

3) ຮັກກັນດ້ວຍໃຈ ຫຼືໃດໜໍຄົນ
ສັນຍາປີ້ປົ່ນ ເຫຼືອທົນແລ້ວນີ້
ຂໍພຽງເທົ່ານີ້ລາກ່ອນ ຂໍໄຫວ້ຂໍວອນເທບໄທ້
ຂໍຈຳຈົນຕາຍ ແລ້ວເອີຍ…

ໂນຕເພງ “ນໍ້າຕານໍ້າໃຈ”
ວິດີໂອໂນຕບັນເລງເພງ “ນໍ້າຕານໍ້າໃຈ”

ເພງ “ຄົນຮັກຄົນສຸດທ້າຍ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1985)
ນັກຮ້ອງຕົ້ນສະບັບ : ແສນສັກດາ (1989)

ວິດີໂອດົນຕຣີບັນເລງເພງ “ຄົນຮັກຄົນສຸດທ້າຍ”

1) ຂໍຮັກນາງ ເປັນຄົນສຸດທ້າຍ
ຂໍມອບໃຈ ໃຫ້ນ້ອງຄົນດຽວ
ຍິງອື່ນບໍ່ໝາຍ ບໍ່ປອງຂ້ອງກ່ຽວ
ຮັກພຽງແຕ່ນ້ອງຜູ່ດຽວ ຜູ່ດຽວເທົ່ານີ້

2) ຂໍຮັກນາງ ດັ່ງຕາທັງສອງ
ຂໍຄຽງຄອງ ຕາບສິ້ນຊີວີ
ຈະພຽນສ້າງຕົວ ເພື່ອນ້ອງຄົນດີ
ເພື່ອຄວາມສຸກສອງເຮົານີ້ ອ້າຍຍອມສູ້ຊົນ

• ພຽງນ້ອງກໍຮັກ ຊື່ສັດຕໍ່ອ້າຍ
ລຳບາກຍາກແຄ້ນພຽງໃດ ດວງໃຈນ້ອງບໍ່ປ່ຽນວົນ
ອ້າຍຄົງຈະສຸກໃຈລໍ້າ ອາບເຫື່ອຕາງນໍ້າກໍຈະທົນ
ດິ້ນຮົນສ້າງສາ ຖານະໃຫ້ດີ

3) ວອນນ້ອງເປັນ ແຮງໃຈແກ່ອ້າຍ
ຈົນຊີບວາຍ ຢ່າຄິດໜ່າຍໜີ
ຊ່ວຍກັນສ້າງສວັນ ວິມານສິມພລີ
ບັ້ນປາຍແຫ່ງຊີວິດນີ້ ອ້າຍມີພຽງນ້ອງ…

ໂນຕເພງ “ຄົນຮັກຄົນສຸດທ້າຍ”
ວິດີໂອໂນຕບັນເລງເພງ “ຄົນຮັກຄົນສຸດທ້າຍ”

ເພງ “ວອນຮັກກ່ອນສິ້ນສຶກສາ”

ເນື້ອຮ້ອງ & ທຳນອງ : ພູວາ ວໍຣະເທດ (∼1970)
ນັກຮ້ອງຕົ້ນສະບັບ : ສີເມືອງ ສຸວັນລາສີ

ວິດີໂອດົນຕຣີບັນເລງເພງ “ວອນຮັກກ່ອນສິ້ນສຶກສາ”

1) ຈົ່ງໃຫ້ເວລາ ອ້າຍນີ້ສ້າງຕົວເສັຽກ່ອນ
ແລ້ວນ້ອງຈະຖອນ ກາຍໃຈໜີໄປເປັນອື່ນ
ລືມຮັກທີ່ດີ ອ້າຍນີ້ຈະບໍ່ຂັດຂືນ
ໂປຣດນ້ອງຈົ່ງຝືນ ຄືນດີເໝືອນເກົ່າ

2) ຈົ່ງໃຫ້ເວລາ ອ້າຍນີ້ສຶກສາຈົນຈົບ
ກ່ອນຈະໄດ້ພົບ ກັບຄວາມຣະທົມໝອງເສົ້າ
ຢ່າຕັດຫົນທາງ ວອນນາງນ້ອງຈົ່ງທົນເອົາ
ກ່ອນຮັກສອງເຮົາ ຈະສູນສິ້ນເຍື່ອແລະໃຍ

• ລືມສິ່ງໃດ ອ້າຍກໍລືມໄດ້
ແຕ່ຈະຫ້າມໃຈ ລືມນ້ອງອ້າຍລືມບໍ່ໄດ້
ອ້າຍຮູ້ຢູ່ດີ ວ່ານາງນັ້ນບໍ່ອາລັຍ
ແຕ່ວ່າຈິດໃຈ ອ້າຍນັ້ນຍັງຄຽງຢູ່ໃກ້

3) ຈົ່ງໃຫ້ເວລາ ອ້າຍພັທນາຕົວກ່ອນ
ແມ່ນນ້ອງຈະຈອນ ຈາກຊາຍນີ້ໄປແສນໄກ
ຈະຂໍຮັບກັມ ເມື່ອນາງນ້ອງບໍ່ອາລັຍ
ຈະຊໍ້າພຽງໃດ ຈົ່ງໄປເມື່ອສິ້ນສຶກສາ…

ໂນຕເພງ “ວອນຮັກກ່ອນສິ້ນສຶກສາ”
ວິດີໂອໂນຕບັນເລງເພງ “ວອນຮັກກ່ອນສິ້ນສຶກສາ”

ເພງ “ຊີວິດຄົນ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1962)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ຊີວິດຄົນ”

1) ສາຍ ນະທີໄຫຼຫຼັ່ງ
ໄຫຼ ເຊາະຝັ່ງເລື້ອຍໄປ
ອີກນາທີທີ່ຜ່ານ ບໍ່ເຄີຍກັບຫັນສັນໃດ
ຊີວິດຄົນກໍຄ້າຍ ຜ່ານໄປດັ່ງສາຍທາຣາ

2) ອັນເກີດແກ່ ເຈັບຕາຍນັ້ນທ່ຽງແທ້
ມີຫຼືຈົນ ແລ້ວແຕ່ວາສນາ
ຊົ່ວຫຼືດີ ມີຕິດຕົວທຸກຄົນມາ
ພຣົມລິຂິດ ຂີດເສັ້ນຊາຕາໃຫ້ທຸກຄົນ

• ບາງຄົນເກີດມາ ຕັ້ງໜ້າທຳກິນດ້ວຍສຸຈຣິດ
ບາງຄົນກໍຄິດ ຜິດສິລທັມສ້າງຄວາມໝອງໝົ່ນ
ບາງຄົນກໍຫວັງ ສ້າງແຕ່ຄວາມດີມີໃຈກຸສົນ
ຮັກສາສນາ ຮັກຊາຕຕົນຮັກຄົນທັງເມືອງ

3) ຂໍວອນໄຫວ້ ຕໍ່ຍິງຊາຍຈົ່ງໄດ້ຄິດ
ຈົ່ງສ້າງຊີວິດ ຂອງຕົນໃຫ້ຮຸ່ງເຮືອງ
ກ່ອນຈະຕາຍ ຈົ່ງສ້າງຄວາມດີເປັນສຣີແກ່ເມືອງ
ໃຫ້ຄົນລືຊາ ກຽຕກ້ອງກະເດື່ອງທົ່ວໂລກາ…

ໂນຕເພງ “ຊີວິດຄົນ”
ວິດີໂອໂນຕບັນເລງເພງ “ຊີວິດຄົນ”

ເພງ “ໃຈມີບໍ່?”

ເນື້ອຮ້ອງ & ທຳນອງ : ວິລລ້ຽມ ດິດທະວົງສ໌ (≲1970)
ນັກຮ້ອງຕົ້ນສະບັບ : ວິລລ້ຽມ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ໃຈມີບໍ່”

1) ໃຈຂອງນ້ອງ ນັ້ນມີບໍ່
ຫຼືຝາກເອົາໄວ້ ກັບໃຜ
ເບິ່ງແລ້ວ ກໍຄ້າຍກັບຄົນ
ທີ່ບໍ່ມີ ຫົວໃຈ

2. ຫົວໃຈຂອງນ້ອງ ມັນຄົງແຫ້ງ
ມັນແລ້ງເພາະຊາຍ ຄົນໃດ
ຈຶ່ງທຳ ໃຫ້ນ້ອງຕ້ອງກັບກາຍ
ເປັນຍິງ ຊໍ້າຊວງ

• ນ້ອງອາດຈະ ເປັນຍິງຫຼາຍໃຈ
ຜູ່ຊາຍຫຼາຍຄົນ ຄົງຖືກລວງ
ເຂົາຈຶ່ງກັບມາ ທັກທວງ
ເອົາຫົວໃຈຂອງນ້ອງ ນັ້ນໄປເຜົາ


3) ຫົວໃຈຂອງນ້ອງ ຍັງມີບໍ່
ຖ້າມີກໍຄົງ ຈະເນົ່າ
ຜູ່ຊາຍຫຼາຍຄົນ ຕ້ອງເສົ້າ
ເພາະໃຈຂອງເຈົ້າ ມັນຫຼອກລວງ…

ໂນຕເພງ “ໃຈມີບໍ່?”
ວິດີໂອໂນຕບັນເລງເພງ “ໃຈມີບໍ່”

ເພງ “ຢາດນໍ້າຝົນຢົດນໍ້າຕາ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (≲1970)
ນັກຮ້ອງຕົ້ນສະບັບ : ນິຕ ວິຈິຕຕະວົງ

ວິດີໂອດົນຕຣີບັນເລງເພງ “ຢາດນໍ້າຝົນຢົດນໍ້າຕາ”

1) ເຫັນຢາດນໍ້າຝົນ ຫຼົ່ນຈາກຊາຍຄາ
ເໝືອນຢົດນໍ້າຕາ ຍາມຟ້າສະອື້ນ
ຟ້າຄົງຈະປວດ ດວງໃຈສຸດຝືນ
ຟ້າຈຶ່ງສະອື້ນ ໝອງໝົ່ນຈົນຊໍ້າຊວງໃນ

2) ຟ້າໂກດເຄືອງໃຜ ຈຶ່ງແອບຣະທົມ
ຫຼືວ່າຟ້າຕຣົມ ເປັນແຜຫົວໃຈ
ຫຼືມີຄວາມຜິດ ອາຣົມຫວັ່ນໄຫວ
ຫຼືຄົນຮັກໜ່າຍ ຟ້າຈຶ່ງໄດ້ຫຼັ່ງນໍ້າຕາ

• ດິນຢາກຊັບ ຢາກເຊັດນໍ້າຕາຟ້າຫຼັ່ງ
ແຕ່ເກງຟ້າຊັງ ວ່າດິນຕໍ່າກວ່າຟ້າ
ດິນຍັງຫວັງ ຕັ້ງໃຈເອົາໄວ້ວ່າ
ແມ່ນຟ້າສິ້ນຄົນປຣາຖນາ ຈົ່ງໂນ້ມລົງມາດິນຈະປຣະຄອງ

3) ຟ້າຢ່າໂສກສັນ ຢ່າຫວັ່ນເກງກົວ
ດິນຈະສ້າງຕົວ ເປັນພູເຂົາທອງ
ຟ້າຄົງຈະສຸກ ຍາມເຮົາຄຽງສອງ
ຟ້າຄົງໃສສ່ອງ ສິ້ນຄວາມໝອງໝົ່ນຣຶທັຍ…

ໂນຕເພງ “ຢາດນໍ້າຝົນຢົດນໍ້າຕາ”
ວິດີໂອໂນຕບັນເລງເພງ “ຢາດນໍ້າຝົນຢົດນໍ້າຕາ”

ເພງ “ຫຼວງພຣະບາງ”

ເນື້ອຮ້ອງ & ທຳນອງ : ບຸນຄົງ ປຣະດີຈິຕ (1955)
ນັກຮ້ອງຕົ້ນສະບັບ : ບຸນຄົງ ປຣະດີຈິຕ

ວິດີໂອດົນຕຣີບັນເລງເພງ “ຫຼວງພຣະບາງ”

1) ໂອ້ຫຼວງພຣະບາງ ແດນສຳຣານຊົ່ວນິຣັນ
ປະຊາກອນທົ່ວໜ້າກັນ ສັມພັນດີໄມຕຣີຈິດ
ປະດິດສະຖານ ໂບຮານມີມາກຫຼາຍ…

2) ບ້ານເມືອງລຽນຮຽງລາຍ ລ້ອມພູສີເປັນມິ່ງຂວັນ
ຍາມສາຍັນຊາຍຫາດຄົງຄາ ດູຣະຍັບງາມຕາ
ຝູງຊາຍຍິງຊື່ນໜັກໜາ ສຸດຈະແສນພັນຣະນາ…

• ຕາລູແລ ຕາລູແລ ແລນແຕ
ຕາລູແລ ຕາລູແລ ແລນແຕ
ຕາລູແລ ຕາລູແລ ແລນແຕ…

3) ງາມແທ້ ຊາຍຍິງຄູ່ກັນ
ຟ້ອນລຳແລ້ວ ຍິ່ງສວຍງາມ
ເມືອງຫຼວງ ແດນງາມເຊັ່ນນີ້
ຈະເຮືອງສີ ໄດ້ຍິ່ງຍືນນານ
ຈະເຮືອງສີ ໄດ້ຍິ່ງຍືນນານ…

ໂນຕເພງ “ຫຼວງພຣະບາງ”
ວິດີໂອໂນຕບັນເລງເພງ “ຫຼວງພຣະບາງ”

ເພງ “ເພາະຄວາມຈົນ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (~1970)
ນັກຮ້ອງຕົ້ນສະບັບ : ແສນສັກດາ ປ້ອງພິມຄຳ

ວິດີໂອດົນຕຣີບັນເລງເພງ “ເພາະຄວາມຈົນ”

1) ຈົນໆຢ່າງຂ້າ ຄົງເອື້ອມບໍ່ເຖິງ
ເພາະຂາດທີ່ເພິ່ງ ທີ່ພາອາສັຍ
ເກີດມາເປັນຄົນ ກໍຈົນເຫຼືອສຸດວິສັຍ
ຄິດມາມັນໜ້ານ້ອຍໃຈ ຢາກຕາຍຈາກໂລກເສັຽທີ

2) ຈົນໆຢ່າງຂ້າ ຄົງໄດ້ແຕ່ຝັນ
ເພາະຕົວຂ້ານັ້ນ ຕໍ່າຕ້ອຍສັກສີ
ເກີດມາເປັນຄົນ ກໍຈົນໝອງໝົ່ນຊີວີ
ຄິດມາຢາກຕາຍເຫຼືອດີ ຊາດນີ້ແສນທໍຣະມານ

• ອິນພົມ ຊ່າງບໍ່ເມຕຕາ
ປ່ອຍໃຫ້ຂ້າ ໄດ້ຮັບແຕ່ຄວາມໂສກສັນ
ເກີດມາມີກັມ ຊອກຊໍ້າຊົ່ວນິດນິຣັນ
ບໍ່ເຄີຍສຸກສັນ ທຸກວັນມີແຕ່ເສົ້າໃຈ

3) ຈົນໆຢ່າງຂ້າ ຄົງໄດ້ແຕ່ມອງ
ໄດ້ແຕ່ແລຈ້ອງ ແຫງນມອງດຽວດາຍ
ຊອກຊໍ້າຣຶດີ ຊີວີກໍໝົດຄວາມໝາຍ
ຄິດມາຂ້າຢາກຈະຕາຍ ຢູ່ໄປກໍໜັກໂລກາ…

ໂນຕເພງ “ເພາະຄວາມຈົນ”
ວິດີໂອໂນຕບັນເລງເພງ “ເພາະຄວາມຈົນ”

ເພງ “ຄືນແຫ່ງຄວາມຫຼັງ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1967)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ຄືນແຫ່ງຄວາມຫຼັງ”

1) ນຶ່ງຣາຕຣີ ມີຈັນສາຍ
ແສງກະຈາຍ ທົ່ວເມຄາ
ເບິ່ງເບື້ອງບົນ ຟາກຟ້າດາຣາ
ເລື່ອນລອຍມາ ປົນກັບເດືອນ

2) ກ່ອນຍັງເຄີຍ ມີຈອມຂວັນ
ແນບເນື້ອນວນ ນັ່ງເປັນເພື່ອນ
ສຸກອັນໃດ ຈະມາປຽບເໝືອນ
ພາບຍັງເຕືອນ ຍັງຝັງໃຈ

• ຕລອດຄືນນັ້ນ ບໍ່ອາດລືມໄດ້
ເພີ້ຢູ່ ບໍ່ຫາຍ
ຈະຈົດຈະຈຳໄວ້ ຈະອົດຖນອມໄວ້
ມິໃຫ້ ອັບເສົາ

3) ຄໍ່າຄືນນີ້ ບໍ່ມີນ້ອງ
ຟ້າຈຶ່ງໝອງ ຣາສີເສົ້າ
ຂາດດວງເດືອນ ສິ່ງດຽວປ່ຽວເຫງົາ
ເໝືອນສອງເຮົາ ບໍ່ພົບກັນ…

ໂນຕເພງ “ຄືນແຫ່ງຄວາມຫຼັງ”
ວິດີໂອໂນຕບັນເລງເພງ “ຄືນແຫ່ງຄວາມຫຼັງ”

ເພງ “ຫວງຍິ້ມ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (∼1970)
ນັກຮ້ອງຕົ້ນສະບັບ : ກອບແກ້ວ ປ່ຽມມະໄລ

ວິດີໂອດົນຕຣີບັນເລງເພງ “ຫວງຍິ້ມ”

1) ບໍ່ຢາກໃຫ້ ນ້ອງຍິ້ມ
ບໍ່ຢາກໃຫ້ຍິ້ມ ຍິ້ມຍິ້ມກັບໃຜ
ເພາະຮອຍຍິ້ມ ຂອງນ້ອງບາດໃຈ
ບາດໃຈ ຜູ່ຊາຍທີ່ໄດ້ພົບເຫັນ

2) ບໍ່ຢາກໃຫ້ ນ້ອງຫົວ
ບໍ່ຢາກໃຫ້ຫົວ ຖ້າບໍ່ຈຳເປັນ
ຢ້ານຄົນພົບ ຫົວໃຈຢຸດເຕັ້ນ
ຢ້ານເປັນ ນ້ອງເປັນອາຊຍາກອນ

• ຖນອມໄວ້ ໃຫ້ອ້າຍດີກວ່າ
ຢ່າຍິ້ມໄປທົ່ວ ຢ່າຫົວຜິດບ່ອນ
ຢູ່ໃສຂາດອ້າຍ ເຈົ້າຢ່າອອນຊອນ
ຢ້ານຄົນໃຈບອນ ຈະວອນວຽນຮັກໝັ້ນໝາຍ

3) ບໍ່ຢາກໃຫ້ ຍິ້ມນັ້ນ
ບໍ່ໃຫ້ຍິ້ມນັ້ນ ສັມພັນກັບໃຜ
ເພາະນ້ອງຍິ້ມ ຫວານຕາຫວາມໃຈ
ເກັບໄວ້ ຫວງໄວ້ໃຫ້ອ້າຍຜູ່ດຽວ…

ໂນຕເພງ “ຫວງຍິ້ມ”
ວິດີໂອໂນຕບັນເລງເພງ “ຫວງຍິ້ມ”