ເພງ “ເພງຮັກເພງຄິດເຖິງ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ
ນັກຮ້ອງຕົ້ນສະບັບ : ແສນສັກດາ ປ້ອງພິມຄຳ

ວິດີໂອດົນຕຣີບັນເລງເພງ “ເພງຮັກເພງຄິດເຖິງ”
  1. ບໍ່ອາດລືມ ນ້ອງໄດ້
    ອ້າຍຈຶ່ງໄດ້ ສົ່ງເພງນີ້ມາ
    ດ້ວຍອ້າຍຫວງ ຫ່ວງເໝືອນແກ້ວຕາ
    ອ້າຍປຣາຖນາ ພຽງນ້ອງຜູ່ດຽວ

  2. ສຸດທີ່ຮັກ ອ້າຍເອີຍ
    ອ້າຍບໍ່ເຄີຍ ນອກໃຈໜ້ອຍດຽວ
    ຢ່າຄິດວ່າ ອ້າຍຈະຄົດລ້ຽວ
    ນວນນ້ອງຄົນດຽວ ທີ່ອ້າຍໝາຍໃຈ

  3. ເມື່ອນ້ອງ ໄດ້ຟັງ
    ເພງນີ້ດັງ ຢູ່ແຫ່ງຫົນໃດ
    ນ້ອງຢ່າ ສົງສັຍ
    ຄືສຽງອ້າຍ ຄວນຫານ້ອງນາງ

  4. ຄິດເຖິງນ້ອງ ວັນເພັງ
    ຈຶ່ງຮ້ອງເພງ ໃຫ້ນ້ອງໄດ້ຟັງ
    ລົມຈົ່ງຊ່ວຍ ພາສຽງເພງດັງ
    ໄປບອກກັບນາງ ວ່າຂ້າຣະທົມ…
ໂນຕເພງ “ເພງຮັກເພງຄິດເຖິງ”
ວິດີໂອໂນຕບັນເລງເພງ “ເພງຮັກເພງຄິດເຖິງ”

ເພງ “ຢ່າໃຫ້ຄວາມຮັກຂອງອ້າຍຕ້ອງທຸກຣະທົມ”

ເນື້ອຮ້ອງ & ທຳນອງ : ວິລລ້ຽມ ດິດທະວົງສ໌
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ

ວິດີໂອດົນຕຣີບັນເລງເພງ “ຢ່າໃຫ້ຄວາມຮັກຂອງອ້າຍຕ້ອງທຸກຣະທົມ”
  1. ບໍ່ເຄີຍໄດ້ຄຶດ ວ່າຈະນອກໃຈ
    ບໍ່ເຄີຍຮັກໃຜ ເກີນກວ່ານ້ອງນີ້
    ຮັກ ຮັກນ້ອງ ຍິ່ງກວ່າຊີວີ
    ບໍ່ເຄີຍໄດ້ທີ່ ຈະຄຶດນອກໃຈ

  2. ບໍ່ເຄີຍໄດ້ຄຶດ ວ່າຈະຫຼອກລວງ
    ຍິງອື່ນທັງປວງ ບໍ່ເຄີຍສົນໃຈ
    ຮັກ ຮັກນ້ອງ ຍິ່ງກວ່າສິ່ງໃດ
    ບໍ່ເຄີຍທຳໃຫ້ ນ້ອງເສົ້າອຸຣາ

  3. ຮັກນ້ອງ ຄົນດຽວເທົ່ານັ້ນ
    ບໍ່ເຄີຍນຶກຝັນ ວ່າຈະຫ່າງລາ
    ອ້າຍຂໍສາບານ ຂໍສາບານວ່າ
    ຮັກນ້ອງເທົ່າຟ້າ ທຸກລົມຫາຍໃຈ

  4. ຈະຂໍຮັກນ້ອງ ແຕ່ພຽງຜູ່ດຽວ
    ບໍ່ເຄີຍແລຫຼຽວ ຫາຍິງອື່ນໃດ
    ຂໍພຽງນ້ອງ ຈົ່ງຢ່າທຳລາຍ
    ໃຫ້ຄວາມຮັກອ້າຍ ຕ້ອງທຸກຣະທົມ…
ໂນຕເພງ “ຢ່າໃຫ້ຄວາມຮັກຂອງອ້າຍຕ້ອງທຸກຣະທົມ”
ວິດີໂອໂນຕບັນເລງເພງ “ຢ່າໃຫ້ຄວາມຮັກຂອງອ້າຍຕ້ອງທຸກຣະທົມ”

ເພງ “ເໝິດເດືອນ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ວົງເດືອນ ວົງພະຈັນ

ວິດີໂອດົນຕຣີບັນເລງເພງ “ເໝິດເດືອນ”
  1. ເໝິດເດືອນກະເໝິດເງິນ ອຸກໃຈເຫຼືອເກີນຫາເງິນກະບໍ່ມີ
    ເບີກເງິນມາຍາມໃດ ບໍ່ພໍກິນພໍໃຊ້ຫວຸ້ນວາຍເຈົ້າໜີ້
    ເຂົ້າຂອງແພງເກີນຕົວ ເຈັບໃຈເຈັບຫົວສວນຄົວກະບໍ່ມີ
    (ເວົ້າ) ໂອ້ຍ! ຈັ່ງແມ່ນມັນອຸກ ເຮືອນກະເຊົ່າເຂົ້າກະຊື້
    ມື້ພັກເລີຍບໍ່ມີສວນຄົວຊິເຮັດ…

  2. ເໝິດເດືອນກະເໝິດແຮງ ອົດເຂົ້າສວາຍເຂົ້າແລງຂອງມັນແພງອີ່ຫຼີ
    ຈະໄປໃສມາໃສ ຍ່າງເອົາຈົນເຫື່ອໄຫຼບໍ່ໄດ້ຂີ່ Taxi
    ງົດທ່ຽວງົດເຮຮາ ງົດເບີງົດບາຣ໌ງົດສຸຣານາຣີ
    (ເວົ້າ) ຄັກປານຫຍັງບາດນີ້ ຊິໄດ້ເຊົາຫຼາຍແນວຢູ່ດອກ
    ສົມນໍ້າໜ້າທັງເພິ່ນທັງໂຕ…

  3. ຜູ່ດີມີເງິນຟູມເຟືອຍເຫຼືອເກີນ ໃຊ້ເງິນບໍ່ປຣານີ
    ຕັ້ງວົງການພະນັນ ສາມຄືນສາມວັນຫຼິ້ນກັນປົ່ນປີ້
    ປະລູກເຕົ້າເຮືອນຊານ ປະລ້າປະການມັນສາມານບັດສີ
    (ເວົ້າ) ເອົາລົງໄປບາດນີ້ ໄຫໃຫຍ່ລົ້ນໄຫນ້ອຍບໍ່ເຕັມ
    ກັມເອີຍເວນເອີຍ…

  4. ພວກເຮົາຄົນຈົນ ຈຳຕ້ອງຍອມດິ້ນຮົນຝືນໃຈທົນຢູ່ຢ່າງນີ້
    ຢາກຖືກຫວຍຢາກລວຍເງິນ ຢາກຈະມີເງິນລ້ານຢາກຖືກ Loterie
    ເວົ້າຫຼາຍຢາກອາຍຄົນ ເໝິດໂຕເໝິດຕົນສອງກີບກະບໍ່ມີ
    (ເວົ້າ) ບ໋ະ! ບຸນບໍ່ຄໍ້ານໍ້າບໍ່ຊູອີ່ຫຼີບໍ ຫາຊິຕາຍຍັງບໍ່ກຸ້ມປາກ
    ຮື! ທັງເມື່ອຍທັງຫິວ…

  5. ຢາກຕາຍຊະໃຫ້ພົ້ນ ເກີດມາພົບຄວາມຈົນມັນເຫຼືອທົນອີ່ຫຼີ
    ຢູ່ໄປກໍອາຍເຂົາ ຫາແລງກິນເຊົ້າຍັງແບ່ງເອົາໃຊ້ໜີ້
    ເຂົ້າໜຽວໆເຢັນໆ ຈໍ້າປາແດກເໝັນໆກັບຕົ້ມເອັນແຊບອີ່ຫຼີ
    (ເວົ້າ) ບ໋ະ! ຫຼົບເຈົ້າໜີ້ຍັງບໍ່ພໍອົດມື້ກິນມື້ ປາແດກກະເຫຼືອຕ່ອນດຽວນຶ່ງ ເຮີ້…
    ຄັກບໍ່ບາດນີ້ ລົງລາຍໄດ້ກິນປາແດກກັບເອັນ ເຮິ… ເຮີ…
ໂນຕເພງ “ເໝິດເດືອນ”
ວິດີໂອໂນຕບັນເລງເພງ “ເໝິດເດືອນ”

ເພງ “ສິ້ນແລ້ວຮັກຂ້າ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ອານຸສັກ (ບຸນປອນ ສຸຣິນທອນ)

ວິດີໂອດົນຕຣີບັນເລງເພງ “ສິ້ນແລ້ວຮັກຂ້າ”
  1. ຂ້າເຄີຍຮັກ ກັບຍິງຄົນນຶ່ງ
    ຊຶ່ງນາງເປັນ ລູກທ່ານເສດຖີ
    ພໍ່ຂອງນາງ ຮັກສຸດຊີວີ
    ເພາະທ່ານມີ ທິດາຜູ່ດຽວ

  2. ຂ້ານີ້ຮັກ ນາງເໜືອທຸກຢ່າງ
    ນາງກໍຮັກ ຂ້ານີ້ເຊັ່ນດຽວ
    ຕ່າງເຝົ້າຮັກ ກັນຢ່າງກົມກຽວ
    ຮັກແໜ້ນໜຽວ ຊື່ຕຣົງຕໍ່ກັນ

  3. ແຕ່ຖານະ ຂ້າບໍ່ພຽງພໍ
    ພໍ່ຂອງນາງ ຈຶ່ງຄອຍກີດກັ້ນ
    ຄວາມຮັກ ທີ່ສ້າງມານັ້ນ
    ບໍ່ນຶກຝັນ ວ່າຈະຖືກທຳລາຍ

  4. ສິ້ນກັນເສັຽ ທີ່ຮັກຂອງຂ້າ
    ຖ້າຂືນຮັກ ກໍຄົງຊໍ້າໃນ
    ຈົ່ງຕັດຮັກ ແລະຕັດເຍື່ອໃຍ
    ຢ່າອາໄລ ໃນຕົວຂ້າເລີຍ…
ວິດີໂອໂນຕບັນເລງເພງ “ສິ້ນແລ້ວຮັກຂ້າ”

ເພງ “ຍິ້ມເຖີດນ້ອງຢ່າຮ້ອງໄຫ້”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (1973)
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ຍິ້ມເຖີດນ້ອງຢ່າຮ້ອງໄຫ້”
  1. ສຸຣິຍາ ຈາກຟ້າແຄ່ຄືນກໍກັບ
    ແຕ່ນະພາ ເມຄາມືດມົນຍັງຈາງຫາຍ
    ແລ້ວເຫດໃດ ນ້ອງຈະໄປເສົ້າໂສກຫົວໃຈ
    ມົວຫ່ວງໃຍ ໃບໜ້າຂື່ນຂົມ

  2. ຢຸດເຖີດໜາ ດອກຟ້ານ້ອງຢ່າຮ້ອງໄຫ້
    ຢ່າເສັຽໃຈ ເມື່ອຄົນຮັກມາຢຸດຊົມ
    ຕັ້ງຄວາມຫວັງ ແລ້ວຊີວັງນ້ອງຈະສຸກສົມ
    ສິ້ນຣະທົມ ໃບໜ້າແຈ່ມສີ

  3. ໂປຣດຈົ່ງຄິດ ເຖິງອ້າຍທີ່ໃຝ່ຮັກ
    ໝັ້ນສມັກ ຮັກນ້ອງຄົນດີ
    ເຖິງນ້ອງມາ ມີຊາຍໜ່າຍໜີ
    ອ້າຍຂໍມອບຊີວີ ແທນຊາຍໃຈແຂງ

  4. ຍິ້ມເຖີດໜາ ທ້ອງຟ້າກໍຈະສວ່າງ
    ສິ່ງທີ່ຫວັງ ໃນໃຈແນ່ນອນຄົງເຫັນແສງ
    ຂໍອຸທິດ ຂໍບັນເລງຮັກມາສຸດແຮງ
    ດາວສິ້ນແສງ ອ້າຍຈຶ່ງສິ້ນຮັກ…
ໂນຕເພງ “ຍິ້ມເຖີດນ້ອງຢ່າຮ້ອງໄຫ້”
ວິດີໂອໂນຕບັນເລງເພງ “ຍິ້ມເຖີດນ້ອງຢ່າຮ້ອງໄຫ້”

ເພງ “ຮັກກໍບອກບໍ່ຮັກກໍບອກ”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (1970)
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ຮັກກໍບອກບໍ່ຮັກກໍບອກ”
  1. ຢ່າ… ຢ່າຢອກອ້າຍເລີຍ
    ທຳຄວາມຄຸ້ນເຄີຍ ຄ້າຍດັ່ງຈະຮັກ
    ພໍອ້າຍສົນໃຈ ນ້ອງບອກບໍ່ຈັກ
    ຄວາມຮັກເອີຍ ຄວາມຮັກນາງ
    ຈິງຫຼື ພຽງຮັກຫຼິ້ນ

  2. ຢ່າ… ຢ່າບອກອ້າຍເລີຍ
    ວ່າໃຈນ້ອງຍັງ ຮັກອ້າຍສຸດດິ້ນ
    ຍັງຄອງຮັກດຽວ ນັ້ນຢູ່ບໍ່ສິ້ນ
    ໂອ້ຟ້າດິນ ເມື່ອສອງວັນ
    ໃຜຍ່າງຄຽງ ນ້ອງໄປ

  3. ຮັກກໍບອກ ບໍ່ຮັກກໍບອກໃຫ້ຮູ້
    ຢ່າມາຫາຂູ່ ໃຫ້ໃຈອ້າຍຫຼົງລະອາຍ

  4. ຢ່າ… ຢ່າຫຼອກອ້າຍເລີຍ
    ເຖິງອ້າຍເປັນຊາຍ ໃຈງ່າຍກວ່າໃຜ
    ຍັງຄອງຮັກດຽວ ໄດ້ຢ່າງສົດໃສ
    ພໍແລ້ວເອີຍ ຄວາມຮັກລວງ ຂືນຮັກໄປ ກໍຕຣົມ…
ໂນຕເພງ “ຮັກກໍບອກບໍ່ຮັກກໍບອກ”
ວິດີໂອໂນຕບັນເລງເພງ “ຮັກກໍບອກບໍ່ຮັກກໍບອກ”

ເພງ “ອ້າຍອາດມາຊ້າໄປ”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (1970)
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ອ້າຍອາດມາຊ້າໄປ”
  1. ອ້າຍອາດມາຊ້າ ໄປແລ້ວນີ້
    ຣຶດີນ້ອງຄົງ ບໍ່ຫວ່າງພໍໃຫ້ຄອງ
    ແຕ່ອ້າຍຈະຂໍ ອ້າຍຈະຂໍບອກກັບນ້ອງ
    ວ່າໃຈອ້າຍປອງ ປຣະຄອງນ້ອງເຕັມອຸຣາ

  2. ນ້ອງອາດບໍ່ຫຼຽວ ຟັງຮັກອ້າຍ
    ສັນໃດອ້າຍຍັງ ຈະຕ້ອງຫວັງບໍ່ລະ
    ຂໍພຽງແຕ່ນ້ອງ ພຽງແຕ່ນ້ອງເປີດອຸຣາ
    ໃຫ້ຄຳສັນຍາ ວ່າຈະຮັກອ້າຍເໝືອນກັນ

  3. ແມ່ນດວງໃຈຈະຕ້ອງ ເກີດຄວາມໄຫວຫວັ່ນສັ່ນສະທ້ານ
    ອ້າຍກໍຄົງຍອມທົນ ດ້ວຍໃຈແສນກັ້ນ
    ທຸກຄືນວັນແສນປ່ຽວ ຮື…ຮື…ຮື…

  4. ອ້າຍອາດຈະຮັກ ນ້ອງໄດ້ແໜ້ນ
    ຫຼາຍແຟນແສນຄົນ ບໍ່ຕ້ອງການຈະຫຼຽວ
    ຫາກນ້ອງເອີ່ຍຮັກ ອ້າຍຈະຮັກບໍ່ຄົດລ້ຽວ
    ໝັ້ນໃນຮັກດຽວ ຂໍກ່ຽວຮັກນ້ອງເຖິງຕາຍ
ວິດີໂອໂນຕບັນເລງເພງ “ອ້າຍອາດມາຊ້າໄປ”

ເພງ “ອ້າຍຍັງຈະຫວນຄືນມາ”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (1970)
ນັກຮ້ອງຕົ້ນສະບັບ : ພະນົມສິນ

ວິດີໂອດົນຕຣີບັນເລງເພງ “ອ້າຍຍັງຈະຫວນຄືນມາ”
  1. ຈາກໄປແລ້ວເອີຍ ຈາກໄປແສນໄກໄກສຸດຕາ
    ຟາກຝັ່ງນະພາ ຢູ່ໄກລັບຕາພາເສົ້າ
    ວອນນ້ອງເຈົ້າ ຈົ່ງຢ່າເຫງົາ
    ຈົ່ງຄອງຮັກເຮົາ ຕາມສັນຍາໃຫ້ໄວ້

     

  2. ຈະຢູ່ແສນໄກ ຈະນານເທົ່າໃດໃຈສຸດຫວງ
    ຍິງອື່ນທັງປວງ ບໍ່ເຄີຍຄິດປອງຝັນໃຝ່
    ເພາະຄວາມຮັກ ອ້າຍຈຶ່ງໄດ້
    ຈາກນວນນ້ອງໄປ ໃນບໍ່ຊ້າຄົງກັບຄືນ

     

  3. ອ້າຍຈາກໄປຄາວນີ້ ນ້ອງກໍຮູ້
    ໂປຣດເຖີດຍອດຊູ້ ຢ່າໃຫ້ຮັກເຮົາເປັນອື່ນ
    ສອງເຮົາຄົງຊື່ນ ເມື່ອຍາມອ້າຍຫວນຄືນມາ

     

  4. ໂປຣດເຖີດແກ້ວຕາ ໂປຣດເຖີດຂວັນໃຈຈົ່ງຢູ່ດີ
    ຢ່າໃຫ້ຮັກເຮົາ ມີຮອຍຣາຄີເໝືອນວ່າ
    ຈົບຮຽນເມື່ອໃດ ອ້າຍຈະມາຫາ
    ຄູ່ຄອງຂວັນຕາ ຕລອດຟ້າດິນສລາຍ…
ໂນຕເພງ "ອ້າຍຍັງຈະຫວນຄືນມາ"
ໂນຕເພງ “ອ້າຍຍັງຈະຫວນຄືນມາ”
ວິດີໂອໂນຕບັນເລງເພງ “ອ້າຍຍັງຈະຫວນຄືນມາ”

ເພງ “ອ້າຍບໍ່ຢາກບອກ”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (1970)
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ອ້າຍບໍ່ຢາກບອກ”
  1. ອ້າຍບໍ່ຢາກບອກ ນ້ອງເລີຍ
    ອ້າຍຢາກຈະເສີຍ ເສີຍເສີຍໄປຢ່າງນີ້
    ໂທ້ເທບເທວີ ອ້າຍສຸດໂສກີ
    ຍາມນ້ອງ ໜີໜ້າຫ່າງໄກ

  2. ອ້າຍບໍ່ຢາກກັ້ນ ນໍ້າຕາ
    ໃຫ້ມັນໄຫຼມາ ໄຫຼມາໄຫຼມາຖ້ວມຫົວໃຈ
    ໂອ້ຍອດຊາມວັຍ ອ້າຍບໍ່ຢາກໄປ
    ຈາກນ້ອງ ແມ່ນວິນາທີ

  3. ຫົວໃຈອ້າຍແທບ ຈະຢຸດເຕັ້ນ
    ເມື່ອເຫັນນ້ອງ ມາຫ່າງໜີ
    ອີກຍັງຈັກເດືອນ ຫຼືຍັງຈັກປີ
    ນ້ອງຈຶ່ງຈະມາ ອີກຫົນ

  4. ແມ່ນນ້ອງໝົດຄວາມ ເຫັນໃຈ
    ນ້ອງໂປຣດຈົ່ງໄປ ໄປໜີໄປໃຫ້ພົ້ນ
    ໂທ້ເອີຍໜ້າມົນ ແມ່ນບໍ່ກັງວົນ
    ຢ່າງນ້ອຍ ກໍຄິດປຣານີ…
ວິດີໂອໂນຕບັນເລງເພງ “ອ້າຍບໍ່ຢາກບອກ”

ເພງ “ໂປຣດອຸ່ນອົກອ້າຍດ້ວຍຈູບຮັກ”

ເນື້ອຮ້ອງ : ວໍຣະເດດ ດິດທະວົງສ໌ (1970)
ທຳນອງ : Rafael Gastón Pérez
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ໂປຣດອຸ່ນອົກອ້າຍດ້ວຍຈູບຮັກ”
  1. ເຮົາເຄີຍເທີດທູນຮັກມາ ຕັ້ງນານແສນນານ
    ເຮົາເຄີຍໃຫ້ຄຳສາບານ ຈະຮັກຍັ້ງຍືນ
    ພຽນຖນອມດ້ວຍໃຈ ບໍ່ເຄີຍຫານຈະຂັດຂືນ
    ຈະລ່ວງເກີນ ໃຫ້ຄວາມຮັກດັບສລາຍ…

  2. ນົງຄານນ້ອງຈົ່ງເຫັນໃຈ ໃຫ້ຄວາມຮັກອ້າຍ
    ມີທາງພົບຄວາມວິໄລ ດັ່ງຟືນພົບໄຟ
    ຄອງຄວາມຮັກໃດໆ ບໍ່ມີວັນຈະສລາຍ
    ຈະອັບເສົາເສົ້າຊວງໃນ ໝົ່ນວິນຍາ
    ໂປຣດອຸ່ນອົກອ້າຍ ດ້ວຍຈູບຮັກ…
ວິດີໂອໂນຕບັນເລງເພງ “ໂປຣດອຸ່ນອົກອ້າຍດ້ວຍຈູບຮັກ”