ເພງ “ພາກຮັກ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1969)
ນັກຮ້ອງຕົ້ນສະບັບ : ບຸນທົງ ວົງສາລີ

ວິດີໂອດົນຕຣີບັນເລງເພງ “ພາກຮັກ”

1) ອາລັຍອາວອນ ຕ້ອງນອນສະອື້ນໂສກສັນ
ຄົນເຄີຍຮັກກັນ ຕ້ອງມາໜີຮ້າງຫ່າງໄກ
ຝືນຢູ່ ອົດສູຣະທົມບໍ່ວາຍ
ທົນໝອງໄໝ້ ຫົວໃຈແທບພັງຂາດຮອນ
ດວງໃຈເອີຍຮູ້ຫຼືບໍ່ ຍັງເຝົ້າລໍເຝົ້າລໍບໍ່ຫຼັບນອນ…
ຮື… ຮື… ຮື… ຮື…
ປານນີ້ ເຈົ້າຢູ່ໃສ ຫຼັບໄຫຼ ຫຼືວ່າອາວອນ
ເຂົ້ານອນ ຫຼືຍັງນັ່ງຄອຍ
ຮື… ຮື… ຮື… ຮື…

2) ເຄີຍເຊີຍເຄີຍຊົມ ພິຣົມຊົມຊື່ນຊູກາຍ
ຍັງຈຳຝັງໃຈ ແມ່ນໄກມິໄດ້ເລືອນລອຍ
ຫວັງໄດ້ ກັບມາຫາຄົນທີ່ຄອຍ
ຄົນຮັກຂ້ອຍ ເຫງົາຫງອຍຫຼືວ່າຢ່າງໃດ
ດວງໃຈນີ້ໝັ້ນຄົງຢູ່ ຄອງຂວັນຄູ່ຍອດຊູ້ແສນຫ່ວງໃຍ…
ຮື… ຮື… ຮື… ຮື…
ຈຳພາກ ຈາກຈອມຂວັນ
ຈະຫວນ ຄືນມາຫາໃໝ່
ຢ່າໄດ້ ຫາໃຜມາຊ້ອນຊົມ…
ຮື… ຮື… ຮື… ຮື…

ໂນຕເພງ “ພາກຮັກ”
ວິດີໂອໂນຕບັນເລງເພງ “ພາກຮັກ”

ເພງ “ໂສກຮັກ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1960)
ນັກຮ້ອງຕົ້ນສະບັບ : ກອບແກ້ວ ປ່ຽມມະໄລ

ວິດີໂອດົນຕຣີບັນເລງເພງ “ໂສກຮັກ”

1) ຕັ້ງໃຈ ໄວ້ມານານເກືອບປີ
ເຖິງວັນງາມຍາມດີ ຈະມີຜູ່ໃຫຍ່ມາຂໍ
ບອກແລ້ວ ອ້າຍຍັງບໍ່ພຽງພໍ
ໃສນ້ອງວ່າຈະລໍ ຈະລໍຈະລໍແຕ່ອ້າຍ

2) ບັດນີ້ ນ້ອງມີຄູ່ເສັຽແລ້ວ
ເຫຼືອແຮງແພງປານແກ້ວ ແຕ່ແລ້ວນ້ອງມາປ່ຽນໃຈ
ກ່ອນນັ້ນນ້ອງສັນຍາກັບໃຜ ຈອມຂວັນບິດເບືອນອຽງອາຍ
ຢາກຕາຍໃນ ອ້ອມກອດນີ້

• ໃຈຂອງຍິງ ຂອງຍິງໜໍໃຈ
ຫຼອກຂ້າໃຫ້ອາຍ ໂຫດຮ້າຍຮ້າຍຍິ່ງກວ່າຜີ
ແມ່ນຕາຍແລ້ວເກີດ ເກີດແລ້ວຢ່າພົບອີກທີ
ພໍແລ້ວເທື່ອດຽວເທົ່ານີ້ ສຸຂີເຖີດນະຂວັນໃຈ

3) ສິ້ນແລ້ວ ຍອດຊີວາຂ້ານີ້
ເຂົາຕັດໃຍໄມຕຣີ ຄວາມດີທີ່ເຄີຍໃຫ້ໄວ້
ໂສກສັນເພີ້ລຳພັນຫ່ວງໃຍ ບຸນນ້ອຍນັ່ງຄອຍດຽວດາຍ
ຢາກຕາຍ ເຂົາລວງໃຫ້ໝອງ…

ໂນຕເພງ “ໂສກຮັກ”
ວິດີໂອໂນຕບັນເລງເພງ “ໂສກຮັກ”

ເພງ “ນວນນ້ອງວຽງສວັນ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ & ສົມໝາຍ ພັນທະວົງ (≲1970)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ນວນນ້ອງວຽງສວັນ”

1) ວຽງສວັນນັ້ນ ງາມແທ້ແນ່ເອີຍ
ສົມດັ່ງຄຳຊົມເຊີຍ ເຂົາເອີ່ຍກັນວ່າວຽງທອງ
ເມື່ອຍາມໃດ ເມກໄຫຼລອຍລະລ່ອງ
ເຫັນໜ້ານວນນ້ອງ ແລ້ວຕ້ອງຊວນໃຫ້ອາວອນ

2) ງາມຜ່ອງສີ ເໜືອນາຣີໃດໆ
ສ້າງຜົນບຸນປາງໃດ ເສີມສົ່ງໃຫ້ເຈົ້າງາມງອນ
ເດັ່ນພຽງໃດ ຫ້ອງຫົວໃຈນ້ອງຫວ່າງບ່ອນ
ເພາະຂາດຄູ່ຊ້ອນ ຍາມນອນຄົງເສົ້າໂສກສັນ

• ນວນນ້ອງ ວຽງສວັນຄົນດີ
ເຈົ້າເປັນເທພີ ຂວັນເມືອງແຫ່ງນີ້ມານານ
ເນື້ອນວນຂາວຜ່ອງ ສອງພວງແກ້ມເບັ່ງບານ
ງາມຍິ່ງໃດບໍ່ປານ ຍິ້ມຫວານຣະຣື່ນຊື່ນໃຈ

3) ເມືອງສວັນປັ້ນ ເຈົ້າໃຫ້ງາມເດັ່ນ
ແມ່ນຊາຍໃດໄດ້ເຫັນ ແລ້ວຢາກເປັນເພື່ອນດວງໃຈ
ວາສນາ ຈຶ່ງນ້ອມນຳມາຄຽງໃກ້
ສົມດັ່ງດວງໃຈ ໃຝ່ຝັນຮັກນາງແນ່ນອນ…

ໂນຕເພງ “ນວນນ້ອງວຽງສວັນ”
ວິດີໂອໂນຕບັນເລງເພງ “ນວນນ້ອງວຽງສວັນ”

ເພງ “ປາແດກກົ້ນໄຫ”

ເນື້ອຮ້ອງ & ທຳນອງ : ສຸຣິວັດ ຣັຕນະສວັນ & ສນິດ (1962)
ນັກຮ້ອງຕົ້ນສະບັບ : ສນິດ

ວິດີໂອດົນຕຣີບັນເລງເພງ “ປາແດກກົ້ນໄຫ”

1) ໂອ້ ປາແດກຕ່ອນກາງ ເຂົາກິນເຫຼືອແຕ່ຮ່າງ
ເຖິງມີພຽງກ້າງ ຄ້າງຄາ
ສິ້ນສູນທຸກຢ່າງ ເຫຼືອພຽງກ້າງທີ່ຂວາງອຸຣາ
ເຖິງເຈົ້າຈະສູນຣາຄາ ອ້າຍຍັງໃຝ່ຫານ້ອງນາງ

2) ໂອ້ ປາແດກກົ້ນໄຫ ເຂົາເບື່ອນ້ອງໄປໄດ້
ເຫັນໃຈອ້າຍເຖີດ ນ້ອງນາງ
ຢ່າມົວຝັນໃຝ່ ຫຼົງລືມໄດ້ຄົນເຂົາຫຼອກນາງ
ຮັກອ້າຍນີ້ບໍ່ຈືດຈາງ ຍັງລໍຄວາມຫວັງພຽງນາງຜູ່ດຽວ

• ເຖິງມີພຽງກ້າງ ອ້າຍຍັງແຫນຫວງ
ເຈົ້າເຄີຍຖືກຄົນເຂົາລວງ ອ້າຍຍັງເຝົ້າຫວງນວນນ້ອງ
ຮັກອ້າຍຍັງຢູ່ ຫວັງເປັນເນື້ອຄູ່ຢູ່ຄຽງຄອງ
ບໍ່ແມ່ນອ້າຍຢາກມາລອງ ອ້າຍຫວັງປອງນ້ອງນາງດັ່ງໝາຍ

3) ໂອ້ ປາແດກກົ້ນໄຫ ຝາລະໄງເຈົ້າເປີດ
ເຈົ້າຍັງປຣະເສີດ ເລີດວິໄລ
ຮັກອ້າຍຍັງຢູ່ ຫວັງເປັນເນື້ອຄູ່ຢູ່ສອງຄອງໃຈ
ຂໍຢູ່ເປັນຄູ່ແນບກາຍ ອ້າຍຍັງທົນໄຫວດ້ວຍໃຈຮັກໝັ້ນ…

ໂນຕເພງ “ປາແດກກົ້ນໄຫ”
ວິດີໂອໂນຕບັນເລງເພງ “ປາແດກກົ້ນໄຫ”

ເພງ “ນຶກວ່າເກັ່ງ”

ເນື້ອຮ້ອງ & ທຳນອງ : ຄຳໃບ ຄຳຊະນະ (~1970)
ນັກຮ້ອງຕົ້ນສະບັບ : ພົງສວັນ

ວິດີໂອດົນຕຣີບັນເລງເພງ “ນຶກວ່າເກັ່ງ”

1) ອອກລວດລາຍ ເໝືອນຜູ່ຊາຍອົກສາມສອກ
ນຶກວ່າເກັ່ງຊັ້ນດອກ ຈຶ່ງອອກເອົາຕົນໄປໂຊ
ໂຊແຂ່ງໂຊຂາ ໂຊໜ້າໂຊຕາຂອງໂຕ
ໂຊຄາງໂຊກາຍພາໂລ ໂຊວ່າໂຕນັ້ນງາມເດັ່ນ

2) ທຳທ່າທາງ ເໝືອນຍານາງເສດຖີໃຫຍ່
ຄວງກັບພວກຜູ່ຊາຍ ວາງລວດລາຍເປັນດາວເດັ່ນ
ແຕ້ມໜ້າແຕ້ມຕາ ແຕ້ມຄີ້ວແຕ້ມປາກໃຫ້ເຫັນ
ປາກຝຣັ່ງອັງກິດກໍເປັນ ອອກໄປເຕັ້ນຮ້ອງລຳລວດລາຍ

• ເອົາແທ້ໆ ນຶກວ່າແນ່ຈິງໆ
ເລີຍເປັນຄົນງາມແຄ່ຄີງ ກວ່າເປັນຍິງທີ່ຊິນລວດລາຍ
ເມື່ອກ່ອນນັ້ນນ້ອງຄວງ ນາຍພັນຄວງເສດຖີໃຫຍ່
ແຕ່ບັດນີ້ສິ້ນລາຍ ສຸດທ້າຍກໍຕ້ອງສິ້ນຫວັງ

3) ອອກລວດລາຍ ເໝືອນຜູ່ຊາຍອົກສາມສອກ
ບໍ່ຟັງຄຳອ້າຍບອກ ຈຶ່ງຖືກເຂົາຫຼອກຈົນພັງ
ເສັຽໜ້າເສັຽຕາ ເສັຽອົກອວບອັນແອວບາງ
ເສັຽກຽດສັກສີນ້ອງນາງ ຢ່າໄປຫວັງຈະເກັ່ງກວ່າຊາຍ…

ເພງ “ນຶກວ່າເກັ່ງ”
ວິດີໂອໂນຕບັນເລງເພງ “ນຶກວ່າເກັ່ງ”

ເພງ “ແມ່ເສືອເຈັດດາວ”

ເນື້ອຮ້ອງ & ທຳນອງ : ພົມມາ ສົມສຸທິ (1968)
ນັກຮ້ອງຕົ້ນສະບັບ : ນະຣຽມ & ຄຳແພງ ຈຸນລະມະນີ

ວິດີໂອດົນຕຣີບັນເລງເພງ “ແມ່ເສືອເຈັດດາວ”

1) ຢາກເຫັນຜູ່ຊາຍ ທີ່ຄົນວ່າຮ້າຍກວ່າສິງ
ທ່ຽວລໍ້ຜູ່ຍິງ ຫຼອກລີງລໍ້ໂລມຊົມເຫຼັ້ນ
ມີໆຢູ່ໃສ ຜູ່ຊາຍຊື່ລືເດັ່ນ
ສເນີໃຫ້ເຫັນ ມີບໍ່ລະ?

2) ມາຕິຜູ່ຊາຍ ຜູ່ໃດທີ່ຄິດຢາກລອງ
ຈະນ໊ອກໃຫ້ໝ໋ອງ ໝອບກອງພື້ນໄປຕໍ່ໜ້າ
ຄົງໆບໍ່ຫານ ສັ່ນປານພິດໄຂ້ປ່າ
ບໍ່ກ້າມາ ສູ້ແມ່ເສືອຈັກລາຍ

• ເຖິງ… ຈະເປັນຜູ່ຍິງ
ບອກຕາມຈິງ ວ່າບໍ່ເຄີຍໜີງ່າຍ
ຍົກໃຫ້ນຶ່ງ ຕໍ່ເຈັດຍັງໄຫວ
ຈະຊົກໃຫ້ ໝອບປານກະແຕ
(ເວົ້າ) “ລອງກະຍັງໄດ້ນະ”

3) ຜູ່ຍິງຈົ່ງຟັງ ຢ່າມົວໄປນັ່ງຫວາດກົວ
ທຸບຊ້າຍບາຍຂວາ ກໍກົວຍົກມືວອນໄຫວ້
(ຊາຍ) ຂໍໆຫຼາບແລ້ວ ຈະປະພຶດຕົວໃໝ່
ໂປຣດເຫັນໃຈ ນະແມ່ເສືອເຈັດດາວ…
(ເວົ້າ) “ໂອ້ຍ! ຫຼາບແລ້ວ”…

ໂນຕເພງ “ແມ່ເສືອເຈັດດາວ”
ວິດີໂອໂນຕບັນເລງເພງ “ແມ່ເສືອເຈັດດາວ”

ເພງ “ຮັກດ້ວຍຄວາມບໍຣິສຸດໃຈ”

ເນື້ອຮ້ອງ & ທຳນອງ : ມານັດ ລຳລະໄມ (~1970)
ນັກຮ້ອງຕົ້ນສະບັບ : ຄຳສອນ ພົມມະຈັນ

ວິດີໂອດົນຕຣີບັນເລງເພງ “ຮັກດ້ວຍຄວາມບໍຣິສຸດໃຈ”

1) ຮັກດ້ວຍຄວາມ ບໍຣິສຸດໃຈ
ຈະຫາໃຜ ມາທຽບປຽບເໝືອນຕົວເຮົາ
ທຸ່ມເທໃຫ້ ສິ່ງໃດເອົາໃຈຕໍ່ເຂົາ
ສົມຕົວເຮົາ ເມື່ອເຂົາສິ້ນຄວາມປຣານີ

2) ຮັກດ້ວຍໃຈ ໝາຍປຣາຖນາ
ບໍ່ເຄີຍຫາ ເຣື່ອງມາໃຫ້ໝອງຊີວີ
ຮັກຫໍ່ໄວ້ ເໝືອນດວງໃຈດ້ວຍດີ
ຖນອມຫວັງດີ ໂອບອ້ອມອາຣີສເມີມາ

• ໂອ້ສຸດທີ່ຮັກ ທີ່ຮັກເຈົ້າເອີຍ
ນ້ອງເສີຍເມີຍ ລະເລີຍບໍ່ເຄີຍຫ່ວງຫາ
ເຈົ້າຮັກໃຜໜໍ ໃຫ້ບອກມາ
ສິ້ນປຣາຖນາ ແລ້ວຫຼືຄົນດີ

3) ຮັກດ້ວຍຄວາມ ຊື່ຕຣົງໝັ້ນໝາຍ
ຊື່ເກີນໄປ ເພາະໃຈສົງສານປຣານີ
ຕົວອ້າຍນີ້ ຜິດຫວັງໂສກເສົ້າໂສກີ
ຈຳຕ້ອງພ່າຍໜີ ສູ່ນານປີຈົນກວ່າລືມເລືອນ…

ເພງ “ຮັກດ້ວຍຄວາມບໍຣິສຸດໃຈ”
ວິດີໂອໂນຕບັນເລງເພງ “ທີ່ຮັກອ້າຍຄິດເຖິງ”

ເພງ “ທີ່ຮັກອ້າຍຄິດເຖິງ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ແສນສັກດາ ປ້ອງພິມຄຳ

ວິດີໂອດົນຕຣີບັນເລງເພງ “ທີ່ຮັກອ້າຍຄິດເຖິງ”

1) ກ່ອນນີ້ ມີຄົນຮັກ
ສຸດຮັກ ໃສທຽມເທົ່າ
ອຸກໃຈ ອ້າຍຂາດເຈົ້າ
ສຸດເຫງົາ ເຝົ້າຫ່ວງໃຍ

2) ບໍ່ເຫັນ ອີກພຽງເງົາ
ສຸດເສົ້າ ເຫຼືອທົນໄດ້
ຂັດເຄືອງ ເຣື່ອງອັນໃດ
ເຫດໃດ ນ້ອງຈຶ່ງເມີນ

• ໂອ້… ສຸດທີ່ຮັກ
ສຸດຮັກ ເຈົ້າເຫຼືອເກີນ
ຢ່າແໜງ ແກ້ງທຳເມີນ
ຫ່າງເຫີນ ເມີນຄູ່ຊົມ

3) ທີ່ຮັກ ເຈົ້າຢູ່ໃສ
ສຸກໃຈ ຫຼືຕຣອມຕຣົມ
ອ້າຍຍັງ ຄອຍພິຣົມ
ຂື່ນຂົມ ຕຣົມບົ່ມໃນ…

4) ຄຶດເຖິງ ສຸດທີ່ຮັກ
ຄຶດເຖິງ ແທບຂາດໃຈ
ໄດ້ຍິນ ແລ້ວຫຼືໃດ
ກ່ອນຕາຍ ຂໍພົບນາງ…

ໂນຕເພງ “ທີ່ຮັກອ້າຍຄິດເຖິງ”
ວິດີໂອໂນຕບັນເລງເພງ “ທີ່ຮັກອ້າຍຄິດເຖິງ”

ເພງ “ຢ່າໃຈນ້ອຍ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ແສນສັກດາ ປ້ອງພິມຄຳ

ວິດີໂອດົນຕຣີບັນເລງເພງ “ຢ່າໃຈນ້ອຍ”

1) ຢ່າຫວັ່ນຢ່າໄຫວ ຢ່າໃຈນ້ອຍເລີຍນ້ອງ
ຢ່າໝົ່ນຢ່າໝອງ ຢ່ານອງນໍ້າຕາເລີຍເຈົ້າ
ບໍ່ມີສິ່ງໃດຈະມາ ພາກຮັກສອງເຮົາ
ຢ່າໂສກຢ່າເສົ້າ ຍາມອ້າຍຫ່າງນາງ

2) ບໍ່ຫຼອກບໍ່ລວງ ບໍ່ລືມເຈົ້າເລີຍນ້ອງ
ນຶ່ງບໍ່ມີສອງ ອ້າຍຂໍຮັບຮອງຢືນຢັ້ງ
ບໍ່ເຄີຍຈະຄິດ ແບ່ງໃຈດວງນີ້ຫຼາຍທາງ
ຕັ້ງໃຈມຸ່ງຫວັງ ພຽງນາງຜູ່ດຽວ

• ຄວາມຮັກຄວາມຫ່ວງ ຫຼວງຫຼາຍ
ຍິງອື່ນມາກມາຍ ບໍ່ຂໍຂ້ອງກ່ຽວ
ຈະຮັກຈະຫອມ ທອມນ້ອງຜູ່ດຽວ
ບໍ່ຢາກແລຫຼຽວ ໃຜມາເປັນມິດ

3) ສຸດອົກສຸດໃຈ ບໍ່ມີໃຜອີກແລ້ວ
ນ້ອງຄືນາງແກ້ວ ເປັນແວວມະນີໃນຈິດ
ຂາດນ້ອງເປັນຄູ່ ບໍ່ຢາກຢູ່ແລ້ວຊີວິດ
ໂປຣດຈົ່ງໄດ້ຄິດ ຄິດແລະເຫັນໃຈ…

ໂນຕເພງ “ຢ່າໃຈນ້ອຍ”
ວິດີໂອໂນຕບັນເລງເພງ “ຢ່າໃຈນ້ອຍ”

ເພງ “ຕໍ່ຮັກຕໍ່ຂານ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ແສນສັກດາ ປ້ອງພິມຄຳ

ວິດີໂອດົນຕຣີບັນເລງເພງ “ຕໍ່ຮັກຕໍ່ຂານ”

1) ແວ່ວສຽງ ເພງຮ້ອງມາ
ຕໍ່ຂານຕໍ່ວ່າ ຜູ່ຊາຍທຸກຄົນ
ວ່າເປັນ ຄົນລວງຫຼອກສາວປີ້ປົ່ນ
ຢາກຂ້າຜູ່ຊາຍທຸກຄົນ ທີ່ລວງຫຼອກຍິງ

2) ໄດ້ຍິນ ຍິງຮ້ອງມາ
ສິ້ນສາວເສັຽທ່າ ຍ້ອນຊາຍໃຈສິງ
ສາບແຊ່ງ ຜູ່ຊາຍກັບເພດເປັນລີງ
ຢ່າຢູ່ເປັນມານຜູ່ຍິງ ຂໍໃຫ້ເປັນລີງຕໍ່ໄປ

• ຢ່າຟ້າວໃຈນ້ອຍ ປ້ອຍດ່າຊາຍຫຼາຍຄົນງາມ
ຢ່າຟ້າວປະນາມ ຢຽບຍໍ່າທໍາເປັນນ້ອຍໃຈ
ຄຶດໃຫ້ດີກ່ອນ ເລືອກສ້ອນຊາຍມີຫຼາຍຊາຍ
ແກມຕົມແກມຫິນແກມໄມ້ ຍອດຊາຍແທ້ຈິງກໍມີ

3) ຜູ່ຍິງ ລວງເໝືອນກັນ
ຂ້າຂໍພະນັນ ຕໍ່ຂານສະຕຣີ
ແນ່ຈິງ ມາລອງມອບຮັກຂ້າທີ
ຈະກອດຍອດຂວັນຊີວີ ຊີບນີ້ມອບນາງແນ່ນອນ…

ໂນຕເພງ “ຕໍ່ຮັກຕໍ່ຂານ”
ວິດີໂອໂນຕບັນເລງເພງ “ຕໍ່ຮັກຕໍ່ຂານ”